Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 7 OLCV

Show OLCV only
Verse × ×
1 When Solomon finished praying, fire fell from heaven and consumed the burnt offering and sacrifices, and our Father's glory filled the house. ເມື່ອ​ໂຊໂລໂມນ​ໄດ້​ອະທິຖານ​ຈົບ​ແລ້ວ, ກໍ​ມີ​ໄຟ​ຈາກ​ຟ້າສະຫວັນ​ລົງ​ມາ ແລະ ເຜົາ​ເຄື່ອງຖວາຍ ແລະ ເຄື່ອງຖວາຍບູຊາ, ແລະ ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ປົກຄຸມ​ວິຫານ.
2 The priests couldn't enter our Father's house, because our Father's glory filled it. ບັນດາ​ປະໂລຫິດ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໄດ້ ເພາະ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ປົກຄຸມ​ເຕັມ​ທົ່ວ​ວິຫານ.
3 When all the Israelites saw the fire fall and our Father's glory on the house, they knelt, faces to the ground on the pavement, worshiping and thanking our Father: "He is good; his faithful love endures forever." ເມື່ອ​ຊາວອິດສະຣາເອນ​ທັງໝົດ​ໄດ້​ເຫັນ​ໄຟ​ກໍາລັງ​ລົງ​ມາ ແລະ ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ກໍ​ຢູ່​ເໜືອ​ວິຫານ, ພວກເຂົາ​ກໍ​ຄຸກ​ເຂົ່າ​ກາບ​ລົງ​ໂດຍ​ໝູບໜ້າ​ລົງ​ພື້ນດິນ ແລະ ພວກເຂົາ​ໄດ້​ນະມັດສະການ ແລະ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ​ໂດຍ​ກ່າວ​ວ່າ, “ພຣະອົງ​ແສນ​ດີ ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຕະຫລອດໄປ​ເປັນ​ນິດ”.
4 Then the king and all the people offered sacrifices before our Father. ແລ້ວ​ກະສັດ ແລະ ປະຊາຊົນ​ທັງໝົດ​ໄດ້​ຖວາຍ​ເຄື່ອງບູຊາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
5 King Solomon sacrificed 22,000 oxen and 120,000 sheep; the king and all the people dedicated the house of our Father. ແລະ ກະສັດ​ໂຊໂລໂມນ​ໄດ້​ຖວາຍ​ເຄື່ອງບູຊາ​ເປັນ​ງົວ​ຊາວ​ສອງ​ພັນ​ໂຕ, ແກະ ແລະ ແບ້​ຊາວ​ພັນ​ໂຕ. ສະນັ້ນ ກະສັດ ແລະ ປະຊາຊົນ​ທັງໝົດ​ໄດ້​ອຸທິດຖວາຍ​ວິຫານ​ຂອງ​ພຣະເຈົ້າ.
6 The priests stood at their posts; the Levites stood with the musical instruments for our Father that King David made for giving thanks to our Father—"for his faithful love endures forever"—whenever David praised through the instruments. Opposite them the priests blew the trumpets, and all Israel stood. ບັນດາ​ປະໂລຫິດ​ກໍ​ເຂົ້າ​ປະຈຳ​ໜ້າທີ່​ຂອງ​ພວກເຂົາ, ຊາວເລວີ​ໄດ້​ຫລິ້ນ​ເຄື່ອງ​ດົນຕີ​ຖວາຍ​ແກ່​ພຣະເຈົ້າ​ຢາເວ, ເຊິ່ງ​ກະສັດ​ດາວິດ​ໄດ້​ເຮັດ​ໄວ້​ເພື່ອ​ການ​ສັນລະເສີນ​ພຣະເຈົ້າ​ຢາເວ ແລະ ໄດ້​ໃຊ້​ເມື່ອ​ເພິ່ນ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ຮ້ອງ​ວ່າ, “ຄວາມ​ຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນ​ນິດ”. ບັນດາ​ປະໂລຫິດ​ເປົ່າ​ແກ​ຢູ່​ດ້ານ​ກົງກັນ​ຂ້າມ​ຊາວເລວີ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ກໍາລັງ​ຢືນ​ຢູ່.
7 Solomon dedicated the courtyard's middle, in front of our Father's house, for there he offered the burnt offerings and fat of the peace offerings, since the bronze altar he had made could not hold the burnt offering, grain offering, and fat. ໂຊໂລໂມນ​ໄດ້​ປະກອບ​ພິທີ​ຊຳລະ​ສ່ວນ​ກາງ​ຂອງ​ເດີ່ນ​ທາງ​ໜ້າ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ຢູ່​ທີ່​ນັ້ນ​ເພິ່ນ​ໄດ້​ຖວາຍ​ເຄື່ອງເຜົາ​ບູຊາ ແລະ ໄຂມັນ​ທີ່​ໄດ້​ມາ​ຈາກ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ເພາະ​ແທ່ນບູຊາ​ທອງສຳລິດ​ທີ່​ເພິ່ນ​ເຮັດ​ຂຶ້ນ​ນັ້ນ​ບໍ່​ສາມາດ​ບັນຈຸ​ເຄື່ອງເຜົາ​ບູຊາ, ການຖວາຍ​ພືດຜົນ​ເປັນ​ເມັດ ແລະ ເຄື່ອງຖວາຍ​ສ່ວນ​ທີ່​ເປັນ​ໄຂມັນ.
8 At that time Solomon kept the feast seven days, and all Israel with him—a vast assembly—from Lebo-hamath to the Brook of Egypt. ສະນັ້ນ ໂຊໂລໂມນ​ຈຶ່ງ​ຮ່ວມ​ພິທີ​ສະຫລອງ​ເທດສະການ​ໃນ​ເວລາ​ນັ້ນ​ເປັນ​ເຈັດ​ວັນ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ຢູ່​ກັບ​ເພິ່ນ, ເຊິ່ງ​ເປັນ​ການ​ຊຸມນຸມ​ທີ່​ໃຫຍ່​ຍິ່ງໃຫຍ່​ຫລາຍ, ປະຊາຊົນ​ຈາກ​ເມືອງ​ເລໂບຮາມັດ ຈົນ​ເຖິງ​ແມ່ນ້ຳ​ວາດິ​ແຫ່ງ​ເອຢິບ​ກໍ​ໄດ້​ມາ​ຮ່ວມ​ນຳ.
9 On the eighth day they held a closing assembly, having kept the altar's dedication seven days and the feast seven days. ໃນ​ວັນ​ທີ​ແປດ ພວກເຂົາ​ໄດ້​ຊຸມນຸມ​ອີກ ເພາະ​ພວກເຂົາ​ໄດ້​ອຸທິດຖວາຍ​ແທ່ນບູຊາ​ເປັນ​ເວລາ​ເຈັດ​ວັນ ແລະ ສະຫລອງ​ຕື່ມ​ອີກ​ເປັນ​ເວລາ​ເຈັດ​ວັນ.
10 On the twenty-third day of the seventh month, he sent the people home, joyful and glad at heart for the goodness our Father showed to David, to Solomon, and to Israel his people. ໃນ​ວັນ​ທີ​ຊາວ​ສາມ​ຂອງ​ເດືອນ​ທີ​ເຈັດ ໂຊໂລໂມນ​ໄດ້​ສົ່ງ​ປະຊາຊົນ​ກັບ​ເມືອ​ເຮືອນ​ຂອງ​ພວກເຂົາ​ດ້ວຍ​ຄວາມ​ສຸກ ແລະ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ສິ່ງ​ດີ​ຕ່າງໆ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ເພື່ອ​ດາວິດ ແລະ ໂຊໂລໂມນ ແລະ ເພື່ອ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.
11 Solomon finished the house of our Father and the royal palace. Everything Solomon set his heart to do in the house of our Father and his own house, he did successfully. ເມື່ອ​ໂຊໂລໂມນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ພະລາຊະວັງ​ຂອງ​ເພິ່ນ​ສຳເລັດ​ແລ້ວ ແລະ ໄດ້​ດໍາເນີນ​ເຮັດ​ທຸກສິ່ງ​ທີ່​ເພິ່ນ​ຕັ້ງໃຈ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ໃນ​ລາຊະວັງ​ຂອງເພິ່ນ​ເອງ​ໃຫ້​ສຳເລັດ​ຮຽບຮ້ອຍ.
12 Then our Father appeared to Solomon at night and said to him: "I have heard your prayer and chosen this place for myself as a house of sacrifice. ໃນ​ເວລາ​ກາງຄືນ ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ໂຊໂລໂມນ ແລະ ກ່າວ​ວ່າ: “ເຮົາ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ​ແລ້ວ ແລະ ໄດ້​ເລືອກ​ສະຖານທີ່​ນີ້​ເປັນ​ວິຫານ​ຂອງ​ເຮົາ​ເພື່ອ​ຖວາຍ​ເຄື່ອງບູຊາ​ແກ່​ເຮົາ.
13 "If I shut the skies so no rain falls, or command locusts to devour the land, or send a plague among my children, “ເມື່ອ​ເຮົາ​ປິດ​ຟ້າສະຫວັນ​ໄວ້​ເພື່ອ​ບໍ່​ໃຫ້​ຝົນ​ຕົກ ຫລື ສັ່ງ​ໃຫ້​ຝູງ​ຕັກແຕນ​ມາ​ກັດ​ກິນ​ຜົນລະປູກ ຫລື ສົ່ງ​ໂລກລະບາດ​ມາ​ທ່າມກາງ​ປະຊາຊົນ​ຂອງ​ເຮົາ,
14 if my children—who bear my name—humble themselves, pray, seek my face, and turn from their evil ways, I will hear from heaven, forgive their sin, and heal their land. ຖ້າ​ປະຊາຊົນ​ຂອງ​ເຮົາ, ຜູ້​ທີ່​ເອີ້ນ​ນາມ​ຂອງ​ເຮົາ​ຈະ​ຖ່ອມຕົວ​ລົງ ແລະ ອະທິຖານ​ສະແຫວງ​ຫາ​ໜ້າ​ຂອງ​ເຮົາ ແລະ ຫັນ​ໜີ​ຈາກ​ວິຖີ​ທາງ​ອັນ​ຊົ່ວ​ຮ້າຍ​ຂອງ​ພວກເຂົາ ແລ້ວ​ເຮົາ​ຈະ​ຟັງ​ພວກເຂົາ​ຈາກ​ຟ້າສະຫວັນ, ແລະ ເຮົາ​ຈະ​ໃຫ້​ອະໄພ​ການບາບ​ຂອງ​ພວກເຂົາ ແລະ ຈະ​ຮັກສາ​ດິນແດນ​ຂອງ​ພວກເຂົາ​ໄວ້.
15 Now my eyes will be open and my ears attentive to the prayer offered in this place. ບັດນີ້ ເຮົາ​ຈະ​ເປີດ​ຕາ​ເບິ່ງ ແລະ ເປີດ​ຫູ​ຟັງ​ຄຳອະທິຖານ​ທີ່​ໄດ້​ຖວາຍ​ຢູ່​ໃນ​ບ່ອນ​ນີ້.
16 Now I have chosen and dedicated this house, so my name remains there forever; my eyes and heart will be there always. ເຮົາ​ໄດ້​ເລືອກ ແລະ ຊຳ​ລະ​ບ່ອນ​ນີ້​ໃຫ້​ບໍລິສຸດ ເພື່ອ​ວ່າ ນາມ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ​ຕະຫລອດໄປ​ເປັນ​ນິດ. ຕາ ແລະ ໃຈ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ​ສະເໝີ.
17 As for you—if you walk before me as David your father walked, doing all I commanded you and keeping my statutes and judgments, “ສ່ວນ​ເຈົ້າ, ຖ້າ​ເຈົ້າ​ດຳເນີນ​ຢູ່​ຕໍ່ໜ້າ​ເຮົາ​ເໝືອນດັ່ງ​ດາວິດ​ພໍ່​ຂອງ​ເຈົ້າ ແລະ ເຮັດ​ຕາມ​ທຸກ​ຂໍ້​ຄຳສັ່ງ​ທີ່​ເຮົາ​ສັ່ງ, ແລະ ຮັກສາ​ດຳລັດ ແລະ ກົດບັນຍັດ​ຕ່າງໆ​ຂອງ​ເຮົາ,
18 then I will confirm your kingdom's throne, as I covenanted with David your father: "A man of yours will always rule over Israel." ເຮົາ​ກໍ​ຈະ​ຕັ້ງ​ບັນລັງ​ຂອງ​ເຈົ້າ​ຕາມ​ທີ່​ເຮົາ​ໄດ້​ເຮັດ​ສັນຍາ​ໄວ້​ກັບ​ດາວິດ​ພໍ່​ຂອງ​ເຈົ້າ​ວ່າ ‘ເຈົ້າ​ຈະ​ບໍ່​ຂາດ​ຜູ້ສືບທອດ​ທີ່​ຈະ​ປົກຄອງ​ອິດສະຣາເອນ’.
19 But if you turn away, abandon my statutes and commands I set before you, and go serve other gods and worship them, “ແຕ່​ຖ້າ​ເຈົ້າ​ຫັນ​ໜີ ແລະ ປະຖິ້ມ​ດໍາລັດ ແລະ ຂໍ້ຄຳສັ່ງ​ຕ່າງໆ​ທີ່​ເຮົາ​ໄດ້​ໃຫ້​ເຈົ້າ ແລະ ໄປ​ຮັບໃຊ້​ບັນດາ​ພະ​ອື່ນ ແລະ ຂາບໄຫວ້​ພວກມັນ,
20 then I will uproot Israel from my land I gave them, cast from my sight this temple I set apart for my name, and make it an example and taunt among all peoples. ແລ້ວ​ເຮົາ​ກໍ​ຈະ​ຖອນ​ຮາກ​ອິດສະຣາເອນ​ອອກ​ຈາກ​ດິນແດນ​ຂອງ​ເຮົາ, ເຊິ່ງ​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ ແລະ ເຮົາ​ຈະ​ປະຕິເສດ​ວິຫານ​ນີ້​ທີ່​ເຮົາ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ເພື່ອ​ນາມ​ຂອງ​ເຮົາ. ເຮົາ​ຈະ​ເຮັດ​ໃຫ້​ວິຫານ​ເປັນ​ທີ່​ຢຽດຢາມ ແລະ ເປັນ​ທີ່​ເຢາະເຢີ້ຍ​ໃນ​ທ່າມກາງ​ທຸກຄົນ.
21 This house, once so exalted, will leave everyone who passes by appalled, saying, "Why did the LORD do this to this land and this house? ວິຫານ​ນີ້​ຈະ​ກາຍ​ເປັນ​ກອງ​ຊາກ​ຫັກພັງ. ທຸກຄົນ​ທີ່​ຜ່ານ​ໄປ​ມາ​ກໍ​ຈະ​ຕົກຕະລຶງ ແລະ ຈະ​ເຢາະເຢີ້ຍ​ວ່າ, ‘ເປັນຫຍັງ​ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ເຮັດ​ຕໍ່​ວິຫານ​ນີ້ ແລະ ຕໍ່​ດິນແດນ​ນີ້?’
22 They will answer, "Because they abandoned the LORD, God of their ancestors, who brought them out of the land of Egypt, and clung to other gods, bowing and serving them—that's why he brought all this disaster on them." ຄົນ​ຈະ​ຕອບ​ວ່າ, ‘ເພາະ​ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ, ຜູ້​ທີ່​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ, ແລະ ຫັນ​ໄປ​ຫາ​ບັນດາ​ພະ​ອື່ນ, ກາບໄຫວ້ ແລະ ຮັບໃຊ້​ພະ​ເຫລົ່ານັ້ນ ດ້ວຍ​ເຫດນີ້​ພຣະອົງ​ຈຶ່ງ​ນຳ​ໄພພິບັດ​ທັງໝົດ​ນີ້​ມາ​ສູ່​ພວກເຂົາ’ ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]