Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 3 OLCV

Side by side with the Father's Heart Bible™

ໂຊໂລໂມນ​ສ້າງ​ວິຫານ

1ແລ້ວ​ໂຊໂລໂມນ​ກໍ​ເລີ່ມ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໃນ​ເຢຣູຊາເລັມ​ເທິງ​ພູ​ໂມຣິຢາ. ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ດາວິດ​ພໍ່​ຂອງ​ເພິ່ນ. ບ່ອນ​ນັ້ນ​ເປັນ​ລານ​ຟາດ​ເຂົ້າ​ຂອງ​ອາໂຣນາ ຊາວ​ເຢບຸດ, ເຊິ່ງ​ເປັນ​ບ່ອນ​ທີ່​ດາວິດ​ຈັດຕຽມ​ໄວ້. 2ໃນ​ວັນ​ທີ​ສອງ​ເດືອນ​ທີ​ສອງ​ປີ​ທີ​ສີ່​ໃນ​ການ​ປົກຄອງ​ຂອງ​ເພິ່ນ, ເພິ່ນ​ໄດ້​ເລີ່ມ​ການ​ກໍ່​ສ້າງ.

3ຮາກຖານ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ທີ່​ໂຊໂລໂມນ​ໄດ້​ວາງ​ນັ້ນ​ຍາວ 60 ສອກ ແລະ ກວ້າງ 20 ສອກ (ໂດຍ​ໃຊ້​ໜ່ວຍ​ສອດ​ຕາມ​ມາດຕະຖານ​ເດີມ) 4ລະບຽງ​ຢູ່​ທາງ​ດ້ານໜ້າ​ຂອງ​ວິຫານ​ຍາວ 20 ສອກ​ຕາມ​ລວງກວ້າງ​ຂອງ​ອາຄານ ແລະ ສູງ 20 ສອກ. ເພິ່ນ​ໄດ້​ໂອບ​ພາຍໃນ​ຫ້ອງ​ນີ້​ດ້ວຍ​ຄຳ​ບໍລິສຸດ.

5ເພິ່ນ​ປູ​ຫ້ອງໂຖງ​ດ້ວຍ​ໄມ້ແປກ ແລະ ໂອບ​ດ້ວຍ​ຄຳ​ບໍລິສຸດ ແລະ ຕົບແຕ່ງ​ດ້ວຍ​ລວດ​ລາຍ​ຕົ້ນປາມ ແລະ ແບບ​ໂສ້. 6ເພິ່ນ​ໄດ້​ປະດັບປະດາ​ວິຫານ​ດ້ວຍ​ຫີນ​ອັນ​ງົດງາມ ແລະ ຄຳ​ທີ່​ໃຊ້​ນັ້ນ​ມາ​ຈາກ​ເມືອງ​ປາຣະວາອິມ. 7ເພິ່ນ​ໄດ້​ວາງ​ເພດານ​ທັບ​ຄານ, ວົງ​ກົບ​ປະຕູ ຝາ ແລະ ປະຕູ​ວິຫານ​ເຮັດ​ດ້ວຍ​ຄຳ ແລະ ເພິ່ນ​ແກະ​ສະຫລັກ​ລວດລາຍ​ເຄຣຸບ​ໃສ່​ຝາ​ຂອງ​ວິຫານ.

8ເພິ່ນ​ໄດ້​ສ້າງ​ຫ້ອງ​ສັກສິດ​ທີ່ສຸດ, ຫ້ອງ​ມີ​ຄວາມ​ກວ້າງ​ເທົ່າກັນ​ກັບ​ຂະໜາດ​ກັບ​ຄວາມ​ກວ້າງ​ຂອງ​ວິຫານ​ຄື ກວ້າງ​ຊາວ​ສອກ ແລະ ຍາວ​ຊາວ​ສອກ. ເພິ່ນ​ໂອບ​ຫ້ອງ​ພາຍໃນ​ດ້ວຍ​ຄຳ​ສົດ​ປະມານ​ຊາວ​ຫົກ​ຕາລັນຕົນ. 9ເພິ່ນ​ໃຊ້​ຄຳ​ນ້ຳ​ໜັກ​ປະມານ​ຫ້າ​ສິບ​ເຊເຂວ​ເຮັດ​ຕະປູ​ຄໍາ. ເພິ່ນ​ຍັງ​ໄດ້​ວາງ​ສ່ວນ​ຕ່າງໆ​ຂອງ​ຫ້ອງ​ຊັ້ນ​ເທິງ​ໂອບ​ດ້ວຍ​ຄໍາ​ເຊັ່ນກັນ.

10ສໍາລັບ​ຫ້ອງ​ສັກສິດ​ທີ່ສຸດ ເພິ່ນ​ໄດ້​ເຮັດ​ແກະ​ສະຫລັກ​ຮູບເຄຣຸບ​ຄູ່​ໜຶ່ງ ແລະ ໂອບ​ຮູບ​ເຄຣຸບ​ດ້ວຍ​ຄຳ 11ປີກ​ຂອງ​ເຄຣຸບ​ທັງ​ສອງ​ຕົນ​ຍາວ​ລວມ​ທັງໝົດ 20 ສອກ. ປີກ​ຂ້າງ​ໜຶ່ງ​ຂອງ​ເຄຣຸບ​ໂຕ​ທຳອິດ​ຍາວ 5 ສອກ ແລະ ປີກ​ຂ້າງ​ໜຶ່ງ​ຈຸ​ກັບ​ຝາ​ຂອງ​ວິຫານ, ສ່ວນ​ປີກ​ອີກ​ຂ້າງ​ໜຶ່ງ​ຍາວ 5 ສອກ​ເຊັ່ນກັນ ເຊິ່ງ​ປີກ​ຈຸ​ກັບ​ປີກ​ຂອງ​ຮູບ​ເຄຣຸບ​ອີກ​ຕົນ​ໜຶ່ງ. 12ໃນ​ທຳນອງ​ດຽວ​ກັນ ປີກ​ຂ້າງ​ໜຶ່ງ​ຂອງ​ເຄຣຸບ​ຕົນ​ທີ​ສອງ​ຍາວ 5 ສອກ ແລະ ປີກ​ຈຸ​ກັບ​ຝາ​ອີກ​ດ້ານ​ໜຶ່ງ​ຂອງ​ວິຫານ ແລະ ປີກ​ອີກ​ຂ້າງ​ໜຶ່ງ​ຍາວ 5 ສອກ​ເຊັ່ນກັນ ເຊິ່ງ​ປີກ​ຈຸ​ກັບ​ປີກ​ຂອງ​ເຄຣຸບ​ໂຕ​ທຳອິດ. 13ປີກ​ຂອງ​ເຄຣຸບ​ເຫລົ່ານີ້​ພື​ປີກ​ອອກ​ກວ້າງ​ຍາວ 20 ສອກ. ພວກມັນ​ທັງ​ສອງ​ຕົນ​ຢືນ​ປິ່ນ​ໜ້າ​ໃສ່​ກັນ​ໃນ​ຫ້ອງໂຖງ.

14ເພິ່ນ​ໄດ້​ເຮັດ​ຜ້າກັ້ງ​ສີຟ້າ, ສີມ່ວງ ແລະ ສີແດງ​ເຂັ້ມ ແລະ ໄດ້​ເຮັດ​ຜ້າລິນິນ​ເນື້ອລະອຽດ​ດີ​ໂດຍ​ແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າ​ນັ້ນ.

15ສ່ວນ​ຢູ່​ທາງ​ດ້ານໜ້າ​ຂອງ​ວິຫານ ເພິ່ນ​ໄດ້​ເຮັດ​ເສົາ​ສອງ​ຕົ້ນ, ຕົ້ນ​ເສົາ​ສູງ 35 ສອກ ແຕ່ລະ​ຕົ້ນ​ມີ​ຫົວ​ເສົາ​ສູງ 5 ສອກ. 16ໂຊໂລໂມນ​ໄດ້​ເຮັດ​ໂສ້​ສານ​ກັນ ແລະ ໄດ້​ຕັ້ງ​ມັນ​ໄວ້​ເທິງ​ຍອດ​ເສົາ. ເພິ່ນ​ຍັງ​ໄດ້​ຮູບ​ໝາກພິລາ​ໜຶ່ງ​ຮ້ອຍ​ໜ່ວຍ ແລະ ຫ້ອຍ​ໃສ່​ໂສ້​ອີກ​ດ້ວຍ. 17ເພິ່ນ​ໄດ້​ຕັ້ງ​ເສົາ​ໄວ້​ຢູ່​ທາງ​ດ້ານໜ້າ​ຂອງ​ວິຫານ, ເສົາ​ຕົ້ນ​ທີ​ໜຶ່ງ​ຢູ່​ທາງ​ໃຕ້​ຊື່​ວ່າ​ຢາກິນ ແລະ ເສົາ​ອີກ​ຕົ້ນ​ໜຶ່ງ​ຢູ່​ທາງ​ເໜືອ​ຊື່​ວ່າ​ໂບອາດ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]