Skip to content
The Believer's Library

Biblica® Open Lao Contemporary Version

Romans 2 OLCV

Show OLCV only
Verse × ×
1 So you have no excuse, whoever you are, when you judge another—in judging them you condemn yourself, since you do the same things. ເຫດສະນັ້ນ ພວກເຈົ້າ​ກໍ​ບໍ່​ມີ​ຂໍ້​ແກ້ໂຕ, ພວກເຈົ້າ​ຜູ້​ຕັດສິນ​ຄົນ​ອື່ນ ເພາະວ່າ​ພວກເຈົ້າ​ຈະ​ຕັດສິນ​ຄົນ​ອື່ນ​ດ້ວຍ​ປະການ​ໃດ ພວກເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນ​ເອງ​ດ້ວຍ, ເພາະວ່າ​ພວກເຈົ້າ​ຜູ້​ເປັນ​ຄົນ​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ.
2 Now we know that our Father's judgment rightly falls on those who do such things. ພວກເຮົາ​ຮູ້​ຢູ່​ວ່າ​ການ​ທີ່​ພຣະເຈົ້າ​ພິພາກສາ​ລົງໂທດ​ຜູ້​ທີ່​ເຮັດ​ຢ່າງ​ນັ້ນ​ແມ່ນ​ອີງໃສ່​ຄວາມຈິງ.
3 Do you think, whoever judges others for such things while doing them yourself, that you'll escape our Father's judgment? ດັ່ງນັ້ນ ເມື່ອ​ເຈົ້າ​ຜູ້​ເປັນ​ພຽງ​ແຕ່​ມະນຸດ​ທີ່​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ​ກັບ​ພວກເຂົາ, ພວກເຈົ້າ​ຄິດ​ວ່າ​ພວກເຈົ້າ​ຈະ​ໜີ​ຈາກ​ການພິພາກສາລົງໂທດ​ຂອງ​ພຣະເຈົ້າ​ໄດ້​ບໍ?
4 Or do you despise the riches of his kindness and restraint and patience, not realizing that our Father's kindness is meant to lead you to repentance? ຫລື ພວກເຈົ້າ​ໝິ່ນປະໝາດ​ຄວາມເມດຕາ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນ​ອັນ​ລົ້ນເຫລືອ​ຂອງ​ພຣະອົງ, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄວາມເມດຕາ​ຂອງ​ພຣະເຈົ້າ​ນັ້ນ​ແມ່ນ​ມີ​ໄວ້​ເພື່ອ​ນຳ​ພວກເຈົ້າ​ໃຫ້​ກັບໃຈ​ໃໝ່?
5 But because of your hard, unrepentant heart, you are storing up wrath for yourself, for the day of wrath when our Father's righteous judgment will be revealed. ແຕ່​ເພາະ​ພວກເຈົ້າ​ມີ​ໃຈ​ແຂງກະດ້າງ ແລະ ບໍ່​ຍອມ​ກັບໃຈ, ພວກເຈົ້າ​ຈຶ່ງ​ສະສົມ​ຄວາມໂກດຮ້າຍ​ຕໍ່ສູ້​ຕົນ​ເອງ​ໄວ້​ສຳລັບ​ວັນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເມື່ອ​ພຣະອົງ​ສະແດງ​ການ​ພິພາກສາ​ອັນ​ຊອບທຳ.
6 He will repay each person according to what they have done. ພຣະເຈົ້າ “ຈະ​ຕອບແທນ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ”.
7 To those who through persistent good work seek glory, honor, and immortality, he will give eternal life. ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.
8 But those who are self-seeking, reject the truth, and follow wickedness face wrath and rage. ແຕ່​ຜູ້​ທີ່​ສະແຫວງຫາ​ຜົນປະໂຫຍດ​ໃສ່​ຕົນ​ເອງ ແລະ ຜູ້​ທີ່​ປະຕິເສດ​ຄວາມຈິງ ແລະ ຕິດຕາມ​ຄວາມ​ຊົ່ວ​ຈະ​ໄດ້​ຮັບ​ຄວາມ​ໂກດຮ້າຍ ແລະ ການ​ລົງໂທດ.
9 Trouble and distress for everyone who does evil—the Jew first, then the Greek, ຄວາມທຸກລຳບາກ ແລະ ຄວາມໂສກເສົ້າເສຍໃຈ​ຈະ​ເກີດ​ມີ​ແກ່​ມະນຸດ​ທຸກຄົນ​ທີ່​ເຮັດ​ຊົ່ວ​ຄື: ພວກ​ຢິວ​ກ່ອນ ຕໍ່ມາ​ກໍ​ແມ່ນ​ຄົນຕ່າງຊາດ;
10 but glory, honor, and peace for all who do good—Jew first, then Greek too. ແຕ່​ສະຫງ່າລາສີ, ກຽດຕິຍົດ ແລະ ສັນຕິສຸກ​ຈະ​ເກີດ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຄວາມດີ​ຄື: ພວກ​ຢິວ​ກ່ອນ ຕໍ່ມາ​ກໍ​ແມ່ນ​ຄົນຕ່າງຊາດ.
11 For our Father shows no favoritism. ເພາະວ່າ​ພຣະເຈົ້າ​ບໍ່​ໄດ້​ເຫັນແກ່​ໜ້າ​ຜູ້ໃດ.
12 Sinners without the law also perish without it; sinners under the law will be judged by it. ຄົນບາບ​ທຸກ​ຄົນ​ທີ່​ບໍ່ມີກົດບັນຍັດ ແລະ ໄດ້​ເຮັດ​ບາບ​ຈະ​ຕ້ອງ​ຈິບຫາຍ​ໄປ​ໂດຍ​ບໍ່​ຕ້ອງ​ອ້າງເຖິງ​ກົດບັນຍັດ, ແຕ່​ຄົນບາບ​ທຸກຄົນ​ທີ່​ຢູ່​ພາຍໃຕ້​ກົດບັນຍັດ ແລະ ໄດ້​ເຮັດ​ບາບ​ຈະ​ຖືກ​ຕັດສິນ​ຕາມ​ກົດບັນຍັດ​ນັ້ນ.
13 For not those who hear the law are righteous before our Father, but those who obey it will be justified. ດ້ວຍວ່າ ຜູ້​ທີ່​ຊອບທຳ​ໃນ​ສາຍຕາ​ພຣະເຈົ້າ​ບໍ່​ແມ່ນ​ຜູ້​ທີ່​ໄດ້​ຍິນ​ໄດ້​ຟັງ​ກົດບັນຍັດ ແຕ່​ແມ່ນ​ຜູ້​ທີ່​ໄດ້​ເຮັດ​ຕາມ​ກົດບັນຍັດ​ເທົ່ານັ້ນ​ທີ່​ພຣະເຈົ້າ​ຈະ​ປະກາດ​ວ່າ​ເປັນ​ຜູ້ຊອບທຳ.
14 Indeed, when Gentiles, who do not have the law, do by nature what the law requires, the law is at work within them, even though they do not have the law. (ແທ້ຈິງແລ້ວ ຄົນຕ່າງຊາດ​ຜູ້​ທີ່​ບໍ່​ມີ​ກົດບັນຍັດ ເມື່ອ​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ກົດບັນຍັດ​ກຳນົດ​ໄວ້​ຕາມ​ນິໄສ​ປົກກະຕິ​ຂອງ​ພວກເຂົາ​ແລ້ວ ພວກເຂົາ​ກໍ​ຍັງ​ເປັນ​ກົດບັນຍັດ​ໃຫ້​ຕົນ​ເອງ​ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ມີ​ກົດບັນຍັດ​ກໍ​ຕາມ.
15 They show the law's work written on their hearts, their conscience bearing witness, and their conflicting thoughts accusing or defending them. ເພາະ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ​ຂໍ້ກຳນົດ​ຕ່າງໆ​ຂອງ​ກົດບັນຍັດ ໄດ້​ຈາລຶກ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຂົາ, ຈິດສຳນຶກ​ຂອງ​ພວກເຂົາ​ກໍ​ເປັນ​ພະຍານ​ເໝືອນກັນ ແລະ ຄວາມຄິດ​ຂອງ​ພວກເຂົາ​ນັ້ນ​ແຫລະ​ທີ່​ກ່າວໂທດ ຫລື ຈະ​ແກ້ໂຕ​ໃຫ້​ພວກເຂົາ.)
16 This happens on the day our Father judges everyone's secrets through Jesus Christ—so my gospel says. ສິ່ງ​ນີ້​ຈະ​ເກີດຂຶ້ນ​ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ໃຫ້​ພຣະເຢຊູຄຣິດເຈົ້າ ພິພາກສາ​ຄວາມລັບ​ຂອງ​ມະນຸດ ຕາມ​ທີ່​ລະບຸ​ໄວ້​ໃນ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.
17 But if you call yourself a Jew, rely on the law, and boast in our Father, ແຕ່​ຖ້າ​ພວກເຈົ້າ​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ຄົນ​ຢິວ, ຖ້າ​ພວກເຈົ້າ​ເພິ່ງພາ​ກົດບັນຍັດ ແລະ ອວດອ້າງ​ວ່າ​ພວກເຈົ້າ​ມີ​ຄວາມສຳພັນ​ໃກ້ຊິດ​ກັບ​ພຣະເຈົ້າ,
18 if you know our Father's will and approve what is excellent because you are instructed by the law, ຖ້າ​ພວກເຈົ້າ​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ເຫັນພ້ອມ​ໃນ​ສິ່ງ​ທີ່​ດີເລີດ ເພາະ​ພວກເຈົ້າ​ໄດ້​ຮັບ​ການ​ສອນ​ຈາກ​ກົດບັນຍັດ,
19 if you're convinced you are a guide for the blind, a light for those in darkness, ຖ້າ​ພວກເຈົ້າ​ໝັ້ນໃຈ​ວ່າ​ຕົນ​ເປັນ​ຜູ້ນຳທາງ​ໃຫ້​ຄົນຕາບອດ, ເປັນ​ຄວາມສະຫວ່າງ​ໃຫ້​ແກ່​ຜູ້​ທີ່​ຕົກ​ຢູ່​ໃນ​ຄວາມມືດ,
20 a corrector of the foolish, teacher of the immature, holding in the law the shape of knowledge and truth. ເປັນ​ຜູ້ສອນ​ຄົນໂງ່, ເປັນ​ຄູສອນ​ເດັກນ້ອຍ ເພາະ​ເຈົ້າ​ມີ​ຄວາມຮູ້ ແລະ ຄວາມຈິງ​ທີ່​ຢູ່​ໃນ​ກົດບັນຍັດ
21 You teach others—do you not teach yourself? You preach against stealing—do you steal? ແລ້ວ​ພວກເຈົ້າ​ຜູ້​ສອນ​ຄົນອື່ນ​ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ສອນ​ຕົນ​ເອງ? ພວກເຈົ້າ​ຜູ້​ເທດສະໜາ​ວ່າ​ຢ່າລັກ, ແຕ່​ພວກເຈົ້າ​ຍັງ​ລັກ​ຢູ່​ບໍ?
22 You who tell others not to commit adultery—do you commit it? You who detest idols—do you rob temples? ພວກເຈົ້າ​ຜູ້​ກ່າວ​ວ່າ​ຢ່າ​ຫລິ້ນຊູ້ ແຕ່​ພວກເຈົ້າ​ເອງ​ຍັງ​ຫລິ້ນຊູ້​ຢູ່​ບໍ? ພວກເຈົ້າ​ຜູ້​ກຽດຊັງ​ຮູບເຄົາລົບ ແຕ່​ພວກເຈົ້າ​ເອງ​ຍັງ​ປຸ້ນ​ວິຫານ​ຢູ່​ບໍ?
23 You who boast in the law, do you dishonor our Father by breaking the law? ພວກເຈົ້າ​ຜູ້​ອວດອ້າງ​ໃນ​ກົດບັນຍັດ ແຕ່​ພວກເຈົ້າ​ເອງ​ໝິ່ນປະໝາດ​ພຣະເຈົ້າ​ໂດຍ​ຝ່າຝືນ​ກົດບັນຍັດ​ບໍ?
24 As it is written: "Our Father's name is blasphemed among the nations because of you." ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ນາມ​ຂອງ​ພຣະເຈົ້າ​ຖືກ​ໝິ່ນປະໝາດ​ໃນ​ທ່າມກາງ​ຄົນຕ່າງຊາດ​ກໍ​ເພາະ​ພວກເຈົ້າ​ທັງຫລາຍ”.
25 Circumcision helps if you keep the law; break it, and your circumcision becomes being uncircumcised. ການ​ຮັບພິທີຕັດ​ນັ້ນ​ກໍ​ມີ​ປະໂຫຍດ​ແທ້​ຖ້າ​ພວກເຈົ້າ​ຮັກສາ​ກົດບັນຍັດ, ແຕ່​ຖ້າ​ພວກເຈົ້າ​ລ່ວງລະເມີດ​ກົດບັນຍັດ ການ​ທີ່​ພວກເຈົ້າ​ຮັບພິທີຕັດ​ນັ້ນ​ກໍ​ເໝືອນ​ບໍ່​ໄດ້​ຮັບ​ເລີຍ.
26 So if the uncircumcised keep the law's requirements, won't their uncircumcision be counted as circumcision? ດັ່ງນັ້ນ ຖ້າ​ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ຕາມ​ຂໍ້ກຳນົດ​ຂອງ​ກົດບັນຍັດ ຈະ​ຖື​ວ່າ​ພວກເຂົາ​ໄດ້​ຮັບພິທີຕັດ​ແລ້ວ​ບໍ່​ແມ່ນ​ບໍ?
27 The physically uncircumcised who keep the law will judge you who, with the letter and circumcision, break the law. ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ທາງ​ກາຍ​ແຕ່​ຍັງ​ເຮັດ​ຕາມ​ກົດບັນຍັດ ຈະ​ລົງໂທດ​ພວກເຈົ້າ​ຜູ້​ລະເມີດ​ກົດບັນຍັດ ເຖິງວ່າ​ພວກເຈົ້າ​ມີ​ກົດບັນຍັດ​ເປັນ​ຕົວອັກສອນ ແລະ ໄດ້​ຮັບ​ພິທີຕັດ​ແລ້ວ.
28 For being a Jew isn't merely about the outside, nor circumcision merely about the body. ຜູ້​ທີ່​ເປັນ​ຄົນ​ຢິວ​ແທ້​ທີ່​ບໍ່​ແມ່ນ​ຄົນ​ຢິວ​ແຕ່​ພຽງ​ພາຍນອກ, ທັງ​ການ​ຮັບພິທີຕັດ​ແທ້​ກໍ​ບໍ່ແມ່ນ​ການ​ຮັບພິທີຕັດ​ແຕ່​ພຽງ​ພາຍນອກ ແລະ ທາງ​ຮ່າງກາຍ​ເທົ່ານັ້ນ.
29 Rather, one is a Jew inwardly, circumcision being of the heart, by the Spirit, not the written code; that one's praise is not from people but from our Father. ແຕ່​ຄົນຢິວ​ແທ້​ຄື​ຄົນ​ທີ່​ເປັນ​ຢິວ​ພາຍໃນ ແລະ ການ​ຮັບພິທີຕັດ​ແທ້​ນັ້ນ​ຄື ການ​ຮັບພິທີຕັດ​ທາງ​ຈິດໃຈ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ບໍ່​ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ ຄົນ​ຢ່າງນັ້ນ​ຮັບ​ຄຳສັນລະເສີນ​ຈາກ​ພຣະເຈົ້າ​ບໍ່​ແມ່ນ​ຈາກ​ມະນຸດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]