Skip to content
The Believer's Library

Biblica® Open Lao Contemporary Version

Numbers 36 OLCV

Show OLCV only
Verse × ×
1 The family heads of Gilead's clan—descendants of Machir son of Manasseh, from Joseph's clans—approached and spoke before Moses and the leaders, heads of Israel's family clans. ບັນດາ​ຫົວໜ້າ​ຄອບຄົວ​ໃນ​ຕະກຸນ​ກີເລອາດ​ລູກຊາຍ​ຂອງ​ມາກີ, ລູກຊາຍ​ຂອງ​ມານາເຊ, ຜູ້​ຢູ່​ໃນ​ຕະກຸນ​ຕ່າງໆ​ຂອງ​ເຊື້ອສາຍ​ໂຢເຊັບ, ໄດ້​ມາພົບ ແລະ ເວົ້າ​ຕໍ່ໜ້າ​ໂມເຊ ແລະ ພວກຜູ້ນຳ​ທີ່​ເປັນ​ຫົວໜ້າ​ຄອບຄົວ​ຂອງ​ຄົນ​ອິດສະຣາເອນ.
2 They said, "Our Father commanded my lord to give the land as an inheritance by lot to Israel's people, and my lord was commanded by our Father to give our brother Zelophehad's inheritance to his daughters. ພວກເຂົາ​ເວົ້າ​ວ່າ, “ເມື່ອ​ພຣະເຈົ້າ​ຢາເວ​ສັ່ງ​ໃຫ້​ທ່ານ​ຈັດສັນ​ດິນແດນ​ເພື່ອ​ມອບ​ເປັນ​ມໍລະດົກ​ໂດຍ​ການຈັບສະຫລາກ​ນັ້ນ ແລະ ໃຫ້​ມອບ​ມໍລະດົກ​ຂອງ​ເຊໂລເຟຮັດ​ອ້າຍ​ຂອງ​ຂ້ານ້ອຍ​ໃຫ້​ພວກລູກສາວ​ຂອງ​ລາວ.
3 If they marry men from other Israelite tribes, their inheritance will be removed from our fathers' inheritance and added to their new tribe's, shrinking our allotted inheritance. ແຕ່​ສົມມຸດ​ວ່າ​ພວກນາງ​ແຕ່ງງານ​ກັບ​ຜູ້ຊາຍ​ອິດສະຣາເອນ​ທີ່​ມາ​ຈາກ​ເຜົ່າ​ອື່ນ; ແລ້ວ​ມໍລະດົກ​ຂອງ​ພວກນາງ​ກໍ​ຈະ​ກາຍເປັນ​ມໍລະດົກ​ຂອງ​ເຜົ່າ​ທີ່​ພວກນາງ​ແຕ່ງງານ​ນຳ​ນັ້ນ. ດັ່ງນັ້ນ​ມໍລະດົກ​ລວມ​ທີ່​ພວກເຮົາ​ຈັບສະຫລາກ​ໄດ້​ກໍ​ຈະ​ຫລຸດ​ນ້ອຍ​ລົງ.
4 When Israel's jubilee comes, their inheritance joins the inheritance of the tribe they marry into, taken from our fathers' tribe's inheritance." ເມື່ອ​ເຖິງ​ປີ​ທີຫ້າສິບ​ຂອງ​ຄົນ​ອິດສະຣາເອນ​ມາ​ເຖິງ, ມໍລະດົກ​ຂອງ​ພວກນາງ​ກໍ​ຈະ​ຖືກ​ລວມເຂົ້າ​ກັບ​ມໍລະດົກ​ຂອງ​ເຜົ່າ​ທີ່​ພວກນາງ​ແຕ່ງງານ​ນຳ, ແລະ ເປັນການ​ເອົາ​ຊັບສິນ​ຂອງ​ພວກນາງ​ໄປ​ຈາກ​ສ່ວນ​ທີ່​ເປັນ​ມໍລະດົກ​ຂອງ​ເຜົ່າ​ທີ່​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ”.
5 So Moses commanded the Israelites at our Father's word, saying, "The tribe of Joseph speaks rightly. ແລ້ວ​ພຣະເຈົ້າ​ຢາເວ​ຈຶ່ງ​ສັ່ງ​ໂມເຊ​ໃຫ້​ມອບ​ຄຳສັ່ງ​ນີ້​ແກ່​ຄົນ​ອິດສະຣາເອນ​ວ່າ: “ສິ່ງ​ທີ່​ເຜົ່າ​ຂອງ​ເຊື້ອສາຍ​ໂຢເຊັບ​ກຳລັງ​ກ່າວ​ກໍ​ຖືກຕ້ອງ​ແລ້ວ.
6 This is what our Father commands about Zelophehad's daughters: they may marry whoever they think best, only within their father's tribal clan. ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ສັ່ງ​ສຳລັບ​ພວກລູກສາວ​ຂອງ​ເຊໂລເຟຮັດ​ຄື: ພວກນາງ​ຈະ​ແຕ່ງງານ​ກັບ​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ພວກນາງ​ພໍໃຈ​ແຕ່​ກັບ​ຄົນ​ພາຍໃນ​ເຜົ່າ​ທີ່​ເປັນ​ຕະກຸນ​ຂອງ​ພໍ່​ພວກນາງ.
7 No Israelite inheritance may pass from tribe to tribe; each Israelite must keep their ancestral tribe's inheritance. ມໍລະດົກ​ໃນ​ອິດສະຣາເອນ​ຈະ​ຕ້ອງ​ບໍ່​ປ່ຽນ​ກຳມະສິດ​ຈາກ​ເຜົ່າ​ໜຶ່ງ​ໄປ​ເປັນ​ຂອງ​ເຜົ່າ​ໜຶ່ງ, ເພາະ​ຄົນ​ອິດສະຣາເອນ​ທຸກຄົນ​ຈະ​ຕ້ອງ​ຮັກສາ​ມໍລະດົກ​ຂອງ​ເຜົ່າ​ທີ່​ຕົກທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຂົາ.
8 Every daughter who inherits in an Israelite tribe must marry within her father's tribal clan, so every Israelite keeps his ancestral inheritance. ລູກສາວ​ຜູ້​ທີ່​ຮັບ​ມໍລະດົກ​ໃນ​ເຜົ່າ​ໃດ​ກໍຕາມ​ຂອງ​ອິດສະຣາເອນ​ຕ້ອງ​ແຕ່ງງານ​ກັບ​ຄົນ​ໃນ​ເຜົ່າ​ດຽວກັນ​ກັບ​ພໍ່​ຂອງ​ນາງ, ເພື່ອ​ວ່າ​ຄົນ​ອິດສະຣາເອນ​ທຸກຄົນ​ຈະ​ໄດ້​ສືບທອດ​ມໍລະດົກ​ຂອງ​ບັນພະບຸລຸດ​ຕົນ.
9 No inheritance may pass from one tribe to another; each tribe of Israel must hold to its own inheritance." ມໍລະດົກ​ຈະ​ບໍ່​ປ່ຽນ​ກຳມະສິດ​ຈາກ​ເຜົ່າ​ໜຶ່ງ​ໄປ​ສູ່​ອີກ​ເຜົ່າ​ໜຶ່ງ, ເພາະ​ຄົນ​ອິດສະຣາເອນ​ແຕ່ລະ​ເຜົ່າ​ຈະ​ຕ້ອງ​ຮັກສາ​ມໍລະດົກ​ຂອງ​ຕົນ​ໄວ້”.
10 Just as our Father commanded Moses, so the daughters of Zelophehad did. ດັ່ງນັ້ນ ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ຈຶ່ງ​ຕ້ອງ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ໂມເຊ​ໄວ້.
11 Mahlah, Tirzah, Hoglah, Milcah, and Noah, the daughters of Zelophehad, married their cousins on their father's side. ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ຄື: ມາຮະລາ, ຕີຣະຊາ, ໂຮຄະລາ, ມີລະກາ ແລະ ໂນອາ ຈຶ່ງ​ໄດ້​ແຕ່ງງານ​ກັບ​ລູກອ້າຍລູກນ້ອງ​ທາງ​ພໍ່​ຂອງ​ຕົນ.
12 They married into the clans of Manasseh son of Joseph's descendants, and their inheritance stayed in their father's tribal clan. ພວກນາງ​ແຕ່ງງານ​ກັບ​ຜູ້ຊາຍ​ໃນ​ຕະກຸນ​ຕ່າງໆ​ຂອງ​ເຜົ່າ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ ແລະ ມໍລະດົກ​ຂອງ​ພວກນາງ​ຈຶ່ງ​ຍັງ​ຢູ່​ໃນ​ເຜົ່າ ແລະ ຕະກຸນ​ພໍ່​ຂອງ​ຕົນ.
13 These are the commands and rulings our Father commanded through Moses to Israel's people on the plains of Moab, by the Jordan at Jericho. ທັງໝົດ​ນີ້​ຄື​ຄຳສັ່ງ ແລະ ລະບຽບການ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ຄົນ​ອິດສະຣາເອນ​ຜ່ານ​ໂມເຊ​ໃນ​ທົ່ງພຽງ​ໂມອາບ​ແຄມ​ແມ່ນ້ຳ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]