Skip to content
The Believer's Library

Biblica® Open Lao Contemporary Version

Romans 3 OLCV

Show OLCV only
Verse × ×
1 What advantage, then, does the Jew have? Or what is the value of circumcision? ຖ້າ​ຢ່າງ​ນັ້ນ ການ​ເປັນ​ຄົນຢິວ​ຈະ​ໄດ້​ປຽບ​ກວ່າ​ຄົນອື່ນ​ຢ່າງໃດ ຫລື ການ​ຮັບພິທີຕັດ​ມີ​ປະໂຫຍດ​ອັນໃດ?
2 Much in every way. First of all, they were entrusted with the very words of our Father. ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກດ້ານ! ປະການ​ທຳອິດ ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ຮັກສາ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ.
3 What then? If some were unfaithful, will their unfaithfulness nullify the faithfulness of our Father? ຖ້າ​ມີ​ບາງຄົນ​ບໍ່ສັດຊື່ ແລ້ວ​ຈະ​ເປັນ​ຢ່າງ​ໃດ? ຄວາມບໍ່ສັດຊື່​ຂອງ​ພວກເຂົາ​ນັ້ນ​ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ບໍ?
4 No! Let our Father be true, though every person is a liar. As it is written: "You are proven right in your words, and win when judged." ບໍ່​ເປັນ​ຢ່າງ​ນັ້ນ! ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ຈະ​ເປັນ​ຄົນ​ເວົ້າຕົວະ​ກໍ​ຕາມ. ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ເພື່ອ​ພຣະອົງ​ຈະ​ໄດ້​ຮັບ​ການພິສູດ​ວ່າ ເປັນ​ຝ່າຍ​ຖືກ​ເມື່ອ​ພຣະອົງ​ກ່າວ ແລະ ຊະນະ​ເມື່ອ​ພຣະອົງ​ພິພາກສາ”.
5 But if our wrongdoing highlights our Father's righteousness, what do we say? Is our Father unjust to bring wrath on us? (I speak in human terms.). ແຕ່​ຖ້າ​ຄວາມ​ອະທຳ​ຂອງ​ພວກເຮົາ​ເຮັດ​ໃຫ້​ເຫັນ​ຄວາມຊອບທຳ​ຂອງ​ພຣະເຈົ້າ​ຊັດເຈນ​ຫລາຍ​ຂຶ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ບໍ່ຍຸຕິທຳ​ບໍ​ທີ່​ໃຫ້​ຄວາມໂກດຮ້າຍ​ຂອງ​ພຣະອົງ​ລົງ​ມາ​ເທິງ​ພວກເຮົາ? (ເຮົາ​ກຳລັງ​ໃຊ້​ເຫດຜົນ​ຢ່າງ​ມະນຸດ.)
6 Certainly not! For then how could our Father judge the world? ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ເປັນ​ຢ່າງ​ນັ້ນ​ແລ້ວ, ພຣະເຈົ້າ​ຈະ​ພິພາກສາ​ໂລກ​ໄດ້​ຢ່າງໃດ?
7 But if my lie makes our Father's truth overflow to his glory, why am I still judged as a sinner? ມີ​ບາງຄົນ​ອາດ​ຕອບໂຕ້​ວ່າ, “ຖ້າ​ຄວາມຕົວະ​ຂອງ​ເຮົາ​ເຮັດ​ໃຫ້​ເຫັນ​ຄວາມສັດຊື່​ຂອງ​ພຣະເຈົ້າ​ຊັດເຈນ​ຂຶ້ນ ແລະ ເປັນ​ການ​ເພີ່ມເຕີມ​ກຽດຕິຍົດ​ຂອງ​ພຣະອົງ, ແລ້ວ​ເປັນຫຍັງ​ເຮົາ​ຍັງ​ຖືກ​ຕັດສິນ​ລົງໂທດ​ວ່າ​ເປັນ​ຄົນບາບ?”
8 Why not say, as some slander us as saying, "Let's do evil so good may come"? Their judgment is deserved. ເປັນຫຍັງ​ບໍ່​ກ່າວ​ວ່າ, “ໃຫ້​ພວກເຮົາ​ເຮັດ​ຊົ່ວ​ເພື່ອ​ຄວາມດີ​ຈະ​ໄດ້​ເກີດຂຶ້ນ”? ຕາມ​ທີ່​ມີ​ບາງຄົນ​ໃສ່ຮ້າຍ​ວ່າ​ເຮົາ​ເວົ້າ​ຢ່າງ​ນັ້ນ. ການ​ລົງໂທດ​ຄົນ​ຢ່າງນັ້ນ​ກໍ​ຍຸຕິທຳ​ແລ້ວ.
9 What then? Are we better off? Not at all—we've already charged that Jews and Greeks alike are all under sin's grip, ຖ້າ​ດັ່ງນັ້ນ​ແລ້ວ​ເຮົາ​ຈະ​ສະຫລຸບ​ວ່າ​ຢ່າງໃດ? ພວກເຮົາ​ຊາວ​ຢິວ​ໄດ້ປຽບ​ກວ່າ​ຄົນ​ອື່ນ​ບໍ? ບໍ່​ເປັນ​ດັ່ງນັ້ນ​ດອກ! ເພາະ​ເຮົາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ​ທັງ​ຄົນຢິວ ແລະ ຄົນຕ່າງຊາດ​ກໍ​ລ້ວນ​ແຕ່​ຢູ່​ໃຕ້​ອຳນາດ​ຂອງ​ຄວາມບາບ​ເໝືອນ​ກັນ​ທຸກຄົນ.
10 as it is written: "There is no one righteous, not even one; ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບໍ່​ມີ​ຈັກ​ຄົນ​ທີ່​ຊອບທຳ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ;
11 no one understands; no one seeks our Father. ບໍ່​ມີ​ຜູ້ໃດ​ທີ່​ເຂົ້າໃຈ ບໍ່​ມີ​ຜູ້ໃດ​ທີ່​ສະແຫວງຫາ​ພຣະເຈົ້າ.
12 All have turned away; together they have become worthless; no one does good, not even one. ທຸກຄົນ​ຫັນໜີ​ໄປ, ພວກເຂົາ​ພາກັນ​ກາຍເປັນ​ຄົນໄຮ້ຄ່າ​ໄປ​ໝົດ; ບໍ່​ມີ​ຈັກ​ຄົນ​ທີ່​ເຮັດ​ຄວາມດີ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ”.
13 Their throat is an open grave; they use their tongues to deceive." "The venom of snakes is under their lips. “ຄໍ​ຂອງ​ພວກເຂົາ​ຄື​ຂຸມຝັງສົບ​ທີ່​ໄຂ​ຢູ່ ພວກເຂົາ​ໃຊ້​ລີ້ນ​ຂອງ​ຕົນ​ໃນ​ການລໍ້ລວງ”. “ມີ​ພິດ​ງູຮ້າຍ​ຢູ່​ທີ່​ຮິມສົບ​ຂອງ​ພວກເຂົາ”.
14 Their mouth is full of cursing and bitterness. “ປາກ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ສາບແຊ່ງ ແລະ ຄຳ​ຂົມຂື່ນ”.
15 Their feet are swift to shed blood; “ຕີນ​ຂອງ​ພວກເຂົາ​ວ່ອງໄວ​ໃນ​ການ​ເຮັດ​ໃຫ້​ນອງ​ເລືອດ;
16 ruin and misery mark their ways, ພວກເຂົາ​ປະ​ແຕ່​ຄວາມຈິບຫາຍ ແລະ ຄວາມທຸກ​ໄວ້​ຕາມທາງ​ຂອງ​ພວກເຂົາ,
17 and the way of peace they have not known. ແລະ ພວກເຂົາ​ບໍ່​ຮູ້ຈັກ​ທາງ​ແຫ່ງ​ຄວາມ​ສະຫງົບສຸກ”.
18 There is no fear of our Father before their eyes." “ພວກເຂົາ​ບໍ່​ຄິດ​ທີ່​ຈະ​ຢ້ານກົວ​ພຣະເຈົ້າ​ເລີຍ”.
19 We know whatever the law says applies to those under it, so every mouth is silenced and the whole world stands accountable to our Father. ບັດນີ້ ພວກເຮົາ​ຮູ້​ວ່າ​ສິ່ງໃດ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ກໍ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອວ່າ​ທຸກ​ປາກ​ຈະ​ມິດງຽບ​ຢູ່ ແລະ ເພື່ອ​ໃຫ້​ທັງ​ໂລກ​ຮັບຜິດຊອບ​ຕໍ່​ພຣະເຈົ້າ.
20 No one is made right before him by works of the law; the law brings awareness of sin. ເຫດສະນັ້ນ, ບໍ່​ມີ​ຜູ້ໃດ​ທີ່​ຖືວ່າ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ໂດຍ​ການ​ເຮັດ​ຕາມ​ກົດບັນຍັດ, ກົດບັນຍັດ​ພຽງ​ແຕ່​ເຮັດ​ໃຫ້​ພວກເຮົາ​ສັງເກດ​ຮູ້ຈັກ​ຄວາມບາບ.
21 But now, apart from the law, our Father's righteousness has been revealed, testified to by the Law and the Prophets. ແຕ່​ບັດນີ້ ຄວາມຊອບທຳ​ຈາກ​ພຣະເຈົ້າ ເຊິ່ງ​ຢູ່​ນອກ​ກົດບັນຍັດ​ນັ້ນ​ໄດ້​ປາກົດ​ແຈ້ງ​ແລ້ວ, ເຊິ່ງ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້.
22 This righteousness of our Father comes through faith in Jesus Christ, to all who believe, for there's no distinction, ຄວາມຊອບທຳ​ນີ້​ແມ່ນ​ໄດ້​ມາ​ຜ່ານ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ ເຊິ່ງ​ບໍ່​ມີ​ຂໍ້​ແຕກຕ່າງ​ກັນ​ລະຫວ່າງ​ຄົນຢິວ ແລະ ຄົນຕ່າງຊາດ,
23 since all have sinned and fall short of the glory of our Father, ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ ແລະ ຂາດ​ຈາກ​ສະຫງ່າລາສີ​ຂອງ​ພຣະເຈົ້າ,
24 and are justified freely by his grace through the redemption that is in Christ Jesus. ແລະ ພຣະເຈົ້າ​ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຄົນຊອບທຳ ໂດຍ​ພຣະຄຸນ​ຂອງ​ພຣະອົງ​ທີ່​ບໍ່​ຄິດຄ່າ ຜ່ານທາງ​ການ​ໄຖ່​ທີ່​ມາ​ໂດຍ​ພຣະຄຣິດເຈົ້າເຢຊູ.
25 Our Father presented him as the atoning sacrifice, through faith in his blood, to show his righteousness, since in his patience he had passed over sins committed before, ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ເປັນ​ເຄື່ອງ​ຖວາຍ​ບູຊາ​ໄຖ່​ບາບ​ແກ່​ທຸກຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ໂລຫິດ​ຂອງ​ພຣະເຢຊູເຈົ້າ. ພຣະເຈົ້າ​ກະທຳ​ເຊັ່ນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພຣະອົງ ເພາະ​ໂດຍ​ຄວາມ​ອົດກັ້ນ ພຣະອົງ​ຈຶ່ງ​ບໍ່​ໄດ້​ລົງໂທດ​ພວກເຂົາ​ທີ່​ໄດ້​ເຮັດ​ບາບ​ກ່ອນໜ້າ​ນັ້ນ.
26 to show his righteousness now, so he is both just and the justifier of whoever trusts in Jesus. ພຣະອົງ​ໄດ້​ເຮັດ​ຢ່າງ​ນີ້​ກໍ​ເພື່ອ​ສະແດງ​ຄວາມຍຸຕິທຳ​ຂອງ​ພຣະອົງ​ໃນ​ເວລາ​ປັດຈຸບັນ ເພື່ອ​ວ່າ​ພຣະອົງ​ຈະ​ເປັນ​ຜູ້ຊອບທຳ ແລະ ເປັນ​ຜູ້​ທີ່​ເຮັດ​ໃຫ້​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ພຣະເຢຊູເຈົ້າ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ດ້ວຍ.
27 Where then is boasting? Excluded. By what law? Of works? No—by the law of faith. ເມື່ອ​ເປັນ​ຢ່າງນີ້​ແລ້ວ ເຮົາ​ມີ​ສິ່ງໃດ​ທີ່​ຈະ​ອວດອ້າງ​ໄດ້? ບໍ່​ມີ​ເລີຍ ຈະ​ອ້າງ​ສິ່ງໃດ​ເປັນ​ຫລັກ? ຈະ​ອ້າງ​ວ່າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ? ບໍ່​ດອກ, ແຕ່​ໂດຍ​ການ​ອ້າງ​ຄວາມເຊື່ອ​ເປັນ​ຫລັກ.
28 For we maintain that a person is justified by faith apart from works of the law. ເພາະ​ພວກເຮົາ​ຢືນຢັນ​ວ່າ​ຄົນໃດຄົນ​ໜຶ່ງ​ຈະ​ຖືວ່າ​ເປັນ​ຄົນຊອບທຳ​ໄດ້​ກໍ​ໂດຍ​ຄວາມເຊື່ອ ບໍ່ແມ່ນ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ.
29 Or is our Father the Father of Jews only? Not the Father of Gentiles too? Yes, of Gentiles too, ຫລື ພຣະເຈົ້າ​ເປັນ​ພຣະເຈົ້າ​ຂອງ​ຄົນຢິວ​ເທົ່ານັ້ນ​ບໍ? ພຣະອົງ​ບໍ່​ໄດ້​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ​ບໍ? ແມ່ນ​ແລ້ວ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ,
30 since our Father is one, he will justify the circumcised by faith and the uncircumcised through faith. ດ້ວຍວ່າ ມີ​ພຣະເຈົ້າ​ພຽງ​ແຕ່​ອົງ​ດຽວ, ພຣະອົງ​ຈະ​ຖືວ່າ​ຄົນ​ທີ່​ຮັບພິທີຕັດ​ນັ້ນ​ເປັນຄົນຊອບທຳ​ໂດຍ​ຄວາມເຊື່ອ ແລະ ຈະ​ຖືວ່າ​ຄົນ​ທີ່​ບໍ່ຮັບພິທີຕັດ​ກໍ​ເປັນ​ຄົນຊອບທຳ​ໂດຍ​ທາງ​ຄວາມເຊື່ອ​ເໝືອນກັນ.
31 Do we cancel the law through this faith? Never—we confirm the law. ຖ້າ​ຢ່າງ​ນັ້ນ ພວກເຮົາ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ບໍ? ບໍ່​ແມ່ນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ສະໜັບສະໜູນ​ກົດບັນຍັດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]