Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 9 OLCV

Show OLCV only
Verse × ×
1 Hearing Solomon's fame, the queen of Sheba came to Jerusalem to test him with hard questions—a huge retinue, camels bearing spices, much gold, precious stones. Reaching Solomon, she told him all on her mind. ເມື່ອ​ລາຊີນີ​ແຫ່ງ​ເຊບາ​ໄດ້​ຍິນ​ຊື່ສຽງ​ໂຊໂລໂມນ, ນາງ​ກໍ​ມາ​ທີ່​ເຢຣູຊາເລັມ​ເພື່ອ​ທົດສອບ​ເພິ່ນ​ໂດຍ​ຕັ້ງ​ຄໍາຖາມ​ຍາກໆ. ລາຊີນີ​ມາ​ຮອດ​ເຢຣູຊາເລັມ​ພ້ອມ​ກັບ​ຂະບວນ​ທີ່​ໃຫຍ່ຫລວງ​ພ້ອມທັງ​ຝູງອູດ​ບັນທຸກ​ເຄື່ອງ​ເທດ, ຄຳ​ເປັນ​ຈຳນວນ​ຫລາຍ ແລະ ຫີນ​ລ້ຳຄ່າ, ນາງ​ໄດ້​ມາ​ພົບ​ໂຊໂລໂມນ ແລະ ສົນທະນາ​ກັບ​ເພິ່ນ​ກ່ຽວກັບ​ທຸກ​ເລື່ອງ​ທີ່​ມີ​ຢູ່​ໃນ​ຄວາມຄິດ​ຂອງ​ນາງ.
2 Solomon answered all her questions; nothing was too hard for him to explain to her. ໂຊໂລໂມນ​ໄດ້​ຕອບ​ຄຳຖາມ​ທັງໝົດ​ຂອງ​ນາງ​ໄດ້​ທຸກ​ຂໍ້; ບໍ່​ມີ​ສິ່ງ​ໃດ​ຍາກ​ເກີນ​ກວ່າ​ທີ່​ກະສັດ​ໂຊໂລໂມນ​ຈະ​ອະທິບາຍ​ໃຫ້​ແກ່​ນາງ.
3 When the queen of Sheba had seen the wisdom of Solomon, and the palace he had built, ເມື່ອ​ລາຊີນີ​ແຫ່ງ​ເຊບາ​ໄດ້​ເຫັນ​ສະຕິປັນຍາ​ຂອງ​ໂຊໂລໂມນ ແລະ ເຫັນ​ວັງ​ທີ່​ເພິ່ນ​ໄດ້​ສ້າງ​ຂຶ້ນ​ດ້ວຍ,
4 the food on his table, his officials seated, his servants attending, their clothing, his cupbearers and theirs, and the burnt offerings at the house of our Father—it took her breath away. ອາຫານ​ຢູ່​ເທິງ​ໂຕະ​ຂອງ​ເພິ່ນ, ບັນດາ​ຂ້າລາຊະການ​ຂອງ​ເພິ່ນ​ທີ່​ກຳລັງ​ນັ່ງ​ຢູ່, ບັນດາ​ຜູ້ຮັບໃຊ້​ທີ່​ຢູ່​ໃນ​ເຄື່ອງ​ແບບ​ຂອງ​ຕົນ, ພະນັກງານ​ຍົກ​ຈອກ​ຂອງ​ເພິ່ນ ແລະ ເຄື່ອງເຜົາ​ບູຊາ​ຈຳນວນ​ຫລວງຫລາຍ​ທີ່​ເພິ່ນ​ໄດ້​ຖວາຍ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ນາງ​ກໍ​ປະຫລາດໃຈ​ຫລາຍ.
5 She told the king, "The report I heard in my own land about your words and your wisdom was true. ນາງ​ເວົ້າ​ກັບ​ກະສັດ​ໂຊໂລໂມນ​ວ່າ, “ຄຳ​ລາຍງານ​ທີ່​ຂ້ານ້ອຍ​ໄດ້​ຍິນ​ໄດ້​ຟັງ​ມາ​ໃນ​ປະເທດ​ຂອງ​ຂ້ານ້ອຍ​ກ່ຽວກັບ​ຄວາມ​ສຳເລັດ​ຂອງ​ທ່ານ ແລະ ສະຕິປັນຍາ​ຂອງ​ທ່ານ​ນັ້ນ​ລ້ວນ​ແຕ່​ເປັນ​ຄວາມຈິງ.
6 I didn't believe the reports until I came and saw for myself. Not half the greatness of your wisdom was told me; you surpass the report I heard. ແຕ່​ຂ້ານ້ອຍ​ບໍ່​ເຊື່ອ​ສິ່ງທີ່​ພວກເຂົາ​ໄດ້​ເວົ້າ​ເລີຍ​ຈົນກະທັ້ງ​ຂ້ານ້ອຍ​ໄດ້​ມາ​ເຫັນ​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ. ທີ່ຈິງແລ້ວ, ສິ່ງ​ທີ່​ຂ້ານ້ອຍ​ໄດ້​ຍິນ​ມາ​ນັ້ນ​ກໍ​ບໍ່​ຮອດ​ເຄິ່ງ​ຂອງ​ຄວາມ​ຍິ່ງໃຫຍ່​ແຫ່ງ​ສະຕິປັນຍາ​ຂອງ​ທ່ານ; ທ່ານ​ຍິ່ງໃຫຍ່​ເກີນກວ່າ​ທີ່​ຂ້ານ້ອຍ​ໄດ້​ຍິນ​ມາ​ຢ່າງ​ຫລວງຫລາຍ.
7 How happy your people! How happy these servants who stand before you always, hearing your wisdom! ປະຊາຊົນ​ຂອງ​ທ່ານ​ຄົງ​ຈະ​ມີ​ຄວາມສຸກ​ຫລາຍ! ບັນດາ​ຂ້າລາຊະການ​ຂອງ​ທ່ານ​ຄົງ​ມີ​ຈະ​ຄວາມ​ສຸກ​ທີ່​ໄດ້​ຢືນ​ຢູ່​ຕໍ່ໜ້າ​ທ່ານ ແລະ ໄດ້​ຟັງ​ສະຕິປັນຍາ​ຂອງ​ທ່ານ!
8 Blessed be the LORD your God, who delighted in you and set you on his throne as king for the LORD your God! Because your God loved Israel, establishing them forever, he made you king to do justice and righteousness." ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ, ຜູ້​ທີ່​ປິຕິຍິນດີ​ໃນ​ທ່ານ ແລະ ຕັ້ງ​ທ່ານ​ໄວ້​ເທິງ​ບັນລັງ​ເປັນ​ກະສັດ​ເພື່ອ​ປົກຄອງ​ແທນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ. ເພາະ​ຄວາມ​ຮັກ​ຂອງ​ພຣະເຈົ້າ​ຂອງ​ທ່ານ​ທີ່​ມີ​ຕໍ່​ອິດສະຣາເອນ ແລະ ຄວາມປະສົງ​ຂອງ​ພຣະອົງ​ເພື່ອ​ສະໜັບສະໜູນ​ພວກເຂົາ​ຕະຫລອດ​ໄປ. ພຣະອົງ​ຈຶ່ງ​ໄດ້​ແຕ່ງຕັ້ງ​ທ່ານ​ເປັນ​ກະສັດ​ເໜືອ​ພວກເຂົາ​ເພື່ອ​ຮັກສາ​ຄວາມຍຸຕິທຳ ແລະ ຄວາມ​ຊອບທຳ”.
9 She gave the king about 9,000 pounds of gold, great quantities of spices, and precious stones. No spice ever matched what the queen of Sheba gave King Solomon. ແລ້ວ​ນາງ​ໄດ້​ມອບ​ຄໍາ 120 ຕາລັນຕົນ, ເຄື່ອງເທດ​ເປັນ​ຈຳນວນ​ຫລາຍ ແລະ ຫີນ​ລ້ຳຄ່າ​ໃຫ້​ແກ່​ກະສັດ. ຍັງ​ບໍ່​ເຄີຍ​ມີ​ເຄື່ອງເທດ​ທີ່​ດີ​ເໝືອນ​ກັບ​ທີ່​ລາຊີນີ​ແຫ່ງ​ເຊບາ​ໄດ້​ມອບ​ໃຫ້​ແກ່​ກະສັດ​ໂຊໂລໂມນ​ມາ​ກ່ອນ.
10 Huram's and Solomon's servants, who brought gold from Ophir, also brought sandalwood and precious stones. (ຄົນຮັບໃຊ້​ຂອງ​ຮີຣາມ ແລະ ຂອງ​ກະສັດ​ໂຊໂລໂມນ​ຍັງ​ໄດ້​ນຳ​ຄຳ​ມາ​ຈາກ​ໂອຟີ; ພວກເຂົາ​ໄດ້​ນຳ​ເອົາ​ໄມ້ຈັນ ແລະ ຫີນ​ລ້ຳຄ່າ​ມາ​ຈາກ​ທີ່​ນັ້ນ​ດ້ວຍ.
11 From the sandalwood the king made steps for our Father's house and his palace, and lyres and harps for the singers—none like them ever seen in Judah. ກະສັດ​ໄດ້​ໃຊ້​ໄມ້ຈັນ​ນັ້ນ​ເຮັດ​ຂັ້ນໄດ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ຂັ້ນໄດ​ວັງ ແລະ ເຮັດ​ພິນໃຫຍ່ ແລະ ພິນນ້ອຍ​ໃຫ້​ບັນດາ​ນັກດົນຕີ. ບໍ່​ເຄີຍ​ເຫັນເຊັ່ນ​ນີ້​ມາ​ກ່ອນ​ໃນ​ຢູດາຍ.)
12 King Solomon gave the queen of Sheba all she desired, whatever she asked, more than she had brought him. Then she returned to her own land with her servants. ກະສັດ​ໂຊໂລໂມນ​ໄດ້​ມອບ​ທຸກສິ່ງ​ຕາມ​ທີ່​ນາງ​ປາຖະໜາ ແລະ ຂໍ; ເພິ່ນ​ໄດ້​ໃຫ້​ນາງ​ຫລາຍ​ກວ່າ​ທີ່​ນາງ​ນຳ​ມາ​ໃຫ້​ເພິ່ນ. ແລ້ວ​ນາງ​ພ້ອມທັງ​ຂະບວນ​ກໍ​ກັບ​ຄືນ​ໄປ​ປະເທດ​ຂອງ​ນາງ.
13 The weight of gold that came to Solomon in a single year was about twenty-five tons, ທຸກ​ປີ​ໂຊໂລໂມນ​ໄດ້​ຮັບ​ຄຳ​ໜັກ​ປະມານ 666 ຕາລັນຕົນ
14 besides what traders and merchants brought; all the kings of Arabia and governors of the land brought gold and silver to Solomon. ຍັງ​ບໍ່​ລວມ​ພາສີ​ອາກອນ​ຈາກ​ບັນດາ​ພໍ່ຄ້າ. ບັນດາ​ກະສັດ​ແຫ່ງ​ອາຣະເບຍ ແລະ ຜູ້ປົກຄອງ​ຂອງ​ດິນແດນ​ຕ່າງໆ​ທີ່​ໄດ້​ນຳ​ຄຳ ແລະ ເງິນ​ມາ​ມອບ​ໃຫ້​ໂຊໂລໂມນ.
15 King Solomon made 200 large shields of hammered gold, each with about fifteen pounds of gold. ກະສັດ​ໂຊໂລໂມນ​ໄດ້​ເອົາ​ຄຳ​ຕີ​ເປັນ​ໂລ່​ຈໍານວນ​ສອງ​ຮ້ອຍ​ອັນ; ໂລ່​ຄໍາ​ແຕ່ລະ​ອັນ​ເຮັດ​ດ້ວຍ​ຄຳ​ຫົກ​ຮ້ອຍ​ເຊເຂວ
16 He made 300 smaller shields of hammered gold, about seven and a half pounds each. The king put them in the House of the Forest of Lebanon. ເພິ່ນ​ຍັງ​ໄດ້​ເຮັດ​ໂລ່​ນ້ອຍ​ຄໍາ​ຈໍານວນ​ສາມ​ຮ້ອຍ​ອັນ, ແຕ່ລະ​ອັນ​ເຮັດ​ດ້ວຍ​ຄຳ​ໜັກ​ປະມານ​ສາມ​ຮ້ອຍ​ເຊເຂວ. ກະສັດ​ໄດ້​ເກັບ​ໂລ່​ເຫລົ່ານີ້​ໄວ້​ໃນ​ວັງ​ແຫ່ງ​ດົງ​ເລບານອນ.
17 The king made a large ivory throne and covered it with pure gold. ແລ້ວ​ກະສັດ​ໄດ້​ເຮັດ​ບັນລັງ​ຂະໜາດ​ໃຫຍ່​ຕົບແຕ່ງ​ດ້ວຍ​ງາຊ້າງ ແລະ ໂອບ​ດ້ວຍ​ຄຳ​ບໍລິສຸດ.
18 The throne had six steps with a gold footstool attached to it; armrests flanked the seat, with two lions standing beside them, ບັນລັງ​ນັ້ນ​ມີ​ຂັ້ນໄດ​ຫົກ​ຂັ້ນ ແລະ ມີ​ອັນ​ຮອງ​ຕີນ​ທີ່​ເຮັດ​ດ້ວຍ​ຄຳ. ມີ​ບ່ອນ​ວາງແຂນ​ທັງ​ສອງ​ຂ້າງ​ພ້ອມທັງ​ມີ​ໂຕສິງ​ຢືນ​ຢູ່​ໂຕ​ລະ​ຂ້າງ.
19 and twelve lions stood there, one at either end of each of the six steps. Nothing like it was ever made for any kingdom. ມີ​ໂຕສິງ​ສິບສອງ​ໂຕ​ຢືນ​ຢູ່​ຂັ້ນໄດ​ຫົກ​ຂັ້ນ, ໂດຍ​ມີ​ມີ​ໜຶ່ງ​ໂຕ​ຢືນ​ຢູ່​ທີ່​ປາຍ​ຂອງ​ຂັ້ນໄດ​ແຕ່ລະ​ຂັ້ນ. ບໍ່​ເຄີຍ​ມີ​ຢ່າງ​ນີ້​ໃນ​ອານາຈັກ​ອື່ນ.
20 All King Solomon's cups were gold, and every vessel of the House of the Forest of Lebanon was pure gold. Silver counted as nothing in Solomon's days, ຈອກ​ທັງໝົດ​ຂອງ​ກະສັດ​ໂຊໂລໂມນ​ແມ່ນ​ເຮັດ​ດ້ວຍ​ຄຳ ແລະ ເຄື່ອງໃຊ້​ທັງໝົດ​ໃນ​ເຮືອນ​ຂອງ​ເພິ່ນ​ຢູ່​ທີ່​ປ່າ​ເລບານອນ ແມ່ນ​ລ້ວນ​ແຕ່​ເຮັດ​ດ້ວຍ​ຄຳ​ບໍລິສຸດ, ບໍ່​ມີ​ສິ່ງໃດ​ທີ່​ເຮັດ​ດ້ວຍ​ເງິນ ເພາະ​ໃນ​ສະໄໝ​ຂອງ​ໂຊໂລໂມນ​ນັ້ນ​ເງິນ​ຖື​ວ່າ​ບໍ່​ມີ​ຄ່າ.
21 for the king's ships sailed to Tarshish with Huram's servants; every three years the Tarshish ships returned with gold, silver, ivory, apes, and peacocks. ເພິ່ນ​ມີ​ກອງ​ເຮືອ​ໃຫ່ຍ​ຄ້າຂາຍ​ຫລາຍ​ລໍາ ມີ​ລູກ​ເຮືອ​ເປັນ​ຄົນຮັບໃຊ້​ມາ​ຈາກ​ກະສັດ​ຮີຣາມ. ທຸກໆ​ສາມ​ປີ​ເຮືອ​ຈະ​ບັນທຸກ​ຄຳ, ເງິນ, ງາ​ຊ້າງ, ລີງໃຫຍ່ ແລະ ລີງ​ບາບູນ​ມາ​ດ້ວຍ.
22 So King Solomon surpassed all the kings of the earth in riches and wisdom. ກະສັດ​ໂຊໂລໂມນ​ຮັ່ງມີ ແລະ ມີ​ສະຕິປັນຍາ​ເໜືອ​ກວ່າ​ກະສັດ​ທຸກຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້.
23 All the kings of the earth sought Solomon's presence to hear the wisdom our Father put in his heart. ບັນດາ​ກະສັດ​ທັງຫລາຍ​ທົ່ວ​ໂລກ​ມາ​ຫາ​ໂຊໂລໂມນ​ເພື່ອ​ຟັງ​ສະຕິປັນຍາ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເພິ່ນ.
24 Each brought his gift—silver and gold articles, garments, weapons, spices, horses, and mules—year after year. ທຸກໆ​ປີ ທຸກຄົນ​ທີ່​ມາ​ກໍ​ຈະ​ນຳ​ເອົາ​ເຄື່ອງ​ຂອງ​ມາ​ມອບ​ໃຫ້ ຄື​ເຄື່ອງໃຊ້​ທີ່​ເຮັດ​ດ້ວຍ​ເງິນ ແລະ ເຄື່ອງໃຊ້​ທີ່​ເຮັດ​ດ້ວຍ​ຄຳ, ເສື້ອຄຸມ, ອາວຸດ, ເຄື່ອງເທດ ແລະ ມ້າ​ກັບ​ມ້າລໍ.
25 Solomon had 4,000 horse-and-chariot stalls and 12,000 horsemen, kept in the chariot cities and with the king in Jerusalem. ໂຊໂລໂມນ​ມີ​ບ່ອນ​ເກັບ​ໂຕມ້າ ແລະ ລົດມ້າ​ສີ່​ພັນ​ບ່ອນ ແລະ ມີ​ທະຫານ​ມ້າ​ສິບ​ສອງ​ພັນ​ຄົນ ເຊິ່ງ​ເພິ່ນ​ໄດ້​ເກັບ​ລົດມ້າ​ບາງ​ສ່ວນ​ໄວ້​ທີ່​ເມືອງຕ່າງໆ ແລະ ໄດ້​ເກັບ​ບາງສ່ວນ​ໄວ້​ກັບ​ເພິ່ນ​ທີ່​ເຢຣູຊາເລັມ.
26 He ruled all the kings from the Euphrates to the land of the Philistines, to Egypt's border. ເພິ່ນ​ໄດ້​ປົກຄອງ​ບັນດາ​ກະສັດ​ທັງໝົດ​ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ຈົນເຖິງ​ດິນແດນ​ຟີລິດສະຕິນ ແລະ ໄກ​ອອກ​ໄປ​ຈົນເຖິງ​ຊາຍແດນ​ຂອງ​ເອຢິບ.
27 The king made silver in Jerusalem like stones, and cedar as plentiful as foothill sycamore-figs. ກະສັດ​ໄດ້​ເຮັດ​ໃຫ້​ເງິນ​ເປັນ​ເໝືອນ​ດັ່ງ​ກ້ອນຫີນ​ໃນ​ເຢຣູຊາເລັມ ແລະ ມີ​ໄມ້ສີດາ​ຢ່າງ​ຫລວງຫລາຍ​ເໝືອນດັ່ງ​ຕົ້ນ​ໝາກເດື່ອ​ຢູ່​ຕາມ​ຕີນ​ພູ.
28 Horses were imported for Solomon from Egypt and from all the lands. ຝູງມ້າ​ຂອງ​ໂຊໂລໂມນ​ນັ້ນ​ໄດ້​ນຳ​ເຂົ້າ​ຈາກ​ເອຢິບ ແລະ ປະເທດ​ອື່ນໆ.
29 Solomon's other deeds, first to last—aren't they recorded in the words of Nathan the prophet, Ahijah of Shiloh's prophecy, and the visions of Iddo the seer about Jeroboam son of Nebat? ເຫດການ​ອື່ນໆ​ອີກ​ໃນ​ຊ່ວງ​ການ​ປົກຄອງ​ໂຊໂລໂມນ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ມີ​ບັນທຶກ​ໄວ້​ໃນ​ບັນທຶກ​ຂອງ​ຜູ້ທໍານວາຍ​ນາທານ, ໃນ​ຄຳ​ທໍານວາຍ​ຂອງ​ອາຮີຢາ​ແຫ່ງ​ຊີໂລ ແລະ ໃນ​ນິມິດ​ຂອງ​ຜູ້​ທຳນວາຍ​ອິດໂດ​ທີ່​ກ່ຽວກັບ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ບໍ່​ແມ່ນ​ບໍ?
30 Solomon reigned in Jerusalem over all Israel forty years. ໂຊໂລໂມນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ເໜືອ​ອິດສະຣາເອນ​ເປັນ​ເວລາ​ສີ່​ສິບ​ປີ.
31 Solomon rested with his ancestors, buried in the city of David his father. His son Rehoboam reigned in his place. ແລ້ວ​ເພິ່ນ​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ໄດ້​ຖືກ​ຝັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ​ພໍ່​ຂອງ​ເພິ່ນ. ແລ້ວ​ເຣໂຫໂບອາມ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ປົກຄອງ​ແທນ​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]