Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 11 OLCV

Show OLCV only
Verse × ×
1 Rehoboam came to Jerusalem and assembled the house of Judah and Benjamin—180,000 chosen warriors—to fight against Israel and restore the kingdom to Rehoboam. ເມື່ອ​ກະສັດ​ເຣໂຫໂບອາມ​ໄດ້​ມາ​ຮອດ​ເຢຣູຊາເລັມ, ເພິ່ນຈຶ່ງ​ຮວບຮວມ​ພວກ​ທະຫານ​ຈາກ​ເຜົ່າ​ຢູດາ ແລະ ເຜົ່າ​ເບັນຢາມິນ​ໄດ້​ເປັນ​ຈຳນວນ​ແສນ​ແປດສິບພັນ​ຄົນ​ເພື່ອ​ເຮັດ​ສົງຄາມ​ກັບ​ອິດສະຣາເອນ ແລະ ເພື່ອ​ກອບກູ້​ເອົາ​ອານາຈັກ​ຄືນ​ມາ​ໃຫ້​ເຣໂຫໂບອາມ.
2 But the word of our Father came to Shemaiah, the man of our Father, saying: ແຕ່​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ເຊມາອີຢາ​ຄົນ​ຂອງ​ພຣະເຈົ້າ​ວ່າ:
3 "Say to Rehoboam son of Solomon, king of Judah, and to all Israel in Judah and Benjamin: “ຈົ່ງ​ໄປ​ບອກ​ເຣໂຫໂບອາມ​ລູກຊາຍ​ກະສັດ​ໂຊໂລໂມນ​ແຫ່ງ​ຢູດາຍ ແລະ ບອກ​ອິດສະຣາເອນ​ທັງໝົດ​ໃນ​ເຜົ່າ​ຢູດາ​ກັບ​ເຜົ່າ​ເບັນຢາມິນ​ວ່າ,
4 This is what our Father says: Don't go up or fight against your brothers. Go home, each of you—this came from me." So they obeyed the words of our Father and turned back from advancing against Jeroboam. ‘ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ຢ່າ​ຂຶ້ນ​ໄປ​ຕໍ່ສູ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ. ທຸກຄົນ​ຈົ່ງ​ເມືອ​ເຮືອນ​ສາ, ເພາະ​ນີ້​ແມ່ນ​ເຮົາ​ເປັນ​ຜູ້​ກະທໍາ​ສິ່ງນີ້’ ”. ດັ່ງນັ້ນ ພວກເຂົາ​ກໍ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ແລະ ບໍ່​ໄດ້​ໄປ​ສູ້ຮົບ​ກັບ​ເຢໂຣໂບອາມ.
5 Rehoboam lived in Jerusalem and built up cities for defense in Judah. ເຣໂຫໂບອາມ​ໄດ້​ອາໄສ​ຢູ່​ໃນ​ເຢຣູຊາເລັມ ແລະ ໄດ້​ສ້າງ​ເມືອງ​ຕ່າງໆ​ຂຶ້ນ​ເພື່ອ​ປ້ອງກັນ​ຢູດາຍ​ມີ​ດັ່ງນີ້:
6 He built Bethlehem, Etam, and Tekoa, ເບັດເລເຮັມ, ເອຕາມ, ເຕກົວ,
7 Beth-zur, Soco, Adullam, ເບັດຊູເຣ, ໂຊໂກ, ອາດຸນລຳ,
8 Gath, Mareshah, Ziph, ກາດ, ມາເຣຊາ, ສີເຟ,
9 Adoraim, Lachish, Azekah, ອາໂດຣາອີມ, ລາກິດ, ອາເຊກາ,
10 Zorah, Aijalon, and Hebron, the fortified cities in Judah and Benjamin. ໂຊຣາ, ໄອຢາໂລນ ແລະ ເຮັບໂຣນ. ເມືອງ​ເຫລົ່ານີ້​ເປັນ​ເມືອງ​ປ້ອມ​ປ້ອງ​ກັນ​ໃນ​ຢູດາຍ ແລະ ເບັນຢາມິນ.
11 He strengthened the fortresses and put commanders in them, along with stores of food, oil, and wine. ເພິ່ນ​ໄດ້​ເພິ່ມ​ການ​ປ້ອມ​ປ້ອງກັນ ແລະ ຕັ້ງ​ຜູ້ບັນຊາການ​ໄວ້​ໃນ​ເມືອງ​ເຫລົ່ານີ້, ພ້ອມທັງ​ເກັບ​ສະສົມ​ອາຫານ, ນໍ້າມັນ​ໝາກກອກ ແລະ ເຫລົ້າ​ອະງຸ່ນ​ດ້ວຍ.
12 In every city he placed shields and spears, strengthening them greatly. So Judah and Benjamin remained his. ເພິ່ນ​ໄດ້​ເກັບ​ໂລ່ ແລະ ຫອກ​ໄວ້​ແຕ່ລະ​ເມືອງ ແລະ ເຮັດ​ໃຫ້​ເມືອງ​ເຫລົ່ານີ້​ເຂັ້ມ​ແຂງຂຶ້ນ. ດັ່ງນັ້ນ ເຜົ່າ​ຢູດາ ແລະ ເຜົ່າ​ເບັນຢາມິນ​ຈຶ່ງ​ເປັນ​ຂອງ​ເພິ່ນ.
13 The priests and the Levites who were throughout all Israel came to him from all their territory, ບັນດາ​ປະໂລຫິດ ແລະ ບັນດາ​ຊາວເລວີ​ຈາກ​ທຸກ​ເມືອງ​ຂອງ​ພວກເຂົາ​ທົ່ວ​ອິດສະຣາເອນ​ກໍ​ຢູ່​ຝ່າຍ​ເພິ່ນ.
14 for the Levites left their pasturelands and property, going to Judah and Jerusalem, since Jeroboam and his sons turned them away from serving as priests of our Father. ຊາວເລວີ​ຍອມ​ປະຖິ້ມ​ທົ່ງ​ລ້ຽງສັດ​ຂອງ​ຕົນ ແລະ ຊັບສິນ​ເດີນທາງ​ມາ​ທີ່​ຢູດາຍ ແລະ ເຢຣູຊາເລັມ, ເພາະ​ເຢໂຣໂບອາມ ແລະ ລູກຊາຍ​ໄດ້​ບໍ່​ຍອມຮັບ​ພວກເຂົາ​ໃນ​ຖານະ​ເປັນ​ປະໂລຫິດ​ຂອງ​ພຣະເຈົ້າຢາເວ.
15 He appointed his own priests for the high places, for the goat idols, and for the calf idols he had made. ເມື່ອ​ເພິ່ນ​ໄດ້​ແຕ່ງຕັ້ງ​ປະໂລຫິດ​ຂອງ​ເພິ່ນ​ເອງ​ສຳລັບ​ສະຖານທີ່​ບູຊາ​ຢູ່​ບ່ອນ​ສູງ ແລະ ບ່ອນ​ກາບໄຫວ້​ຮູບເຄົາລົບ​ທີ່​ເປັນ​ຮູບ​ແບ້ ແລະ ຮູບ​ງົວ​ທີ່​ເພິ່ນ​ໄດ້​ສ້າງ​ຂຶ້ນ​ນັ້ນ.
16 From every tribe of Israel, those who set their heart on seeking our Father, the God of Israel, followed the Levites to Jerusalem to sacrifice to our Father, the God of their ancestors. ຄົນ​ທີ່​ມາ​ຈາກ​ທຸກ​ເຜົ່າ​ຂອງ​ອິດສະຣາເອນ​ຜູ້​ທີ່​ຕັ້ງໃຈ​ສະແຫວງ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກໍ​ໄດ້​ຕິດຕາມ​ຊາວເລວີ​ໄປ​ທີ່​ເຢຣູຊາເລັມ​ເພື່ອ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.
17 They strengthened Judah's kingdom, supporting Rehoboam son of Solomon three years, for they walked in the way of David and Solomon three years. ພວກເຂົາ​ໄດ້​ເຮັດ​ໃຫ້​ອານາຈັກ​ຂອງ​ຢູດາຍ​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ສະໜັບສະໜູນ​ເຣໂຫໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ​ເປັນ​ເວລາ​ສາມ​ປີ​ທີ່​ເຣໂຫໂບອາມ​ດຳເນີນ​ຕາມ​ວິຖີທາງ​ຂອງ​ດາວິດ ແລະ ໂຊໂລໂມນ​ໃນ​ເວລາ​ນັ້ນ.
18 Rehoboam married Mahalath, the daughter of Jerimoth son of David and of Abihail the daughter of Eliab son of Jesse. ເຣໂຫໂບອາມ​ໄດ້​ແຕ່ງງານ​ກັບ​ນາງ​ມາຮາລັດ, ຜູ້​ທີ່​ເປັນ​ລູກສາວ​ຂອງ​ເຢຣິໂມດ​ທີ່​ເປັນ​ລູກຊາຍ​ຄົນໜຶ່ງ​ຂອງ​ດາວິດ​ກັບ​ນາງ​ອາບີໄຮ, ເຊິ່ງ​ນາງ​ເປັນ​ລູກສາວ​ຂອງ​ເອລີອາບ​ຫລານສາວ​ຂອງ​ເຢຊີ.
19 She bore him sons: Jeush, Shemariah, and Zaham. ນາງ​ມີ​ລູກຊາຍ​ໃຫ້​ເພິ່ນ​ດັ່ງ​ນີ້: ເຢອຸດ, ເຊມາຣີຢາ ແລະ ຊາຮາມ.
20 After her, he married Maacah the daughter of Absalom, who bore him Abijah, Attai, Ziza, and Shelomith. ຕໍ່ມາ​ເພິ່ນ​ໄດ້​ນາງ​ມາອາກາ ລູກສາວ​ຂອງ​ອັບຊາໂລມ, ນາງ​ມີ​ລູກຊາຍ​ໃຫ້​ເພິ່ນ​ດັ່ງ​ນີ້: ອາບີຢາ, ອັດໄຕ, ຊີຊາ ແລະ ເຊໂລມິດ.
21 Rehoboam loved Maacah daughter of Absalom more than his other wives and concubines, since he had eighteen wives, sixty concubines, twenty-eight sons, and sixty daughters. ເຣໂຫໂບອາມ​ຮັກ​ມາອາກາ​ລູກສາວ​ຂອງ​ອັບຊາໂລມ​ຫລາຍ​ກວ່າ​ເມຍ​ຄົນ​ອື່ນໆ ແລະ ເມຍນ້ອຍ​ຂອງ​ຕົນ. ເພິ່ນ​ມີ​ເມຍ​ທັງໝົດ​ສິບແປດ​ຄົນ ແລະ ມີ​ເມຍນ້ອຍ​ຫົກ​ສິບ​ຄົນ, ເພິ່ນ​ມີ​ລູກຊາຍ​ຊາວແປດ​ຄົນ ແລະ ລູກສາວ​ຫົກ​ສິບ​ຄົນ.
22 Rehoboam made Abijah, son of Maacah, chief leader among his brothers, intending to make him king. ເຣໂຫໂບອາມ​ໄດ້​ແຕ່ງຕັ້ງ​ອາບີຢາ ລູກຊາຍ​ຂອງ​ນາງ​ມາອາກາ​ເປັນ​ມຸງກຸດ​ລາຊະ​ກຸມມານ​ໃນ​ທາມ​ກາງ​ບັນດາ​ອ້າຍ​ນ້ອງ​ຂອງ​ລາວ, ເພື່ອ​ລາວ​ຈະ​ໄດ້​ເປັນ​ກະສັດ​ຄົນ​ຕໍ່ໄປ.
23 He acted wisely, spreading some of his sons through every district of Judah and Benjamin, to each fortified city, giving them abundant provisions and seeking many wives for them. ເຣໂຫໂບອາມ​ໄດ້​ປະຕິບັດ​ຢ່າງ​ສະຫລຽວ​ສະຫລາດ​ໂດຍ​ການ​ແບ່ງ​ພວກ​ລູກຊາຍ​ຄົນ​ອື່ນໆ​ຂອງ​ຕົນ​ໄປ​ຢູ່​ຕາມ​ເມືອງຕ່າງໆ​ຂອງ​ຢູດາ ແລະ ເບັນຢາມິນ, ແລະ ໄປ​ຢູ່​ຕາມ​ເມືອງ​ປ້ອມ​ປ້ອງກັນ​ທັງໝົດ. ລາວ​ໄດ້​ຈັດຫາ​ສະບຽງ​ອາຫານ​ຕ່າງໆ​ໃຫ້​ພວກເຂົາ​ມີ​ຢ່າງ​ອຸດົມສົມບູນ ແລະ ຫາ​ເມຍ​ໃຫ້​ພວກເຂົາ​ຫລາຍ​ຄົນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]