Skip to content
The Believer's Library

Biblica® Open Lao Contemporary Version

1 John 1 OLCV

Side by side with the Father's Heart Bible™

ພຣະທຳ​ແຫ່ງ​ຊີວິດ

1ພວກເຮົາ​ໄດ້​ປະກາດ​ກ່ຽວກັບ​ພຣະທຳ​ແຫ່ງ​ຊີວິດ ເຊິ່ງ​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ, ເຊິ່ງ​ພວກເຮົາ​ໄດ້​ຍິນ, ເຊິ່ງ​ພວກເຮົາ​ໄດ້​ເຫັນ​ກັບ​ຕາ, ເຊິ່ງ​ພວກເຮົາ​ໄດ້​ແນມເບິ່ງ ແລະ ໄດ້​ສຳພັດ​ດ້ວຍ​ມື​ຂອງ​ພວກເຮົາ. 2ຊີວິດ​ນີ້​ໄດ້​ປາກົດ​ຂຶ້ນ​ແລ້ວ, ພວກເຮົາ​ໄດ້​ເຫັນ, ໄດ້​ເປັນພະຍານ ແລະ ພວກເຮົາ​ປະກາດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ດຳລົງ​ຢູ່​ກັບ​ພຣະບິດາເຈົ້າ ແລະ ໄດ້​ປາກົດ​ແກ່​ພວກເຮົາ. 3ພວກເຮົາ​ປະກາດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ. ແລະ ຄວາມສາມັກຄີທຳ​ຂອງ​ພວກເຮົາ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະບຸດ​ຂອງ​ພຣະອົງ​ຄື​ພຣະເຢຊູຄຣິດເຈົ້າ. 4ພວກເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເພື່ອ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ພວກເຮົາ​ທັງຫລາຍ​ຄົບເຕັມບໍລິບູນ.

ຄວາມສະຫວ່າງ ແລະ ຄວາມມືດ, ຄວາມບາບ ແລະ ການໃຫ້ອະໄພ

5ນີ້​ເປັນ​ຖ້ອຍຄຳ​ທີ່​ພວກເຮົາ​ໄດ້​ຍິນ​ຈາກ​ພຣະອົງ ແລະ ປະກາດ​ແກ່​ພວກເຈົ້າ​ຄື: ພຣະເຈົ້າ​ເປັນ​ຄວາມສະຫວ່າງ, ໃນ​ພຣະອົງ​ບໍ່​ມີ​ຄວາມມືດ​ເລີຍ. 6ຖ້າ​ພວກເຮົາ​ອ້າງ​ວ່າ​ມີ​ຄວາມ​ສາມັກຄີທຳ​ກັບ​ພຣະອົງ​ແຕ່​ຍັງ​ເດີນ​ຢູ່​ໃນ​ຄວາມມືດ ພວກເຮົາ​ກໍ​ຕົວະ ແລະ ບໍ່​ໄດ້​ດຳເນີນຊີວິດ​ໂດຍ​ຄວາມຈິງ. 7ແຕ່​ຖ້າ​ພວກເຮົາ​ເດີນ​ຢູ່​ໃນ​ຄວາມສະຫວ່າງ​ເໝືອນດັ່ງ​ພຣະອົງ​ຢູ່​ໃນ​ຄວາມສະຫວ່າງ, ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ດ້ວຍ​ກັນ ແລະ ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ​ກໍ​ຊຳລະ​ພວກເຮົາ​ຈາກ​ຄວາມບາບ​ທັງໝົດ.

8ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ມີ​ບາບ, ພວກເຮົາ​ກໍ​ຫລອກລວງ​ຕົນ​ເອງ ແລະ ຄວາມຈິງ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ. 9ຖ້າ​ພວກເຮົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ພວກເຮົາ, ພຣະອົງ​ສັດຊື່ ແລະ ທ່ຽງທຳ​ຈະ​ອະໄພ​ບາບ​ຂອງ​ພວກເຮົາ ແລະ ຊຳລະ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ອະທຳ​ທັງໝົດ. 10ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ໄດ້​ເຮັດ​ບາບ ພວກເຮົາ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ ແລະ ພຣະຄຳ​ຂອງ​ພຣະອົງ​ກໍ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]