Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 4 OLCV

Show OLCV only
Verse × ×
1 He made a bronze altar thirty feet long, thirty feet wide, and fifteen feet high. ໂຊໂລໂມນ​ໄດ້​ສ້າງ​ແທ່ນບູຊາ​ທອງສຳລິດ​ຍາວ​ຊາວສອກ ກວ້າງ​ຊາວ​ສອກ ແລະ ສູງ​ສິບ​ສອກ.
2 He made the cast-metal Sea, round: fifteen feet across, seven and a half high, forty-five around. ຮູຣາມ​ໄດ້​ຫລໍ່​ຂັນ​ຮູບ​ກົມ​ດ້ວຍ​ໂລຫະ​ສູງ 5 ສອກ, ມີ​ເສັ້ນ​ຜ່າ​ສູນ​ກາງ 10 ສອກ ແລະ ເສັ້ນ​ອ້ອມ​ວົງ 30 ສອກ.
3 Below the rim, figures of oxen encircled it, about seven to every foot around the Sea, cast in two rows as one piece with it. ກ້ອງ​ຂັນ​ເປັນ​ຮູບ​ງົວ​ອ້ອມ​ຂັນ​ສອກ​ລະ​ສິບ​ຮູບ. ຮູບ​ງົວ​ໄດ້​ຖືກ​ຫລອມ​ເປັນ​ສອງ​ແຖວ​ໃຫ້​ເປັນ​ເນື້ອ​ດຽວກັນ​ກັບ​ຂັນ.
4 The Sea stood on twelve oxen, three facing north, three west, three south, three east, resting on them, their hindquarters all inward. ຂັນ​ນັ້ນ​ຕັ້ງ​ຢູ່​ເທິງ​ງົວ​ສິບ​ສອງ​ໂຕ, ສາມ​ໂຕ​ໄດ້​ປິ່ນ​ໜ້າ​ໄປ​ທາງ​ທິດ​ເໜືອ, ສາມ​ໂຕ​ໄດ້​ປິ່ນ​ໜ້າໄປ​ທາງ​ທິດ​ຕາເວັນຕົກ, ສາມ​ໂຕ​ໄດ້​ປິ່ນ​ໜ້າ​ໄປ​ທາງ​ທິດ​ໃຕ້, ແລະ ສາມ​ໂຕ​ໄດ້​ປິ່ນ​ໜ້າ​ໄປ​ທາງ​ທິດ​ຕາເວັນອອກ. ຂັນ​ໄດ້​ຖືກ​ວາງ​ເທິງ​ຫົວ​ຂອງ​ງົວ ແລະ ຫລັງ​ຂອງ​ງົວ​ຢູ່​ໃຈກາງ​ຂອງ​ຂັ້ນ.
5 About three inches thick, its rim like a cup's, like a lily's flower, holding about 17,000 gallons. ຂັນ​ນັ້ນ​ມີ​ຄວາມ​ໜາ​ໜຶ່ງ​ຝ່າ​ມື, ປາກ​ຂັນ​ເປັນ​ເໝືອນ​ປາກ​ຂອງ​ຈອກ, ເຊິ່ງ​ຄື​ກັນ​ກັບ​ດອກ​ລີລາ​ບານ. ບັນຈຸ​ນໍ້າ​ໄດ້ 3.000 ບັດ.
6 He made ten washing basins, five south, five north, to rinse what was used for the burnt offerings; the Sea was for the priests to wash in. ແລ້ວ​ເພິ່ນ​ໄດ້​ເຮັດ​ອ່າງ​ສິບ​ໜ່ວຍ​ສຳລັບ​ຊໍາລະ​ລ້າງ ແລະ ຫ້າ​ໜ່ວຍ​ຕັ້ງ​ໄວ້​ຢູ່​ທາງ​ທິດ​ໃຕ້ ແລະ ຫ້າ​ໜ່ວຍ​ຕັ້ງ​ໄວ້​ຢູ່​ທາງ​ທິດ​ເໜືອ. ຂັນ​ເຫລົ່າ​ນີ້​ໃຊ້​ສໍາລັບ​ຊໍາລະ​ລ້າງ​ເຄື່ອງເຜົາ​ຖວາຍບູຊາ, ແຕ່​ນໍ້າ​ທີ່​ຢູ່​ໃນ​ຂັນ​ໃຫຍ່​ແມ່ນ​ໃຫ້​ປະໂລຫິດ​ໃຊ້​ສຳລັບ​ຊຳລະລ້າງ.
7 He made ten gold lampstands as specified, five for the temple's south side, five for the north. ເພິ່ນ​ໄດ້​ເຮັດ​ຫລັກຕະກຽງ​ຄຳ​ສິບ​ອັນ​ຕາມ​ແບບ​ທີ່​ໄດ້​ກຳນົດ​ໄວ້​ໂດຍ​ສະ ເພາະ ແລະ ຕັ້ງ​ຫລັກຕະກຽງ​ເຫລົ່ານັ້ນ​ໄວ້​ໃນ​ວິຫານ, ຫ້າ​ອັນ​ຕັ້ງ​ໄວ້​ຢູ່​ທາງ​ດ້ານໃຕ້ ແລະ ອີກ​ຫ້າ​ອັນ​ຕັ້ງ​ໄວ້​ຢູ່​ທາງ​ດ້ານເໜືອ.
8 He made ten tables, placed them in the temple—five south, five north—and one hundred gold basins. ເພິ່ນ​ໄດ້​ເຮັດ​ໂຕະ​ສິບ​ໜ່ວຍ ແລະ ຕັ້ງ​ໄວ້​ມັນ​ໃນ​ວິຫານ. ຫ້າ​ໜ່ວຍ​ວາງ​ໄວ້​ຢູ່​ທາງ​ດ້ານໃຕ້ ແລະ ອີກ​ຫ້າ​ໜ່ວຍ​ວາງ​ໄວ້​ຢູ່​ທາງ​ດ້ານເໜືອ. ເພິ່ນ​ຍັງ​ໄດ້​ເຮັດ​ຖ້ວຍ​ຄຳ​ໜຶ່ງ​ຮ້ອຍ​ໃບ.
9 He made the priests' court, the great court, its doors, and plated their doors with bronze. ເພິ່ນ​ໄດ້​ເຮັດ​ເດີ່ນ​ສຳລັບ​ບັນດາ​ປະໂລຫິດ ແລະ ເດີ່ນ​ໃຫຍ່ ແລະ ປະຕູ​ຕ່າງໆ​ສໍາລັບ​ເຂົ້າ​ໄປ​ເດີ່ນ ແລະ ໂອບ​ປະຕູ​ດ້ວຍ​ທອງສຳລິດ.
10 He placed the Sea on the south side, at the southeast corner. ເພິ່ນ​ຂັນ​ນັ້ນ​ໄດ້​ຕັ້ງ​ໄວ້​ຢູ່​ທາງ​ດ້ານໃຕ້​ທີ່​ແຈ​ທາງ​ດ້ານ​ຕາເວັນອອກ​ສຽງໃຕ້​ຂອງ​ວິຫານ.
11 Huram made the pots, shovels, and basins. So Huram finished the work he did for King Solomon in the house of our Father: ແລະ ຮູຣາມ​ຍັງ​ໄດ້​ເຮັດ​ໝໍ້, ຊວ້ານ ແລະ ຖ້ວຍ​ດ້ວຍ. ດັ່ງນັ້ນ ຮູຣາມ​ໄດ້​ເຮັດ​ວຽກ​ຈົນ​ສໍາເລັດ​ຕາມ​ທີ່​ກະສັດ​ໂຊໂລໂມນ​ໄດ້​ມອບໝາຍ​ໃຫ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ມີ​ດັ່ງນີ້:
12 the two pillars; the two bowl-shaped capitals atop the pillars; the two networks covering those capitals; ເສົາ​ສອງ​ຕົ້ນ; ຫົວ​ເສົາ​ທີ່​ເປັນ​ຮູບ​ຖ້ວຍ​ສອງ​ອັນ​ຢູ່​ເທິງ​ຍອດ​ເສົາ; ຕາໜ່າງ​ປະດັບ​ຫົວ​ເສົາ​ສອງ​ຊຸດ​ຫົວ​ເສົາ​ທີ່​ເປັນ​ຮູບ​ຖ້ວຍ​ສອງ​ອັນ​ຢູ່​ເທິງ​ຍອດ​ເສົາ;
13 400 pomegranates for the two networks, two rows each, covering the two capital bowls on the pillars; ໝາກພິລາ​ສີ່​ຮ້ອຍ​ໜ່ວຍ​ສຳລັບ​ຕາໜ່າງ​ສອງ​ຊຸດ (ຕາໜ່າງ​ແຕ່ລະ​ຊຸດ​ມີ​ໝາກພິລາ​ຢູ່​ສອງ​ແຖວ​ປະດັບ​ຢູ່​ເທິງ​ຫົວ​ເສົາ);
14 the stands and the basins on the stands; ແທ່ນ​ທອງສຳລິດ​ພ້ອມ​ກັບ​ອ່າງ
15 the one Sea and the twelve oxen beneath it. ຂັນ​ນໍ້າ ແລະ ງົວ​ສິບສອງ​ໂຕ​ທີ່​ຢູ່​ກ້ອງ​ຂັນ.
16 Pots, shovels, meat forks, and all their utensils—Huram-abi made these for King Solomon, for our Father's house, of polished bronze. ໝໍ້, ຊ້ວນ, ຂໍເກາະ​ຊີ້ນ ແລະ ເຄື່ອງໃຊ້​ກ່ຽວຂ້ອງ​ທັງໝົດ. ຮູຣາມ​ອາບີ​ໄດ້​ເຮັດ​ສິ່ງ​ເຫລົ່ານີ້​ທັງໝົດ​ໃຫ້​ກະສັດ​ໂຊໂລໂມນ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໂດຍ​ໃຊ້​ທອງສຳລິດ​ທີ່​ເງົາ​ເຫລື້ອມ.
17 The king had them cast in clay molds in the Jordan plain between Succoth and Zeredah. ກະສັດ​ໄດ້​ໃຫ້​ຫລໍ່​ສິ່ງ​ເຫລົ່ານີ້​ຂຶ້ນ​ດ້ວຍ​ດິນ​ໜຽວ​ຢູ່​ໃນ​ທົ່ງຮາບ​ແຫ່ງ​ແມ່ນ້ຳ​ຈໍແດນ ລະຫວ່າງ​ເມືອງ​ຊຸກໂກດ ແລະ ເມືອງ​ຊາເຣທານ.
18 Solomon made all these items in such quantity that the bronze weight could not be determined. ໂຊໂລໂມນ​ເຮັດ​ທຸກສິ່ງ​ເຫລົ່ານີ້​ໂດຍ​ໃຊ້​ທອງສຳລິດ​ເປັນ​ຈຳນວນ​ຫລວງຫລາຍ​ຈົນ​ບໍ່​ສາມາດ​ຊັ່ງ​ໄດ້.
19 Solomon made all the furnishings for our Father's house: the golden altar and tables with the bread of the Presence. ໂຊໂລໂມນ​ຍັງ​ໄດ້​ເຮັດ​ເຄື່ອງໃຊ້​ທັງໝົດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ມີ​ດັ່ງນີ້: ແທ່ນບູຊາ​ຄຳ; ໂຕະ​ສຳລັບ​ວາງ​ເຂົ້າຈີ່​ຖວາຍ;
20 The pure gold lampstands with their lamps, to burn before the inner sanctuary as prescribed; ຫລັກຕະກຽງ​ຄຳ​ບໍລິສຸດ​ພ້ອມທັງ​ຕະກຽງ, ເພື່ອ​ໃຕ້​ຢູ່​ທາງ​ດ້ານໜ້າ​ຂອງ​ບ່ອນ​ສັກສິດ​ທີ່​ຢູ່​ດ້ານໃນ​ຕາມ​ທີ່​ໄດ້​ກໍານົດ​ໄວ້;
21 the gold flowers, lamps, and tongs (these were of the purest gold). ຕະ​ກຽງ ແລະ ຄີມ​ແມ່ນ​ເຮັດ​ດ້ວຍ​ຄຳ (ພວກມັນ​ເຮັດ​ມາ​ຈາກ​ຄຳ​ທີ່​ເປັນ​ແທ່ງ)
22 Pure gold: the wick trimmers, sprinkling bowls, dishes, censers, and the temple's doorways—inner doors to the Most Holy Place, and the main hall's doors. ມີດຕັດ​ສຳລັບ​ຕັດ​ໄສ້​ຕະກຽງ, ຖ້ວຍ, ຈານ ແລະ ກະຖາງ​ໄຟ​ເຮັດ​ດ້ວຍ​ຄໍາ​ບໍລິສຸດ; ແລະ ປະຕູ​ຄໍາ​ຕ່າງໆ​ຂອງ​ວິຫານ​ຄື, ປະຕູ​ດ້ານໃນ​ທີ່​ເຂົ້າ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ ແລະ ປະຕູ​ຫ້ອງໂຖງ​ກໍ​ເຮັດ​ດ້ວຍ​ຄຳ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]