Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 14 OLCV

Show OLCV only
Verse × ×
1 Abijah rested with his ancestors; they buried him in the City of David. His son Asa became king, and the land had peace ten years. ແລ້ວ​ອາບີຢາ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ໄດ້​ຖືກ​ຝັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ. ອາສາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ. ໃນ​ສະໄໝ​ຂອງ​ເພິ່ນ​ປະເທດ​ຊາດ​ກໍ​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ສິບ​ປີ.
2 Asa did what was good and right in the sight of our Father. ອາສາ​ໄດ້​ເຮັດ​ສິ່ງ​ທີ່​ດີ ແລະ ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ.
3 He removed the foreign altars and high places, smashed the sacred pillars, and cut down the Asherah poles. ເພິ່ນ​ໄດ້​ລົບລ້າງ​ແທ່ນບູຊາ​ຂອງ​ຄົນຕ່າງດ້າວ ແລະ ສະຖານ​ບູຊາ​ເທິງ​ທີ່​ສູງ, ເພິ່ນ​ໄດ້​ທໍາລາຍ​ຫີນ​ສັກສິດ​ຖິ້ມ ແລະ ໄດ້​ຕັດ​ເສົາ​ຂອງ​ຮູບ​ເຈົ້າແມ່​ອາເຊຣາ​ລົງ.
4 He commanded Judah to seek our Father, the God of their ancestors, and keep the law and commandment. ເພິ່ນ​ໄດ້​ສັ່ງ​ປະຊາຊົນ​ຢູດາ​ໃຫ້​ສະແຫວງ​ຫາ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ, ແລະ ເຊື່ອຟັງ​ກົດບັນຍັດ ແລະ ຂໍ້ຄຳສັ່ງ​ຂອງ​ພຣະອົງ.
5 He also removed the high places and incense altars from all Judah's cities, and the kingdom was at peace under him. ເພິ່ນ​ໄດ້​ລົບລ້າງ​ສະຖານ​ບູຊາ​ເທິງ​ທີ່​ສູງ ແລະ ແທ່ນ​ເຜົາ​ເຄື່ອງຫອມ​ອອກ​ຈາກ​ທຸກເມືອງ​ໃນ​ຢູດາຍ, ແລະ ອານາຈັກ​ຂອງ​ເພິ່ນ​ຈຶ່ງ​ມີ​ຄວາມ​ສະຫງົບ​ສຸກ​ພາຍໃຕ້​ການປົກຄອງ​ຂອງ​ເພິ່ນ.
6 He built fortified cities in Judah, for the land was at peace. He fought no war those years, because our Father gave him rest. ເພິ່ນ​ໄດ້​ສ້າງ​ເມືອງ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ຢູດາຍ​ຂຶ້ນ, ເນື່ອງຈາກ​ແຜ່ນດິນ​ມີ​ສະຫງົບສຸກ​ແລ້ວ. ບໍ່​ຜູ້ໃດ​ມາ​ສູ້ຮົບ​ກັບ​ເພິ່ນ​ເປັນ​ເວລາ​ຫລາຍ​ປີ​ໃນ​ຊ່ວງ​ນັ້ນ, ເພາະ​ພຣະເຈົ້າ​ຢາເວ​ໄດ້​ໃຫ້​ເພິ່ນ​ພັກຜ່ອນ.
7 He told Judah, "Let us build these cities and surround them with walls, towers, gates, and bars. The land is still ours, because we sought our Father; we sought him, and he gave us rest all around." So they built and thrived. ອາສາ​ໄດ້​ກ່າວ​ກັບ​ຊາວຢູດາ​ວ່າ, “ໃຫ້​ພວກເຮົາ​ສ້າງ​ເມືອງ​ເຫລົ່ານີ້​ຂຶ້ນ ແລະ ເຮັດ​ກຳແພງ​ອ້ອມ​ເມືອງ​ໄວ້, ພ້ອມທັງ​ເຮັດ​ຫໍຄອຍ, ປະຕູ ແລະ ກອນ​ປະຕູ. ດິນແດນ​ຍັງ​ເປັນ​ຂອງ​ພວກເຮົາ. ເພາະ​ພວກເຮົາ​ໄດ້​ສະແຫວງ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ; ພວກເຮົາ​ສະແຫວງ​ຫາ​ພຣະອົງ ແລະ ພຣະອົງ​ຈຶ່ງ​ໃຫ້​ເຮົາ​ມີ​ຄວາມ​ສະຫງົບສຸກ​ຢູ່​ທຸກ​ດ້ານ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ກໍ່​ສ້າງ ແລະ ຈະເລີນ​ຮຸ່ງເຮືອງ​ຂຶ້ນ.
8 Asa had an army of 300,000 from Judah with large shields and spears, and 280,000 from Benjamin with shields and bows—all mighty warriors. ອາສາ​ກອງທັບ​ທີ່​ມີ​ທະຫານ​ສາມ​ແສນ​ຄົນ​ຈາກ​ເຜົ່າ​ຢູດາ, ເຊິ່ງ​ມີ​ທະຫານ​ຖື​ໂລ່​ໃຫຍ່ ແລະ ຫອກ, ແລະ ມີ​ທະຫານ​ສອງ​ແສນ​ແປດ​ສິບ​ພັນ​ຄົນ​ຈາກ​ເຜົ່າ​ເບັນຢາມິນ ເຊິ່ງ​ພວກເຂົາ​ຖື​ໂລ່​ນ້ອຍ ແລະ ທະນູ. ທະຫານ​ທັງໝົດ​ເຫລົ່ານີ້​ເປັນ​ນັກຮົບ​ທີ່​ກ້າຫານ.
9 Zerah the Cushite marched against them with a million troops and 300 chariots, advancing to Mareshah. ເຊຣາ​ຊາວກູເຊ​ຍົກ​ທັບ​​ອອກ​ມາ​ຕໍ່ສູ້​ພວກເຂົາ​ດ້ວຍ​ກອງທັບ​ທີ່​ມີ​ທະຫານ​ໜຶ່ງ​ລ້ານ​ຄົນ​ພ້ອມ​ທັງ​ລົດຮົບ​ສາມ​ຮ້ອຍ​ຄັນ ແລະ ໄດ້​ບຸກ​ມາ​ຮອດ​ເມືອງ​ມາເຣຊາ.
10 Asa marched out against him, and they lined up for battle in the Valley of Zephathah at Mareshah. ອາສາ​ໄດ້​ອອກ​ມາ​ປະເຊີນໜ້າ​ກັບ​ເຊຣາ ແລະ ພວກເຂົາ​ໄດ້​ຕັ້ງ​ແນວ​ສູ້ຮົບ​ໃນ​ຮ່ອມພູ​ເຊຟາທາ​ໃກ້​ກັບ​ເມືອງ​ມາເຣຊາ.
11 Then Asa cried to our Father his God: "Father, only you can help the powerless against the mighty. Help us, our God, for we rely on you, and in your name we face this vast horde. You are our God; let no mere man prevail against you." ແລ້ວ​ອາສາ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ, ບໍ່​ມີ​ຜູ້ໃດ​ເໝືອນ​ພຣະອົງ​ທີ່​ຈະ​ຊ່ວຍ​ຜູ້​ທີ່​ອ່ອນແອ​ຕໍ່ສູ້​ກັບ​ຜູ້​ມີ​ກໍາລັງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ, ຂໍ​ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ດ້ວຍ, ເພາະ​ພວກ​ຂ້ານ້ອຍ​ເພິ່ງພາ​ພຣະອົງ, ແລະ ພວກຂ້ານ້ອຍ​ໄດ້​ມາ​ຕໍ່ສູ້​ກອງທັບ​ທີ່​ໃຫຍ່​ນີ້​ໃນ​ນາມ​ຂອງ​ພຣະອົງ. ຂ້າແດ່​ພຣະເຈົ້າຢາເວ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ; ຂໍ​ຢ່າ​ໃຫ້​ມະນຸດ​ຊະນະ​ພຣະອົງ​ເລີຍ”.
12 So our Father struck down the Cushites before Asa and before Judah, and the Cushites fled. ພຣະເຈົ້າ​ຢາເວ​ໄດ້​ເອົາ​ຊະນະ​ຊາວກູເຊ​ຕໍ່ໜ້າ​ອາສາ ແລະ ຊາວຢູດາ. ຊາວກູເຊ​ໄດ້​ປົບໜີ​ໄປ,
13 Asa and his people pursued them to Gerar, and the Cushites fell until none survived, for they were shattered before our Father and his army. Judah's men carried off great plunder. ແລະ ອາສາ ແລະ ກອງທັບ​ຂອງ​ເພິ່ນ​ໄດ້​ໄລ່​ຕາມ​ພວກເຂົາ​ຈົນ​ໄປ​ຮອດ​ເກຣາກ. ຊາວກູເຊ​ລົ້ມ​ຕາຍ​ເປັນ​ຈໍານວນ​ຫລວງຫລາຍ​ຈົນ​ພວກເຂົາ​ບໍ່​ສາມາດ​ຟື້ນ​ຕົວ​ຄືນ​ມາ​ໄດ້​ອີກ; ພວກເຂົາ​ຖືກ​ຍ່ອງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ ກຳລັງ​ຂອງ​ພຣະອົງ. ທະຫານ​ຢູດາ​ໄດ້​ຢຶດ​ເຄື່ອງຂອງ​ໄດ້​ເປັນ​ຈໍານວນ​ຫລວງຫລາຍ.
14 They struck down all the cities around Gerar, for the terror of our Father had fallen on them. They looted all the cities, since much plunder was in them. ພວກເຂົາ​ກໍ​ທຳລາຍ​ໝູ່ບ້ານ​ທັງໝົດ​ທີ່​ຢູ່​ອ້ອມ​ເຂດ​ເມືອງ​ເກຣາກ, ເພາະ​ຄວາມຢ້ານກົວ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຢູ່​ເໜືອ​ພວກເຂົາ. ທະຫານ​ຢູດາ​ໄດ້​ປຸ້ນ​ໝູ່ບ້ານ​ທັງໝົດ​ເຫລົ່ານີ້, ເນື່ອງຈາກ​ວ່າ​ມີ​ການປຸ້ນ​ສະດົມ​ຢ່າງຫລວງຫລາຍ​ຢູ່​ທີ່​ນັ້ນ.
15 They also attacked the herdsmen's tents, carried off many sheep and camels, and returned to Jerusalem. ພວກເຂົາ​ຍັງ​ໄດ້​ໂຈມຕີ​ຄ້າຍ​ຂອງ​ຄົນລ້ຽງສັດ ແລະ ໄດ້​ຕ້ອນ​ເອົາ​ຝູງແກະ, ຝູງແບ້ ແລະ ຝູງອູດ​ເປັນ​ຈໍານວນ​ຫລາຍ​ໄປ​ນໍາ​ດ້ວຍ. ແລ້ວ​ພວກເຂົາ​ກໍ​ກັບຄືນ​ມາ​ທີ່​ເຢຣູຊາເລັມ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]