Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 6 OLCV

Show OLCV only
Verse × ×
1 Then Solomon said, "Our Father has said that he would dwell in thick darkness. ແລ້ວ​ໂຊໂລໂມນ​ຈຶ່ງ​ໄດ້​ເວົ້າ​ວ່າ, “ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້​ວ່າ​ພຣະອົງ​ຈະ​ຢູ່​ໃນ​ເມກ​ມືດ;
2 But I have built you an exalted house, a place for you to dwell in forever." ຂ້ານ້ອຍ​ໄດ້​ສ້າງ​ວິຫານ​ອັນ​ສະຫງ່າງາມ​ສໍາລັບ​ພຣະອົງ, ເຊິ່ງ​ເປັນ​ບ່ອນ​ທີ່​ພຣະອົງ​ຈະ​ສະຖິດ​ຢູ່​ຕະຫລອດໄປ”.
3 Then the king turned and blessed the whole assembly of Israel as they all stood. ໃນ​ຂະນະ​ທີ່​ປະຊາຊົນ​ອິດສະຣາເອນ​ກຳລັງ​ຢືນ​ຢູ່​ທີ່​ນັ້ນ, ກະສັດ​ໂຊໂລໂມນ​ໄດ້​ຫັນ​ກັບ​ມາ​ກ່າວ​ອວຍພອນ​ພວກເຂົາ.
4 He said, "Praise our Father, the God of Israel, whose hand has fulfilled what his mouth promised my father David, saying, ແລ້ວ​ເພິ່ນ​ໄດ້​ກ່າວ​ວ່າ: “ຈົ່ງ​ສັນລະເສີນ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຜູ້​ທີ່​ໄດ້​ເຮັດ​ໃຫ້​ຄໍາສັນຍາ​ສໍາເລັດ​ເປັນ​ຈິງ​ຕາມ​ທີ່​ໄດ້​ເຮັດ​ໄວ້​ກັບ​ດາວິດ​ພໍ່​ຂອງ​ຂ້ານ້ອຍ​ດ້ວຍ​ຖ້ອຍຄໍາ​ຂອງ​ພຣະອົງ​ເອງ. ເພາະ​ພຣະອົງ​ໄດ້​ກ່າວ​ວ່າ,
5 'Since the day I brought my people out of Egypt, I chose no city from all the tribes of Israel to build a house for my name to be there, nor any man to rule my people Israel. ‘ຕັ້ງແຕ່​ເວລາ​ນັ້ນ​ທີ່​ເຮົາ​ນຳ​ປະຊາຊົນ​ຂອງ​ເຮົາ​ອອກ​ມາ​ຈາກ​ເອຢິບ, ເຮົາ​ບໍ່​ໄດ້​ເລືອກ​ເມືອງ​ໜຶ່ງ​ຂອງ​ເຜົ່າ​ໃດ​ໆ​ຂອງ​ອິດສະຣາເອນ​ໃນ​ການ​ສ້າງ​ວິຫານ​ເພື່ອວ່າ​ນາມ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ ຫລື ບໍ່​ໄດ້​ເລືອກ​ເອົາ​ຜູ້ໃດ​ຂຶ້ນ​ມາ​ເປັນ​ຜູ້ນຳ​ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ.
6 But I chose Jerusalem for my name to be there, and I chose David to lead my people Israel.' ແຕ່​ບັດນີ້​ເຮົາ​ໄດ້​ເລືອກ​ເອົາ​ເຢຣູຊາເລັມ​ເພື່ອ​ນາມ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ ແລະ ເຮົາ​ໄດ້​ເລືອກ​ດາວິດ​ໃຫ້​ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ’.
7 David my father had it in his heart to build a house for the name of our Father, the God of Israel. “ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ຕັ້ງ​ໃຈ​ຈະ​ສ້າງ​ວິຫານ​ຖວາຍ​ແກ່​ນາມ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ.
8 But our Father told David my father, 'Because building a house for my name was in your heart, you did well to intend this. ແຕ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ວ່າ, ‘ທີ່​ເຈົ້າ​ມີ​ໃຈ​ຈະ​ສ້າງ​ວິຫານ​ເພື່ອ​ນາມ​ຂອງ​ເຮົາ​ນັ້ນ​ກໍ​ດີ​ຢູ່​ແລ້ວ.
9 But you will not build the house; your son, from your own body—he will build the house for my name.' ເຖິງຢ່າງໃດກໍ່ຕາມ, ເຈົ້າ​ຈະ​ບໍ່​ໄດ້​ເປັນ​ຜູ້​ສ້າງ​ວິຫານ ແຕ່​ລູກຊາຍ​ຜູ້​ເປັນ​ເລືອດ​ເນື້ອ​ເຊື້ອ​ໄຂ​ຂອງ​ເຈົ້າ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ເພື່ອ​ນາມ​ຂອງ​ເຮົາ’.
10 Now our Father has fulfilled the word he spoke: I have succeeded David my father and sit on Israel's throne, as he promised, and I have built the house for the name of our Father, the God of Israel. “ພຣະເຈົ້າ​ຢາເວ​ໄດ້​ເຮັດ​ຕາມ​ສັນຍາ ຄື​ໃຫ້​ຂ້າພະເຈົ້າ​ໄດ້​ນັ່ງ​ບັນລັງ​ແຫ່ງ​ອິດສະຣາເອນ​ສືບ​ຕໍ່​ຈາກ​ດາວິດ​ຜູ້​ເປັນ​ພໍ່​ຂອງ​ຂ້າພະເຈົ້າ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ໄດ້​ສັນຍາ​ໄວ້ ແລະ ຂ້າພະເຈົ້າ​ໄດ້​ສ້າງ​ວິຫານ​ນີ້​ເພື່ອ​ນາມ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ.
11 There I placed the ark, holding the covenant our Father made with the people of Israel." ຂ້າພະເຈົ້າ​ໄດ້​ວາງ​ຫີບ​ຄຳໝັ້ນສັນຍາ​ໄວ້​ຢູ່​ທີ່​ນັ້ນ, ເຊິ່ງ​ເປັນ​ຫີບ​ຄຳໝັ້ນສັນຍາ​ຂອງ​ພຣະເຈົ້າ​ຢາເວ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ”.
12 Then Solomon stood before our Father's altar in the presence of the whole assembly of Israel and spread out his hands. ແລ້ວ​ໂຊໂລໂມນ​ກໍ​ຢືນ​ຂຶ້ນ​ຢູ່​ໜ້າ​ແທ່ນບູຊາ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ມາ​ຊຸມນຸມ​ກັນ ແລະ ເພິ່ນ​ຍົກ​ມື​ຂຶ້ນ​ອະທິຖານ.
13 Solomon had made a bronze platform about seven and a half feet long, seven and a half feet wide, four and a half feet high, and set it in the middle of the court. He stood on it, knelt before the whole assembly of Israel, and spread his hands toward heaven. ບັດນີ້ ໂຊໂລໂມນ​ໄດ້​ເຮັດ​ເວທີ​ທອງສຳລິດ​ຍາວ​ຫ້າ​ສອກ, ກວ້າງ​ຫ້າ​ສອກ ແລະ ສູງ​ສາມ​ສອກ ແລະ ໄດ້​ວາງ​ມັນ​ໄວ້​ກາງ​ເດີນ​ດ້ານນອກ. ເພິ່ນ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ເວທີ​ນັ້ນ ແລະ ກໍ​ຄຸເຂົ່າ​ລົງ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ມາ​ຊຸມນຸມ​ກັນ ແລ້ວ​ເພິ່ນ​ກໍ​ຍົກ​ມື​ຂຶ້ນ​ສູ່​ຟ້າສະຫວັນ.
14 He said, O my Father, God of Israel, no Father is like you in heaven or on earth, keeping covenant and showing loyal love to your servants who walk before you wholeheartedly. ເພິ່ນ​ໄດ້​ກ່າວ​ວ່າ: “ຂ້າແດ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ບໍ່​ມີ​ພະ​ໃດ​ເໝືອນ​ພຣະອົງ​ທັງ​ໃນ​ຟ້າສະຫວັນ ຫລື ແຜ່ນດິນ​ໂລກ ພຣະອົງ​ຜູ້​ຮັກສາ​ຄໍາໝັ້ນສັນຍາ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະອົງ​ຕໍ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຄື ຜູ້​ທີ່​ຍັງ​ດຳເນີນ​ຊີວິດ​ໃນ​ທາງ​ຂອງ​ພຣະອົງ​ຢ່າງ​ສຸດ​ໃຈ.
15 You kept your promise to your servant David my father; what you spoke with your mouth you fulfilled with your hand today. ພຣະອົງ​ໄດ້​ຮັກສາ​ຄຳ​ສັນຍາ​ຕໍ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ຄື ດາວິດ​ພໍ່​ຂອງ​ຂ້ານ້ອຍ; ພຣະອົງ​ໄດ້​ສັນຍາ​ດ້ວຍ​ປາກ​ຂອງ​ພຣະອົງ ແລະ ໄດ້​ເຮັດ​ໃຫ້​ສຳເລັດ​ດ້ວຍ​ມື​ຂອງ​ພຣະອົງ​ເໝືອນ​ດັ່ງ​ທຸກ​ວັນ​ນີ້.
16 So now, my Father, God of Israel, keep for your servant David my father what you promised: "You will never lack a man before me on Israel's throne, if only your sons watch their way to walk in my law, as you have walked before me." “ບັດນີ້ ຂ້າແດ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຂໍ​ຮັກສາ​ຄຳໝັ້ນສັນຍາ​ທີ່​ມີ​ຕໍ່​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ ຜູ້​ເປັນ​ພໍ່​ຂອງ​ຂ້ານ້ອຍ​ເມື່ອ​ພຣະອົງ​ໄດ້​ກ່າວ​ວ່າ, ‘ຖ້າ​ເຊື້ອສາຍ​ຂອງ​ເຈົ້າ​ລະມັດລະວັງ​ໃນ​ທຸກສິ່ງ​ທີ່​ພວກເຂົາ​ປະຕິບັດ​ຢູ່​ຕໍ່ໜ້າ​ເຮົາ​ຕາມ​ກົດບັນຍັດ​ຂອງ​ເຮົາ, ດັ່ງ​ທີ່​ເຈົ້າ​ໄດ້​ປະຕິບັດ​ມາ​ນັ້ນ ເຈົ້າ​ຈະ​ບໍ່​ຂາດ​ຜູ້ສືບທອດ​ທີ່​ຈະ​ນັ່ງ​ຕໍ່ໜ້າ​ເຮົາ​ເທິງ​ບັນລັງ​ຂອງ​ອິດສະຣາເອນ’.
17 And now, my Father, God of Israel, let the word you spoke to your servant David be confirmed. ແລະ ບັດນີ້ ຂ້າແດ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຂໍ​ໂຜດ​ໃຫ້​ຄໍາສັນຍາ​ຂອງ​ພຣະອົງ​ທີ່​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເກີດ​ເປັນ​ຈິງ​ດ້ວຍ.
18 But will our Father really live with people on earth? The heavens and highest heavens can't hold you—how much less this house I built. “ແຕ່​ພຣະເຈົ້າ​ຈະ​ສະຖິດ​ຢູ່​ເທິງ​ແຜ່ນດິນໂລກ​ຮ່ວມ​ກັບ​ມະນຸດ​ໄດ້​ບໍ? ແມ່ນແຕ່​ຟ້າສະຫວັນ​ທີ່​ສູງສຸດ​ກໍ​ບໍ່​ສາມາດ​ຮັບ​ພຣະອົງ​ໄດ້. ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ນີ້​ຈະ​ຍິ່ງ​ນ້ອຍ​ຫລາຍ​ກວ່າ​ເທົ່າ​ໃດ!
19 Yet hear the prayer of your servant and his plea, O my Father, and hear the cry and prayer your servant prays before you. ແຕ່​ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ, ຂໍ​ໂຜດ​ຟັງ​ຄຳອະທິຖານ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ ຟັງ​ຄຳ​ອ້ອນວອນ​ຂໍ​ຄວາມເມດຕາ​ຂອງ​ລາວ. ຂໍ​ໂຜດ​ຟັງ​ຄຳຮ້ອງ​ຂໍ ແລະ ຄໍາ​ອະທິຖານ​ທີ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ອະທິຖານ​ຕໍ່​ພຣະອົງ​ໃນ​ວັນ​ນີ້.
20 May your eyes be open toward this house day and night, toward the place where you said you'd put your name, to hear the prayer your servant prays toward this place. ຂໍ​ໃຫ້​ຕາ​ຂອງ​ພຣະອົງ​ເບິ່ງ​ມາ​ທີ່​ວິຫານ​ນີ້​ທັງ​ກາງເວັນ ແລະ ກາງ​ຄືນ, ນີ້​ເປັນ​ບ່ອນ​ທີ່​ພຣະອົງ​ໄດ້​ກ່າວ​ວ່າ ພຣະອົງ​ຈະ​ຕັ້ງ​ນາມ​ຂອງ​ພຣະອົງ​ໄວ້​ຢູ່​ທີ່​ນັ້ນ. ຂໍ​ພຣະອົງ​ໂຜດ​ຟັງ​ຄໍາອະທິຖານ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ທີ່​ອະທິຖານ​ຕໍ່​ສະຖານທີ່​ນີ້.
21 Hear your servant's and your people Israel's pleas when they pray toward this place. Hear from heaven, your dwelling; and when you hear, forgive. ເມື່ອ​ຜູ້ຮັບໃຊ້ ແລະ ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ອະທິຖານ​ກົງ​ໄປ​ທີ່​ສະຖານທີ່​ແຫ່ງ​ນີ້ ຂໍ​ໂຜດ​ຟັງ​ຈາກ​ຟ້າ​ສະຫວັນ​ອັນ​ເປັນ​ບ່ອນ​ຢູ່​ຂອງ​ພຣະອົງ ແລະ ເມື່ອ​ພຣະອົງ​ຟັງ​ແລ້ວ ຂໍ​ໂຜດ​ຍົກ​ໂທດ.
22 If a man sins against his neighbor and must swear an oath, and he comes and swears his oath before your altar in this house, “ເມື່ອ​ຜູ້ໃດ​ເຮັດ​ຜິດ​ຕໍ່​ເພື່ອນບ້ານ​ຂອງ​ຕົນ ແລະ ຕ້ອງ​ສາບານ ແລະ ພວກເຂົາ​ມາ​ຫາ​ແລ້ວ​ສາບານ​ຢູ່​ຕໍ່ໜ້າ​ແທ່ນບູຊາ​ໃນ​ວິຫານ​ນີ້,
23 then hear from heaven and act. Judge your servants: pay back the guilty for their deeds, and clear the righteous, rewarding them by their righteousness. ຂໍ​ໂຜດ​ຟັງ​ຈາກ​ຟ້າ​ສະຫວັນ ແລະ ພິຈາລະນາ. ຂໍ​ຕັດສິນ​ຄວາມ​ລະຫວ່າງ​ຜູ້ຮັບໃຊ້​ທັງຫລາຍ​ຂອງ​ພຣະອົງ, ຂໍ​ລົງໂທດ​ຄົນ​ຜິດ ແລະ ໃຫ້​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ​ຕົກ​ໃສ່​ໂຕ​ພວກເຂົາ​ເອງ ແລະ ສ່ວນ​ຜູ້​ບໍລິສຸດ​ຂໍ​ພຣະອົງ​ປະກາດ​ວ່າ​ພວກເຂົາ​ບໍ່​ຜິດ ເປັນ​ອັນ​ພິສູດ​ແລ້ວ​ວ່າ​ພວກເຂົາ​ເປັນ​ຜູ້​ບໍລິສຸດ.
24 If your people Israel, defeated by enemies for sinning against you, turn back to praise your name, pray, and plead with you in this house, “ເມື່ອ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ເຮັດ​ບາບ​ຕໍ່​ພຣະອົງ ແລະ ຖືກ​ສັດຕູ​ມາ​ຢຶດຄອງ, ຖ້າ​ພວກເຂົາ​ໄດ້​ຫັນ​ກັບ​ຄືນ​ມາ​ຫາ​ພຣະອົງ ແລະ ສັນລະເສີນ​ນາມ​ຂອງ​ພຣະອົງ, ອະທິຖານ ແລະ ອ້ອນວອນ​ຕໍ່​ພຣະອົງ​ໃນ​ວິຫານ​ແຫ່ງ​ນີ້,
25 then hear from heaven, forgive the sin of your people Israel, and bring them back to the land you gave to them and their ancestors. ຂໍ​ໂຜດ​ຟັງ​ຈາກ​ຟ້າສະຫວັນ ແລະ ໂຜດ​ອະໄພ​ການບາບ​ຂອງ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ແລະ ນຳ​ພວກເຂົາ​ກັບ​ມາ​ທີ່​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ ບັນພະບຸລຸດ​ຂອງ​ພວກເຂົາ.
26 When the sky is shut with no rain because they sinned against you, if they pray toward this place, praise your name, and turn from their sin when you make them suffer, “ເມື່ອ​ທ້ອງຟ້າ​ຖືກ​ປິດ ແລະ ບໍ່​ມີ​ຝົນ​ເພາະ​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ ແລະ ເມື່ອ​ພວກເຂົາ​ອະທິຖານ​ຕໍ່​ສະຖານທີ່​ແຫ່ງ​ນີ້ ແລະ ສັນລະເສີນ​ນາມ​ຂອງ​ພຣະອົງ ແລະ ຫັນ​ກັບ​ຈາກ​ບາບ​ຂອງ​ຕົນ​ເພາະ​ພຣະອົງ​ໄດ້​ລົງໂທດ​ພວກເຂົາ​ແລ້ວ,
27 then hear from heaven, forgive your servants' sin, your people Israel, when you teach them the good path to walk, and send rain on your land, which you gave your people as their inheritance. ຂໍ​ໂຜດ​ຟັງ​ຈາກ​ຟ້າ​ສະຫວັນ ແລະ ອະໄພ​ບາບ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ, ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ. ຂໍ​ໂຜດ​ສອນ​ວິຖີ​ທາງ​ດຳເນີນ​ຊີວິດ​ທີ່​ຖືກຕ້ອງ ແລະ ໃຫ້​ຝົນ​ແກ່​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ເປັນ​ມໍລະດົກ​ຂອງ​ປະຊາຊົນ​ພຣະອົງ.
28 If famine, plague, blight, mildew, locust, or caterpillar strikes the land; if enemies besiege them in their towns—whatever plague or sickness comes, “ຖ້າ​ເກີດ​ການ​ອຶດຢາກ​ອາຫານ ຫລື ພະຍາດ​ລະບາດ​ໃນ​ດິນແດນ ຫລື ພະຍາດ​ພືດ ຫລື ພະຍາດ​ລາ​ນ້ຳຄ້າງ ຫລື ຕັກແຕນ​ບຸກ​ມາ​ທຳລາຍ ຫລື ສັດຕູ​ທັງຫລາຍ​ມາ​ລ້ອມ​ເມືອງ, ບໍ່​ວ່າ​ຈະ​ເປັນ​ພະຍາດ ຫລື ໄພພິບັດ​ໃດ​ກໍ​ຕາມ​ທີ່​ເກີດ​ຂຶ້ນ.
29 whatever prayer or plea anyone or all your people Israel makes, each knowing his own suffering and pain and spreading his hands toward this house, ແລະ ເມື່ອ​ມີ​ຄຳອະທິຖານ ຫລື ຄຳ​ອ້ອນວອນ​ຈາກ​ຜູ້ໃດ​ຜູ້ໜຶ່ງ​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ເຊິ່ງ​ແຕ່ລະ​ຄົນ​ຮູ້​ເຖິງ​ຄວາມ​ທຸກໃຈ​ຂອງ​ຕົນ​ດີ ແລະ ຍົກ​ມື​ຂອງ​ຕົນ​ຂຶ້ນ​ຕໍ່​ວິຫານ​ແຫ່ງ​ນີ້
30 then hear from heaven, your home, and forgive, and repay each according to all his ways, since you know his heart—for you alone know every human heart, ຂໍ​ໂຜດ​ຟັງ​ຈາກ​ຟ້າສະຫວັນ​ຄື ບ່ອນ​ຢູ່​ຂອງ​ພຣະອົງ. ຂໍ​ໂຜດ​ໃຫ້​ອະໄພ ແລະ ຈັດການ​ກັບ​ທຸກຄົນ​ຕາມ​ສິ່ງທີ່​ພວກເຂົາ​ໄດ້​ກະທໍາ. ເນື່ອງຈາກ​ພຣະອົງ​ຮູ້​ຈັກ​ຈິດໃຈ​ຂອງ​ພວກເຂົາ (ເພາະ​ພຣະອົງ​ເທົ່ານັ້ນ​ຮູ້​ຈິດໃຈ​ຂອງ​ມະນຸດ).
31 so they may fear you and walk in your ways as long as they live on the land you gave our ancestors. ເພື່ອ​ວ່າ​ພວກເຂົາ​ຈະ​ຢຳເກງ​ພຣະອົງ ແລະ ເຊື່ອຟັງ​ພຣະອົງ​ຢູ່​ຕະຫລອດ​ເວລາ​ທີ່​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ.
32 Also, when a foreigner not of your people Israel comes from a distant land for your great name, your mighty hand, and your outstretched arm—when they come and pray toward this house, “ສ່ວນ​ຄົນຕ່າງຊາດ​ທີ່​ບໍ່​ແມ່ນ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ແຕ່​ໄດ້​ມາ​ຈາກ​ແດນດິນ​ຫ່າງໄກ ຍ້ອນ​ນາມ​ອັນ​ຍິ່ງໃຫຍ່ ແລະ ມື​ອັນ​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ ແຂນ​ຂອງ​ພຣະອົງ​ທີ່​ໄດ້​ຢຽດ​ອອກ​ມາ ເມື່ອ​ພວກເຂົາ​ມາ​ອະທິຖານ​ທີ່​ວິຫານ​ນີ້,
33 then hear from heaven where you live, and do all the foreigner asks, so all the earth's peoples may know your name and fear you, as your people Israel do, and know this house I built bears your name. ຂໍ​ໂຜດ​ຟັງ​ຈາກ​ຟ້າສະຫວັນ​ບ່ອນ​ຢູ່​ຂອງ​ພຣະອົງ. ຂໍ​ຕອບ​ຄຳອະທິຖານ​ທີ່​ຄົນຕ່າງຊາດ​ທີ່​ໄດ້​ທູນ​ຂໍ​ຕໍ່​ພຣະອົງ, ເພື່ອ​ວ່າ​ປະຊາຊົນ​ໃນ​ໂລກ​ຈະ​ຮູ້​ຈັກ​ນາມ​ຂອງ​ພຣະອົງ ແລະ ຢຳເກງ​ພຣະອົງ​ເໝືອນດັ່ງ​ກັບ​ປະຊາຊົນ​ອິດສະຣາເອນ​ພຣະອົງ​ເອງ ແລະ ຈະ​ຮູ້​ວ່າ​ຂ້ານ້ອຍ​ໄດ້​ສ້າງ​ວິຫານ​ນີ້​ຂຶ້ນ​ເພື່ອ​ປະກາດ​ນາມ​ຂອງ​ພຣະອົງ.
34 If your people go to war against their enemies wherever you send them, and pray to you toward this city you have chosen and the house I built for your name, “ເມື່ອ​ພຣະອົງ​ໃຊ້​ປະຊາຊົນ​ຂອງ​ພຣະອົງ​ອອກ​ໄປ​ສູ້ຮົບ​ກັບ​ສັດຕູ ບໍ່​ວ່າ​ຢູ່​ບ່ອນ​ໃດ​ທີ່​ພຣະອົງ​ສົ່ງ​ພວກເຂົາ​ໄປ ແລະ ເມື່ອ​ພວກເຂົາ​ອະທິຖານ​ຕໍ່​ພຣະເຈົ້າ​ຢາເວ ມຸ່ງ​ໜ້າ​ມາ​ທີ່​ນະຄອນ​ນີ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ ແລະ ທີ່​ວິຫານ​ແຫ່ງ​ນີ້ ເຊິ່ງ​ຂ້ານ້ອຍ​ສ້າງ​ຂຶ້ນ​ເພື່ອ​ນາມ​ຂອງ​ພຣະອົງ,
35 then hear from heaven their prayer and their plea, and uphold their cause. ຂໍ​ໂຜດ​ຟັງ​ຄຳ​ອະທິຖານ ແລະ ຄຳ​ອ້ອນວອນ​ຂອງ​ພວກເຂົາ​ຈາກ​ຟ້າ​ສະຫວັນ ແລະ ຂໍ​ໂຜດ​ຊ່ວຍເຫລືອ​ພວກເຂົາ​ດ້ວຍ.
36 If they sin against you—for no one is without sin—and you are angry with them and hand them to an enemy who takes them captive to a land far or near, “ເມື່ອ​ພວກເຂົາ​ເຮັດ​ບາບ​ຕໍ່​ພຣະອົງ ເພາະ​ບໍ່​ມີ​ຜູ້ໃດ​ທີ່​ບໍ່​ເຮັດ​ບາບ​ເລີຍ ແລ້ວ​ພຣະອົງ​ຈຶ່ງ​ໃຈຮ້າຍ​ໃຫ້​ກັບ​ພວກເຂົາ ແລະ ມອບ​ພວກເຂົາ​ໄວ້​ກັບ​ສັດຕູ​ຂອງ​ພວກເຂົາ, ຜູ້​ທີ່​ເອົາ​ໄປ​ເປັນ​ຊະເລີຍ​ທີ່​ດິນແດນ​ຫ່າງໄກ ຫລື ໃກ້​ກໍຕາມ;
37 yet if in the land of their captivity they take it to heart, and turn back and plead with you there, saying, "We have sinned, we did wrong, we acted evilly," ແລະ ຖ້າ​ພວກເຂົາ​ປ່ຽນ​ໃຈ​ໃນ​ດິນແດນ​ທີ່​ພວກເຂົາ​ເປັນ​ຊະເລີຍ ແລະ ກັບໃຈ​ແລ້ວ​ອ້ອນວອນ​ຕໍ່​ພຣະອົງ​ໃນ​ດິນແດນ​ຂອງ​ຜູ້​ທີ່​ຈັບ​ພວກເຂົາ​ເປັນ​ຊະເລີຍ​ນັ້ນ ແລະ ເວົ້າ​ວ່າ ‘ພວກຂ້ານ້ອຍ​ໄດ້​ເຮັດ​ບາບ, ພວກຂ້ານ້ອຍ​ຜິດ​ໄປ​ແລ້ວ, ພວກຂ້ານ້ອຍ​ໄດ້​ປະພຶດ​ຊົ່ວ’;
38 if they turn back to you with all their heart and soul in the land of their captivity where they were taken, and pray toward their land you gave their ancestors, the city you chose, and the house I built for your name, ແລະ ຖ້າ​ພວກເຂົາ​ຫັນ​ກັບ​ຄືນ​ມາ​ຫາ​ພຣະອົງ​ຢ່າງ​ສຸດຈິດ ແລະ ສຸດໃຈ​ຂອງ​ພວກເຂົາ​ໃນ​ແດນດິນ​ທີ່​ພວກເຂົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ ອະທິຖານ​ປິ່ນ​ໜ້າ​ໃສ່​ດິນແດນ​ທີ່​ພຣະອົງ​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ, ປິ່ນ​ໜ້າ​ໃສ່​ເມືອງ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ ແລະ ປິ່ນ​ໜ້າ​ໃສ່​ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ຂຶ້ນ​ເພື່ອ​ນາມ​ຂອງ​ພຣະອົງ;
39 then hear from heaven, your dwelling place, their prayer and pleas, uphold their cause, and forgive your people who sinned against you. ຂໍ​ໂຜດ​ຟັງ​ຄຳ​ອະທິຖານ ແລະ ຄຳ​ອ້ອນວອນ​ຂອງ​ພວກເຂົາ​ຈາກ​ຟ້າສະຫວັນ, ເຊິ່ງ​ເປັນ​ບ່ອນ​ຢູ່​ຂອງ​ພຣະອົງ, ແລະ ຂໍ​ໂຜດ​ຊ່ວຍເຫລືອ​ພວກເຂົາ. ແລະ ອະໄພ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ, ຜູ້​ທີ່​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ​ດ້ວຍ.
40 Now, my Father, let your eyes be open and your ears attentive to the prayer of this place. “ບັດນີ້, ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ, ຂໍ​ໂຜດ​ຫລຽວ​ເບິ່ງ ແລະ ງ່ຽງ​ຫູ​ຟັງ​ຄຳພາວັນນາ​ອະທິຖານ​ທີ່​ຂ້ານ້ອຍ​ອຸທິດຖວາຍ​ໃນ​ບ່ອນ​ນີ້​ດ້ວຍ.
41 And now arise, my Father, and come to your resting place, you and the ark of your might. Let your priests, my Father, be clothed with salvation, and let your faithful ones rejoice in your goodness. “ບັດນີ້ ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ ຂໍ​ໂຜດ​ລຸກ​ຂຶ້ນ ແລະ ມາ​ຍັງ​ບ່ອນ​ຢູ່​ຂອງ​ພຣະອົງ, ທັງ​ພຣະອົງ ແລະ ຫີບ​ຄຳໝັ້ນສັນຍາ​ແຫ່ງ​ລິດອຳນາດ​ຂອງ​ພຣະອົງ. ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ, ຂໍ​ໃຫ້​ບັນດາ​ປະໂລຫິດ​ຂອງ​ພຣະອົງ​ສວມ​ຄວາມພົ້ນ​ຂອງ​ພຣະອົງ, ຂໍ​ໃຫ້​ປະຊາຊົນ​ທີ່​ສັດຊື່​ຂອງ​ພຣະອົງ​ຊົມຊື່ນຍິນດີ​ໃນ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ.
42 My Father, do not reject your anointed one. Remember your covenant love for David your servant. ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ, ຂໍ​ຢ່າ​ໄດ້​ປະຕິເສດ​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້. ຂໍ​ໂຜດ​ລະນຶກ​ເຖິງ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ທີ່​ໄດ້​ສັນຍາ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]