Skip to content
The Believer's Library

Biblica® Open Lao Contemporary Version

Romans 8 OLCV

Show OLCV only
Verse × ×
1 There is therefore now no condemnation for those who are in Christ Jesus. ເຫດສະນັ້ນ ບັດນີ້​ຈຶ່ງ​ບໍ່​ມີ​ການລົງໂທດ​ແກ່​ບັນດາ​ຜູ້​ທີ່​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ
2 In Christ Jesus, the Spirit's law of life freed you from sin and death's law. ເພາະວ່າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ກົດ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ອັນ​ເຮັດ​ໃຫ້​ມີ​ຊີວິດ​ນັ້ນ ໄດ້​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມບາບ ແລະ ຄວາມຕາຍ.
3 What the law couldn't do, weakened by the flesh, our Father did: sending his own Son in the likeness of sinful flesh, as a sin offering, he condemned sin in the flesh, ເພາະ​ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່​ໄດ້ ເນື່ອງ​ຈາກ​ເນື້ອໜັງ​ເຮັດ​ໃຫ້​ອ່ອນແອ​ນັ້ນ​ພຣະເຈົ້າ​ກໍ​ໄດ້​ເຮັດ​ແລ້ວ ໂດຍ​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ເອງ​ມາ​ໃນ​ສະພາບ​ເໝືອນ​ກັບ​ມະນຸດ​ທີ່​ເປັນ​ຄົນບາບ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ຄວາມບາບ ແລະ ດັ່ງນັ້ນ​ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄວາມບາບ​ໃນ​ມະນຸດ​ທີ່​ເປັນ​ຄົນບາບ,
4 so the law's righteous requirement would be fulfilled in us, who walk not according to the flesh but according to the Spirit. ເພື່ອ​ຂໍ້ກຳນົດ​ອັນ​ຊອບທຳ​ຂອງ​ກົດບັນຍັດ​ຈະ​ໄດ້​ສຳເລັດ​ຄົບຖ້ວນ​ໃນ​ພວກເຮົາ​ທັງຫລາຍ ຜູ້​ທີ່​ບໍ່​ດຳເນີນຊີວິດ​ຕາມ​ທຳມະຊາດ​ບາບ ແຕ່​ດຳເນີນຊີວິດ​ຕາມ​ພຣະວິນຍານບໍລິສຸດເຈົ້າ.
5 Those who live by the flesh focus on what the flesh wants; but those who live by the Spirit, on what the Spirit wants. ຜູ້​ທີ່​ດຳເນີນຊີວິດ​ຕາມ​ເນື້ອໜັງ​ກໍ​ໃສ່ໃຈ​ໃນ​ສິ່ງ​ທີ່​ເນື້ອໜັງ​ຕ້ອງການ ແຕ່​ຜູ້​ທີ່​ດຳເນີນຊີວິດ​ຕາມ​ພຣະວິນຍານບໍລິສຸດເຈົ້າ ກໍ​ໃສ່ໃຈ​ໃນ​ສິ່ງ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕ້ອງການ.
6 For a mind fixed on the flesh is death; a mind fixed on the Spirit is life and peace. ຈິດໃຈ​ທີ່​ຖືກ​ຄວບຄຸມ​ໂດຍ​ເນື້ອໜັງ​ກໍ​ນໍາ​ໄປ​ສູ່​ຄວາມຕາຍ ແຕ່​ຈິດໃຈ​ທີ່​ຄວບຄຸມ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ນໍາ​ໄປ​ສູ່​ຊີວິດ ແລະ ສັນຕິສຸກ,
7 For the flesh-ruled mind is hostile to our Father; it doesn't submit to our Father's law—indeed it cannot. ຈິດໃຈ​ທີ່​ຖືກ​ຄວບຄຸມ​ໂດຍ​ເນື້ອໜັງ​ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ, ມັນ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ ມັນ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ກໍ​ບໍ່​ໄດ້.
8 Those ruled by the sinful nature cannot please our Father. ບັນດາ​ຜູ້​ທີ່​ຢູ່​ຝ່າຍ​ເນື້ອໜັງ​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ພຣະເຈົ້າ​ພໍໃຈ​ໄດ້.
9 But you are not in the flesh but in the Spirit, if indeed the Spirit of our Father lives in you. Whoever lacks the Spirit of Christ does not belong to him. ເຖິງ​ຢ່າງໃດ​ກໍ​ຕາມ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ ພວກເຈົ້າ​ກໍ​ບໍ່​ໄດ້​ຢູ່​ຝ່າຍ​ເນື້ອໜັງ​ແຕ່​ຢູ່​ຝ່າຍ​ພຣະວິນຍານ ແລະ ຖ້າ​ຜູ້ໃດ​ບໍ່​ມີ​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ກໍ​ບໍ່​ໄດ້​ເປັນ​ຂອງ​ພຣະຄຣິດເຈົ້າ.
10 But if Christ is in you, the body is dead from sin, but the Spirit is life from righteousness. ແຕ່​ຖ້າ​ພຣະຄຣິດເຈົ້າ​ຢູ່​ໃນ​ພວກເຈົ້າ ເຖິງ​ວ່າ​ຮ່າງກາຍ​ຂອງ​ພວກເຈົ້າ​ຈະ​ຕາຍ​ໄປ​ເພາະ​ຄວາມບາບ ແຕ່​ພຣະວິນຍານ​ໃຫ້​ຊີວິດ​ເພາະ​ຄວາມຊອບທຳ.
11 So if the Spirit of our Father who raised Jesus from the dead lives in you, he who raised Christ from the dead will also make your mortal bodies alive through his Spirit living in you. ແລະ ຖ້າ​ພຣະວິນຍານ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ຢູ່​ໃນ​ພວກເຈົ້າ, ພຣະວິນຍານ​ຜູ້​ເຮັດ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ຈະ​ໃຫ້ຊີວິດ​ແກ່​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ເໝືອນກັນ ເພາະ​ພຣະວິນຍານ​ທີ່​ຢູ່​ໃນ​ພວກເຈົ້າ.
12 So then, brothers and sisters, we are debtors—but not to the flesh, to live by it. ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຈຶ່ງ​ມີ​ພັນທະ​ແຕ່​ບໍ່​ແມ່ນ​ພັນທະ​ຕໍ່​ເນື້ອໜັງ​ທີ່​ເຮົາ​ຕ້ອງ​ດຳເນີນຊີວິດ​ຕາມ​ຢ່າງ​ເນື້ອໜັງ​ນັ້ນ.
13 For if you live by the flesh, you will die; but if by the Spirit you put to death the body's deeds, you will live. ເພາະ​ຖ້າ​ພວກເຈົ້າ​ດຳເນີນຊີວິດ​ຕາມ​ເນື້ອໜັງ​ພວກເຈົ້າ​ກໍ​ຈະ​ຕາຍ, ແຕ່​ຖ້າ​ພວກເຈົ້າ​ໄດ້​ປະຫານ​ການກະທຳ​ອັນ​ຊົ່ວຮ້າຍ​ຂອງ​ຮ່າງກາຍ​ຂອງ​ພວກເຈົ້າ​ໂດຍ​ພຣະວິນຍານ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່.
14 For all who are led by the Spirit of our Father are children of our Father. ເພາະ​ພຣະວິນຍານ​ຂອງ​ພຣະເຈົ້າ​ນຳພາ​ຜູ້ໃດ ຜູ້​ນັ້ນ​ແຫລະ​ເປັນ​ບຸດ​ຂອງ​ພຣະເຈົ້າ.
15 You did not receive a spirit of slavery, to fall back into fear, but received the Spirit of sonship, by whom we cry, "Abba! Father!" ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຂ້າທາດ, ເພື່ອ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ໃນ​ຄວາມຢ້ານກົວ​ອີກ, ແຕ່​ກົງກັນຂ້າມ ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຖືກ​ຮັບ​ມາ​ເປັນ​ບຸດ ແລະ ໂດຍ​ພຣະອົງ ພວກເຮົາ​ຈຶ່ງ​ຮ້ອງ​ວ່າ, “ອັບບາ, ພໍ່”.
16 The Spirit himself bears witness with our spirit that we are children of our Father. ພຣະວິນຍານ​ເອງ​ໄດ້​ຢືນຢັນ​ຮ່ວມ​ກັບ​ຈິດວິນຍານ​ຂອງ​ພວກເຮົາ​ວ່າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະເຈົ້າ.
17 If children, then heirs—heirs of our Father, co-heirs with Christ, if we suffer with him, so we may also be glorified with him. ບັດນີ້ ຖ້າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະອົງ​ແລ້ວ​ພວກເຮົາ​ກໍ​ເປັນ​ຜູ້ຮັບ​ມໍລະດົກ ຄື​ເປັນ​ຜູ້ຮັບ​ມໍລະດົກ​ຈາກ​ພຣະເຈົ້າ ແລະ ເປັນ​ຜູ້​ຮ່ວມ​ຮັບ​ມໍລະດົກ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ, ຖ້າ​ພວກເຮົາ​ຮ່ວມ​ທົນທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ​ດ້ວຍ.
18 I count this era's suffering as nothing next to the glory to be revealed to us. ເຮົາ​ເຫັນ​ວ່າ​ຄວາມທຸກທໍລະມານ​ຂອງ​ພວກເຮົາ​ໃນ​ປັດຈຸບັນ​ແມ່ນ​ທຽບ​ບໍ່​ໄດ້​ກັບ​ສະຫງ່າລາສີ​ທີ່​ຈະ​ເປີດເຜີຍ​ໃນ​ພວກເຮົາ.
19 For the creation waits with eager longing for the children of our Father to be revealed. ເພາະ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ຈົດຈໍ່​ຄອຍຖ້າ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.
20 For creation was subjected to frustration—not by choice, but by him who subjected it—in hope, ເພາະວ່າ ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ໄດ້​ຕົກ​ຢູ່​ພາຍໃຕ້​ຄວາມຫຍຸ້ງຍາກ​ບໍ່​ແມ່ນ​ຕາມໃຈມັກ​ຂອງ​ມັນ​ເອງ ແຕ່​ໂດຍ​ຄວາມຕັ້ງໃຈ​ຂອງ​ຜູ້​ທີ່​ບັງຄັບ​ໃຫ້​ມັນ​ຕ້ອງ​ຕົກ​ຢູ່​ໃນ​ສະພາບ​ດັ່ງກ່າວ ໂດຍ​ມີ​ຄວາມຫວັງ
21 that creation itself will be freed from its slavery to decay, into the freedom of the glory of our Father's children. ວ່າ, ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ຈະ​ໄດ້​ຮັບ​ການປົດປ່ອຍ​ຈາກ​ການຜູກມັດ​ໃຫ້​ຕ້ອງ​ເສື່ອມສູນ ແລະ ຈະ​ຖືກ​ນຳ​ເຂົ້າ​ສູ່​ເສລີພາບ​ອັນ​ຮຸ່ງເຮືອງ​ຂອງ​ບຸດ​ທັງຫລາຍຂອງ​ພຣະເຈົ້າ.
22 For we know the whole creation has groaned together in labor pains until now. ພວກເຮົາ​ຮູ້​ຢູ່​ວ່າ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ທັງໝົດ​ນັ້ນ​ກຳລັງ​ໂອ່ຍຄາງ​ດ້ວຍ​ຄວາມເຈັບປວດ ເຫມືອນດັ່ງ​ແມ່ຍິງ​ເຈັບທ້ອງ​ຈະ​ເກີດລູກ​ຈົນ​ເຖິງ​ປັດຈຸບັນ​ນີ້.
23 And not only the creation, but we too—who hold the Spirit's firstfruits—groan within ourselves, waiting eagerly for our full rights as sons to be restored, the redemption of our bodies. ບໍ່​ພຽງ​ເທົ່າ​ນັ້ນ ແມ່ນ​ແຕ່​ພວກເຮົາ​ເອງ​ຜູ້​ທີ່​ມີ​ພຣະວິນຍານ​ເປັນ​ຜົນທຳອິດ​ກໍ​ຍັງ​ໂອ່ຍຄາງ​ຢູ່​ພາຍໃນ​ເໝືອນກັນ​ຂະນະ​ທີ່​ພວກເຮົາ​ຄອຍຖ້າ​ການ​ຮັບ​ເປັນ​ບຸດບຸນທຳ​ຂອງ​ພວກເຮົາ​ໄປ​ສູ່​ການ​ເປັນ​ບຸດ ຄື​ການ​ໄຖ່​ຮ່າງກາຍ​ຂອງ​ພວກເຮົາ​ໃຫ້​ລອດພົ້ນ.
24 In this hope we were saved. Hope seen isn't hope—who hopes for what he already sees? ເພາະວ່າ​ໃນ​ຄວາມຫວັງ​ນີ້​ພວກເຮົາ​ໄດ້​ຮັບ​ຄວາມພົ້ນ​ແລ້ວ ແຕ່​ຄວາມຫວັງ​ທີ່​ຕາ​ເຫັນ​ໄດ້​ນັ້ນ​ກໍ​ບໍ່ແມ່ນ​ຄວາມຫວັງ​ເລີຍ. ຜູ້ໃດ​ແດ່​ຍັງ​ຈະ​ຫວັງ​ໃນ​ສິ່ງ​ທີ່​ຕົນ​ເອງ​ມີ​ຢູ່​ແລ້ວ?
25 But if we hope for what we do not see, we wait for it with patience. ແຕ່​ຖ້າ​ພວກເຮົາ​ຫວັງ​ໃນ​ສິ່ງ​ທີ່​ພວກເຮົາ​ຍັງ​ບໍ່​ມີ ພວກເຮົາ​ກໍ​ຈະ​ຄອຍຖ້າ​ສິ່ງ​ນັ້ນ​ດ້ວຍ​ຄວາມອົດທົນ.
26 So too the Spirit helps our weakness: we don't know what to pray for as we should, but the Spirit himself pleads for us with wordless groans. ໃນ​ທຳນອງ​ດຽວ​ກັນ​ນັ້ນ ພຣະວິນຍານ​ຊ່ວຍ​ພວກເຮົາ​ໃນ​ຍາມ​ທີ່​ພວກເຮົາ​ອ່ອນກຳລັງ. ພວກເຮົາ​ບໍ່​ຮູ້​ວ່າ​ພວກເຮົາ​ຄວນ​ຈະ​ອະທິຖານ​ຂໍ​ສິ່ງໃດ ແຕ່​ພຣະວິນຍານ​ເອງ​ຈະ​ອະທິຖານ​ອ້ອນວອນ​ແທນ​ພວກເຮົາ ດ້ວຍ​ການ​ໂອ່ຍຄາງ​ທີ່​ບໍ່​ອາດ​ຈະ​ຫາ​ຖ້ອຍຄຳ​ໃດ​ມາ​ບັນລະຍາຍ​ໄດ້.
27 He who searches hearts knows the Spirit's mind, since the Spirit intercedes for the saints according to our Father's will. ແລະ ພຣະເຈົ້າ​ຜູ້​ທີ່​ຄົ້ນຫາ​ຫົວໃຈ​ຂອງ​ພວກເຮົາ​ກໍ​ຮູ້​ຄວາມນຶກຄິດ​ຂອງ​ພຣະວິນຍານ ເພາະວ່າ​ພຣະວິນຍານ​ອະທິຖານ​ອ້ອນວອນ​ແທນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.
28 We know all things work together for good for those who love our Father, who are called according to his purpose. ແລະ ພວກເຮົາ​ຮູ້​ແລ້ວ​ວ່າ​ໃນ​ທຸກໆ​ສິ່ງ​ພຣະເຈົ້າ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ຄື​ຜູ້​ທີ່​ໄດ້​ເອີ້ນ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.
29 Those he foreknew, he also predestined to be shaped to his Son's image, so he would be firstborn among many brothers and sisters. ເພາະ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍ​ໄດ້​ກຳນົດ​ໄວ້​ກ່ອນ​ເພື່ອ​ໃຫ້​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ຈະ​ໄດ້​ເປັນ​ບຸດກົກ​ໃນ​ທ່າມກາງ​ພີ່ນ້ອງ​ຫລາຍຄົນ.
30 Those he predestined, he also called; those he called, he also justified; those he justified, he also glorified. ແລະ ບັນດາ​ຜູ້​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ນັ້ນ​ພຣະອົງ​ກໍ​ເອີ້ນ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ​ນັ້ນ ພຣະອົງ​ກໍ​ຖືວ່າ​ເປັນ​ຜູ້ຊອບທຳ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ຖືວ່າ​ເປັນ​ຜູ້ຊອບທຳ ພຣະອົງ​ກໍ​ໃຫ້​ຮັບ​ສະຫງ່າລາສີ​ເໝືອນກັນ.
31 So what do we say to these things? If our Father is for us, who can be against us? ຖ້າ​ເປັນ​ຢ່າງນັ້ນ​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ​ເພື່ອ​ຕອບສະໜອງ​ຕໍ່​ສິ່ງ​ເຫລົ່ານີ້? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ​ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?
32 He didn't spare his own Son but gave him up for us all—won't he also freely give us everything with him? ພຣະອົງ​ຜູ້​ບໍ່​ໄດ້​ຫວງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ແຕ່​ໄດ້​ມອບ​ພຣະບຸດ​ນັ້ນ​ໃຫ້​ແກ່​ພວກເຮົາ​ທຸກຄົນ ຖ້າ​ເປັນ​ຢ່າງນັ້ນ​ພຣະອົງ​ຈະ​ບໍ່​ເມດຕາ​ໃຫ້​ທຸກສິ່ງ​ແກ່​ພວກເຮົາ​ພ້ອມ​ກັບ​ພຣະບຸດ​ນັ້ນ​ບໍ?
33 Who should bring any charge against our Father's chosen ones? Our Father is the one who justifies. ຜູ້ໃດ​ຈະ​ຟ້ອງ​ບັນດາ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້​ແລ້ວ? ເພາະ​ພຣະເຈົ້າ​ເອງ​ຖືວ່າ​ພວກເຮົາ​ເປັນ​ຜູ້ຊອບທຳ.
34 Who condemns? Christ Jesus—who died, more than that, was raised, who is at our Father's right hand, who indeed intercedes for us. ຜູ້ໃດ​ຈະ​ກ່າວໂທດ​ໄດ້​ອີກ? ບໍ່​ມີ​ຜູ້ໃດ. ພຣະເຢຊູຄຣິດເຈົ້າ​ຜູ້​ຕາຍ ແລະ ຫລາຍກວ່າ​ນັ້ນ​ອີກ ພຣະເຈົ້າ​ໄດ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ບັດນີ້ ພຣະອົງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ ແລະ ກຳລັງ​ອະທິຖານ​ອ້ອນວອນ​ເພື່ອ​ພວກເຮົາ​ດ້ວຍ.
35 Who can separate us from Christ's love? Suffering, hardship, persecution, famine, nakedness, danger, sword? ຜູ້ໃດ​ຈະ​ແຍກ​ພວກເຮົາ​ອອກຈາກ​ຄວາມ​ຮັກ​ຂອງ​ພຣະຄຣິດເຈົ້າ​ໄດ້? ຈະ​ເປັນ​ຄວາມເດືອດຮ້ອນ ຫລື ຄວາມທຸກຍາກລຳບາກ ຫລື ການຂົ່ມເຫັງ ຫລື ການອຶດຢາກ ຫລື ການເປືອຍກາຍ ຫລື ໄພອັນຕະລາຍ ຫລື ຄົມດາບ?
36 As it is written: "For your sake we are killed all day long; we are counted as sheep to be slaughtered." ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ເຫັນ​ແກ່​ພຣະອົງ ພວກຂ້ານ້ອຍ​ຈຶ່ງ​ປະເຊີນ​ຄວາມຕາຍ​ໝົດ​ມື້​ຈົນ​ຄ່ຳ; ພວກຂ້ານ້ອຍ​ທັງຫລາຍ​ຖືກ​ຖື​ວ່າ​ເປັນເໝືອນ​ແກະ​ສຳລັບ​ເອົາ​ໄວ້​ຂ້າ”.
37 No, in all these things we are more than conquerors through him who loved us. ບໍ່​ແມ່ນ​ດອກ ໃນ​ສະຖານະການ​ທັງໝົດ​ນີ້ ພວກເຮົາ​ເປັນ​ຍິ່ງກວ່າ​ຜູ້ມີໄຊ ໂດຍ​ທາງ​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ.
38 For I am convinced neither death nor life, neither angels nor rulers, neither present nor future, nor powers, ເພາະ​ເຮົາ​ເຊື່ອໝັ້ນ​ວ່າ ບໍ່​ວ່າ​ຄວາມຕາຍ ຫລື ຊີວິດ, ບໍ່​ວ່າ​ເທວະດາ ຫລື ຜີມານຮ້າຍ, ບໍ່​ວ່າ​ໃນ​ປັດຈຸບັນ ຫລື ໃນ​ອະນາຄົດ ຫລື ລິດອຳນາດ​ໃດໆ,
39 neither height nor depth, nor anything else in all creation, can separate us from the love of our Father in Christ Jesus our Lord. ບໍ່​ວ່າ​ຄວາມສູງ ຫລື ຄວາມເລິກ ຫລື ສິ່ງ​ອື່ນ​ໃດ​ໃນ​ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ທັງໝົດ ກໍ​ບໍ່​ສາມາດ​ແຍກ​ພວກເຮົາ​ອອກ​ຈາກ​ຄວາມ​ຮັກ​ຂອງ​ພຣະເຈົ້າ​ທີ່​ມີ​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]