Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 12 OLCV

Show OLCV only
Verse × ×
1 When Rehoboam's reign was secure and strong, he abandoned our Father's law, and all Israel with him. ຫລັງຈາກ ເຣໂຫໂບອາມ​ໄດ້​ຂຶ້ນ​ປົກຄອງ​ເປັນ​ກະສັດ​ແລ້ວ ເພິ່ນ​ກໍ​ເຂັ້ມແຂງ​ຂຶ້ນ, ເພິ່ນ ແລະ ອິດສະຣາເອນ​ທັງໝົດ​ທີ່​ຢູ່​ເພິ່ນ​ກໍ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າ​ຢາເວ.
2 In Rehoboam's fifth year, because they were unfaithful to our Father, Shishak king of Egypt attacked Jerusalem. ຍ້ອນ​ພວກເຂົາ​ບໍ່ສັດຊື່​ຕໍ່​ພຣະເຈົ້າ​ຢາເວ, ກະສັດ​ຊີຊາກ​ແຫ່ງ​ເອຢິບ​ໄດ້​ໂຈມຕີ​ເຢຣູຊາເລັມ​ໃນ​ປີ​ທີ​ຫ້າ​ຂອງ​ການປົກຄອງ​ຂອງ​ກະສັດ​ເຣໂຫໂບອາມ.
3 He came with 1,200 chariots, 60,000 horsemen, and countless troops from Egypt: Libyans, Sukkites, and Cushites. ໂດຍ​ມີ​ລົດຮົບ​ໜຶ່ງ​ພັນ​ສອງຮ້ອຍ​ຄັນ ແລະ ທະຫານ​ມ້າ​ຫົກ​ສິບ​ພັນ​ຄົນ ແລະ ກອງທະຫານ​ເປັນ​ຈໍານວນ​ຫລວງຫລາຍ​ເກີນກວ່າ​ທີ່​ຈະ​ນັບ​ໄດ້​ຂອງ​ຊາວ​ລີເບຍ, ຊາວ​ສຸກກິດ ແລະ ຊາວ​ກູເຊ​ມາ​ກັບ​ເພິ່ນ​ຈາກ​ເອຢິບ,
4 He captured the fortified cities of Judah and came as far as Jerusalem. ຊີຊາກ​ໄດ້​ຢຶດ​ເມືອງ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ຢູດາຍ ແລະ ມາ​ຈົນ​ຮອດ​ເຢຣູຊາເລັມ.
5 Shemaiah the prophet came to Rehoboam and Judah's leaders, gathered in Jerusalem because of Shishak: "So says our Father: You abandoned me, so I abandon you to Shishak." ຜູ້ທຳນວາຍ​ເຊມາອີຢາ​ໄດ້​ເຂົ້າ​ໄປ​ຫາ​ກະສັດ​ເຣໂຫໂບອາມ ແລະ ບັນດາ​ຜູ້ນຳ​ຂອງ​ຊາວຢູດາ​ທີ່​ໄດ້​ມາ​ເຕົ້າໂຮມ​ກັນ​ໃນ​ເຢຣູຊາເລັມ​ເພາະ​ຢ້ານ​ຊີຊາກ, ແລະ ເພິ່ນ​ໄດ້​ກ່າວ​ກັບ​ພວກເຂົາ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ວ່າ, ‘ພວກເຈົ້າ​ໄດ້​ປະຖິ້ມ​ເຮົາ; ເຫດສະນັ້ນ ບັດນີ້, ເຮົາ​ຈຶ່ງ​ຈະ​ປະຖິ້ມ​ພວກເຈົ້າ​ໃຫ້​ຊີຊາກ’ ”.
6 Then the leaders of Israel and the king humbled themselves and said, "Our Father is righteous." ກະສັດ ແລະ ບັນດາ​ຜູ້ນຳ​ກໍ​ຖ່ອມຕົວ​ລົງ ແລະ ໄດ້​ເວົ້າ​ວ່າ, “ພຣະເຈົ້າ​ຢາເວ​ຍຸຕິທໍາ”.
7 When our Father saw they had humbled themselves, our Father's word came to Shemaiah: "They've humbled themselves; I won't destroy them, but grant them a little rescue, and my anger won't pour out on Jerusalem through Shishak. ເມື່ອ​ພຣະເຈົ້າ​ຢາເວ​ໄດ້​ເຫັນ​ວ່າ​ພວກເຂົາ​ຖ່ອມຕົວ​ລົງ, ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ເຊມາອີຢາ​ກ່າວ​ວ່າ: “ຍ້ອນ​ພວກເຂົາ​ໄດ້​ຖ່ອມຕົວ​ລົງ, ເຮົາ​ຈະ​ບໍ່​ທຳລາຍ​ພວກເຂົາ ແຕ່​ຈະ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ໃນ​ໄວໆ​ນີ້. ຄວາມໂກດຮ້າຍ​ຂອງ​ເຮົາ​ຈະ​ບໍ່​ຖອກ​ໃສ່​ເຢຣູຊາເລັມ​ຜ່ານ​ຊີຊາກ.
8 But they will be Shishak's servants, to know my service and the service of earthly kingdoms." ແຕ່​ພວກເຂົາ​ຈະ​ຢູ່​ພາຍໃຕ້​ອໍານາດ​ຂອງ​ເພິ່ນ, ເພື່ອ​ວ່າ​ພວກເຂົາ​ຈະ​ຮຽນ​ຮູ້​ເຖິງ​ຄວາມ​ແຕກຕ່າງ​ລະຫວ່າງ​ການ​ຮັບໃຊ້​ເຮົາ ແລະ ການ​ຮັບໃຊ້​ບັນດາ​ກະສັດ​ຈາກ​ດິນແດນ​ອື່ນໆ”.
9 Shishak king of Egypt attacked Jerusalem and took everything—the treasures of our Father's house, the royal palace, including the gold shields Solomon made. ເມື່ອ​ກະສັດ​ຊີຊາກ​ແຫ່ງ​ເອຢິບ​ໄດ້​ໂຈມຕີ​ເຢຣູຊາເລັມ, ເພິ່ນ​ກວາດ​ເອົາ​ຊັບສົມບັດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ຂອງ​ລາຊະວົງ​ໄປ​ຈົນ​ໝົດ. ເພິ່ນ​ໄດ້​ກວາດ​ເອົາ​ທຸກສິ່ງ, ລວມທັງ​ໂລ່​ຄຳ​ຂອງ​ກະສັດ​ໂຊໂລໂມນ​ທີ່​ໄດ້​ເຮັດ​ໄວ້.
10 Rehoboam replaced them with bronze shields, entrusted to the guard commanders watching the entrance to the king's house. ດັ່ງນັ້ນ ກະສັດ​ເຣໂຫໂບອາມ​ຈຶ່ງ​ໄດ້​ເຮັດ​ໂລ່​ທອງສຳລິດ​ຂຶ້ນ​ແທນ​ໂລ່​ຄຳ ແລະ ມອບ​ໝາຍ​ໃຫ້​ບັນດາ​ຜູ້ບັນຊາການ​ທະຫານ​ເຝົ້າຍາມ ເຊິ່ງ​ປະຈຳ​ການ​ຢູ່​ທີ່​ທາງ​ເຂົ້າ​ລາຊະວັງ​ໃຫ້​ເບິ່ງແຍງ.
11 Whenever the king entered our Father's house, the guards carried the shields, then returned them to the guard chamber. ເມື່ອ​ໃດ​ກໍ​ຕາມ​ທີ່​ກະສັດ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ບັນດາ​ທະຫານ​ເຝົ້າຍາມ​ໄດ້​ໄປ​ກັບ​ເພິ່ນ​ຈະ​ຖື​ໂລ່ ແລະ ຫລັງຈາກນັ້ນ​ນຳ​ໂລ່​ກໍ​ເຫລົ່ານັ້ນ​ກັບ​ໄປ​ໄວ້​ທີ່​ຫ້ອງ​ທະຫານ​ເຝົ້າ​ຍາມ.
12 When Rehoboam humbled himself, our Father's anger turned from him, not destroying him completely; good things remained in Judah too. ຍ້ອນ​ເຣໂຫໂບອາມ​ໄດ້​ຖ່ອມຕົວ​ລົງ, ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ບໍ່​ໄດ້​ຕົກໃສ່​ເພິ່ນ ແລະ ພຣະອົງ​ບໍ່​ໄດ້​ທຳລາຍ​ເພິ່ນ​ໃຫ້​ໝົດ​ສິ້ນ. ທີ່​ຈິງ ກໍ​ມີ​ບາງ​ສິ່ງ​ທີ່​ດີ​ຢູ່​ໃນ​ຢູດາຍ.
13 King Rehoboam strengthened himself in Jerusalem and reigned; forty-one when he became king, he reigned seventeen years in Jerusalem, the city our Father chose from all the tribes of Israel to place his name there. His mother was Naamah, an Ammonite. ກະສັດ​ເຣໂຫໂບອາມ​ໄດ້​ສະຖານ​ປະນາ​ຕົນ​ເອງ​ຢ່າງ​ໝັ້ນຄົງ​ໃນ​ເຢຣູຊາເລັມ ແລະ ສືບຕໍ່​ເປັນ​ກະສັດ. ເມື່ອ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ມີ​ອາຍຸ​ໄດ້​ສີ່​ສິບ​ເອັດ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສິບເຈັດ​ປີ, ນະຄອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ໄວ້​ຈາກ​ທຸກ​ເຜົ່າ​ຂອງ​ອິດສະຣາເອນ​ເພື່ອ​ຕັ້ງ​ນາມ​ຂອງ​ພຣະອົງ​ໄວ້. ແມ່​ຂອງ​ເພິ່ນ​ຊື່​ວ່າ​ນາອາມາ; ນາງ​ເປັນ​ຊາວອຳໂມນ.
14 He did evil, because he did not set his heart to seek our Father. ເຣໂຫໂບອາມ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ເພາະ​ເພິ່ນ​ບໍ່​ໄດ້​ເອົາໃຈໃສ່​ໃນ​ການ​ສະແຫວງ​ຫາ​ພຣະເຈົ້າ​ຢາເວ.
15 Rehoboam's deeds, first to last, appear in the records of Shemaiah the prophet and Iddo the seer, listing genealogies. Rehoboam and Jeroboam warred continually. ເຫດການ​ຕ່າງໆ​ໃນ​ຊ່ວງ​ການປົກຄອງ​ຂອງ​ເຣໂຫໂບອາມ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ໄດ້​ຖືກ​ຂຽນ​ຂຶ້ນ​ໃນ​ການບັນທຶກ​ຂອງ​ຜູ້ທຳນວາຍ​ເຊມາອີຢາ ແລະ ຂອງ​ຜູ້ທຳນວາຍ​ອິດໂດ​ທີ່​ກ່ຽວກັບ​ຈັດ​ລຳດັບ​ເຊື່ອສາຍ​ບໍ່​ແມ່ນ​ບໍ? ເຣໂຫໂບອາມ ແລະ ເຢໂຣໂບອາມ​ໄດ້​ສືບຕໍ່​ສູ້ຮົບ​ກັນ​ຢູ່.
16 Rehoboam rested with his ancestors, buried in the City of David; his son Abijah reigned instead. ເຣໂຫໂບອາມ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ໄດ້​ຖືກ​ຝັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ອາບີຢາ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]