Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 10 OLCV

Show OLCV only
Verse × ×
1 Rehoboam went to Shechem, for all Israel had come to Shechem to make him king. ເຣໂຫໂບອາມ​ໄດ້​ອອກໄປ​ທີ່​ຊີເຄມ ເພາະ​ຊາວ​ອິດສະຣາເອນ​ທັງໝົດ​ພາ​ກັນ​ໄປ​ທີ່​ນັ້ນ​ເພື່ອ​ຕັ້ງ​ເຣໂຫໂບອາມ​ຂຶ້ນ​ເປັນ​ກະສັດ.
2 When Jeroboam son of Nebat heard of it—he was in Egypt, having fled from King Solomon—Jeroboam returned from Egypt. ເມື່ອ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ (ເຊິ່ງ​ໜີ​ກະສັດ​ໂຊໂລໂມນ​ໄປ​ຢູ່​ໃນ​ເອຢິບ) ຮູ້​ຂ່າວ, ລາວ​ຈຶ່ງ​ກັບ​ມາ​ຈາກ​ເອຢິບ.
3 So they sent for him, and Jeroboam and all Israel came and said to Rehoboam, ສະນັ້ນ ພວກເຂົາ​ກໍ​ສົ່ງ​ຄົນ​ໄປ​ຫາ​ເຢໂຣໂບອາມ ແລ້ວ​ເພິ່ນ ແລະ ອິດສະຣາເອນ​ທັງໝົດ​ກໍ​ໄປ​ຫາ​ເຣໂຫໂບອາມ ແລະ ເວົ້າ​ກັບ​ເພິ່ນ​ວ່າ
4 "Your father made our yoke heavy. Now lighten your father's hard service and the heavy yoke he put on us, and we will serve you." “ພໍ່​ຂອງ​ທ່ານ​ໄດ້​ວາງ​ແອກ​ໜັກ​ໃຫ້​ພວກຂ້ານ້ອຍ, ແຕ່​ບັດນີ້ ຂໍ​ໃຫ້​ຜ່ອນ​ພາລະ ແລະ ບັນເທົາ​ແອກ​ທີ່​ເພິ່ນ​ໄດ້​ວາງ​ໄວ້​ເທິງ​ພວກຂ້ານ້ອຍ ແລ້ວ​ພວກຂ້ານ້ອຍ​ຈະ​ຮັບໃຊ້​ທ່ານ”.
5 He said to them, "Come back to me in three days." So the people went away. ເຣໂຫໂບອາມ​ໄດ້​ຕອບ​ວ່າ “ຈົ່ງ​ກັບ​ມາ​ຫາ​ເຮົາ​ອີກ​ສາມ​ວັນ” ດັ່ງນັ້ນ ປະຊາຊົນ​ຈຶ່ງ​ພາກັນ​ຈາກ​ໄປ.
6 Then King Rehoboam consulted the elders who had served his father Solomon during his lifetime: "How do you advise me to answer these people?" ກະສັດ​ເຣໂຫໂບອາມ​ໄດ້​ປຶກສາ​ກັບ​ບັນດາ​ຜູ້ອາວຸໂສ​ທີ່​ເຄີຍ​ຮັບໃຊ້​ໂຊໂລໂມນ​ພໍ່​ຂອງ​ເພິ່ນ​ເມື່ອ​ເວລາ​ທີ່​ພໍ່​ຂອງ​ເພິ່ນ​ຍັງ​ມີ​ຊີວິດ​ຢູ່. ເພິ່ນ​ໄດ້​ຖາມ​ວ່າ, “ທ່ານ​ວ່າ​ເຮົາ​ຄວນ​ຈະ​ຕອບ​ປະຊາຊົນ​ເຫລົ່ານີ້​ວ່າ​ຢ່າງໃດ?”
7 They replied, "If you are good to these people, please them, and speak kindly, they will always be your servants." ພວກເຂົາ​ໄດ້​ຕອບ​ວ່າ, “ຖ້າ​ທ່ານ​ຈະ​ໃຫ້​ຄວາມເມດຕາ​ຕໍ່​ປະຊາຊົນ​ເຫລົ່ານີ້ ແລະ ເອົາ​ໃຈ​ພວກເຂົາ ແລະ ໃຫ້​ຄຳຕອບ​ທີ່​ພວກເຂົາ​ພໍໃຈ, ພວກເຂົາ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ຂອງ​ທ່ານ​ຕະຫລອດ​ໄປ”.
8 But he rejected the elders' advice and consulted the young men who grew up with him and served him. ແຕ່​ເຣໂຫໂບອາມ​ໄດ້​ປະຕິເສດ​ຄຳ​ແນະນຳ​ຂອງ​ບັນດາ​ຜູ້ອາວຸໂສ​ທີ່​ໃຫ້​ເພິ່ນ ແລະ ໄດ້​ປຶກສາ​ຄົນ​ໜຸ່ມ​ທີ່​ເຕີບໃຫຍ່​ມາ​ນຳ​ກັນ​ກັບ​ເພິ່ນ ແລະ ກຳລັງ​ຮັບໃຊ້​ເພິ່ນ​ຢູ່.
9 He asked them, "What do you advise? How should we answer these people asking me to lighten the yoke my father put on us?" ເພິ່ນ​ໄດ້​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຈະ​ແນະນຳ​ຢ່າງໃດ? ພວກເຮົາ​ຄວນ​ຈະ​ຕອບ​ບັນດາ​ຄົນ​ທີ່​ມາ​ເວົ້າ​ກັບ​ເຮົາ​ວ່າ, ‘ຂໍ​ໃຫ້​ຜ່ອນ​ແອກ​ທີ່​ພໍ່​ຂອງ​ທ່ານ​ວາງ​ໄວ້​ເທິງ​ພວກຂ້ານ້ອຍ’ ບໍ?”
10 The young men who grew up with him replied, "Tell the people who told you, 'Your father made our yoke heavy; lighten it for us'—tell them: 'My little finger is thicker than my father's waist.' ພວກ​ຄົນ​ໜຸ່ມ​ທີ່​ເຕີບໃຫຍ່​ຂຶ້ນ​ມາ​ກັບ​ເພິ່ນ​ກໍ​ໄດ້​ຕອບ​ວ່າ, “ຂໍ​ໃຫ້​ກ່າວ​ກັບ​ບັນດາ​ຄົນ​ທີ່​ມາ​ເວົ້າ​ກັບ​ທ່ານ​ວ່າ, ‘ພໍ່​ຂອງ​ທ່ານ​ໄດ້​ວາງ​ແອກ​ໜັກ​ໄວ້​ເທິງ​ພວກເຮົາ, ແຕ່​ຂໍ​ເຮັດ​ໃຫ້​ແອກ​ຂອງ​ພວກເຮົາ​ເບົາ​ລົງ’. ບັດນີ້ ໃຫ້​ບອກ​ພວກເຂົາ​ວ່າ, ‘ນິ້ວ​ກ້ອຍ​ຂອງ​ເຮົາ​ກໍ​ໜາ​ກວ່າ​ແອວ​ຂອງ​ພໍ່​ເຮົາ.
11 My father put a heavy yoke on you; I'll add to it. My father disciplined you with whips; I will discipline you with scorpions.'" ພໍ່​ຂອງ​ເຮົາ​ໄດ້​ວາງ​ແອກ​ໜັກ​ໄວ້​ເທິງ​ພວກເຈົ້າ; ເຮົາ​ຈະ​ເຮັດ​ໃຫ້​ແອກ​ນັ້ນ​ໜັກ​ຫລາຍ​ຂຶ້ນ​ໄປ​ອີກ. ພໍ່​ຂອງ​ເຮົາ​ເຄີຍ​ໃຊ້​ໄມ້ແສ້​ຂ້ຽນຕີ​ພວກເຈົ້າ; ເຮົາ​ຈະ​ໃຊ້​ແມງງອດ​ຫລິ້ນ​ງານ​ພວກເຈົ້າ’ ”.
12 So Jeroboam and all the people came to Rehoboam on the third day, as the king had said, "Come back to me on the third day." ສາມ​ມື້​ຕໍ່ມາ ເຢໂຣໂບອາມ ແລະ ປະຊາຊົນ​ທັງໝົດ​ໄດ້​ກັບ​ມາ​ພົບ​ກະສັດ​ເຣໂຫໂບອາມ​ຕາມ​ທີ່​ເພິ່ນ​ເວົ້າ​ໄວ້​ວ່າ, “ອີກ​ສາມ​ມື້​ຈຶ່ງ​ກັບ​ມາ​ພົບ​ເຮົາ”.
13 The king answered them harshly. King Rehoboam rejected the advice of the elders, ກະສັດ​ໄດ້​ຕອບ​ພວກເຂົາ​ຢ່າງ​ຫຍາບຄາຍ. ເພິ່ນ​ບໍ່​ຍອມ​ຟັງ​ຄຳ​ແນະນຳ​ຂອງ​ບັນດາ​ຜູ້ອາວຸໂສ,
14 and spoke to them as the young men advised: "My father made your yoke heavy; I will make it heavier. My father disciplined you with whips; I will discipline you with scorpions." ເພິ່ນ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພວກ​ຄົນ​ໜຸ່ມ ແລະ ໄດ້​ເວົ້າ​ວ່າ “ພໍ່​ຂອງ​ເຮົາ​ໄດ້​ວາງ​ແອກ​ໜັກ​ໃຫ້​ພວກເຈົ້າ; ເຮົາ​ຈະ​ເຮັດ​ໃຫ້​ແອກ​ນັ້ນ​ໜັກ​ຫລາຍ​ຂຶ້ນ​ໄປ​ອີກ. ພໍ່​ຂອງ​ເຮົາ​ເຄີຍ​ໃຊ້​ໄມ້ແສ້​ຂ້ຽນຕີ​ພວກເຈົ້າ ສ່ວນ​ເຮົາ​ຈະ​ໃຊ້​ແມງງອດ​ຫລິ້ນ​ງານ​ພວກເຈົ້າ”.
15 So the king did not listen to the people, for this turn came from our Father, to fulfill the word our Father spoke through Ahijah the Shilonite to Jeroboam son of Nebat. ດັ່ງນັ້ນ ກະສັດ​ບໍ່​ຟັງ​ປະຊາຊົນ, ເພາະ​ເຫດການ​ນີ້​ມາ​ຈາກ​ພຣະເຈົ້າ, ເພື່ອ​ໃຫ້​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ໄດ້​ກ່າວ​ແກ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ສໍາເລັດ​ເປັນ​ຈິງ​ຜ່ານ​ທາງ​ອາຮີຢາ​ຊາວ​ຊີໂລ.
16 When all Israel saw the king would not listen to them, the people answered him: "What share do we have in David? No inheritance in Jesse's son! To your tents, Israel! Look to your own house, David!" So all Israel went home to their tents. ເມື່ອ​ອິດສະຣາເອນ​ທັງໝົດ​ໄດ້​ເຫັນ​ວ່າ​ກະສັດ​ບໍ່​ຍອມ​ຟັງ​ພວກ​ຕົນ, ພວກເຂົາ​ກໍ​ໄດ້​ຕອບ​ກະສັດ​ວ່າ: “ພວກເຮົາ​ກ່ຽວ​ຂ້ອງ​ອັນໃດ​ກັບ​ດາວິດ, ມີ​ສ່ວນ​ອັນ​ໃດ​ກັບ​ລູກຊາຍ​ຂອງ​ເຢຊີ? ອິດສະຣາເອນ, ຈົ່ງ​ກັບ​ໄປ​ທີ່​ເຕັນ​ຂອງ​ພວກເຈົ້າ! ດາວິດ​ເອີຍ, ຈົ່ງ​ເບິ່ງແຍງ​ເຮືອນ​ຂອງ​ເຈົ້າ​ເອງ​ສາ!” ດັ່ງນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ພາກັນ​ເມືອ​ເຮືອນ.
17 But Rehoboam still reigned over the Israelites who lived in the cities of Judah. ແຕ່​ສຳລັບ​ຄົນ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ​ນັ້ນ ເຣໂຫໂບອາມ​ຍັງ​ຄົງ​ປົກຄອງ​ພວກເຂົາ​ຢູ່.
18 Then King Rehoboam sent Hadoram, in charge of the forced labor, but the Israelites stoned him to death. King Rehoboam himself jumped into his chariot and fled to Jerusalem. ກະສັດ​ເຣໂຫໂບອາມ​ໄດ້​ໃຊ້​ອາໂດນີຣາມ​ໄປ, ຜູ້​ທີ່​ມີ​ໜ້າທີ່​ເກນ​ເອົາ​ແຮງງານ, ແຕ່​ຊາວ​ອິດສະຣາເອນ​ໄດ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ຈົນ​ຕາຍ. ເຖິງຢ່າງໃດກໍຕາມ, ສ່ວນ​ກະສັດ​ເຣໂຫໂບອາມ​ຈຶ່ງ​ຟ້າວ​ຂຶ້ນ​ລົດມ້າ ແລະ ປົບໜີ​ໄປ​ທີ່​ເຢຣູຊາເລັມ.
19 So Israel has been in rebellion against the house of David to this day. ດັ່ງນັ້ນ ອິດສະຣາເອນ​ຈຶ່ງ​ກະບົດ​ຕໍ່​ຄອບຄົວ​ຂອງ​ດາວິດ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]