Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 4 OLCV

Side by side with the Father's Heart Bible™

ເຄື່ອງໃຊ້​ຕ່າງໆ​ສຳລັບ​ວິຫານ

1ໂຊໂລໂມນ​ໄດ້​ສ້າງ​ແທ່ນບູຊາ​ທອງສຳລິດ​ຍາວ​ຊາວສອກ ກວ້າງ​ຊາວ​ສອກ ແລະ ສູງ​ສິບ​ສອກ. 2ຮູຣາມ​ໄດ້​ຫລໍ່​ຂັນ​ຮູບ​ກົມ​ດ້ວຍ​ໂລຫະ​ສູງ 5 ສອກ, ມີ​ເສັ້ນ​ຜ່າ​ສູນ​ກາງ 10 ສອກ ແລະ ເສັ້ນ​ອ້ອມ​ວົງ 30 ສອກ. 3ກ້ອງ​ຂັນ​ເປັນ​ຮູບ​ງົວ​ອ້ອມ​ຂັນ​ສອກ​ລະ​ສິບ​ຮູບ. ຮູບ​ງົວ​ໄດ້​ຖືກ​ຫລອມ​ເປັນ​ສອງ​ແຖວ​ໃຫ້​ເປັນ​ເນື້ອ​ດຽວກັນ​ກັບ​ຂັນ.

4ຂັນ​ນັ້ນ​ຕັ້ງ​ຢູ່​ເທິງ​ງົວ​ສິບ​ສອງ​ໂຕ, ສາມ​ໂຕ​ໄດ້​ປິ່ນ​ໜ້າ​ໄປ​ທາງ​ທິດ​ເໜືອ, ສາມ​ໂຕ​ໄດ້​ປິ່ນ​ໜ້າໄປ​ທາງ​ທິດ​ຕາເວັນຕົກ, ສາມ​ໂຕ​ໄດ້​ປິ່ນ​ໜ້າ​ໄປ​ທາງ​ທິດ​ໃຕ້, ແລະ ສາມ​ໂຕ​ໄດ້​ປິ່ນ​ໜ້າ​ໄປ​ທາງ​ທິດ​ຕາເວັນອອກ. ຂັນ​ໄດ້​ຖືກ​ວາງ​ເທິງ​ຫົວ​ຂອງ​ງົວ ແລະ ຫລັງ​ຂອງ​ງົວ​ຢູ່​ໃຈກາງ​ຂອງ​ຂັ້ນ. 5ຂັນ​ນັ້ນ​ມີ​ຄວາມ​ໜາ​ໜຶ່ງ​ຝ່າ​ມື, ປາກ​ຂັນ​ເປັນ​ເໝືອນ​ປາກ​ຂອງ​ຈອກ, ເຊິ່ງ​ຄື​ກັນ​ກັບ​ດອກ​ລີລາ​ບານ. ບັນຈຸ​ນໍ້າ​ໄດ້ 3.000 ບັດ.

6ແລ້ວ​ເພິ່ນ​ໄດ້​ເຮັດ​ອ່າງ​ສິບ​ໜ່ວຍ​ສຳລັບ​ຊໍາລະ​ລ້າງ ແລະ ຫ້າ​ໜ່ວຍ​ຕັ້ງ​ໄວ້​ຢູ່​ທາງ​ທິດ​ໃຕ້ ແລະ ຫ້າ​ໜ່ວຍ​ຕັ້ງ​ໄວ້​ຢູ່​ທາງ​ທິດ​ເໜືອ. ຂັນ​ເຫລົ່າ​ນີ້​ໃຊ້​ສໍາລັບ​ຊໍາລະ​ລ້າງ​ເຄື່ອງເຜົາ​ຖວາຍບູຊາ, ແຕ່​ນໍ້າ​ທີ່​ຢູ່​ໃນ​ຂັນ​ໃຫຍ່​ແມ່ນ​ໃຫ້​ປະໂລຫິດ​ໃຊ້​ສຳລັບ​ຊຳລະລ້າງ.

7ເພິ່ນ​ໄດ້​ເຮັດ​ຫລັກຕະກຽງ​ຄຳ​ສິບ​ອັນ​ຕາມ​ແບບ​ທີ່​ໄດ້​ກຳນົດ​ໄວ້​ໂດຍ​ສະ ເພາະ ແລະ ຕັ້ງ​ຫລັກຕະກຽງ​ເຫລົ່ານັ້ນ​ໄວ້​ໃນ​ວິຫານ, ຫ້າ​ອັນ​ຕັ້ງ​ໄວ້​ຢູ່​ທາງ​ດ້ານໃຕ້ ແລະ ອີກ​ຫ້າ​ອັນ​ຕັ້ງ​ໄວ້​ຢູ່​ທາງ​ດ້ານເໜືອ.

8ເພິ່ນ​ໄດ້​ເຮັດ​ໂຕະ​ສິບ​ໜ່ວຍ ແລະ ຕັ້ງ​ໄວ້​ມັນ​ໃນ​ວິຫານ. ຫ້າ​ໜ່ວຍ​ວາງ​ໄວ້​ຢູ່​ທາງ​ດ້ານໃຕ້ ແລະ ອີກ​ຫ້າ​ໜ່ວຍ​ວາງ​ໄວ້​ຢູ່​ທາງ​ດ້ານເໜືອ. ເພິ່ນ​ຍັງ​ໄດ້​ເຮັດ​ຖ້ວຍ​ຄຳ​ໜຶ່ງ​ຮ້ອຍ​ໃບ.

9ເພິ່ນ​ໄດ້​ເຮັດ​ເດີ່ນ​ສຳລັບ​ບັນດາ​ປະໂລຫິດ ແລະ ເດີ່ນ​ໃຫຍ່ ແລະ ປະຕູ​ຕ່າງໆ​ສໍາລັບ​ເຂົ້າ​ໄປ​ເດີ່ນ ແລະ ໂອບ​ປະຕູ​ດ້ວຍ​ທອງສຳລິດ. 10ເພິ່ນ​ຂັນ​ນັ້ນ​ໄດ້​ຕັ້ງ​ໄວ້​ຢູ່​ທາງ​ດ້ານໃຕ້​ທີ່​ແຈ​ທາງ​ດ້ານ​ຕາເວັນອອກ​ສຽງໃຕ້​ຂອງ​ວິຫານ.

11ແລະ ຮູຣາມ​ຍັງ​ໄດ້​ເຮັດ​ໝໍ້, ຊວ້ານ ແລະ ຖ້ວຍ​ດ້ວຍ. ດັ່ງນັ້ນ ຮູຣາມ​ໄດ້​ເຮັດ​ວຽກ​ຈົນ​ສໍາເລັດ​ຕາມ​ທີ່​ກະສັດ​ໂຊໂລໂມນ​ໄດ້​ມອບໝາຍ​ໃຫ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ມີ​ດັ່ງນີ້:

12ເສົາ​ສອງ​ຕົ້ນ; ຫົວ​ເສົາ​ທີ່​ເປັນ​ຮູບ​ຖ້ວຍ​ສອງ​ອັນ​ຢູ່​ເທິງ​ຍອດ​ເສົາ; ຕາໜ່າງ​ປະດັບ​ຫົວ​ເສົາ​ສອງ​ຊຸດ​ຫົວ​ເສົາ​ທີ່​ເປັນ​ຮູບ​ຖ້ວຍ​ສອງ​ອັນ​ຢູ່​ເທິງ​ຍອດ​ເສົາ;

13ໝາກພິລາ​ສີ່​ຮ້ອຍ​ໜ່ວຍ​ສຳລັບ​ຕາໜ່າງ​ສອງ​ຊຸດ (ຕາໜ່າງ​ແຕ່ລະ​ຊຸດ​ມີ​ໝາກພິລາ​ຢູ່​ສອງ​ແຖວ​ປະດັບ​ຢູ່​ເທິງ​ຫົວ​ເສົາ);

14ແທ່ນ​ທອງສຳລິດ​ພ້ອມ​ກັບ​ອ່າງ

15ຂັນ​ນໍ້າ ແລະ ງົວ​ສິບສອງ​ໂຕ​ທີ່​ຢູ່​ກ້ອງ​ຂັນ.

16ໝໍ້, ຊ້ວນ, ຂໍເກາະ​ຊີ້ນ ແລະ ເຄື່ອງໃຊ້​ກ່ຽວຂ້ອງ​ທັງໝົດ. ຮູຣາມ​ອາບີ​ໄດ້​ເຮັດ​ສິ່ງ​ເຫລົ່ານີ້​ທັງໝົດ​ໃຫ້​ກະສັດ​ໂຊໂລໂມນ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໂດຍ​ໃຊ້​ທອງສຳລິດ​ທີ່​ເງົາ​ເຫລື້ອມ.

17ກະສັດ​ໄດ້​ໃຫ້​ຫລໍ່​ສິ່ງ​ເຫລົ່ານີ້​ຂຶ້ນ​ດ້ວຍ​ດິນ​ໜຽວ​ຢູ່​ໃນ​ທົ່ງຮາບ​ແຫ່ງ​ແມ່ນ້ຳ​ຈໍແດນ ລະຫວ່າງ​ເມືອງ​ຊຸກໂກດ ແລະ ເມືອງ​ຊາເຣທານ. 18ໂຊໂລໂມນ​ເຮັດ​ທຸກສິ່ງ​ເຫລົ່ານີ້​ໂດຍ​ໃຊ້​ທອງສຳລິດ​ເປັນ​ຈຳນວນ​ຫລວງຫລາຍ​ຈົນ​ບໍ່​ສາມາດ​ຊັ່ງ​ໄດ້.

19ໂຊໂລໂມນ​ຍັງ​ໄດ້​ເຮັດ​ເຄື່ອງໃຊ້​ທັງໝົດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ມີ​ດັ່ງນີ້: ແທ່ນບູຊາ​ຄຳ; ໂຕະ​ສຳລັບ​ວາງ​ເຂົ້າຈີ່​ຖວາຍ;

20ຫລັກຕະກຽງ​ຄຳ​ບໍລິສຸດ​ພ້ອມທັງ​ຕະກຽງ, ເພື່ອ​ໃຕ້​ຢູ່​ທາງ​ດ້ານໜ້າ​ຂອງ​ບ່ອນ​ສັກສິດ​ທີ່​ຢູ່​ດ້ານໃນ​ຕາມ​ທີ່​ໄດ້​ກໍານົດ​ໄວ້;

21ຕະ​ກຽງ ແລະ ຄີມ​ແມ່ນ​ເຮັດ​ດ້ວຍ​ຄຳ (ພວກມັນ​ເຮັດ​ມາ​ຈາກ​ຄຳ​ທີ່​ເປັນ​ແທ່ງ)

22ມີດຕັດ​ສຳລັບ​ຕັດ​ໄສ້​ຕະກຽງ, ຖ້ວຍ, ຈານ ແລະ ກະຖາງ​ໄຟ​ເຮັດ​ດ້ວຍ​ຄໍາ​ບໍລິສຸດ; ແລະ ປະຕູ​ຄໍາ​ຕ່າງໆ​ຂອງ​ວິຫານ​ຄື, ປະຕູ​ດ້ານໃນ​ທີ່​ເຂົ້າ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ ແລະ ປະຕູ​ຫ້ອງໂຖງ​ກໍ​ເຮັດ​ດ້ວຍ​ຄຳ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]