Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 13 OLCV

Show OLCV only
Verse × ×
1 In the eighteenth year of King Jeroboam, Abijah became king of Judah. ໃນ​ປີ​ທີ​ສິບແປດ​ຂອງ​ການ​ປົກຄອງ​ຂອງ​ເຢໂຣໂບອາມ, ອາບີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ,
2 He reigned three years in Jerusalem; his mother was Micaiah, Uriel of Gibeah's daughter. Abijah and Jeroboam went to war. ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ມາອາກາ, ລູກສາວ​ຂອງ​ອູຣິເອນ​ແຫ່ງ​ກີເບອາ. ມີ​ສົງຄາມ​ລະຫວ່າງ​ອາບີຢາ ແລະ ເຢໂຣໂບອາມ.
3 Abijah joined battle with an army of 400,000 chosen warriors, mighty in war; Jeroboam lined up against him with 800,000 chosen, mighty warriors. ອາບີຢາ​ໄດ້​ອອກ​ໄປ​ສູ້ຮົບ​ດ້ວຍ​ກອງທັບ​ທີ່​ມີ​ທະຫານ​ສີ່​ແສນ​ຄົນ, ແລະ ເຢໂຣໂບອາມ​ໄດ້​ຕັ້ງ​ແນວ​ຮົບ​ຕໍ່ສູ້​ເພິ່ນ​ດ້ວຍ​ກອງທະຫານ​ແປດ​ແສນ​ຄົນ.
4 Abijah stood on Mount Zemaraim in Ephraim's hill country and said, "Hear me, Jeroboam and all Israel! ອາບີຢາ​ຢືນ​ຢູ່​ເທິງ​ພູເຂົາ​ເສມາຣາອິມ​ໃນ​ເນີນພູ​ຂອງ​ເອຟຣາອິມ ແລະ ໄດ້​ກ່າວ​ວ່າ, “ເຢໂຣໂບອາມ ແລະ ຊາວ​ອິດສະຣາເອນ​ທັງໝົດ, ຈົ່ງ​ຟັງ​ຂ້າພະເຈົ້າ!
5 Don't you know our Father, the God of Israel, gave David and his sons Israel's throne forever, by a covenant of salt? ທ່ານ​ບໍ່​ຮູ້​ບໍ່​ວ່າ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄດ້​ມອບ​ຕໍາແໜ່ງ​ການ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ແກ່​ດາວິດ ແລະ ເຊື້ອສາຍ​ຂອງ​ເພິ່ນ​ໂດຍ​ຄໍາໝັ້ນສັນຍາ​ທີ່​ບໍ່​ມີ​ວັນ​ລຶບລ້າງ​ໄດ້​ບໍ່​ແມ່ນ​ບໍ?
6 But Jeroboam son of Nebat—a servant of Solomon son of David—rose and rebelled against his master. ແຕ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ, ຂ້າລາຊະການ​ຄົນ​ໜຶ່ງ​ຂອງ​ໂຊໂລໂມນ ລູກຊາຍ​ຂອງ​ດາວິດ​ໄດ້​ກະບົດ​ຕໍ່​ນາຍ​ຂອງ​ຕົນ.
7 Worthless men gathered around him, defying Solomon's son Rehoboam, young and timid, unable to resist them. ແລ້ວ​ກໍ​ມີ​ພວກ​ນັກເລງ​ໄຮ້​ຄ່າ​ຈໍານວນ​ໜຶ່ງ​ໄດ້​ລ້ອມ​ເພິ່ນ​ໄວ້ ແລະ ຕໍ່ຕ້ານ​ເຣໂຫໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ ເມື່ອ​ເພິ່ນ​ຍັງ​ໜຸ່ມນ້ອຍ​ທີ່​ບໍ່​ກ້າຫານ ແລະ ບໍ່​ເຂັ້ມແຂງ​ພໍ​ທີ່​ຈະ​ຕໍ່​ສູ້​ກັບ​ພວກເຂົາ​ໄດ້.
8 Now you think you can resist our Father's kingdom in David's sons' hands, since you're a huge crowd with the golden calves Jeroboam made as your gods. “ແລະ ບັດນີ້ ພວກ​ທ່ານ​ຄິດ​ຕໍ່ຕ້ານ​ກັບ​ອານາຈັກ​ຂອງ​ພຣະເຈົ້າ​ຢາເວ ເຊິ່ງ​ຢູ່​ໃນ​ມື​ຂອງ​ເຊື້ອສາຍ​ຂອງ​ດາວິດ. ພວກທ່ານ​ມີ​ກອງທັບ​ທີ່​ຍິ່ງໃຫຍ່​ກໍ​ຈິງ ແລະ ມີ​ຮູບ​ງົວຄຳ​ຢູ່​ກັບ​ພວກທ່ານ​ທີ່​ເຢໂຣໂບອາມ​ໄດ້​ສ້າງ​ຂຶ້ນ​ເປັນ​ພະ​ຂອງ​ພວກທ່ານ.
9 Haven't you driven out our Father's priests, Aaron's sons and the Levites, and made your own priests like other nations? Anyone who comes with a young bull and seven rams can become a priest of things that aren't gods. ແຕ່​ພວກທ່ານ​ໄດ້​ຂັບໄລ່​ບັນດາ​ປະໂລຫິດ​ຂອງ​ພຣະເຈົ້າຢາເວ​ຄື ບັນດາ​ລູກຊາຍ​ຂອງ​ອາໂຣນ ແລະ ຊາວເລວີ​ອອກ​ໄປ​ບໍ່​ແມ່ນ​ບໍ? ແລະ ແຕ່ງຕັ້ງ​ປະໂລຫິດ​ຂອງ​ພວກທ່ານ​ເອງ​ຂຶ້ນ​ເໝືອນ​ດັ່ງ​ຊົນຊາດ​ອື່ນໆ​ໄດ້​ເຮັດ​ບໍ່​ແມ່ນ​ບໍ? ຜູ້ໃດ​ທີ່​ນໍາ​ງົວ​ໜຸ່ມ​ມາ​ຖວາຍ ແລະ ແກະເຖິກ​ເຈັດ​ໂຕ​ມາ​ຖວາຍ​ໃຫ້​ພວກທ່ານ​ລາວ​ກໍ​ໄດ້​ເປັນ​ປະໂລຫິດ​ຂອງ​ສິ່ງ​ທີ່​ບໍ່ແມ່ນ​ພຣະເຈົ້າ.
10 But our Father is ours, and we haven't abandoned him. The priests serving him are Aaron's sons, and the Levites are at their work. “ແຕ່​ສໍາລັບ​ພວກເຮົາ​ແລ້ວ, ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ​ຂອງ​ພວກເຮົາ ແລະ ພວກເຮົາ​ບໍ່​ໄດ້​ປະຖິ້ມ​ພຣະອົງ. ບັນດາ​ປະໂລຫິດ​ທີ່​ຮັບໃຊ້​ພຣະເຈົ້າ​ຢາເວ​ກໍ​ເປັນ​ລູກຊາຍ​ອາໂຣນ ແລະ ຊາວເລວີ​ກໍ​ເປັນ​ຜູ້ຊ່ວຍ​ຂອງ​ພວກເຂົາ.
11 Every morning and evening they burn to our Father burnt offerings and fragrant incense; they set rows of bread on the pure gold table and tend the gold lampstand, lit every evening. We keep our Father's charge, but you have abandoned him. ທຸກ​ຕອນເຊົ້າ ແລະ ທຸກ​ຕອນແລງ ພວກເຂົາ​ເຜົາ​ເຄື່ອງຖວາຍບູຊາ ແລະ ເຄື່ອງຫອມ​ແກ່​ພຣະເຈົ້າ​ຢາເວ. ພວກເຂົາ​ວາງ​ເຂົ້າຈີ່​ເທິງ​ໂຕະ​ທີ່​ຖືກ​ຊຳລະ​ຈາກ​ມົນທິນ​ຕາມ​ພິທີ​ແລ້ວ ແລະ ໄຕ້​ຕະກຽງ​ຄໍາ​ຢູ່​ເທິງ​ຫລັກຕະກຽງ​ຄຳ​ທຸກ​ຄືນ. ພວກເຮົາ​ກໍາລັງ​ປະຕິບັດ​ຕາມ​ຂໍ້​ຄໍາສັ່ງ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ, ແຕ່​ພວກທ່ານ​ໄດ້​ປະຖິ້ມ​ພຣະອົງ.
12 Look, our Father is with us at our head, and his priests have trumpets to sound alarm against you. Israelites, do not fight our Father, the God of your ancestors, for you will not prevail." ພຣະເຈົ້າ​ຢູ່​ກັບ​ພວກເຮົາ; ພຣະອົງ​ເປັນ​ຜູ້ນຳ​ຂອງ​ພວກເຮົາ. ບັນດາ​ປະໂລຫິດ​ຂອງ​ພຣະອົງ​ກໍ​ຈະ​ເປົ່າ​ແກ​ເພື່ອ​ໂຫ່ຮ້ອງ​ອອກ​ສູ້ຮົບ​ພວກທ່ານ. ປະຊາຊົນ​ອິດສະຣາເອນ​ເອີຍ, ຢ່າ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ​ເທາະ, ເພາະ​ພວກທ່ານ​ບໍ່​ມີ​ທາງ​ທີ່​ຈະ​ເອົາ​ຊະນະ​ໄດ້​ດອກ”.
13 Jeroboam had sent an ambush around, to come from behind them; his forces faced Judah, the ambush behind them. ບັດນີ້ ເຢໂຣໂບອາມ​ກໍ​ໄດ້​ສົ່ງ​ກອງທະຫານ​ໄປ​ລ້ອມ​ທາງຫລັງ, ເພື່ອວ່າ​ເມື່ອ​ເພິ່ນ​ໄດ້​ພະເຊີນ​ໜ້າ​ກັບ​ຢູດາຍ​ນັ້ນ ພວກເຂົາ​ກໍ​ດັກ​ໂຈມຕີ​ດ້ານຫລັງ​ພວກເຂົາ.
14 Judah turned, saw battle facing them front and back, cried to our Father; the priests blew the trumpets. ທະຫານ​ຢູດາ​ຫັນ​ຫລັງ​ມາ​ເບິ່ງ ແລະ ກໍ​ເຫັນ​ວ່າ​ພວກເຂົາ​ກໍາລັງ​ຖືກ​ໂຈມຕີ​ທັງ​ດ້ານໜ້າ ແລະ ດ້ານຫລັງ. ແລ້ວ​ພວກເຂົາ​ຈຶ່ງ​ຮ້ອງ​ຫາ​ພຣະເຈົ້າຢາເວ. ບັນດາ​ປະໂລຫິດ​ກໍ​ເປົ່າແກ​ຂຶ້ນ.
15 Judah's men shouted the war cry, and as they shouted, our Father struck Jeroboam and all Israel before Abijah and Judah. ແລ້ວ​ພວກທະຫານ​ຢູດາ​ກໍ​ໄດ້​ໂຫ່ຮ້ອງ​ອອກ​ສູ້ຮົບ. ເມື່ອ​ໄດ້​ຍິນ​ສຽງ​ໂຫ່ຮ້ອງ​ອອກ​ສູ້ຮົບ​ຂອງ​ພວກເຂົາ, ພຣະເຈົ້າ​ເຮັດ​ໃຫ້​ເຢໂຣໂບອາມ ແລະ ກອງທັບ​ອິດສະຣາເອນ​ທັງໝົດ​ແຕກ​ຖອຍ​ໜີ​ໄປ​ຕໍ່ໜ້າ​ອາບີຢາ ແລະ ຊາວຢູດາ.
16 The people of Israel fled before Judah, and our Father handed them over to Judah. ຊາວ​ອິດສະຣາເອນ​ໄດ້​ປົບໜີ​ໄປ​ຕໍ່ໜ້າ​ຊາວຢູດາ ແລະ ພຣະເຈົ້າ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ຊາວຢູດາ.
17 Abijah and his army struck them a heavy blow; 500,000 chosen men of Israel fell dead. ອາບີຢາ ແລະ ກອງທະຫານ​ຂອງ​ຕົນ​ສ້າງ​ຄວາມ​ສູນເສຍ​ຢ່າງ​ໜັກ​ໃຫ້​ແກ່​ພວກເຂົາ, ຈຶ່ງ​ເຮັດ​ໃຫ້​ທະຫານ​ທີ່​ເກັ່ງກ້າ​ຂອງ​ກອງທັບ​ອິດສະຣາເອນ​ລົ້ມ​ຕາຍ​ຫ້າ​ແສນ​ຄົນ.
18 So Israel was humbled then, and Judah prevailed because they relied on our Father, God of their ancestors. ຊາວອິດສະຣາເອນ​ກໍ​ໄດ້​ພ່າຍແພ້​ໃນ​ຄັ້ງ​ນັ້ນ, ແລະ ປະຊາຊົນ​ຢູດາ​ມີ​ໄຊຊະນະ​ເພາະ​ພວກເຂົາ​ໄດ້​ເພິ່ງພາ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.
19 Abijah chased Jeroboam, capturing cities from him—Bethel and its villages, Jeshanah and its villages, Ephron and its villages. ອາບີຢາ​ໄດ້​ໄລ່​ຕາມ​ເຢໂຣໂບອາມ ແລະ ຢຶດ​ເອົາ​ເມືອງ​ເບັດເອນ, ເມືອງ​ເຢຊານາ ແລະ ເມືອງ​ເອຟະໂຣນ​ມາ​ຈາກ​ເພິ່ນ, ພ້ອມທັງ​ໝູ່​ບ້ານ​ຕ່າງໆ​ທີ່​ອ້ອມ​ເມືອງ​ເຫລົ່ານີ້.
20 Jeroboam never regained his strength during Abijah's lifetime, and our Father struck him down, and he died. ເຢໂຣໂບອາມ​ບໍ່​ສາມາດ​ກອບກູ້​ອຳນາດ​ຄືນ​ມາ​ໄດ້​ອີກ​ເລີຍ​ຕະຫລອດ​ຊ່ວງ​ສະໄໝ​ຂອງ​ອາບີຢາ. ແລ້ວ​ຕໍ່ມາ​ພຣະເຈົ້າ​ຢາເວ​ໄດ້​ປະຫານ​ເຢໂຣໂບອາມ ແລະ ເພິ່ນ​ໄດ້​ຕາຍ​ໄປ.
21 But Abijah grew strong. He married fourteen wives and had twenty-two sons and sixteen daughters. ແຕ່​ອາບີຢາ​ກໍ​ເຂັ້ມແຂງ​ຫລາຍ​ຍິ່ງ​ຂຶ້ນ. ເພິ່ນ​ມີ​ເມຍ​ສິບ​ສີ່​ຄົນ ແລະ ມີ​ລູກຊາຍ​ຊາວ​ສອງ​ຄົນ ແລະ ມີ​ລູກສາວ​ສິບ​ຫົກ​ຄົນ.
22 The rest of Abijah's acts, his ways and sayings, are written in the prophet Iddo's commentary. ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ອາບີຢາ, ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ ແລະ ສິ່ງ​ທີ່​ໄດ້​ເວົ້າ​ໄດ້​ຖືກ​ຂຽນ​ໄວ້​ໃນ​ການ​ບັນທຶກ​ຂອງ​ຜູ້ທຳນວາຍ​ອິດໂດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]