Skip to content
The Believer's Library

Biblica® Open Lao Contemporary Version

Ruth 3 OLCV

Show OLCV only
Verse × ×
1 Then her mother-in-law Naomi said, "My daughter, shouldn't I seek a home for you, so it goes well for you? ມື້​ໜຶ່ງ​ນາງ​ນາໂອມີ​ຜູ້​ເປັນ​ແມ່ຍ່າ​ຂອງ​ນາງ​ຣຸດ ກໍ​ໄດ້​ເວົ້າ​ກັບ​ນາງ​ຣຸດ​ວ່າ, “ລູກ​ຂອງ​ແມ່, ແມ່​ຈະ​ຕ້ອງ​ຫາ​ເຮືອນ​ໃຫ້​ລູກ, ຄື​ບ່ອນ​ທີ່​ລູກ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ເປັນ​ຢ່າງ​ດີ.
2 Isn't Boaz, whose young women you were with, our relative? Tonight he winnows barley at the threshing floor. ບັດນີ້ ໂບອາດ, ຄົນ​ທີ່​ລູກ​ໄດ້​ໄປ​ເຮັດ​ວຽກ​ກັບ​ຄົນ​ງານ​ແມ່ຍິງ​ຂອງ​ເພິ່ນ​ນັ້ນ ເປັນ​ຍາດ​ພີ່ນ້ອງ​ຂອງ​ພວກເຮົາ. ຄືນ​ນີ້​ເພິ່ນ​ຈະ​ມາ​ຟາດ​ເຂົ້າບາເລ​ຢູ່​ທີ່​ລານ​ຟາດ​ເຂົ້າ.
3 Wash, perfume yourself, put on your cloak, and go down to the threshing floor. Don't reveal yourself to the man until he finishes eating and drinking. ຈົ່ງ​ອາບ​ນ້ຳ, ທາ​ນ້ຳຫອມ ແລະ ນຸ່ງ​ເຄື່ອງ​ໂຕ​ທີ່​ດີ​ທີ່ສຸດ. ຫລັງຈາກນັ້ນ​ກໍ​ໄປ​ທີ່​ລານ​ຟາດ​ເຂົ້າ, ແຕ່​ຢ່າ​ໃຫ້​ເພິ່ນ​ຮູ້​ວ່າ​ລູກ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເພິ່ນ​ຈະ​ກິນ ແລະ ດື່ມ​ແລ້ວ.
4 When he lies down, note the place; go uncover his feet and lie down—he'll tell you what to do." ເມື່ອ​ເພິ່ນ​ນອນ​ລົງ, ຈົ່ງ​ສັງເກດ​ເບິ່ງ​ວ່າ​ເພິ່ນ​ນອນ​ຢູ່​ບ່ອນ​ໃດ. ແລ້ວ​ຈົ່ງ​ໄປ ແລະ ເປີດ​ຜ້າຫົ່ມ​ທີ່​ຕີນ​ຂອງ​ເພິ່ນ​ຂຶ້ນ ແລະ ນອນ​ລົງ​ຢູ່​ທີ່​ນັ້ນ. ເພິ່ນ​ຈະ​ບອກ​ລູກ​ວ່າ​ຈະ​ໃຫ້​ເຮັດ​ຫຍັງ”.
5 And Ruth said to her, "All that you say I will do." ນາງ​ຣຸດ​ໄດ້​ຕອບ​ວ່າ, “ລູກ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ແມ່​ບອກ”.
6 So she went down to the threshing floor and did everything her mother-in-law had told her. ດັ່ງນັ້ນ ນາງ​ຣຸດ​ຈຶ່ງ​ໄດ້​ລົງ​ໄປ​ທີ່​ລານ​ຟາດ​ເຂົ້າ ແລະ ໄດ້​ເຮັດ​ຕາມ​ທີ່​ແມ່ຍ່າ​ບອກ​ຕົນ​ທຸກ​ສິ່ງ.
7 Boaz ate, drank, and felt good, then lay down at the end of the grain heap. She came secretly, uncovered his feet, and lay down. ເມື່ອ​ໂບອາດ​ໄດ້​ກິນ ແລະ ດື່ມ​ຈົນ​ອິ່ມ​ໜຳ​ສຳລານ​ແລ້ວ ເພິ່ນ​ຈຶ່ງ​ໄປ​ນອນ​ລົງ​ຢູ່​ຂ້າງ​ກອງ​ເຂົ້າ, ນາງ​ຣຸດ​ຈຶ່ງ​ຄ່ອຍ​ຢ່ອງ​ເຂົ້າ​ໄປ​ຢ່າງ​ງຽບໆ, ເປີດ​ຜ້າຫົ່ມ​ທີ່​ຕີນ​ຂອງ​ໂບອາດ​ຂຶ້ນ ແລະ ນອນ​ລົງ​ຢູ່​ທີ່​ນັ້ນ.
8 At midnight the man was startled, turned over, and there lay a woman at his feet! ໃນ​ຕອນ​ທ່ຽງ​ຄືນ​ມີ​ບາງ​ຢ່າງ​ເຮັດ​ໃຫ້​ຊາຍ​ຄົນ​ນັ້ນ​ຕົກ​ໃຈ; ເພິ່ນ​ໄດ້​ຫລຽວ​ເບິ່ງ ແລະ ມີ​ແມ່ຍິງ​ກຳລັງ​ນອນ​ຢູ່​ທີ່​ຕີນ​ຂອງ​ຕົນ!
9 "Who are you?" he asked. "I am Ruth, your servant," she said. "Spread your cloak's corner over your servant, for you are a redeemer." ເພິ່ນ​ໄດ້​ຖາມ​ວ່າ, “ເຈົ້າ​ແມ່ນ​ຜູ້ໃດ?” ນາງ​ຣຸດ​ຕອບ​ວ່າ, “ຂ້ານ້ອຍ​ແມ່ນ​ຣຸດ​ຜູ້ຮັບໃຊ້​ຂອງ​ທ່ານ. ຂໍ​ໂຜດ​ພື​ເສື້ອ​ຂອງ​ທ່ານ​ຄຸມ​ໂຕ​ຂອງ​ຂ້ານ້ອຍ​ດ້ວຍ, ເພາະ​ທ່ານ​ເປັນ​ຍາດ​ພີ່ນ້ອງ​ໃກ້ຊິດ ເຊິ່ງ​ຈະ​ຊ່ວຍ​ໄຖ່​ຖອນ​ພວກຂ້ານ້ອຍ​ໄດ້”.
10 He said, "Blessed are you by our Father, my daughter. This last kindness is better than the first, since you didn't chase young men, poor or rich. ໂບອາດ​ໄດ້​ຕອບ​ວ່າ, “ລູກ​ສາວ, ຂໍ​ພຣະເຈົ້າ​ຢາເວ​ອວຍພອນ​ເຈົ້າ”. “ຄັ້ງ​ນີ້​ເຈົ້າ​ໄດ້​ສະແດງ​ນ້ຳ​ໃຈ​ຕໍ່​ນາໂອມີ​ຫລາຍ​ກວ່າ​ຄັ້ງ​ກ່ອນ ຄື​ເຈົ້າ​ບໍ່​ໄດ້​ເລືອກ​ຊາຍ​ໜຸ່ມ, ບໍ່​ວ່າ​ຈະ​ຮັ່ງມີ ຫລື ທຸກຍາກ.
11 Now, my daughter, don't be afraid. I'll do all you ask, for my whole town knows you're a worthy woman. ແລະ ບັດນີ້, ລູກ​ສາວ, ຢ່າ​ຢ້ານ​ເລີຍ, ຂ້ອຍ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ຂໍ​ທຸກ​ຢ່າງ. ພີ່ນ້ອງ​ຊາວ​ເມືອງ​ທຸກຄົນ​ຕ່າງ​ກໍ​ຮູ້​ວ່າ​ເຈົ້າ​ເປັນ​ຍິງ​ທີ່​ມີ​ຈິດ​ໃຈ​ງາມ.
12 Now it is true that I am a redeemer, yet there is a redeemer nearer than I. ເຖິງ​ແມ່ນ​ວ່າ​ຂ້ອຍ​ເປັນ​ຜູ້​ທີ່​ຊ່ວຍ​ໄຖ່​ຖອນ​ຄອບຄົວ​ຂອງ​ເຈົ້າ​ໄດ້​ກໍ​ຈິງ ແຕ່​ກໍ​ມີ​ອີກ​ຄົນ​ໜຶ່ງ​ທີ່​ເປັນ​ຍາດ​ພີ່ນ້ອງ​ໃກ້ຊິດ​ຫລາຍ​ກວ່າ​ຂ້ອຍ.
13 Stay tonight. In the morning, if he'll redeem you—good, let him redeem. If not, as our Father lives, I will redeem you. Lie down until morning." ຈົ່ງ​ນອນ​ຢູ່​ທີ່​ນີ້​ຄືນ​ນີ້ ແລະ ໃນ​ຕອນ​ເຊົ້າ ຖ້າ​ລາວ​ຢາກ​ເຮັດ​ໜ້າທີ່​ຂອງ​ລາວ​ໃນ​ການ​ໄຖ່​ຖອນ​ຂອງ​ເຈົ້າ, ກໍ​ດີ​ແລ້ວ; ໃຫ້​ລາວ​ໄຖ່​ຖອນ​ເອົາ​ເຈົ້າ. ແຕ່​ຖ້າ​ລາວ​ບໍ່​ເຕັມ​ໃຈ, ຕາບ​ໃດ​ທີ່​ພຣະເຈົ້າ​ຢາເວ​ດຳລົງ​ຢູ່ ຂ້ອຍ​ກໍ​ຈະ​ເຮັດ​ໜ້າທີ່​ນີ້​ຢ່າງ​ແນ່ນອນ. ຈົ່ງ​ນອນ​ຢູ່​ທີ່​ນີ້​ຈົນ​ກວ່າ​ຈະ​ເຖິງ​ເຊົ້າ”.
14 She lay at his feet until morning, rose before anyone was recognizable, for he said, "No one may know a woman came to the threshing floor." ດັ່ງນັ້ນ ນາງ​ຈຶ່ງ​ນອນ​ຢູ່​ທີ່​ຕີນ​ຂອງ​ເພິ່ນ​ຈົນ​ເຖິງ​ເຊົ້າ, ແຕ່​ໄດ້​ຕື່ນ​ຂຶ້ນ​ກ່ອນ​ທີ່​ຈະ​ມີ​ຄົນ​ສັງເກດ​ເຫັນ ແລະ ໂບອາດ​ໄດ້​ເວົ້າ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ຮູ້​ວ່າ​ມີ​ຍິງ​ຄົນ​ໜຶ່ງ​ໄດ້​ມາ​ທີ່​ລານ​ຟາດ​ເຂົ້າ​ນີ້”.
15 He said, "Bring the shawl you're wearing; hold it out." She held it out. He measured six portions of barley, put it on her, and went into the city. ເພິ່ນ​ຍັງ​ໄດ້​ເວົ້າ​ອີກ​ວ່າ, “ຈົ່ງ​ເອົາ​ຜ້າ​ທີ່​ເຈົ້າ​ຄຸມ​ບ່າ​ຢູ່​ນັ້ນ​ມາ​ໃຫ້​ຂ້ອຍ ແລະ ພື​ຜ້າ​ນັ້ນ​ອອກ”. ເມື່ອ​ນາງ​ເຮັດ​ຕາມ, ເພິ່ນ​ກໍ​ໄດ້​ຖອກ​ເຂົ້າບາເລ​ຈຳນວນ 6 ເຄື່ອງຜອງ​ໃສ່​ໃນ​ຜ້າ​ນັ້ນ ແລະ ຍົກ​ໃຫ້​ນາງ​ແບກ​ໄປ. ຫລັງ​ຈາກ​ນັ້ນ ເພິ່ນ​ກໍ​ກັບ​ເຂົ້າ​ໄປ​ໃນ​ເມືອງ.
16 When Ruth came to her mother-in-law, Naomi asked, "How did it go, my daughter?" She told her all the man had done for her. ເມື່ອ​ນາງ​ຣຸດ​ກັບ​ມາ​ຫາ​ແມ່ຍ່າ​ຂອງ​ຕົນ, ນາງ​ນາໂອມີ​ໄດ້​ຖາມ​ວ່າ, “ເປັນ​ຢ່າງໃດ, ລູກ​ຂອງ​ແມ່?” ຫລັງຈາກນັ້ນ ນາງ​ກໍ​ໄດ້​ເລົ່າ​ທຸກສິ່ງ​ທີ່​ໂບອາດ​ໄດ້​ເຮັດ​ກັບ​ຕົນ​ໃຫ້​ນາງ​ນາໂອມີ​ຟັງ
17 She said, "He gave me these six measures of barley, saying, 'Don't return to your mother-in-law empty-handed.'" ແລະ ຍັງ​ເວົ້າ​ອີກ​ວ່າ, “ເພິ່ນ​ໄດ້​ມອບ​ເຂົ້າບາເລ​ຈຳນວນ 6 ເຄື່ອງຜອງ​ໃຫ້​ແກ່​ລູກ, ໂດຍ​ເວົ້າ​ວ່າ, ‘ຢ່າ​ກັບ​ໄປ​ຫາ​ແມ່ຍ່າ​ຂອງ​ເຈົ້າ​ດ້ວຍ​ມື​ເປົ່າ​ເລີຍ’ ”.
18 Naomi said, "Wait, my daughter, until you know the outcome, for the man won't rest until he settles it today." ຫລັງ​ຈາກ​ນັ້ນ ນາງ​ນາໂອມີ​ກໍ​ໄດ້​ເວົ້າ​ວ່າ, “ຈົ່ງ​ລໍຖ້າ, ລູກ​ຂອງ​ແມ່, ຈົນ​ກວ່າ​ເຈົ້າ​ຈະ​ຮູ້​ວ່າ​ເລື່ອງ​ນີ້​ຈະ​ເປັນ​ໄປ​ຢ່າງ​ໃດ. ເພາະ​ໂບອາດ​ຈະ​ບໍ່​ຢູ່​ເສີຍ​ຈົນ​ກວ່າ​ຈະ​ຈັດການ​ເລື່ອງ​ນີ້​ໃຫ້​ຮຽບຮ້ອຍ​ໃນ​ວັນ​ນີ້”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]