Skip to content
The Believer's Library

Biblica® Open Lao Contemporary Version

Romans 7 OLCV

Show OLCV only
Verse × ×
1 Or don't you know, brothers—I'm speaking to people who know the law—that the law rules over a person only while he lives? ພີ່ນ້ອງ​ທັງຫລາຍ​ພວກເຈົ້າ​ບໍ່​ຮູ້​ບໍ, ເພາະ​ເຮົາ​ກຳລັງ​ເວົ້າ​ກັບ​ບັນດາ​ຄົນ​ທີ່​ຮູ້​ກົດບັນຍັດ ວ່າ​ກົດບັນຍັດ​ນັ້ນ​ມີ​ສິດອຳນາດ​ເໜືອ​ຜູ້ໃດຜູ້​ໜຶ່ງ​ກໍ​ໃນຂະນະ​ທີ່​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ເທົ່ານັ້ນ?
2 A married woman is bound by law to her husband while he lives; if he dies, she is free from the law of the husband. ຕົວຢ່າງ, ຕາມ​ກົດບັນຍັດ​ແລ້ວ​ແມ່ຍິງ​ທີ່​ແຕ່ງງານ​ແລ້ວ​ກໍ​ມີ​ຂໍ້ຜູກມັດ​ກັບ​ຜົວ​ຂອງ​ນາງ​ຕາບໃດ​ທີ່​ຜົວ​ຍັງ​ມີຊີວິດ​ຢູ່, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ໄປ, ນາງ​ກໍ​ພົ້ນ​ຈາກ​ກົດ​ທີ່​ຜູກມັດ​ນາງ​ກັບ​ຜົວ​ຂອງ​ນາງ.
3 While her husband lives, she's called an adulterous woman if she becomes another man's wife; but if he dies, she's free from that law—not an adulterous woman if she marries another. ດັ່ງນັ້ນ ຖ້າ​ນາງ​ໄປ​ມີ​ເພດສຳພັນ​ກັບ​ຊາຍ​ອື່ນ​ຂະນະ​ທີ່​ຜົວ​ຂອງ​ນາງ​ຍັງ​ມີຊີວິດ​ຢູ່​ນາງ​ກໍ​ໄດ້​ຊື່​ວ່າ​ເປັນ​ຍິງ​ຫລິ້ນຊູ້. ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ແລ້ວ, ນາງ​ກໍ​ໄດ້​ພົ້ນ​ຈາກ​ກົດ​ນັ້ນ ແລະ ຖ້າ​ນາງ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ​ອີກ ນາງ​ກໍ​ບໍ່​ໄດ້​ເປັນ​ຍິງຫລິ້ນຊູ້.
4 So, my brothers and sisters, you too were put to death to the law through Christ's body, to belong to another—the one raised from the dead—so we might bear fruit for our Father. ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ກໍ​ເໝືອນກັນ​ໄດ້​ຕາຍ​ຈາກ​ກົດບັນຍັດ​ໂດຍ​ທາງ​ກາຍ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ໜຶ່ງ​ອີກ​ຄື ເປັນ​ຂອງ​ພຣະອົງ​ຜູ້​ທີ່​ເປັນຄືນມາຈາກຕາຍ ເພື່ອ​ວ່າ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແກ່​ພຣະເຈົ້າ.
5 For when we were in the flesh, sin's passions, stirred by the law, worked in our bodies to produce fruit for death. ເພາະ​ເມື່ອ​ພວກເຮົາ​ຖືກ​ທຳມະຊາດ​ບາບ​ຄວບຄຸມ​ຢູ່​ຈຶ່ງ​ຖືກ​ກົດບັນຍັດ​ກະຕຸ້ນ​ຕັນຫາຊົ່ວ​ໃຫ້​ອອກລິດ​ໃນ​ຮ່າງກາຍ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ເກີດຜົນ​ອັນ​ນຳ​ໄປ​ສູ່​ຄວາມຕາຍ.
6 But now we're released from the law, dead to what held us bound, so we serve in the new way of the Spirit, not the old way of the written code. ແຕ່​ບັດນີ້ ໂດຍ​ການຕາຍ​ຕໍ່​ສິ່ງ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ຜູກມັດ​ພວກເຮົາ ພວກເຮົາ​ກໍ​ໄດ້​ຮັບ​ການປົດປ່ອຍ​ຈາກ​ກົດບັນຍັດ​ແລ້ວ ເພື່ອ​ຮັບໃຊ້​ຕາມ​ທາງ​ໃໝ່​ຄື​ຕາມ​ພຣະວິນຍານບໍລິສຸດເຈົ້າ, ບໍ່​ແມ່ນ​ຕາມ​ທາງ​ເກົ່າ ຄື​ຕາມ​ກົດບັນຍັດ​ທີ່​ເປັນ​ຕົວອັກສອນ.
7 What then should we say? Is the law sin? Never! Yet I wouldn't have known sin except through the law—nor would I have known craving, had the law not said, "Do not crave what isn't yours." ຖ້າ​ເປັນ​ຢ່າງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງໃດ? ກົດບັນຍັດ​ຄື​ຄວາມບາບ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ແນ່ນອນ! ແທ້ຈິງ​ແລ້ວ​ຖ້າ​ບໍ່​ແມ່ນ​ເພາະ​ກົດບັນຍັດ​ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ບາບ ເພາະ​ຖ້າ​ກົດບັນຍັດ​ບໍ່​ໄດ້​ກ່າວ​ໄວ້​ວ່າ, “ຢ່າ​ໂລບ”. ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ຄວາມໂລບ.
8 But sin, seizing an opening through the commandment, produced in me every covetous craving. For apart from law, sin is dead. ແຕ່ວ່າ​ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ກໍ່​ຄວາມໂລບ​ທຸກ​ຊະນິດ​ຂຶ້ນ​ໃນ​ໂຕ​ເຮົາ. ເພາະ​ຖ້າ​ບໍ່​ມີ​ກົດບັນຍັດ​ຄວາມບາບ​ກໍ​ຕາຍ​ແລ້ວ.
9 I once lived apart from law; but when the commandment came, sin revived, and I died. ຄັ້ງ​ໜຶ່ງ ເຮົາ​ເຄີຍ​ດຳເນີນຊີວິດ​ໂດຍ​ບໍ່​ມີ​ກົດບັນຍັດ, ແຕ່​ພໍ​ມີ​ພຣະບັນຍັດ​ຄວາມບາບ​ກໍ​ມີຊີວິດ​ຂຶ້ນ​ມາ ແລະ ເຮົາ​ກໍ​ຕາຍ.
10 I found that the very commandment that was meant to bring life actually brought death. ເຮົາ​ພົບ​ວ່າ​ພຣະບັນຍັດ​ມີ​ຈຸດປະສົງ​ນຳ​ຊີວິດ​ມາ​ໃຫ້ ແຕ່​ຄວາມຈິງ​ແລ້ວ​ນຳ​ຄວາມຕາຍ​ມາ​ໃຫ້.
11 For sin, seizing the opportunity through the commandment, deceived me, and through the commandment killed me. ເພາະວ່າ ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ຫລອກລວງ​ເຮົາ ແລະ ຄວາມບາບ​ໄດ້​ເຮັດ​ໃຫ້​ເຮົາ​ຕາຍ​ໂດຍ​ທາງ​ພຣະບັນຍັດ​ນັ້ນ.
12 So then, the law is holy, and the commandment is holy and righteous and good. ດ້ວຍເຫດນັ້ນ ກົດບັນຍັດ​ຈຶ່ງ​ສັກສິດ ແລະ ພຣະບັນຍັດ​ກໍ​ສັກສິດ, ຊອບທຳ ແລະ ດີ.
13 Did the good, then, bring death to me? Absolutely not! Rather, sin—to be exposed as sin—produced death in me through the good, so that through the commandment sin might become extremely sinful. ຖ້າ​ຢ່າງ​ນັ້ນ​ແລ້ວ ສິ່ງ​ທີ່​ດີງາມ​ກໍ​ກາຍເປັນ​ຄວາມຕາຍ​ສຳລັບ​ເຮົາ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ດອກ! ແຕ່​ເພື່ອ​ໃຫ້​ຮູ້​ຈັກ​ວ່າ​ບາບ​ຄື​ບາບ, ບາບ​ນຳໃຊ້​ສິ່ງ​ທີ່​ດີ​ເພື່ອ​ນໍາເອົາ​ຄວາມຕາຍ​ມາ​ສູ່​ເຮົາ. ເພື່ອວ່າ​ໂດຍ​ຜ່ານ​ທາງ​ພຣະບັນຍັດ​ຈະ​ໄດ້​ເຫັນ​ວ່າ​ຄວາມບາບ​ນັ້ນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.
14 For we know the law is spiritual, but I am fleshly, sold under sin. ພວກເຮົາ​ຮູ້​ແລ້ວ​ວ່າ​ກົດບັນຍັດ​ເປັນ​ເລື່ອງ​ຝ່າຍ​ຈິດວິນຍານ, ແຕ່​ເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຈິດວິນຍານ, ເຮົາ​ຖືກ​ຂາຍ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມບາບ.
15 I don't understand what I do; for I don't do what I want, but what I hate I do. ເຮົາ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ເຮົາ​ເຮັດ​ຢູ່ ເພາະ​ສິ່ງ​ທີ່​ເຮົາ​ຢາກ​ເຮັດ​ເຮົາ​ບໍ່​ໄດ້​ເຮັດ ແຕ່​ສິ່ງ​ທີ່​ເຮົາ​ກຽດຊັງ​ເຮົາ​ກັບ​ໄປ​ເຮັດ.
16 If I do what I don't want, I agree the law is good. ແລະ ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ​ນັ້ນ ເຮົາ​ກໍ​ເຫັນພ້ອມ​ວ່າ​ກົດບັນຍັດ​ນັ້ນ​ດີ.
17 So now, it's no longer I who do it, but sin living in me. ດັ່ງນັ້ນ ຈຶ່ງ​ບໍ່​ແມ່ນ​ໂຕ​ເຮົາ​ເອງ​ທີ່​ເປັນ​ຜູ້​ເຮັດ​ສິ່ງ​ນີ້​ອີກ​ຕໍ່ໄປ ແຕ່​ແມ່ນ​ຄວາມບາບ​ທີ່​ຢູ່​ໃນ​ໂຕ​ເຮົາ​ເປັນ​ຜູ້​ເຮັດ.
18 For I know nothing good lives in me—that is, in my flesh. For I want to do good but can't carry it out. ເພາະ​ເຮົາ​ຮູ້​ວ່າ​ບໍ່​ມີ​ສິ່ງ​ດີ​ອັນໃດ​ຢູ່​ໃນ​ໂຕ​ເຮົາ, ນັ້ນ​ກໍ​ຄື ທຳມະຊາດ​ບາບ​ຂອງ​ເຮົາ​ທີ່​ຢູ່​ໃນ. ເພາະວ່າ​ເຮົາ​ປາຖະໜາ​ຈະ​ເຮັດ​ສິ່ງ​ທີ່​ດີ ແຕ່​ເຮົາ​ເຮັດ​ບໍ່​ໄດ້.
19 For I don't do the good I want, but the evil I don't want—that I keep doing. ດ້ວຍວ່າ ເຮົາ​ບໍ່​ໄດ້​ເຮັດ​ສິ່ງ​ດີ​ທີ່​ເຮົາ​ຢາກ​ເຮັດ ແຕ່​ສິ່ງ​ທີ່​ຊົ່ວ​ທີ່​ເຮົາ​ບໍ່​ຢາກ​ເຮັດ​ເຮົາ​ກໍ​ຍັງ​ເຮັດ​ຢູ່.
20 Now if I do what I don't want, it's no longer I doing it, but sin living in me doing it. ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ເອງ​ບໍ່​ຢາກ​ເຮັດ​ກໍ​ບໍ່ແມ່ນ​ໂຕ​ເຮົາ​ເອງ​ເປັນ​ຜູ້​ເຮັດ ແຕ່​ແມ່ນ​ຄວາມບາບ​ທີ່​ຢູ່​ໃນ​ໂຕ​ເຮົາ​ເປັນ​ຜູ້​ເຮັດ.
21 So I find this law: when I want to do good, evil lies close at hand. ດັ່ງນັ້ນ ເຮົາ​ຈຶ່ງ​ພົບ​ວ່າ​ມີ​ກົດ​ນີ້​ຢູ່​ຄື: ເມື່ອ​ເຮົາ​ຢາກ​ເຮັດ​ສິ່ງ​ທີ່​ດີ ຄວາມຊົ່ວ​ກໍ​ຢູ່​ທີ່​ນັ້ນ​ກັບ​ເຮົາ​ແລ້ວ.
22 For in my inner being I delight in the law of our Father. ເພາະວ່າ​ສ່ວນເລິກ​ໃນ​ຈິດໃຈ​ຂອງ​ເຮົາ​ແລ້ວ​ເຮົາ​ປິຕິຍິນດີ​ໃນ​ກົດບັນຍັດ​ຂອງ​ພຣະເຈົ້າ,
23 But I see another law in my body, warring against the law of my mind and taking me captive to the law of sin at work in my body. ແຕ່​ເຮົາ​ເຫັນ​ກົດ​ອື່ນ​ອີກ​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ, ກົດ​ນີ້​ຕໍ່ສູ້​ກັບ​ກົດ​ພາຍໃນ​ຈິດໃຈ​ຂອງ​ເຮົາ ແລະ ເຮັດ​ໃຫ້​ເຮົາ​ເປັນ​ນັກໂທດ​ຂອງ​ກົດ​ແຫ່ງ​ຄວາມບາບ​ທີ່​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ.
24 What a wretched man I am! Who will rescue me from this body of death? ເຮົາ​ເປັນ​ຄົນ​ທີ່​ໜ້າເວດທະນາ​ແທ້​ນໍ! ຜູ້ໃດ​ຈະ​ກອບກູ້​ເຮົາ​ໃຫ້​ລອດພົ້ນ​ຈາກ​ຮ່າງກາຍ​ແຫ່ງ​ຄວາມຕາຍ​ນີ້​ໄດ້?
25 Thanks to our Father through Jesus Christ our Lord! So then, I myself serve the law of our Father with my mind, but with my flesh, the law of sin. ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊ່ວຍ​ໃຫ້​ເຮົາ​ລອດພົ້ນ​ໄດ້​ໂດຍ​ຜ່ານ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ! ເຫດສະນັ້ນ ທາງດ້ານ​ຈິດໃຈ​ຂອງ​ເຮົາ ເຮົາ​ກໍ​ເປັນ​ຂ້າທາດ​ຂອງ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ໃນ​ດ້ານ​ທຳມະຊາດ​ບາບ ເຮົາ​ກໍ​ເປັນ​ຂ້າທາດ​ຂອງ​ກົດ​ແຫ່ງ​ຄວາມບາບ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]