1ຊົນຊາດອິດສະຣາເອນທຸກຄົນມີຊື່ລາຍຢູ່ໃນບັນທຶກຕາມລຳດັບເຊື້ອສາຍ ເຊິ່ງບັນທຶກໄວ້ໃນປື້ມບັນດາກະສັດແຫ່ງອິດສະຣາເອນ ແລະ ຢູດາຍ ພວກເຂົາໄດ້ຖືກຈັບໄປເປັນຊະເລີຍທີ່ບາບີໂລນ ເພາະຄວາມບໍ່ຊື່ສັດຂອງພວກເຂົາ.
ປະຊາຊົນໃນເຢຣູຊາເລັມ
2ພວກທຳອິດທີ່ກັບຄືນມາຕັ້ງຖິ່ນຖານຢູ່ໃນທີ່ດິນຂອງຕົນຕາມເມືອງຕ່າງໆມີຊາວອິດສະຣາເອນ, ບັນດາປະໂລຫິດ, ພວກເລວີ ແລະ ພວກຄົນຮັບໃຊ້ໃນວິຫານ.
3ປະຊາຊົນຈາກເຜົ່າຢູດາ, ເບັນຢາມິນ, ເອຟຣາອິມ ແລະ ມານາເຊໄດ້ມາອາໄສໃນເຢຣູຊາເລັມ ມີດັ່ງນີ້:
4ອູໄທລູກຊາຍຂອງອາມມີຮຸດ, ອາມມີຮຸດເປັນລູກຊາຍຂອງອົມຣິ, ອົມຣິເປັນລູກຊາຍຂອງອິມຣີ, ອິມຣີເປັນລູກຊາຍຂອງບານີ, ທີ່ເປັນເຊື້ອສາຍຂອງເປເຣັດລູກຊາຍຢູດາ.
5ຈາກເຊື້ອສາຍຂອງຊິໂລ ມີດັ່ງນີ້: ອາສາອີຢາເປັນລູກຊາຍກົກ ແລະ ລູກຊາຍຄົນອື່ນໆຂອງລາວ.
6ຈາກເຊື້ອສາຍເຊຣາ ມີດັ່ງນີ້: ເຢອູເອນ. ປະຊາຊົນຈາກຢູດາມີຈຳນວນຫົກຮ້ອຍເກົ້າສິບຄົນ.
7ຈາກເຊື້ອສາຍຂອງຊາວເບັນຢາມິນ ມີດັ່ງນີ້: ສານລູເປັນລູກຊາຍຂອງເມຊຸນລຳ, ເມຊຸນລຳເປັນລູກຊາຍຂອງໂຮດາວິຢາ, ແລະ ໂຮດາວິຢາເປັນລູກຊາຍຂອງຮັດເສນູຢາ
8ອິບເນອີຢາ ເປັນລູກຊາຍຂອງເຢໂຣຮາມ, ເອລາ ເປັນລູກຊາຍຂອງອຸດຊີ ອຸດຊີເປັນລູກຊາຍຂອງມີກະຣີ ແລະ ເມຊຸນລຳ ເປັນລູກຊາຍຂອງເຊຟາຕີຢາ ເຊຟາຕີຢາເປັນລູກຊາຍຂອງເຣອູເອນ ເຣອູເອນເປັນລູກຊາຍຂອງອິບນີຢາ.
9ປະຊາຊົນຈາກເຜົ່າເບັນຢາມິນໄດ້ມີລາຍຊື່ບັນທຶກໄວ້ຕາມລຳດັບເຊື້ອສາຍມີຈໍານວນເກົ້າຮ້ອຍຫ້າສິບຫົກຄົນ, ພວກເຂົາທັງໝົດເປັນຫົວໜ້າຄອບຄົວ.
10ສ່ວນບັນດາປະໂລຫິດ ມີດັ່ງນີ້: ເຢດາອີຢາ, ເຢໂຮຍອາຣິບ, ຢາກິນ
11ແລະ ອາຊາຣີຢາເປັນລູກຊາຍຂອງຮິນກີຢາ, ຜູ້ເປັນລູກຊາຍຂອງເມຊຸນລຳ ຜູ້ເປັນລູກຊາຍຂອງຊາດົກ, ຜູ້ເປັນລູກຊາຍຂອງເມຣາອີຢົດ, ຜູ້ເປັນລູກຊາຍຂອງອາຮີຕຸບ (ຄົນເຫລົ່ານີ້ເປັນເຈົ້າໜ້າທີ່ຮັບຜິດຊອບເບິ່ງແຍງວິຫານຂອງພຣະເຈົ້າ;
12ແລະ ອາດາອີຢາເປັນລູກຊາຍຂອງເຢໂຣຮາມ, ເຢໂຣຮາມເປັນລູກຊາຍຂອງປັດຊູ, ປັດຊູເປັນລູກຊາຍຂອງມັນກີຢາ, ແລະ ມາອາໄສເປັນລູກຊາຍຂອງອາດີເອນ, ອາດີເອນເປັນລູກຊາຍຂອງຢາຮະເຊຣາ, ຢາຮະເຊຣາເປັນລູກຊາຍຂອງເມຊຸນລຳ, ເມຊຸນລຳເປັນລູກຊາຍຂອງເມຊິນເລມິດ, ເມຊິນເລມິດເປັນລູກຊາຍຂອງອິມເມ.
13ບັນດາປະໂລຫິດຜູ້ເປັນຫົວໜ້າຄອບຄົວລວມທັງໝົດມີໜຶ່ງພັນເຈັດຮ້ອຍຫົກສິບຄົນ. ພວກເຂົາເປັນຜູ້ທີ່ມີຄວາມສາມາດ, ມີໜ້າທີ່ຮັບຜິດຊອບເພື່ອຮັບໃຊ້ໃນວິຫານຂອງພຣະເຈົ້າ.
14ຈາກຊາວເລວີ ມີດັ່ງນີ້: ເຊມາອີຢາເປັນລູກຊາຍຂອງຮັດຊຸບ, ຮັດຊຸບເປັນລູກຊາຍຂອງອາຊະຣີກຳ, ອາຊະຣີກຳເປັນລູກຊາຍຂອງຮາຊາບີຢາແຫ່ງຕະກຸນເມຣາຣິ;
15ບັກບັກກາ, ເຮເຣັດ, ກາລານ ແລະ ມັດຕານີຢາເປັນລູກຊາຍຂອງມີກາ, ມີກາເປັນລູກຊາຍຂອງຊີກະຣີ, ຊີກະຣີເປັນລູກຊາຍຂອງອາສັບ;
16ໂອບາດີຢາເປັນລູກຊາຍຂອງເຊມາອີຢາ, ເຊມາອີຢາເປັນລູກຊາຍຂອງກາລານ, ກາລານເປັນລູກຊາຍຂອງເຢດູທູນ ແລະ ເບເຣກີຢາ ລູກຊາຍຂອງອາສາ, ອາສາເປັນລູກຊາຍຂອງເອນການາ ຜູ້ໄດ້ອາໄສຢູ່ໃນບ້ານຕ່າງໆຂອງຊາວເນໂຕຟາ.
17ຄົນເຝົ້າຍາມປະຕູວິຫານ ມີດັ່ງນີ້: ຊໍລູມ, ອັກກຸບ, ຕານໂມນ ແລະ ອາຮີມານພ້ອມທັງພີ່ນ້ອງຊາວເລວີຂອງພວກເຂົາ, ຊໍລູມເປັນຜູ້ນຳຂອງພວກເຂົາ.
18ຄົນເຝົ້າຍາມປະຕູເຫລົ່ານີ້ເປັນຄົນຈາກຄ້າຍພັກຂອງຊາວເລວີ ພວກເຂົາຍັງຮັບຜິດຊອບເຝົ້າຍາມປະຕູຂອງກະສັດທາງດ້ານຕາເວັນອອກຈົນເຖິງທຸກວັນນີ້.
19ຊໍລູມເປັນລູກຊາຍຂອງໂກເຣ, ໂກເຣເປັນລູກຊາຍຂອງເອບີອາສັບ, ເອບີອາສັບເປັນລູກຊາຍຂອງໂກຣາ ຊາມລູມ ແລະ ພີ່ນ້ອງເປັນຄົນເຝົ້າຍາມນໍາກັນມາຈາກຕະກຸນດຽວກັນຄື (ຕະກຸນໂກຣາ) ເປັນຜູ້ຮັບຜິດຊອບເຝົ້າຍາມຢູ່ທີ່ປະຕູຂອງຫໍເຕັນ ເໝືອນດັ່ງທີ່ບັນພະບຸລຸດຂອງພວກເຂົາຮັບຜິດຊອບເຝົ້າຍາມທາງເຂົ້າບ່ອນທີ່ພຣະເຈົ້າຢາເວສະຖິດຢູ່.
20ໃນສະໄໝກ່ອນນັ້ນຟີເນຮາ ລູກຊາຍຂອງເອເລອາຊາເຄີຍເປັນຂ້າລາຊະການທີ່ຮັບຜິດຊອບເບິ່ງແຍງພວກຄົນເຝົ້າຍາມ ແລະ ພຣະເຈົ້າຢາເວຢູ່ນໍາລາວ
21ເຊກາຣີຢາລູກຊາຍຂອງເມເຊເລມີຢາເປັນຄົນເຝົ້າຍາມທາງເຂົ້າຫໍເຕັນບ່ອນຊຸມນຸມ.
22ຜູ້ທີ່ໄດ້ຖືກເລືອກໃຫ້ເປັນຄົນເຝົ້າຍາມປະຕູເຂົ້າເຊິ່ງລວມທັງໝົດມີ 212 ຄົນ ພວກເຂົາໄດ້ຖືກຈົດຊື່ເຂົ້າຕາມລໍາດັບເຊື້ອສາຍໃນບ້ານຕ່າງໆທີ່ພວກເຂົາໄດ້ອາໄສຢູ່. ພວກຄົນເຝົ້າຍາມໄດ້ຮັບມອບໝາຍໃຫ້ຮັບຕໍາແໜ່ງຂອງພວກເຂົາດ້ວຍຄວາມໄວ້ວາງໃຈຈາກດາວິດ ແລະ ຜູ້ທຳນວາຍຊາມູເອນ.
23ພວກເຂົາ ແລະ ເຊື້ອສາຍໄດ້ຮັບໜ້າທີ່ເຝົ້າຍາມປະຕູຕ່າງໆຂອງວິຫານຂອງພຣະເຈົ້າຢາເວ ວິຫານເອີ້ນວ່າ ຫໍເຕັນແຫ່ງການຊຸມນຸມ. 24ພວກຄົນເຝົ້າຍາມປະຈຳການທີ່ປະຕູທັງສີ່ດ້ານຄືດ້ານຕາເວັນອອກ, ຕາເວັນຕົກ, ເໜືອ ແລະ ໃຕ້. 25ພີ່ນ້ອງຊາວເລວີຂອງພວກເຂົາຈາກບ້ານຕ່າງໆກໍໄດ້ປ່ຽນຜຽນກັນ ແລະ ໄດ້ແປ່ງໜ້າທີ່ກັນເຝົ້າເທື່ອລະເຈັດວັນ. 26ຫົວໜ້າເຝົ້າຍາມປະຕູສີ່ຄົນເປັນຊາວເລວີທີ່ໄດ້ຮັບຄວາມໄວ້ວາງໃຈໃຫ້ຮັບຜິດຊອບຫ້ອງຕ່າງໆ ແລະ ຊັບສົມບັດຕ່າງໆໃນວິຫານຂອງພຣະເຈົ້າ. 27ພວກເຂົາຕ້ອງເຝົ້າຍາມປະຈຳການອ້ອມວິຫານຂອງພຣະເຈົ້າຕະຫລອດຄືນ, ເພາະພວກເຂົາຕ້ອງເຝົ້າຮັກສາວິຫານ ແລະ ພວກເຂົາມີໜ້າທີ່ເປີດປະຕູທຸກເຊົ້າ.
28ພວກເຂົາບາງຄົນມີໜ້າທີ່ຮັບຜິດຊອບເບິ່ງແຍງເຄື່ອງໃຊ້ຕ່າງໆທີ່ນໍາໃຊ້ໃນການນະມັດສະການ, ພວກເຂົາຈະນັບເບິ່ງເມື່ອພວກເຂົາໄດ້ນໍາໄປ ແລະ ນຳເອົາກັບມາ. 29ຄົນອື່ນຖືກຮັບຜິດຊອບເບິ່ງແຍງເຄື່ອງໃຊ້ຕ່າງໆ ແລະ ເຄື່ອງໃຊ້ສັກສິດລວມທັງແປ້ງ, ເຫລົ້າອະງຸ່ນ, ນໍ້າມັນໝາກກອກ, ເຄື່ອງຫອມ ແລະ ເຄື່ອງເທດ. 30ແຕ່ປະໂລຫິດບາງຄົນເບິ່ງແຍງການປຸງເຄື່ອງເທດ 31ຊາວເລວີຄົນໜຶ່ງຊື່ວ່າ ມັດຕີທີຢາ, ລູກຊາຍກົກຂອງຊໍລູມແຫ່ງຕະກຸນໂກຣາ, ໄດ້ຮັບຜິດຊອບໜ້າທີ່ໃຫ້ເຮັດເຂົ້າຈີ່ຖວາຍບູຊາ. 32ພີ່ນ້ອງຕະກຸນໂກຮາດບາງຄົນມີໜ້າທີ່ຈັດຕຽມເຂົ້າຈີ່ວາງໄວ້ເທິງໂຕະທຸກວັນຊະບາໂຕ.
33ບັນດານັກດົນຕີທີ່ເປັນຫົວໜ້າຄອບຄົວຕ່າງໆຂອງຊາວເລວີໄດ້ພັກທີ່ຫ້ອງໃນວິຫານ ແລະ ໄດ້ຖືກຍົກເວັ້ນຈາກໜ້າທີ່ອື່ນໆ ເພາະພວກເຂົາຕ້ອງຮັບຜິດຊອບວຽກທັງກາງເວັນ ແລະ ກາງຄືນ.
34ພວກຄົນເຫລົ່ານີ້ເປັນຫົວໜ້າຄອບຄົວ ແລະ ເປັນຜູ້ນຳຕ່າງໆຂອງຊາວເລວີ ມີລາຍຊື່ບັນທຶກໄວ້ຕາມລຳດັບເຊື້ອສາຍຂອງພວກເຂົາ ແລະ ໄດ້ອາໄສໃນຢູ່ເຢຣູຊາເລັມ.
ເຊື້ອສາຍຂອງໂຊນ
35ເຢອີເອນເປັນພໍ່ຂອງກີເບໂອນອາໄສຢູ່ທີ່ກີເບໂອນ. ເມຍຂອງລາວຊື່ວ່າມາອາກາ
36ແລະ ລູກຊາຍກົກຂອງລາວແມ່ນອັບໂດນ ລູກຊາຍຄົນອື່ນໆຂອງລາວມີດັ່ງນີ້: ຊຸຣະ, ກີເຊ, ບາອານ, ເນຣະ, ນາດາບ, 37ເກໂດເຣ, ອາຮີໂອ, ເຊກາຣີຢາ ແລະ ມີກໂລດ, 38ມີກໂລດເປັນພໍ່ຂອງຊີເມອາ. ພວກເຂົາກໍອາໄສຢູ່ໃກ້ຍາດພີ່ນ້ອງທີ່ຢູ່ເຢຣູຊາເລັມເໝືອນກັນ.
39ເນຣະເປັນພໍ່ຂອງກີເຊ, ກີເຊເປັນພໍ່ຂອງໂຊນ ແລະ ໂຊນເປັນພໍ່ຂອງໂຢນາທານ, ມັນກີຊູອາ, ອາບີນາດາບ ແລະ ເອຊະບາອານ.
40ລູກຊາຍຂອງໂຢນາທານ ມີດັ່ງນີ້: ເມຣິບບາອານ, ຜູ້ເປັນພໍ່ຂອງມີກາ.
41ບັນດາລູກຊາຍຂອງມີກາ ມີດັ່ງນີ້: ປີໂທນ, ເມເລັກ, ຕາເຣອາ ແລະ ອາຮາດ.
42ອາຮາດເປັນພໍ່ຂອງຢາດາ, ຢາດາເປັນພໍ່ຂອງອາເລເມດ, ອາຊະມາເວດ ແລະ ຊິມຣີ, ຊິມຣີເປັນພໍ່ຂອງໂມຊາ. 43ໂມຊາເປັນພໍ່ຂອງບີເນອາ, ບີເນອາເປັນພໍ່ຂອງເຣຟາອີຢາ, ເຣຟາອີຢາເປັນພໍ່ຂອງເອເລອາສາ, ເອເລອາສາເປັນພໍ່ຂອງອາເຊນ.
44ອາເຊນມີລູກຊາຍຫົກຄົນ ມີດັ່ງນີ້: ອາຊະຣີກຳ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ ແລະ ຮານານ. ຄົນເຫລົ່ານີ້ເປັນລູກຊາຍຂອງອາເຊນ.