Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 5 OLCV

Show OLCV only
Verse × ×
1 Solomon completed all the work for the house of our Father. He then brought in his father David's dedicated things—silver, gold, all the vessels—and put them in the storerooms of the house of our Father. ເມື່ອ​ວຽກງານ​ທັງໝົດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ສຳເລັດ​ຮຽບຮ້ອຍ​ແລ້ວ, ເພິ່ນ​ກໍ​ໄດ້​ນຳ​ເງິນ, ຄຳ ແລະ ເຄື່ອງໃຊ້​ຕ່າງໆ, ເຊິ່ງ​ດາວິດ​ຜູ້​ເປັນ​ພໍ່​ຂອງ​ເພິ່ນ​ໄດ້​ຖວາຍ​ໄວ້ ແລ້ວ​ເພິ່ນ​ກໍ​ໄດ້​ເກັບ​ໄວ້​ໃນ​ຄັງ​ວິຫານ​ຂອງ​ພຣະເຈົ້າ.
2 Solomon then gathered Israel's elders, all tribal heads, and leaders of Israel's ancestral families in Jerusalem, to bring up the ark of the covenant of our Father from the City of David, also called Zion. ແລ້ວ​ໂຊໂລໂມນ​ກໍ​ເອີ້ນ​ບັນດາ​ຜູ້ອາວຸໂສ​ທັງໝົດ​ຂອງ​ອິດສະຣາເອນ, ຫົວໜ້າ​ເຜົ່າ​ທັງໝົດ ແລະ ຫົວໜ້າ​ຄອບຄົວ​ທັງໝົດ​ຂອງ​ຊາວອິດສະຣາເອນ​ມາ​ທີ່​ເຢຣູຊາເລັມ, ເພື່ອ​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ຈາກ​ພູເຂົາ​ຊີໂອນ, ເມືອງ​ຂອງ​ດາວິດ.
3 So all the men of Israel gathered before the king at the feast in the seventh month. ແລ້ວ​ຜູ້ຊາຍ​ອິດສະຣາເອນ​ທັງໝົດ​ກໍ​ພ້ອມກັນ​ມາ​ພົບ​ກະສັດ​ໃນ​ຊ່ວງ​ເທດສະການ​ໃນ​ເດືອນ​ທີເຈັດ.
4 When all the elders of Israel had come, the Levites took up the ark. ເມື່ອ​ຜູ້ອາວຸໂສ​ທັງໝົດ​ຂອງ​ອິດສະຣາເອນ​ມາ​ຮອດ​ແລ້ວ, ພວກ​ຊາວເລວີ​ກໍ​ຍົກ​ຫີບ​ຄຳໝັ້ນສັນຍາ​ຂຶ້ນ,
5 The priests and Levites brought up the ark, the tent of meeting, and all the holy vessels in it. ແລະ ພວກເຂົາ​ໄດ້​ນໍາ​ຫີບ​ຄຳໝັ້ນສັນຍາ ແລະ ເຕັນນັດພົບ ແລະ ເຄື່ອງໃຊ້​ສັກສິດ​ທັງໝົດ​ມາ​ທີ່​ວິຫານ. ບັນດາ​ປະໂລຫິດ​ຊາວ​ເລວີ​ກໍ​ໄດ້​ຫາມ​ຂຶ້ນ​ໄປ​ທີ່​ວິຫານ;
6 King Solomon and all Israel's assembly who had gathered before him stood before the ark, sacrificing sheep and cattle too many to count or number. ແລະ ກະສັດ​ໂຊໂລໂມນ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ຊຸມນຸມ​ກັນ​ກັບ​ເພິ່ນ​ຕໍ່ໜ້າ​ຫີບ​ຄໍາໝັ້ນສັນຍາ​ໄດ້​ຖວາຍ​ແກະ ແລະ ງົວ​ເປັນ​ເຄື່ອງບູຊາ​ຈຳນວນ​ຫລວງຫລາຍ​ຈົນ​ພວກເຂົາ​ບໍ່​ສາມາດ​ບັນທຶກ​ໄດ້ ຫລື ບໍ່​ສາມາດ​ນັບ​ໄດ້.
7 The priests brought our Father's covenant ark to its place, the house's inner sanctuary, the Most Holy Place, beneath the cherubim's wings. ຫລັງ​ຈາກ​ນັ້ນ ປະໂລຫິດ​ກໍ​ນຳ​ຫີບ​ຄຳໝັ້ນສັນຍາ​ຂອງ​ພຣະເຈົ້າ​ຢາເວ​ເຂົ້າ​ສູ່​ສະຖານ​ນະມັດສະການ​ຊັ້ນ​ໃນ​ຂອງ​ວິຫານ​ຄື​ບ່ອນ​ທີ່​ສັກສິດ​ທີ່ສຸດ ແລະ ຕັ້ງ​ໄວ້​ໃຕ້​ປີກ​ຂອງ​ເຄຣຸບ.
8 For the cherubim spread their wings over the ark's place, covering it and its poles from above. ເຄຣຸບ​ພື​ປີກ​ອອກ​ປົກຄຸມ​ເໜືອ​ບ່ອນ​ທີ່​ຫີບ​ຄໍາໝັ້ນສັນຍາ​ຢູ່ ແລະ ປົກຄຸມ​ເໜືອ​ຫີບ​ກັບ​ໄມ້ຄານຫາມ.
9 The poles were long enough that their ends showed from the ark before the inner sanctuary, but not outside; they remain there to this day. ໄມ້ຄານຫາມ​ເຫລົ່ານີ້​ຍາວ​ຫລາຍ​ໂດຍ​ເດ່​ອອກ​ມາ​ຈາກ​ຫີບ, ເຊິ່ງ​ເບິ່ງເຫັນ​ໄດ້​ຈາກທາງ​ດ້ານ​ຂອງ​ຫ້ອງຊັ້ນ​ໃນ​ບ່ອນ​ສັກສິດ, ແຕ່​ເບິ່ງ​ບໍ່​ເຫັນ​ຈາກ​ດ້ານນອກ​ຂອງ​ບ່ອນ​ສັກສິດ ແລະ ໄມ້ຄານຫາມ​ກໍ​ຍັງ​ຢູ່​ທີ່​ນັ້ນ​ຈົນເຖິງ​ທຸກ​ວັນ​ນີ້.
10 The ark held nothing but the two tablets Moses placed there at Horeb, where our Father made a covenant with the Israelites when they left Egypt. ໃນ​ຫີບ​ນັ້ນ​ບໍ່​ມີ​ສິ່ງໃດ​ນອກ​ຈາກ​ສີລາ​ສອງ​ແຜ່ນ​ທີ່​ໂມເຊ​ໄດ້​ໃສ່​ໄວ້​ເມື່ອ​ເວລາ​ຢູ່​ທີ່​ພູເຂົາ​ໂຮເຣັບ ບ່ອນ​ທີ່​ພຣະເຈົ້າ​ຢາເວ​ເຮັດ​ຄຳໝັ້ນສັນຍາ​ກັບ​ຊົນຊາດ​ອິດສະຣາເອນ​ຫລັງ​ຈາກ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ.
11 Then the priests left the holy place. (All priests present had made themselves holy, regardless of their divisions, ແລ້ວ​ບັນດາ​ປະໂລຫິດ​ຈຶ່ງ​ອອກ​ມາ​ຈາກ​ບ່ອນ​ສັກສິດ. ບັນດາ​ປະໂລຫິດ​ທັງໝົດ​ທີ່​ຢູ່​ໃນ​ທີ່ນັ້ນ​ໄດ້​ຊຳລະ​ຕົນ​ເອງ​ໃຫ້​ບໍລິສຸດ, ບໍ່​ວ່າ​ພວກຕົນ​ຈະ​ປະຈຳ​ຢູ່​ໝວດ​ໃດ​ກໍ​ຕາມ.
12 and all the Levite singers—Asaph, Heman, Jeduthun, their sons and relatives—stood east of the altar in fine linen, playing cymbals, harps, and lyres, with 120 priests blowing trumpets.). ຊາວເລວີ​ທັງໝົດ​ຜູ້ທີ່​ເປັນ​ນັກດົນຕີ​ເຊັ່ນ: ອາສັບ, ເຮມານ ແລະ ເຢດູທູນ ແລະ ພວກ​ລູກຊາຍ​ຂອງ​ພວກເຂົາ ແລະ ຍາດຕິ​ພີ່ນ້ອງ​ຂອງ​ພວກເຂົາ​ໂດຍ​ຢືນ​ຢູ່​ທາງ​ດ້ານ​ຕາເວັນ​ອອກ​ຂອງ​ແທ່ນບູຊາ, ພວກເຂົາ​ກໍ​ໄດ້​ນຸ່ງ​ຜ້າປ່ານ​ເນື້ອ​ລະອຽດດີ, ແລ້ວ​ກໍ​ຕົບແສ່ງ, ຕິດ​ພິນໃຫຍ່ ແລະ ດີດ​ພິນນ້ອຍ. ພວກເຂົາ​ກໍ​ຮ່ວມກັນ​ກັບ​ບັນດາ​ປະໂລຫິດ 120 ຄົນ​ເປົ່າ​ແກ​ປະສານ​ສຽງ​ກັນ.
13 The trumpeters and singers, united, praised and thanked our Father with one voice—raising their voices with the trumpets, cymbals, and instruments, they praised him: "He is good; his covenant love endures forever." Then a cloud filled our Father's house, ພວກ​ເປົ່າແກ ແລະ ນັກດົນຕີ​ໄດ້​ປະສານ​ເປັນ​ສຽງ​ດຽວກັນ​ເພື່ອ​ຖວາຍ​ຄໍາສັນລະເສີນ ແລະ ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ. ພ້ອມທັງ​ປະສານ​ສຽງ​ແກ, ແສ່ງ ແລະ ເຄື່ອງດົນຕີ​ອື່ນໆ, ພວກ​ນັກຮ້ອງ​ໄດ້​ເປັ່ງ​ສຽງ​ຂອງ​ຕົນ​ສັນລະເສີນ​ພຣະເຈົ້າຢາເວ ແລະ ຮ້ອງ​ວ່າ: “ພຣະອົງ​ແສນ​ດີ; ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຕະຫລອດ​ໄປ​ເປັນ​ນິດ”. ແລ້ວ​ວິຫານ​ຂອງ​ພຣະເຈົ້າຢາເວ​ກໍ​ມີ​ເມກ​ປົກຄຸມ​ເຕັມ​ໄປ​ທົ່ວ,
14 so the priests couldn't stand to serve because of the cloud, for the glory of our Father filled the house of our Father. ບັນດາ​ປະໂລຫິດ​ບໍ່​ອາດ​ປະຕິບັດ​ໜ້າທີ່​ຂອງ​ຕົນ​ໄດ້​ເພາະ​ເມກ​ນັ້ນ, ເນື່ອງ​ຈາກ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ປົກ​ຄຸມ​ຢູ່​ທົ່ວ​ທັງ​ວິຫານ​ຂອງ​ພຣະອົງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]