Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 8 OLCV

Show OLCV only
Verse × ×
1 After twenty years, in which Solomon built the house of our Father and his own palace, ໃນ​ໄລຍະ​ສຸດທ້າຍ​ຂອງ​ຊ່ວງ​ເວລາ​ຊາວ​ປີ ເຊິ່ງ​ໂຊໂລໂມນ​ໄດ້​ກໍ່​ສ້າງ​ອາຄານ​ທັງ​ສອງ​ນີ້ ຄື​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ລາຊະວັງ
2 Solomon rebuilt the cities that Huram had given him, and settled the people of Israel in them. ໂຊໂລໂມນ​ໄດ້​ສ້າງ​ໝູ່ບ້ານ​ຕ່າງໆ​ທີ່​ກະສັດ​ຮີຣາມ​ໄດ້​ມອບ​ໃຫ້​ເພິ່ນ ແລະ ໃຫ້​ຊາວ​ອິດສະຣາເອນ​ໄປ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.
3 Then Solomon marched against Hamath-zobah and overpowered it. ແລ້ວ​ໂຊໂລໂມນ​ໄດ້​ໄປ​ທີ່​ເມືອງ​ຮາມັດໂຊບາ ແລະ ໄດ້​ຢຶດ​ເມືອງ​ນັ້ນ.
4 He built Tadmor in the wilderness, along with all the storage cities he built in Hamath. ເພິ່ນ​ຍັງ​ໄດ້​ສ້າງ​ເມືອງ​ຕາດໂມ​ໃນ​ຖິ່ນແຫ້ງແລ້ງກັນດານ ແລະ ເມືອງຕ່າງໆ​ທີ່​ໃຊ້​ເພື່ອ​ຄັງ​ສະບຽງ​ອາຫານ​ທັງໝົດ​ທີ່​ເພິ່ນ​ເຄີຍ​ໄດ້​ສ້າງ​ໃນ​ຮາມັດ.
5 He also rebuilt Upper Beth-horon and Lower Beth-horon as fortified cities, with walls, gates, and bars, ເພິ່ນ​ໄດ້​ສ້າງ​ເມືອງ​ເບັດໂຮໂຣນ​ເບື້ອງເທິງ ແລະ ເບັດໂຮໂຣນ​ເບື້ອງລຸ່ມ​ຂຶ້ນ​ໃໝ່​ເປັນ​ເມືອງ​ປ້ອມ​ປ້ອງກັນ​ພ້ອມທັງ​ເຮັດ​ກຳແພງ ແລະ ປະຕູ ແລະ ກອນ​ປະຕູ,
6 Baalath, all Solomon's supply cities, his chariot and horsemen cities, and all he desired to build in Jerusalem, Lebanon, and his whole realm. ທັງ​ຍັງ​ໄດ້​ສ້າງ​ເມືອງ​ຕ່າງໆ ເພື່ອ​ເປັນ​ຄັງ​ສະບຽງ​ອາຫານ​ຂອງ​ເພິ່ນ ແລະ ສ້າງ​ເມືອງ​ສຳລັບ​ລົດມ້າ​ຮົບ ແລະ ມ້າ​ຂອງ​ເພິ່ນ ຄື​ທຸກສິ່ງ​ທີ່​ເພິ່ນ​ປາຖະໜາ​ຈະ​ສ້າງ​ໃນ​ເຢຣູຊາເລັມ, ໃນ​ເລບານອນ ແລະ ທົ່ວ​ເຂດແດນ​ທັງໝົດ​ທີ່​ເພິ່ນ​ປົກຄອງ.
7 There were still people left from the Hittites, Amorites, Perizzites, Hivites, and Jebusites, who were not Israelites. ສ່ວນ​ປະຊາຊົນ​ທີ່​ເຫລືອ​ຢູ່​ທີ່​ເປັນ​ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ. (ຄົນ​ເຫລົ່ານີ້​ບໍ່​ແມ່ນ​ຊາວ​ອິດສະຣາເອນ).
8 Their descendants still living in the land, whom Israel had not destroyed, Solomon conscripted for forced labor, as they still are today. ຄື​ລູກ​ຫລານ​ທີ່​ເຫລືອ​ຢູ່​ຂອງ​ຄົນ​ເຫລົ່ານີ້ ເຊິ່ງ​ຊົນຊາດ​ອິດສະຣາເອນ​ບໍ່​ສາມາດ​ທຳລາຍ​ລ້າງ​ໃຫ້​ໝົດ​ໄປ​ໄດ້ ໂຊໂລໂມນ​ໄດ້​ເກນ​ເອົາ​ຄົນ​ເຫລົ່ານີ້​ມາ​ເປັນ​ແຮງງານ​ຂ້າທາດ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.
9 Solomon enslaved no Israelites for his work; they were soldiers, commanders of his officers, and commanders of his chariots and horsemen. ແຕ່​ໂຊໂລໂມນ​ບໍ່​ໄດ້​ເຮັດ​ຊາວອິດສະຣາເອນ​ຄົນ​ໃດ​ມາ​ເປັນ​ຂ້າທາດ​ເພື່ອ​ເຮັດ​ວຽກ​ໃຫ້​ເພິ່ນ; ບໍ່​ວ່າ​ພວກເຂົາ​ເປັນ​ທະຫານ, ຜູ້ບັນຊາການ​ກອງທັບ, ຜູ້ບັນຊາການ​ລົດຮົບ ແລະ ຄົນ​ຂັບ​ລົດຮົບ​ຂອງ​ເພິ່ນ.
10 These were King Solomon's chief officers: 250 who supervised the people. ແລະ ຍັງ​ໃຫ້​ພວກເຂົາ​ເປັນ​ຫົວໜ້າ​ຂ້າລາຊະການ​ຂອງ​ກະສັດ​ໂຊໂລໂມນ​ສອງຮ້ອຍ​ຫສິ້ຄົນ ແລະ ເປັນ​ຜູ້ຮັບຜິດຊອບ​ຄວບຄຸມ​ຄົນງານ​ເຫລົ່ານີ້​ດ້ວຍ.
11 Solomon brought Pharaoh's daughter from the City of David to the house he built her, saying, "No wife of mine will live in David king of Israel's house, for holy is wherever our Father's ark has entered." ໂຊໂລໂມນ​ໄດ້​ນໍາ​ເອົາ​ບັນດາ​ລູກສາວ​ຂອງ​ຟາໂຣ​ຈາກ​ເມືອງ​ຂອງ​ດາວິດ​ໄປ​ທີ່​ວັງ​ທີ່​ເພິ່ນ​ໄດ້​ສ້າງຂຶ້ນ​ສໍາລັບ​ພວກນາງ. ເພິ່ນ​ໄດ້​ກ່າວ​ວ່າ, “ເມຍ​ຂອງ​ເຮົາ​ຈະ​ຕ້ອງ​ບໍ່​ອາໄສ​ຢູ່​ໃນ​ວັງ​ຂອງ​ດາວິດ ກະສັດ​ແຫ່ງ​ອິດສະຣາເອນ, ເພາະ​ບ່ອນ​ຕ່າງ​ໆ​ນັ້ນ​ເປັນ​ບ່ອນ​ທີ່​ຫີບ​ຄໍາໝັ້ນສັນຍາ​ຂອງ​ພຣະເຈົ້າຢາເວ​ໄດ້​ຜ່ານເຂົ້າ​ໄປ​ເປັນ​ບ່ອນ​ບໍລິສຸດ”.
12 Then Solomon offered burnt offerings to our Father on the altar he built before the portico, ຢູ່​ເທິງ​ແທ່ນ​ບູຊາ​ທີ່​ເພິ່ນ​ໄດ້​ສ້າງຂຶ້ນ​ຢູ່​ທາງ​ໜ້າ​ຂອງ​ລະບຽງ​ນັ້ນ, ໂຊໂລໂມນ​ໄດ້​ຖວາຍ​ເຄື່ອງເຜົາບູຊາ​ແກ່​ພຣະເຈົ້າຢາເວ,
13 daily as required, by Moses' command: Sabbaths, New Moons, and three yearly festivals—the Feast of Unleavened Bread, the Feast of Weeks, and the Feast of Tabernacles. ຕາມ​ລະບຽບ​ທີ່​ໄດ້​ກຳນົດ​ໄວ້​ສຳລັບ​ຖວາຍ​ປະຈຳວັນ​ທີ່​ໂມເຊ​ສັ່ງ​ໄວ້​ສຳລັບ​ວັນຊະບາໂຕ, ວັນ​ເດືອນ​ອອກ​ໃໝ່ ແລະ ສາມ​ເທດສະການ​ປະຈຳ​ປີ​ຄື: ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ, ເທດສະການ​ປະຈຳ​ອາທິດ ແລະ ເທດສະການປຸກຕູບຢູ່.
14 Following his father David's rules, he set priestly divisions for service, Levite divisions to praise and serve before the priests as each day required, and gatekeeper divisions at each gate, for David the man of our Father had commanded it. ເພື່ອ​ຮັກສາ​ຂໍ້​ຄໍາສັ່ງ​ຂອງ​ດາວິດ​ພໍ່​ຂອງ​ເພິ່ນ, ເພິ່ນ​ໄດ້​ຈັດຕັ້ງ​ປະໂລຫິດ​ອອກ​ເປັນ​ໝວດ​ໃຫ້​ເຮັດ​ໜ້າທີ່​ຂອງ​ພວກເຂົາ ແລະ ໃຫ້​ຊາວ​ເລວີ​ນຳ​ພາ​ໃນ​ການ​ຮ້ອງເພງ​ສັນລະເສີນ ແລະ ຊ່ວຍເຫລືອ​ປະໂລຫິດ​ເຮັດ​ໜ້າທີ່​ປະຈຳ​ວັນ​ຕາມ​ທີ່​ໄດ້​ກໍານົດ​ໄວ້. ເພິ່ນ​ຍັງ​ໄດ້​ແຕ່ງຕັ້ງ​ຄົນ​ເຝົ້າ​ຍາມ​ປະຕູ​ເປັນ​ໝວດ​ຕ່າງໆ​ຢູ່​ຕາມ​ປະຕູ, ເພາະ​ນີ້​ແມ່ນ​ສິ່ງ​ທີ່​ດາວິດ​ຄົນ​ຂອງ​ພຣະເຈົ້າ​ໄດ້​ສັ່ງ​ໄວ້.
15 They followed the king's orders to the priests and Levites exactly, down to the storerooms. ພວກເຂົາ​ບໍ່​ໄດ້​ລະເລີຍ​ຄຳສັ່ງ​ຂອງ​ກະສັດ​ໄດ້​ມອບ​ໃຫ້​ແກ່​ບັນດາ​ປະໂລຫິດ ແລະ ຊາວເລວີ ບໍ່​ວ່າ​ໃນ​ເລື່ອງ​ໃດ​ກໍ​ຕາມ​ລວມທັງ​ເລື່ອງ​ຄັງ​ຕ່າງໆ​ດ້ວຍ.
16 All Solomon's work was finished, from the day our Father's house was founded until its completion; our Father's house was complete. ວຽກ​ການທັງໝົດ​ຂອງ​ໂຊໂລໂມນ​ກໍ​ສຳເລັດ, ຕັ້ງແຕ່​ມື້​ທີ່​ຮາກຖານ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຖືກ​ວາງ​ລົງ​ຈົນ​ເຖິງ​ວິຫານ​ກໍ່ສ້າງ​ສຳເລັດ. ດັ່ງນັ້ນ ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຈຶ່ງ​ສ້າງ​ສຳເລັດ.
17 Then Solomon went to Ezion-geber and Eloth on the seacoast in the land of Edom. ແລ້ວ​ໂຊໂລໂມນ​ກໍ​ໄດ້​ໄປ​ທີ່​ເອຊີໂອນເກເບ ແລະ ເອລາດ​ຢູ່​ຊາຍ​ຝັ່ງ​ຂອງ​ເອໂດມ.
18 Huram sent him ships by his servants, with sailors who knew the sea; they sailed with Solomon's servants to Ophir, took about seventeen tons of gold, and brought it to King Solomon. ແລະ ຮີຣາມ​ໄດ້​ສົ່ງ​ເຮືອ​ອອກ​ໄປ​ໃຫ້​ເພິ່ນ​ໂດຍ​ຢູ່​ໃຕ້​ຄໍາສັ່ງ​ຂອງ​ທະຫານ​ຂອງ​ເພິ່ນ​ເອງ, ພ້ອມທັງ​ລູກເຮືອ​ທີ່​ມີ​ຄວາມ​ຊຳນານ​ທາງ​ທະເລ. ຄົນ​ເຫລົ່ານີ້​ກັບ​ພວກ​ທະຫານ​ຂອງ​ໂຊໂລໂມນ​ໄດ້​ແລ່ນ​ເຮືອ​ໄປ​ທີ່​ໂອຟີ ແລະ ໄດ້​ເອົາ​ນຳ​ຄຳ​ເປັນ​ຈໍານວນ​ຫ້າສິບ​ຕາລັນຕົນ, ເຊິ່ງ​ພວກເຂົາ​ໄດ້​ມອບ​ໃຫ້​ແກ່​ກະສັດ​ໂຊໂລໂມນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]