Skip to content
The Believer's Library

Biblica® Open Lao Contemporary Version

Ruth 4 OLCV

Show OLCV only
Verse × ×
1 Boaz went up to the town gate and sat. When the family redeemer he'd mentioned came by, Boaz said, "Come sit here, friend." So he came and sat. ໃນ​ຂະນະ​ນັ້ນ ໂບອາດ​ໄດ້​ໄປ​ທີ່​ປະຕູ​ເມືອງ ແລະ ນັ່ງ​ລົງ​ທີ່​ນັ້ນ ເມື່ອ​ຍາດ​ພີ່ນ້ອງ​ໃກ້ຊິດ​ຄົນ​ທີ່​ມີ​ສິດ​ໄຖ່​ຖອນ ເຊິ່ງ​ໂບອາດ​ໄດ້​ເວົ້າ​ເຖິງ​ນັ້ນ​ໄດ້​ຜ່ານ​ມາ, ໂບອາດ​ກໍ​ໄດ້​ເວົ້າ​ວ່າ, “ສະຫາຍ, ເຊີນ​ມາ​ທີ່​ນີ້ ແລະ ນັ່ງ​ລົງ​ກ່ອນ”. ດັ່ງນັ້ນ ລາວ​ຈຶ່ງ​ມາ ແລະ ນັ່ງ​ລົງ.
2 Then he took ten of the town elders and said, "Sit here." So they sat down. ໂບອາດ​ໄດ້​ເຊີນ​ຜູ້ອາວຸໂສ​ຂອງ​ເມືອງ​ນັ້ນ​ມາ​ສິບ​ຄົນ ແລະ ເວົ້າ​ວ່າ, “ຂໍ​ເຊີນ​ນັ່ງ​ຢູ່​ບ່ອນ​ນີ້” ແລ້ວ​ພວກເຂົາ​ກໍ​ນັ່ງ​ລົງ.
3 He told the family redeemer, "Naomi, back from Moab's country, is selling the parcel of land that belonged to our brother Elimelech. ດັ່ງນັ້ນ ໂບອາດ​ຈຶ່ງ​ເວົ້າ​ກັບ​ຍາດ​ພີ່ນ້ອງ​ຜູ້​ມີ​ສິດ​ໄຖ່​ຖອນ​ນັ້ນ​ວ່າ, “ນາງ​ນາໂອມີ, ຜູ້​ກັບ​ມາ​ຈາກ​ໂມອາບ ກໍ​ກຳລັງ​ຈະ​ຂາຍ​ທີ່​ດິນ​ຕອນ​ໜຶ່ງ ເຊິ່ງ​ເປັນ​ຂອງ​ເອລີເມເຫລັກ ຍາດ​ພີ່ນ້ອງ​ຂອງ​ພວກເຮົາ.
4 So I decided to tell you: buy it before those sitting here and my people's elders. If you'll redeem it, redeem it. If not, tell me so I know, since no one but you can redeem, and I'm after you." He said, "I will redeem it." ຂ້ອຍ​ຄິດ​ວ່າ​ຂ້ອຍ​ຄວນ​ຈະ​ເວົ້າ​ເລື່ອງ​ນີ້​ກັບ​ເຈົ້າ ແລະ ແນະນຳ​ໃຫ້​ເຈົ້າ​ຊື້​ທີ່​ດິນ​ຕໍ່ໜ້າ​ບັນດາ​ຄົນ​ທີ່​ນັ່ງ​ຢູ່​ບ່ອນ​ນີ້ ແລະ ຕໍ່ໜ້າ​ບັນດາ​ຜູ້ອາວຸໂສ​ຂອງ​ຂ້ອຍ. ຖ້າ​ເຈົ້າ​ຢາກ​ຈະ​ໄຖ່ ກໍ​ຂໍ​ໃຫ້​ໄຖ່. ແຕ່​ຖ້າ​ເຈົ້າ​ບໍ່​ຢາກ​ໄຖ່ ກໍ​ຂໍ​ໃຫ້​ບອກ​ຂ້ອຍ ເພື່ອ​ຂ້ອຍ​ຈະ​ໄດ້​ຮູ້. ເພາະ​ບໍ່​ມີ​ຜູ້​ໃດ​ມີ​ສິດ​ໄຖ່ ຍົກເວັ້ນ​ເຈົ້າ ແລະ ຮອງ​ລົງ​ມາ​ຈາກ​ເຈົ້າ​ກໍ​ແມ່ນ​ຂ້ອຍ”. ລາວ​ໄດ້​ຕອບ​ວ່າ, “ຂ້ອຍ​ຈະ​ໄຖ່”.
5 Boaz said, "The day you buy the field from Naomi, you also acquire Ruth the Moabite, the dead man's widow, to raise up his name on his inheritance." ຫລັງຈາກນັ້ນ ໂບອາດ​ຈຶ່ງ​ເວົ້າ​ວ່າ, “ໃນ​ວັນ​ທີ່​ເຈົ້າ​ຊື້​ທີ່​ດິນ​ຈາກ​ນາງ​ນາໂອມີ ເຈົ້າ​ຍັງ​ຈະ​ໄດ້​ນາງ​ຣຸດ​ທີ່​ເປັນ​ຊາວ​ໂມອາບ, ເຊິ່ງ​ເປັນ​ເມຍ​ຂອງ​ຜູ້​ຕາຍ​ທີ່​ເປັນ​ຍິງ​ໝ້າຍ​ດ້ວຍ, ເພື່ອ​ສືບ​ນາມ​ຂອງ​ຜູ້​ຕາຍ​ຕໍ່ໄປ​ເທິງ​ທີ່​ດິນ​ອັນ​ເປັນ​ກຳມະສິດ​ຂອງ​ລາວ”.
6 Then the redeemer said, "I can't redeem it myself, or I'd ruin my own inheritance. You take my right of redemption; I cannot redeem it." ຜູ້​ມີ​ສິດ​ໄຖ່​ຖອນ​ນັ້ນ​ໄດ້​ຕອບ​ວ່າ, “ຖ້າ​ເປັນ​ເຊັ່ນ​ນັ້ນ​ຂ້ອຍ​ບໍ່​ສາມາດ​ໄຖ່​ທີ່​ດິນ​ນັ້ນ​ໄດ້ ເພາະ​ຊັບສິນ​ສ່ວນ​ທີ່​ເປັນ​ຂອງ​ຂ້ອຍ​ກໍ​ອາດ​ຈະ​ເສຍ​ໄປ. ຂໍ​ໃຫ້​ເຈົ້າ​ໄຖ່​ທີ່​ດິນ​ນັ້ນ​ເອົາ​ໄວ້​ເອງ​ສາ. ຂ້ອຍ​ບໍ່​ສາມາດ​ເຮັດ​ໄດ້”.
7 Earlier in Israel, to make any deal for redeeming or exchanging property binding, a man would take off his sandal and give it to the other. This confirmed agreements in Israel. (ໃນ​ສະໄໝ​ນັ້ນ ເປັນ​ທຳນຽມ​ໃນ​ອິດສະຣາເອນ​ສຳລັບ​ການ​ໄຖ່ ແລະ ການ​ຕົກລົງ​ໂອນ​ສິດ​ໃນ​ຊັບສິນ, ໂດຍ​ຝ່າຍ​ໜຶ່ງ​ຖອດ​ເກີບ​ອອກ​ມາ ແລະ ມອບ​ເກີບ​ນັ້ນ​ໃຫ້​ອີກ​ຝ່າຍ​ໜຶ່ງ. ນີ້​ແມ່ນ​ການ​ຢືນຢັນ​ຂໍ້​ຕົກລົງ​ຕາມ​ກົດໝາຍ​ໃນ​ອິດສະຣາເອນ).
8 So when the family redeemer said to Boaz, "Buy it for yourself," he took off his sandal. ດັ່ງນັ້ນ ຂະນະ​ທີ່​ຜູ້​ມີ​ສິດ​ໄຖ່​ເວົ້າ​ກັບ​ໂບອາດ​ວ່າ, “ໃຫ້​ເຈົ້າ​ຊື້​ເອງ​ສາ”. ແລ້ວ​ລາວ​ກໍ​ໄດ້​ຖອດ​ເກີບ​ອອກ​ມາ.
9 Then Boaz told the elders and all the people, "You are witnesses today that I have bought from Naomi all that belonged to Elimelech, Chilion, and Mahlon. ຫລັງຈາກນັ້ນ ໂບອາດ​ຈຶ່ງ​ປະກາດ​ກັບ​ບັນດາ​ຜູ້ອາວຸໂສ ແລະ ຄົນ​ທັງໝົດ​ວ່າ, “ພວກທ່ານ​ທັງຫລາຍ​ເປັນ​ພະຍານ​ວ່າ​ໃນ​ມື້​ນີ້​ຂ້າພະເຈົ້າ​ໄດ້​ຊື້​ຊັບສິນ​ທັງໝົດ​ຂອງ​ເອລີເມເຫລັກ, ກີລີໂອນ ແລະ ມາໂລນ ຈາກ​ນາງ​ນາໂອມີ.
10 I have also taken Ruth the Moabite, Mahlon's widow, as my wife, to preserve the dead man's name with his inheritance, so his name won't vanish from his family or his hometown's records. You are witnesses today." ພ້ອມ​ກັນ​ນີ້​ຂ້າພະເຈົ້າ​ໄດ້​ຂໍ​ຮັບ​ນາງ​ຣຸດ​ຍິງ​ຊາວ​ໂມອາບ, ເມຍ​ໝ້າຍ​ຂອງ​ມາໂລນ ມາ​ເປັນ​ເມຍ​ຂອງ​ຂ້າພະເຈົ້າ​ດ້ວຍ, ເພື່ອ​ນາງ​ຈະ​ໄດ້​ມີ​ບຸດ​ສືບ​ເຊື້ອສາຍ​ຂອງ​ຜູ້​ຕາຍ​ພ້ອມ​ດ້ວຍ​ກຳມະສິດ​ຂອງ​ລາວ, ເພື່ອ​ເຊື້ອສາຍ​ຂອງ​ລາວ​ຈະ​ບໍ່​ຂາດ​ຫາຍ​ໄປ​ຈາກ​ທ່າມກາງ​ຄອບຄົວ​ຂອງ​ລາວ ຫລື ຫາຍ​ໄປ​ຈາກ​ບ້ານ​ເມືອງ​ຂອງ​ລາວ. ພວກທ່ານ​ທັງຫລາຍ​ໄດ້​ເປັນ​ພະຍານ​ໃນ​ວັນ​ນີ້!”
11 Then all the people at the gate and the elders said, "We are witnesses. May our Father make the woman entering your house like Rachel and Leah, who together built the house of Israel. Prosper in Ephrathah and be famous in Bethlehem. ບັນດາ​ຜູ້ອາວຸໂສ ແລະ ຄົນ​ທັງໝົດ​ທີ່​ຢືນ​ຢູ່​ທີ່​ປະຕູ​ເມືອງ​ຈຶ່ງ​ໄດ້​ເວົ້າ​ວ່າ, “ພວກເຮົາ​ເປັນ​ພະຍານ. ຂໍ​ພຣະເຈົ້າ​ຢາເວ​ໂຜດ​ເຮັດ​ໃຫ້​ຍິງ​ຄົນ​ນີ້ ເຊິ່ງ​ກ້າວ​ເຂົ້າ​ມາ​ສູ່​ເຮືອນ​ຂອງ​ທ່ານ​ຈົ່ງ​ເປັນ​ເໝືອນ​ນາງ​ຣາເຊັນ ແລະ ນາງ​ເລອາ, ຜູ້​ທີ່​ຮ່ວມ​ກັນ​ສ້າງ​ຄອບຄົວ​ອິດສະຣາເອນ. ຂໍ​ໃຫ້​ທ່ານ​ຍິ່ງໃຫຍ່​ໃນ​ເອຟະລາທາ ແລະ ມີ​ຊື່ສຽງ​ດີ​ໃນ​ເບັດເລເຮັມ.
12 May your house be like Perez's, whom Tamar bore to Judah, through the children our Father gives you by this young woman." ໂດຍ​ຜ່ານ​ທາງ​ລູກ​ຫລານ​ທີ່​ພຣະເຈົ້າ​ຢາເວ​ຈະ​ມອບ​ໃຫ້​ແກ່​ທ່ານ​ຈາກ​ຍິງ​ສາວ​ຄົນ​ນີ້, ຂໍ​ໃຫ້​ຄອບຄົວ​ຂອງ​ທ່ານ​ເປັນ​ເໝືອນ​ດັ່ງ​ຄອບຄົວ​ຂອງ​ເປເຣັດ, ເຊິ່ງ​ນາງ​ຕາມາ​ໄດ້​ກຳເນີດ​ລູກ​ໃຫ້​ແກ່​ຢູດາ”.
13 So Boaz took Ruth as his wife. He slept with her, and our Father let her conceive, and she gave birth to a son. ດັ່ງນັ້ນ ໂບອາດ​ຈຶ່ງ​ໄດ້​ຮັບ​ເອົາ​ນາງ​ຣຸດ​ມາ ແລະ ນາງ​ຈຶ່ງ​ກາຍ​ເປັນ​ເມຍ​ຂອງ​ເພິ່ນ. ເມື່ອ​ໂບອາດ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ນາງ, ພຣະເຈົ້າ​ຢາເວ​ຈຶ່ງ​ໃຫ້​ນາງ​ຖືພາ ແລະ ເກີດ​ລູກຊາຍ​ຄົນ​ໜຶ່ງ.
14 Then the women said to Naomi, "Praise our Father, who has not left you today without a family redeemer—may his name become famous in Israel! ພວກ​ແມ່ຍິງ​ໄດ້​ເວົ້າ​ກັບ​ນາງ​ນາໂອມີ​ວ່າ: “ສັນລະເສີນ​ພຣະເຈົ້າ​ຢາເວ, ຜູ້​ທີ່​ໃນ​ມື້​ນີ້​ບໍ່​ໄດ້​ປະ​ໃຫ້​ເຈົ້າ​ປາດສະຈາກ​ຍາດ​ພີ່ນ້ອງ​ທີ່​ມີ​ສິດ​ໄຖ່. ຂໍ​ໃຫ້​ລາວ​ມີ​ຊື່ສຽງ​ຊ່າ​ລື​ທົ່ວ​ອິດສະຣາເອນ!
15 He will renew your life and sustain your old age, for your daughter-in-law who loves you, worth more to you than seven sons, has borne him." ລາວ​ຈະ​ຟື້ນຟູ​ຊີວິດ​ຂອງ​ເຈົ້າ ແລະ ຄ້ຳຊູ​ເຈົ້າ​ໃນ​ຍາມ​ທີ່​ເຈົ້າ​ເຖົ້າແກ່. ເພາະ​ລູກໄພ້​ຂອງ​ເຈົ້າ, ຜູ້​ທີ່​ຮັກ​ເຈົ້າ ແລະ ຜູ້​ທີ່​ດີ​ຕໍ່​ເຈົ້າ​ຫລາຍ​ກວ່າ​ລູກຊາຍ​ເຈັດ​ຄົນ​ທີ່​ໄດ້​ໃຫ້​ກຳເນີດ”.
16 Then Naomi took the child, held him on her lap, and cared for him. ນາງ​ນາໂອມີ​ກໍ​ໄດ້​ອູ້ມ​ເດັກນ້ອຍ​ໄວ້​ໃນ​ແຂນ​ຂອງ​ຕົນ ແລະ ລ້ຽງດູ​ລາວ.
17 The neighbor women named him: "A son is born to Naomi!" They called him Obed, father of Jesse, father of David. ຜູ້​ຍິງ​ທີ່​ອາໄສ​ຢູ່​ທີ່​ນັ້ນ​ໄດ້​ເວົ້າ​ວ່າ, “ນາງ​ນາໂອມີ​ມີ​ລູກຊາຍ!” ແລະ ພວກເຂົາ​ໄດ້​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ​ໂອເບັດ. ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ, ເຊິ່ງ​ເປັນ​ພໍ່​ຂອງ​ດາວິດ.
18 Now these are the generations of Perez: Perez fathered Hezron, ລຳດັບ​ເຊື້ອສາຍ​ຂອງ​ເປເຣັດ​ມີ​ດັ່ງນີ້: ເປເຣັດ​ເປັນ​ພໍ່​ຂອງ​ເຮຊະໂຣນ
19 Hezron fathered Ram, Ram fathered Amminadab, ເຮຊະໂຣນ​ເປັນ​ພໍ່​ຂອງ​ຣາມ ຣາມ​ເປັນ​ພໍ່​ຂອງ​ອຳມີນາດາບ
20 Amminadab fathered Nahshon, Nahshon fathered Salmon, ອຳມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ ນາໂຊນ​ເປັນ​ພໍ່​ຂອງ​ຊານໂມນ
21 Salmon fathered Boaz, Boaz fathered Obed, ຊານໂມນ​ເປັນ​ພໍ່​ຂອງ​ໂບອາດ ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ
22 Obed fathered Jesse, and Jesse fathered David. ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ ແລະ ເຢຊີ​ເປັນ​ພໍ່​ຂອງ​ດາວິດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]