ເຊື້ອສາຍຂອງໂຊນຊາວເບັນຢາມິນ
1ລູກຊາຍຂອງເບັນຢາມິນ ມີດັ່ງນີ້: ເບລາເປັນລູກຊາຍກົກ ອັດຊະເບັນເປັນລູກຊາຍຄົນທີສອງ, ອາຮາຣາເປັນຄົນທີສາມ,
2ໂນຮາເປັນຄົນທີສີ່ ແລະ ຣາຟາເປັນຄົນທີຫ້າ.
3ລູກຊາຍຂອງເບລາມີດັ່ງນີ້: ອັດດາ, ເກຣາ, ອາບີຮຸດ,
4ອາບີຊູອາ, ນາອາມານ, ອາໂຮຢາ, 5ເກຣາ, ເຊຟູຟານ ແລະ ຮູຣາມ.
6ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງເອຮຸດ, ເຊິ່ງພວກເຂົາເປັນຫົວໜ້າຄອບຄົວຕ່າງໆທີ່ອາໄສຢູ່ທີ່ເມືອງເກບາ ແລະ ຖືກບັງຄັບໃຫ້ຍ້າຍໄປຢູ່ທີ່ເມືອງມານາຮາດມີດັ່ງນີ້:
7ນາອາມານ, ອາຮີຢາ, ແລະ ເກຣາ, ຜູ້ທີ່ຍ້າຍພວກເຂົາອອກໄປ ແລະ ຜູ້ທີ່ເປັນພໍ່ຂອງອຸດຊາ ແລະ ອາຮີຮຸດ.
8ຫລັງຈາກ ຊາຮາຣາອິມໄດ້ຢ່າຮ້າງກັບນາງຮູຊິມເມຍຂອງລາວ ແລະ ບາອາຣາ, ລາວມີລູກຊາຍທີ່ໄດ້ເກີດຢູ່ໃນໂມອາບ. 9ເມຍຂອງລາວຊື່ວ່ານາງໂຮເດັດມີລູກຊາຍຄື ໂຢບັບ, ຊີບີອາ, ເມຊາ, ມັນກຳ, 10ເຢອູດ, ສາຄີອາ ແລະ ມີຣະມາ. ຄົນເຫລົ່ານີ້ເປັນຫົວໜ້າຄອບຄົວ. 11ລາວມີລູກຊາຍຈາກນາງຮູຊິມ ດັ່ງນີ້: ອາບີຕຸບ ແລະ ເອນປາອານ.
12ບັນດາລູກຊາຍຂອງເອນປາອານ ມີດັ່ງນີ້: ເອເບີ, ມີຊາມ ແລະ ເຊເມັດ. (ເປັນຜູ້ສ້າງເມືອງໂອໂນ ແລະ ເມືອງໂຣດ ພ້ອມທັງບ້ານທີ່ຢູ່ອ້ອມແອ້ມເມືອງນັ້ນ)
13ເບຣິຢາ ແລະ ເຊມາເປັນຫົວໜ້າຄອບຄົວຕ່າງໆ ເຊິ່ງອາໄສຢູ່ໃນເມືອງໄອຢາໂລນ ແລະ ເປັນຜູ້ທີ່ໄດ້ຂັບໄລ່ປະຊາຊົນທີ່ຢູ່ໃນເມືອງກາດອອກໄປ.
14ພວກລູກຊາຍຂອງເບຣິຢາ ມີດັ່ງນີ້: ອາຮີໂອ, ຊາຊັກ, ເຢເຣໂມດ, 15ເຊບາດີຢາ, ອາຣາດ, ເອເດ, 16ມີກາເອນ, ອີຊະປາ ແລະ ໂຢຮາ. ຄົນເຫລົ່ານີ້ແມ່ນລູກຊາຍຂອງເບຣິຢາ.
17ບັນດາລູກຊາຍຂອງເອນປາອານ ມີດັ່ງນີ້: ເຊບາດີຢາ, ເມຊຸນລຳ, ຮີຊະກີ, ເຮເບ, 18ອີຊະເມຣາຍ, ອີຊະລີຢາ ແລະ ໂຢບັບ.
19ພວກລູກຊາຍຂອງຊີເມອີ ມີດັ່ງນີ້: ຢາກີມ, ຊີກະຣີ, ຊັບດີ, 20ເອລີເອນາຍ, ຊິນເລໄທ, ເອລີເອນ, 21ອາດາອີຢາ, ເບຣາອີຢາ ແລະ ຊິມຣາດ.
22ບັນດາລູກຊາຍຂອງຊາຊັກ ມີດັ່ງນີ້: ອີຊະປັນ, ເອເບ, ເອລີເອນ, 23ອັບໂດນ, ຊີກະຣີ, ຮານານ, 24ຮານານີຢາ, ເອລາມ, ອັນໂທທິຢາ, 25ອິບເດອີຢາ ແລະ ເປນູເອນ.
26ພວກລູກຊາຍຂອງເຢໂຣຮາມ ມີດັ່ງນີ້: ຊາມເຊໄຣ, ເຊຮາຣີຢາ, ອາທາລີຢາ, 27ຢາອາເຣຊີຢາ, ເອລີຢາ ແລະ ຊີກະຣີ.
28ຄົນເຫລົ່ານີ້ທັງໝົດເປັນຫົວໜ້າຄອບຄົວ ແລະ ຜູ້ນຳທີ່ບັນທຶກໄວ້ຕາມລຳດັບຕະກຸນ ຂອງພວກເຂົາ ແລະ ໄດ້ອາໄສຢູ່ທີ່ເຢຣູຊາເລັມ.
29ເຢອີເອນເປັນພໍ່ຂອງກີເບໂອນອາໄສຢູ່ທີ່ກີເບໂອນ. ເມຍຂອງລາວຊື່ວ່າມາອາກາ,
30ແລະ ລູກຊາຍກົກຂອງລາວແມ່ນອັບໂດນ ລູກຊາຍຄົນອື່ນໆມີດັ່ງນີ້: ຊຸຣະ, ກີເຊ, ບາອານ, ເນຣະ, ນາດາບ, 31ເກໂດເຣ, ອາຮີໂອ, ເຊເກ, 32ແລະ ມີກໂລດຜູ້ເປັນພໍ່ຂອງຊີເມອາ. ພວກເຂົາກໍອາໄສຢູ່ໃກ້ຍາດພີ່ນ້ອງທີ່ຢູ່ເຢຣູຊາເລັມເໝືອນກັນ.
33ເນຣະເປັນພໍ່ຂອງກີເຊ ກີເຊເປັນພໍ່ຂອງໂຊນ ແລະ ໂຊນເປັນພໍ່ຂອງໂຢນາທານ, ມັນກີຊູອາ, ອາບີນາດາບ ແລະ ເອຊະບາອານ.
34ລູກຊາຍຂອງໂຢນາທານ ມີດັ່ງນີ້: ເມຣິບບາອານ, ຜູ້ເປັນພໍ່ຂອງມີກາ.
35ບັນດາລູກຊາຍຂອງມີກາ ມີດັ່ງນີ້: ປີໂທນ, ເມເລັກ, ຕາເຣອາ ແລະ ອາຮາດ.
36ອາຮາດເປັນພໍ່ຂອງເຢໂຮອາດດາ, ເຢໂຮອາດດາເປັນພໍ່ຂອງອາເລເມດ, ອາຊະມາເວດ ແລະ ຊິມຣີ. ຊິມຣີເປັນພໍ່ຂອງໂມຊາ, 37ໂມຊາເປັນພໍ່ຂອງບີເນອາ, ບີເນອາເປັນພໍ່ຂອງຣາພາ, ຣາພາເປັນພໍ່ຂອງເອເລອາສາ ແລະ ເອເລອາສາເປັນພໍ່ຂອງອາເຊນ.
38ອາເຊນມີລູກຊາຍຫົກຄົນ ມີດັ່ງນີ້: ອາຊະຣີກຳ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ ແລະ ຮານານ. ຄົນເຫລົ່ານີ້ເປັນລູກຊາຍຂອງອາເຊນ.
39ລູກຊາຍຂອງເອເຊນນ້ອງຊາຍອາເຊນມີດັ່ງນີ້: ອູລາມເປັນລູກຊາຍກົກ ເຢອຸດເປັນຄົນທີສອງ ແລະ ເອລີເຟເລັດເປັນຄົນທີສາມ
40ບັນດາລູກຊາຍຂອງອູລາມເປັນນັກຮົບເກັ່ງກ້າ ແລະ ເປັນນັກຍິງທະນູ. ພວກເຂົາມີລູກຊາຍ ແລະ ລູກຫລານທັງໝົດໜຶ່ງຮ້ອຍຫ້າສິບຄົນ. ພວກຄົນເຫລົ່ານີ້ເປັນເຊື້ອສາຍຂອງເຜົ່າເບັນຢາມິນ.