Skip to content
The Believer's Library

Biblica® Open Lao Contemporary Version

Numbers 35 OLCV

Show OLCV only
Verse × ×
1 Our Father spoke to Moses on the plains of Moab by the Jordan across from Jericho: ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ໃນ​ທົ່ງພຽງ​ໂມອາບ​ແຄມ​ແມ່ນ້ຳ​ຈໍແດນ, ກົງກັນຂ້າມ​ເມືອງ​ເຢຣິໂກ​ວ່າ,
2 "Command the Israelites to give the Levites, from the inheritance they hold, cities to live in, and pastureland around them, for the Levites. “ຈົ່ງ​ສັ່ງ​ຄົນ​ອິດສະຣາເອນ​ໃຫ້​ມອບ​ເມືອງ​ຕ່າງໆ​ຈາກ​ມໍລະດົກ​ທີ່​ພວກເຂົາ​ຄອບຄອງ​ຢູ່ນັ້ນ​ໃຫ້​ແກ່​ຄົນ​ເລວີ​ເພື່ອ​ດຳລົງ​ຊີວິດ. ແລະ ພ້ອມທັງ​ທົ່ງຫຍ້າລ້ຽງສັດ​ທີ່​ຢູ່​ອ້ອມຮອບ​ເມືອງ​ຕ່າງໆ​ນັ້ນ​ດ້ວຍ.
3 The cities are theirs to live in; the pasturelands are for their cattle, livestock, and all their living creatures. ແລ້ວ​ເມືອງ​ເຫລົ່ານີ້​ຈະ​ເປັນ​ດຳລົງ​ຊີວິດ ແລະ ທົ່ງຫຍ້າ​ສຳລັບ​ງົວ​ຄວາຍ ແລະ ຝູງສັດ​ອື່ນໆ​ຂອງ​ພວກເຂົາ​ດ້ວຍ.
4 "The pasturelands of the cities you give the Levites reach about 1,500 feet out from the city wall on every side. “ທົ່ງຫຍ້າ​ອ້ອມຮອບ​ເມືອງ​ທີ່​ພວກເຈົ້າ​ມອບ​ໃຫ້​ຄົນ​ເລວີ​ນັ້ນ​ຈະ​ກວ້າງ​ອອກໄປ​ໜຶ່ງພັນ​ສອກ​ຈາກ​ກຳແພງ​ເມືອງ.
5 Measure outside the city: about 3,000 feet on the east side, 3,000 on the south side, 3,000 on the west side, 3,000 on the north side, with the city in the middle. This is the pastureland for their cities. ສະນັ້ນ, ຈະ​ມີ​ອານາເຂດ, ດ້ານ​ທິດຕາເວັນອອກ, ດ້ານ​ທິດໃຕ້, ດ້ານ​ທິດຕາເວັນຕົກ ແລະ ດ້ານ​ທິດເໜືອ​ດ້ານ​ລະ​ສອງພັນ​ສອກ, ໂດຍ​ມີ​ຕົວເມືອງ​ຢູ່​ທາງກາງ. ພວກເຂົາ​ຈະ​ໄດ້​ໃຊ້​ພື້ນທີ່​ນີ້​ເປັນ​ທົ່ງຫຍ້າ​ລ້ຽງສັດ​ສຳຫລັບ​ເມືອງ​ນັ້ນ​ໆ.
6 "Of the cities you give the Levites, six are to be cities of refuge, for a killer to flee to; besides these, give forty-two cities. “ຈົ່ງ​ມອບ​ເມືອງ​ຫົກ​ແຫ່ງ​ໃຫ້​ແກ່​ຄົນ​ເລວີ​ເພື່ອ​ເປັນ​ເມືອງ​ລີ້ໄພ, ສຳລັບ​ຜູ້​ທີ່​ຂ້າ​ຄົນ​ຕາຍ​ໂດຍ​ບໍ່​ເຈດຕະນາ​ຈະ​ໄດ້​ໄປ​ລີ້ໄພ​ໃນ​ເມືອງ​ເຫລົ່ານີ້. ນອກ​ຈາກ​ນັ້ນ​ຈົ່ງ​ມອບ​ເມືອງ​ໃຫ້​ພວກເຂົາ​ອີກ​ສີ່ສິບສອງ​ເມືອງ.
7 "All the cities that you give the Levites are to be forty-eight cities, together with their pasturelands. ພວກເຈົ້າ​ຕ້ອງ​ໄດ້​ມອບ​ເມືອງ​ໃຫ້​ຄົນ​ເລວີ​ລວມ​ທັງໝົດ​ສີ່ສິບແປດ​ເມືອງ, ພ້ອມ​ດ້ວຍ​ທົ່ງຫຍ້າລ້ຽງສັດ​ນຳ​ດ້ວຍ.
8 From Israel's territory, give the Levites cities—more from large tribes, fewer from small; each gives in proportion to the inheritance it received." ເມືອງ​ທີ່​ພວກເຈົ້າ​ມອບ​ໃຫ້​ຄົນ​ເລວີ​ຈາກ​ດິນແດນ​ທີ່​ຄົນ​ອິດສະຣາເອນ​ຄອບຄອງ​ນັ້ນ ຈະ​ຕ້ອງ​ມອບ​ໃຫ້​ຕາມ​ອັດຕາສ່ວນ​ຂອງ​ມໍລະດົກ​ໃນ​ແຕ່ລະ​ເຜົ່າ​ຄື: ເຜົ່າ​ທີ່​ມີ​ຄົນ​ຫລາຍ​ກໍ​ຈົ່ງ​ມອບ​ໃຫ້​ຫລາຍ, ແຕ່​ເຜົ່າ​ທີ່​ມີ​ຄົນ​ໜ້ອຍ​ກໍ​ຈົ່ງ​ມອບ​ໃຫ້​ໜ້ອຍ”.
9 Our Father spoke to Moses: ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ:
10 "Speak to the Israelites and tell them: When you cross the Jordan into the land of Canaan, “ຈົ່ງ​ແຈ້ງ​ຄົນ​ອິດສະຣາເອນ ແລະ ກ່າວ​ກັບ​ພວກເຂົາ​ວ່າ: ເມື່ອ​ພວກເຈົ້າ​ຂ້າມ​ແມ່ນ້ຳ​ຈໍແດນ​ເຂົ້າ​ສູ່​ການາອານ​ແລ້ວ,
11 choose cities for yourselves, cities of refuge, where anyone who kills a person unintentionally may flee there. ຈົ່ງ​ເລືອກ​ເອົາ​ບາງ​ເມືອງ​ເພື່ອ​ເປັນ​ເມືອງ​ລີ້ໄພ​ຂອງ​ພວກເຈົ້າ, ເພື່ອ​ຜູ້​ທີ່​ຂ້າ​ຄົນ​ຕາຍ​ໂດຍ​ບໍ່​ເຈດຕະນາ​ຈະ​ເຂົ້າ​ໄປ​ເພິ່ງ​ໃນ​ເມືອງ​ນັ້ນ.
12 These cities are a refuge for you from the blood avenger, so the killer won't die until standing before the assembly for judgment. ເມືອງ​ເຫລົ່ານີ້​ຈະ​ເປັນ​ບ່ອນ​ລີ້ໄພ​ຈາກ​ການແກ້ແຄ້ນ, ເພື່ອ​ວ່າ​ຈຳເລີຍ​ຈະ​ບໍ່​ຕາຍ​ກ່ອນ​ທີ່​ລາວ​ຖືກ​ພິຈາລະນາ​ຄະດີ​ຕໍ່ໜ້າ​ຊຸມຊົນ.
13 The cities you give are to be six cities of refuge for you. ເມືອງ​ທັງ​ຫົກ​ທີ່​ພວກເຈົ້າ​ມອບ​ໃຫ້​ນັ້ນ​ຈະ​ເປັນ​ເມືອງ​ລີ້ໄພ.
14 Give three cities beyond the Jordan and three cities in the land of Canaan; they are to be cities of refuge. ໂດຍ​ມີ​ສາມ​ເມືອງ​ຕັ້ງ​ຢູ່​ທິດ​ຕາເວັນອອກ​ຂອງ​ແມ່ນ້ຳ​ຈໍແດນ ແລະ ສາມ​ເມືອງ​ຕັ້ງ​ຢູ່​ໃນ​ດິນແດນ​ການາອານ​ໃຫ້​ເປັນ​ເມືອງ​ລີ້ໄພ.
15 These six cities are a refuge for Israelites, the foreigner, and the temporary resident among them, so anyone who kills a person by accident may flee there. ທັງ​ຫົກ​ເມືອງ​ນີ້​ຈະ​ເປັນ​ບ່ອນ​ລີ້ໄພ​ບໍ່​ພຽງ​ແຕ່​ສຳລັບ​ຄົນ​ອິດສະຣາເອນ ແລະ ສຳລັບ​ຄົນຕ່າງດ້າວ​ທີ່​ອາໄສຢູ່​ທ່າມກາງ​ພວກ​ເຂົາ​ອີກ​ດ້ວຍ, ເພື່ອ​ວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ໄດ້​ຂ້າ​ຜູ້ອື່ນ​ໂດຍ​ບໍ່​ເຈດຕະນາ​ສາມາດ​ຫລົບ​ເຂົ້າ​ໄປ​ທີ່​ນັ້ນ​ໄດ້.
16 "But if someone strikes another with an iron object and the victim dies, the attacker is a murderer—the murderer must be put to death. “ ‘ຖ້າ​ຜູ້ໃດ​ໃຊ້​ເຫລັກ​ຕີ​ຜູ້ອື່ນ​ເຖິງຕາຍ, ຜູ້​ນັ້ນ​ກໍ​ເປັນ​ຄາດຕະກອນ; ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ປະຫານ.
17 If he struck him with a stone in his hand that could kill, and he died, he is a murderer; the murderer must be put to death. ຫລື ຖ້າ​ຜູ້ໃດ​ໃຊ້​ກ້ອນຫີນ​ທຸບຕີ​ຄົນ​ອື່ນ​ຈົນ​ເຖິງ​ຕາຍ, ຜູ້​ນັ້ນ​ກໍ​ເປັນ​ຄາດຕະກອນ ແລະ ຕ້ອງ​ຖືກ​ປະຫານ​ຊີວິດ.
18 Or if he struck him with a deadly wooden tool in hand, and he died, he is a murderer; the murderer must be put to death. ຫລື ຖ້າ​ຜູ້ໃດ​ໃຊ້​ໄມ້​ຕີ​ຜູ້​ອື່ນ​ຈົນ​ເຖິງ​ຕາຍ, ຄົນ​ຜູ້​ນັ້ນ​ກໍ​ເປັນ​ຄາດຕະກອນ​ຕ້ອງ​ຖືກ​ປະຫານ​ຊີວິດ.
19 The avenger of blood is to kill the murderer himself; when he meets him, he is to kill him. ຍາດ​ພີ່ນ້ອງ​ໃກ້ສິດ​ຜູ້ຕາຍ​ຕ້ອງ​ຮັບຜິດຊອບ​ການລົງໂທດ​ຄາດຕະກອນ​ໃຫ້​ເຖິງ​ຕາຍ​ເມື່ອພົບ​ຕົວ​ຜູ້ກ່ຽວ.
20 If he pushed him from hatred, or threw something at him in ambush, so he died, ຖ້າ​ຜູ້ໃດ​ມີ​ເຈດຕະນາ​ບໍ່​ດີ​ຊຸກ​ຄົນອື່ນ ຫລື ແກວ່ງ​ບາງສິ່ງ​ໃສ່​ໂດຍ​ຄວາມຕັ້ງໃຈ​ເຮັດ​ໃຫ້​ຜູ້​ນັ້ນ​ຕາຍ
21 or if he struck him with his hand out of hatred and he died, the striker must be put to death—he is a murderer. The avenger of blood is to kill the murderer when he finds him. ຫລື ຖ້າ​ຜູ້ໃດ​ຕີ​ຜູ້ອື່ນ​ດ້ວຍ​ກຳປັ້ນ​ຈົນ​ຜູ້ອື່ນ​ຕາຍ, ຜູ້​ນັ້ນ​ກໍ​ເປັນ​ຄາດຕະກອນ, ຈະ​ຕ້ອງ​ຖືກ​ປະຫານ​ຊີວິດ. ຍາດ​ພີ່ນ້ອງ​ໃກ້ສິດ​ຜູ້ຕາຍ​ຈະ​ຕ້ອງ​ປະຫານ​ຊີວິດ​ຜູ້ນັ້ນ​ເມື່ອ​ພົບຕົວ.
22 "But if he shoved him suddenly without hostility, or threw anything at him without ambush, “ ‘ແຕ່​ຖ້າ​ຜູ້ໃດ​ຊຸກ ຫລື ແກວ່ງ​ສິ່ງຂອງ​ໃສ່​ຜູ້​ອື່ນ​ໂດຍ​ບໍ່​ເຈດຕະນາ ບໍ່​ໄດ້​ເຮັດ​ດ້ວຍ​ຄວາມກຽດຊັງ
23 or, without seeing him, dropped on him a stone able to kill, and he died—not his enemy, not seeking his harm, ຫລື, ເຮັດ​ກ້ອນຫີນ​ຕົກ​ຖືກ​ຜູ້ອື່ນໂດຍ​ບໍ່​ໄດ້​ຕັ້ງໃຈ​ບໍ່ເຫັນ ແລະ ທັງ​ບໍ່​ໄດ້​ເປັນ​ສັດຕູ ເປັນເຫດ​ເຮັດ​ໃຫ້​ຜູ້ນັ້ນ​ຕາຍ​ໄປ.
24 then the assembly is to judge between the slayer and the avenger of blood according to these rules. ຊຸມຊົນ​ຕ້ອງ​ຕັດສິນ​ລະຫວ່າງ​ຜູ້​ຖືກ​ກ່າວຫາ ແລະ ຍາດພີ່ນ້ອງ​ຂອງ​ຜູ້ຕາຍຕາມ​ກົດລະບຽບ​ເຫລົ່ານີ້.
25 The assembly must rescue the killer from the blood avenger's hand and return him to the city of refuge he fled to; he must stay there until the high priest anointed with holy oil dies. ຊຸມຊົນ​ຕ້ອງ​ປົກປ້ອງ​ຜູ້ຖືກກ່າວຫາ​ວ່າ​ເປັນ​ຄາດຕະກອນ​ຈາກ​ຍາດພີ່ນ້ອງ​ຂອງ​ຜູ້ຕາຍ ແລະ ສົ່ງ​ກັບ​ໄປ​ຍັງ​ເມືອງ​ລີ້ໄພ​ທີ່​ລາວ​ໄດ້​ຫລົບໜີ​ໄປ​ນັ້ນ. ຜູ້ຖືກກ່າວຫາ​ຕ້ອງ​ພັກ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ມະຫາ​ປະໂລຫິດ​ຜູ້​ໄດ້​ຮັບ​ການເຈີມ​ດ້ວຍ​ນ້ຳມັນ​ບໍລິສຸດ​ນັ້ນ​ຕາຍ​ໄປ.
26 "But if the killer ever leaves the border of his refuge city, where he fled, “ ‘ແຕ່​ຖ້າ​ຜູ້ຖືກກ່າວຫາ​ອອກ​ໄປ​ນອກ​ຂອບເຂດ​ຂອງ​ເມືອງ​ລີ້ໄພ​ນັ້ນ
27 if the avenger of blood finds him outside his city of refuge's border and kills the killer, he incurs no bloodguilt. ແລະ ຍາດພີ່ນ້ອງ​ຂອງ​ຜູ້ຕາຍ​ພົບ​ອາດ​ຂ້າ​ຜູ້ຖືກກ່າວຫາ​ໂດຍ​ບໍ່​ມີ​ຄວາມຜິດ​ໃນ​ການ​ເປັນ​ຄາດຕະກອນ​ກໍ​ໄດ້.
28 The killer must stay in his city of refuge until the high priest dies; only after the high priest's death may he return to his own land. ຜູ້ຖືກກ່າວຫາ​ຕ້ອງ​ພັກ​ຢູ່​ໃນ​ເມືອງ​ລີ້ໄພ​ຈົນກວ່າ​ມະຫາ​ປະໂລຫິດ​ຕາຍ​ໄປ; ຫລັງ​ຈາກ​ນັ້ນ​ຈຶ່ງ​ສາມາດ​ກັບຄືນ​ສູ່​ພູມລຳເນົາ​ເດີມ​ຂອງ​ຕົນ​ໄດ້.
29 These are to be a permanent law for you throughout your generations, in every place where you live. “ ‘ນີ້​ເປັນ​ຂໍ້​ບັງຄັບ​ຕາມ​ກົດບັນຍັດ​ສຳລັບ​ພວກເຈົ້າ​ຕະລອດ​ຊົ່ວອາຍຸ​ບໍ່​ວ່າ​ພວກເຈົ້າ​ອາໄສ​ຢູ່​ບ່ອນໃດ​ກໍ່ຕາມ.
30 "Anyone who kills a person is to be executed as a murderer, on witnesses' testimony; one witness alone cannot testify against a person to cause death. “ ‘ຜູ້ໃດກໍຕາມ​ທີ່​ຂ້າ​ຄົນ​ຈະ​ຕ້ອງ​ຖືກ​ປະຫານ​ຊີວິດ​ໃນ​ຖານະ​ຄາດຕະກອນ​ກໍ​ຕໍ່​ເມື່ອ​ມີ​ພະຍານ​ຫລາຍ​ຄົນ. ແຕ່​ຖ້າ​ມີ​ພະຍານ​ພຽງ​ຜູ້ດຽວ​ຈຳເລີຍ​ຈະ​ບໍ່​ຖືກ​ປະຫານ​ຊີວິດ.
31 "Take no ransom for a murderer's life who deserves death—he must be executed. “ ‘ຢ່າ​ຮັບ​ຄ່າໄຖ່​ຊີວິດ​ຂອງ​ຄາດຕະກອນ, ຜູ້​ສົມຄວນ​ຕາຍ. ລາວ​ຈະ​ຕ້ອງ​ຖືກ​ປະຫານ​ຊີວິດ.
32 Take no ransom for someone who fled to his city of refuge, letting him return to live in the land before the priest dies. “ ‘ແລະ​ຢ່າ​ຮັບ​ຄ່າໄຖ່​ສຳລັບ​ຜູ້​ທີ່​ຫລົບໜີ​ໄປ​ຢູ່​ໃນ​ເມືອງ​ລີ້ໄພ ເພື່ອ​ໃຫ້​ລາວ​ກັບ​ຄືນ​ມາຍັງ​ພູມລຳ​ເນົາເດີມ​ກ່ອນ​ທີ່​ມະຫາ​ປະໂລຫິດ​ຈະ​ຕາຍ​ໄປ.
33 "Don't pollute the land you live in—blood pollutes the land, and the land can have no atonement for blood shed on it except by the blood of the one who shed it. “ ‘ຢ່າ​ເຮັດ​ໃຫ້​ແຜ່ນດິນ​ທີ່​ພວກເຈົ້າ​ຢູ່​ເປິະເປື້ອນ​ມົນທິນ, ເພາະ​ການນອງ​ເລືອດ​ເຮັດ​ໃຫ້​ດິນແດນ​ເປິະເປື້ອນ, ບໍ່​ສາມາດ​ລຶບລ້າງ​ມົນທິນ​ສຳລັບ​ດິນແດນ​ນັ້ນ​ໄດ້, ຍົກເວັ້ນ​ໃຫ້​ເລືອດ​ຂອງ​ຄາດຕະກອນ​ໄຫລ​ໃສ່​ດິນແດນ​ນັ້ນ.
34 Don't make the land unclean—you live there, and I live among you; for I, your Father, live among Israel's people." ເຈົ້າ​ຢ່າ​ເຮັດ​ໃຫ້​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່ ແລະ ບ່ອນ​ທີ່​ເຮົາ​ສະຖິດ​ຢູ່​ນັ້ນ​ເປັນມົນທິນ, ເພາະ​ເຮົາ, ຜູ້​ເປັນ​ພຣະເຈົ້າ​ຢາເວ ຢູ່​ທ່າມກາງ​ຊາວ​ອິດສະຣາເອນ’ ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]