Skip to content
The Believer's Library

Biblica® Open Lao Contemporary Version

Numbers 19 OLCV

Show OLCV only
Verse × ×
1 Our Father spoke to Moses and Aaron, saying: ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ກັບ​ອາໂຣນ​ວ່າ:
2 "This is the statute of the law our Father commanded: Tell the Israelites to bring you a red heifer, flawless, with no defect, never yoked. “ນີ້​ແມ່ນ​ເງື່ອນໄຂຈຳເປັນ​ຂອງ​ກົດບັນຍັດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້​ຄື: ຈົ່ງ​ບອກ​ຄົນ​ອິດສະຣາເອນ​ໃຫ້​ນຳເອົາ​ງົວແມ່​ສີແດງ​ໂຕ​ໜຶ່ງ​ທີ່​ບໍ່​ມີ​ຂໍ້​ບົກຜ່ອງ ຫລື ບໍ່​ມີ​ຕຳໜິ ແລະ ບໍ່​ເຄີຍ​ທຽມ​ແອກ​ມາ​ໃຫ້​ເຈົ້າ.
3 Give it to Eleazar the priest; it is to be led outside the camp and slaughtered before him. ຈົ່ງ​ມອບ​ງົວ​ແມ່​ນັ້ນ​ໃຫ້​ແກ່​ປະໂລຫິດ​ເອເລອາຊາ; ງົວ​ນີ້​ຈະ​ຕ້ອງ​ຖືກ​ນຳ​ອອກ​ໄປ​ນອກ​ຄ້າຍພັກ ແລະ ຂ້າ​ຕໍ່ໜ້າ​ເພິ່ນ.
4 Eleazar the priest is to dip his finger in its blood and sprinkle it seven times toward the front of the tent of meeting. ຫລັງຈາກນັ້ນ​ປະໂລຫິດ​ເອເລອາຊາ​ຈະ​ຈຸ່ມ​ນີ້ວມື​ລົງໄປ​ໃນ​ເລືອດ ແລະ ຊິດ​ໄປ​ຍັງ​ດ້ານໜ້າ​ຂອງ​ເຕັນນັດພົບ​ເຈັດ​ຄັ້ງ.
5 The heifer is to be burned as he watches—hide, flesh, blood, and waste together. ໃນຂະນະ​ທີ່​ເພິ່ນ​ເບິ່ງ​ຢູ່​ນັ້ນ, ຈົ່ງ​ເຜົາ​ງົວແມ່​ນີ້​ທັງ​ໜັງ, ຊີ້ນ, ເລືອດ ແລະ ໄສ້.
6 The priest must take cedar wood, hyssop, and scarlet yarn, and throw them into the fire burning the heifer. ປະໂລຫິດ​ຈະ​ຕ້ອງ​ເອົາ​ໄມ້ສີດາ, ໃບຫູສົບ ແລະ ດ້າຍ​ສີແດງ​ແລ້ວ​ຖິ້ມ​ເຂົ້າ​ໃນ​ກອງ​ໄຟ​ທີ່​ກຳລັງ​ເຜົາ​ງົວແມ່​ຢູ່​ນັ້ນ.
7 The priest must wash his clothes, bathe his body in water, then enter the camp—but remains unclean until evening. ຫລັງຈາກ​ນັ້ນ, ປະໂລຫິດ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ເພິ່ນ ແລະ ອາບ​ນ້ຳ​ຊຳລະ​ຕົນ​ເອງ. ເພິ່ນ​ຈະ​ກັບ​ມາ​ຄ້າຍພັກ​ກໍ​ໄດ້, ແຕ່​ເພິ່ນ​ຈະ​ເປັນມົນທິນ​ຕາມ​ພິທີກຳ​ຈົນ​ເຖິງ​ຄ່ຳ.
8 He who burns it must wash his clothes in water, bathe his body in water, and remain unclean until evening. ຜູ້​ທີ່​ເຜົາ​ງົວແມ່​ນັ້ນ​ກໍ​ເໝືອນກັນ​ຕ້ອງ​ຊັກ​ເສື້ອຜ້າ ແລະ ອາບ​ນ້ຳ, ແລະ ລາວ​ກໍ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ​ເຊັ່ນກັນ.
9 "A clean man will gather the heifer's ashes and put them in a clean place outside the camp. Israel's community will keep them for water of cleansing—it removes sin. “ຜູ້​ທີ່​ບໍ່ເປັນມົນທິນ​ຈະ​ກວາດຕ້ອມ​ເອົາ​ຂີ້ເຖົ່າ​ຂອງ​ງົວແມ່​ນັ້ນ ແລະ ເອົາ​ຂີ້ເຖົ່າ​ນັ້ນ​ໄປ​ໄວ້​ໃນ​ບ່ອນ​ທີ່​ບໍ່​ມີ​ມົນທິນ​ຕາມ​ລະບຽບ​ພິທີ​ຢູ່​ນອກ​ທີ່ພັກ​ອາໄສ. ຊຸມຊົນ​ອິດສະຣາເອນ​ຈະ​ຕ້ອງ​ເກັບ​ຮັກສາ​ຂີ້ເຖົ່າ​ນີ້​ໄວ້​ເຮັດ​ນ້ຳ​ແຫ່ງ​ການຊຳລະ; ນີ້​ແມ່ນ​ການ​ຊຳລະລ້າງ​ຈາກ​ຄວາມ​ບາບ.
10 The one gathering the heifer's ashes must wash his clothes and remain unclean until evening. This is a permanent law for Israelites and the foreigner living among them. ຜູ້​ທີ່​ກວາດຕ້ອມ​ເອົາ​ຂີ້ເຖົ່າ​ຂອງ​ງົວແມ່​ນັ້ນ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ຕົນ​ເໝືອນ​ກັນ ແລະ ລາວ​ກໍ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ​ເຊັ່ນ​ກັນ. ນີ້​ຈະ​ເປັນ​ຂໍ້ປະຕິບັດ​ຕະຫລອດ​ໄປ​ສຳລັບ​ຄົນ​ອິດສະຣາເອນ ແລະ ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຂົາ​ດ້ວຍ.
11 "Whoever touches the dead body of any person is to be unclean for seven days. “ຜູ້​ໃດ​ກໍ​ຕາມ​ທີ່​ສຳພັດ​ຊາກສົບ​ມະນຸດ​ຈະ​ເປັນມົນທິນ​ເຈັດ​ວັນ.
12 He must purify himself with it on days three and seven; then he'll be clean. If he doesn't purify himself on days three and seven, he won't be clean. ຜູ້​ນັ້ນ​ຕ້ອງ​ຊຳລະ​ຕົນ​ເອງ​ດ້ວຍ​ນ້ຳ​ໃນ​ມື້​ທີສາມ ແລະ ໃນ​ມື້​ທີເຈັດ; ຫລັງຈາກນັ້ນ​ລາວ​ຈຶ່ງ​ຈະ​ບໍ່ເປັນມົນທິນ. ແຕ່​ຖ້າ​ວ່າ​ລາວ​ບໍ່​ຊຳລະ​ຕົນ​ເອງ​ໃນ​ວັນ​ທີສາມ ແລະ ໃນ​ວັນ​ທີ​ເຈັດ; ລາວ​ກໍ​ຈະ​ເປັນມົນທິນ.
13 Anyone who touches a corpse—the body of someone who died—and doesn't purify himself makes the tabernacle of our Father unclean; that person is cut off from Israel. Since the water of purification wasn't sprinkled on him, he stays unclean; his uncleanness remains on him. ຖ້າ​ລາວ​ບໍ່​ໄດ້​ຊຳລະ​ຕົນ​ເອງ​ຫລັງ​ຈາກ​ສຳພັດ​ຊາກສົບ​ມະນຸດ​ແລ້ວ, ລາວ​ກໍ​ເຮັດ​ໃຫ້​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ​ເປັນມົນທິນ. ຜູ້​ນັ້ນ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ອິດສະຣາເອນ. ເພາະ​ວ່າ​ນ້ຳ​ແຫ່ງ​ການຊຳລະລ້າງ​ຍັງ​ບໍ່​ໄດ້​ຖືກ​ຊິດ​ໃສ່​ຜູ້​ນັ້ນ, ຜູ້​ນັ້ນ​ຈຶ່ງ​ເປັນມົນທິນ; ຄວາມເປັນມົນທິນ​ຍັງ​ຢູ່​ນຳ​ຜູ້​ນັ້ນ.
14 "This is the law: when someone dies in a tent, everyone entering it and everyone in it is unclean seven days. “ນີ້​ແມ່ນ​ກົດບັນຍັດ​ທີ່​ນຳໃຊ້​ເມື່ອ​ມີ​ຄົນ​ຜູ້​ໜຶ່ງ​ຕາຍ​ໃນ​ເຕັນ: ຜູ້​ໃດ​ກໍ​ຕາມ​ທີ່​ເຂົ້າໄປ​ໃນ​ເຕັນ ແລະ ຢູ່​ໃນ​ເຕັນ​ຈະ​ເປັນ​ມົນທິນ​ຢູ່​ເຈັດ​ວັນ,
15 And every open vessel that has no lid fastened on it is to be unclean. ແລະ ສິ່ງຂອງ​ໃດໆ​ຢູ່​ໃນ​ເຕັນ​ທີ່​ບໍ່​ມີ​ຝາອັດ​ກໍ​ຈະ​ເປັນມົນທິນ.
16 "Whoever touches, in an open field, one killed by the sword, one who has died naturally, a human bone, or a grave, becomes unclean seven days. “ຜູ້​ໃດ​ກໍ​ຕາມ​ທີ່​ຢູ່​ກາງແຈ້ງ ແລະ ສຳພັດ​ຊາກສົບ​ຂອງ​ຄົນ​ທີ່​ຖືກ​ຂ້າຕາຍ​ດ້ວຍ​ດາບ ຫລື ຄົນ​ທີ່​ຕາຍ​ດ້ວຍ​ອຸບັດຕິເຫດ ຫລື ຜູ້​ໃດ​ກໍ​ຕາມ​ທີ່​ໄປ​ສຳພັດ​ກະດູກ ຫລື ຂຸມຝັງສົບ​ຂອງ​ຄົນຕາຍ, ຜູ້​ນັ້ນ​ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ.
17 "For the unclean person, they are to take ashes from the burned purification offering, put them in a vessel, and add fresh running water. “ສຳລັບ​ຄົນ​ທີ່​ເປັນມົນທິນ​ນັ້ນ, ຈົ່ງ​ນຳ​ຂີ້ເຖົ່າ​ຈາກ​ເຄື່ອງເຜົາ​ບູຊາ​ເພື່ອ​ການຊຳລະ​ໃສ່​ລົງ​ໄປ​ໃນ​ໄຫ ແລະ ເທ​ນ້ຳ​ສະອາດ​ລົງ​ໄປ​ໃນ​ນັ້ນ.
18 A clean person is to take hyssop, dip it in the water, and sprinkle it on the tent, on all the vessels, on everyone who was there, and on whoever touched a bone, a slain person, a corpse, or a grave. ຈາກ​ນັ້ນ​ໃຫ້​ຜູ້ທີ່​ບໍ່ເປັນມົນທິນ​ຕາມ​ພິທີກຳ​ເອົາ​ໃບຫູສົບ​ມັດໜຶ່ງ​ຈຸ່ມ​ລົງ​ໃນ​ນ້ຳ​ແລ້ວ​ຊິດ​ໃສ່​ເຕັນ ແລະ ເຄື່ອງ​ໃຊ້​ທັງໝົດ​ລວມ​ທັງ​ຄົນ​ຜູ້​ຢູ່​ໃນ​ທີ່​ນັ້ນ​ດ້ວຍ. ລາວ​ຕ້ອງ​ຊິດ​ໃສ່​ຄົນ​ທີ່​ສຳພັດ​ກະດູກ​ມະນຸດ ຫລື ຂຸມຝັງສົບ ຫລື ຄົນ​ທີ່​ຖືກ​ຂ້າ​ຕາຍ ຫລື ຜູ້​ທີ່​ຕາຍ​ດ້ວຍ​ອຸບັດຕິເຫດ.
19 The clean person is to sprinkle the unclean one on the third and seventh day, purifying him on the seventh day. He must wash his clothes, bathe in water, and be clean by evening. ຜູ້​ທີ່​ບໍ່ເປັນມົນທິນ​ຈະ​ຕ້ອງ​ຊິດ​ໃສ່​ຄົນ​ທີ່​ເປັນມົນທິນ​ໃນ​ມື້​ທີສາມ ແລະ ໃນ​ມື້​ທີເຈັດ, ແລະ ໃນ​ມື້​ທີເຈັດ​ລາວ​ຈະຕ້ອງ​ຊຳລະ​ພວກເຂົາ. ຜູ້​ທີ່​ໄດ້​ຮັບ​ການຊຳລະ​ແລ້ວ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ຕົນ ແລະ ອາບ​ນ້ຳ, ແລະ ໃນ​ຄ່ຳ​ວັນນັ້ນ​ລາວ​ຈະ​ບໍ່ເປັນມົນທິນ.
20 Anyone unclean who doesn't purify himself must be cut off from the assembly, for he has made our Father's sanctuary unclean; the water of purification wasn't sprinkled on him—he is unclean. ແຕ່​ຖ້າ​ຜູ້ໃດ​ທີ່​ເປັນມົນທິນ​ບໍ່​ໄດ້​ຊຳລະ​ຕົນ​ເອງ, ລາວ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ຊຸມຊົນ, ເພາະ​ວ່າ​ລາວ​ໄດ້​ເຮັດ​ໃຫ້​ສະຖານ​ນະມັດສະການ​ຂອງ​ພຣະເຈົ້າ​ຢາເວ​ເປັນມົນທິນ. ນ້ຳ​ແຫ່ງ​ການຊຳລະ​ບໍ່​ໄດ້​ຊິດ​ໃສ່​ລາວ, ແລະ ລາວ​ຈຶ່ງ​ຍັງ​ເປັນ​ມົນທິນ​ຢູ່.
21 This is a lasting statute for them: whoever sprinkles the water of purification must wash his clothes; whoever touches the water of purification is unclean until evening. ນີ້​ເປັນ​ຂໍ້​ປະຕິບັດ​ຖາວອນ​ສຳລັບ​ພວກເຂົາ. “ຜູ້​ທີ່​ຊິດ​ນ້ຳ​ແຫ່ງ​ການຊຳລະ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ຕົນ​ເໝືອນກັນ ແລະ ຜູ້​ໃດ​ກໍ​ຕາມ​ທີ່​ແຕະຕ້ອງ​ນ້ຳ​ແຫ່ງ​ການ​ຊຳລະ​ນັ້ນ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ.
22 Whatever the unclean person touches becomes unclean; whoever touches that is unclean until evening." ຜູ້​ເປັນມົນທິນ​ແຕະຕ້ອງ​ສິ່ງໃດ​ສິ່ງນັ້ນ​ກໍ​ກາຍມາ​ເປັນມົນທິນ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ແຕະຕ້ອງ​ສິ່ງນັ້ນ​ກໍ​ກາຍ​ມາ​ເປັນມົນທິນ​ໄປ​ຈົນ​ເຖິງ​ຄ່ຳ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]