Skip to content
The Believer's Library

Biblica® Open Lao Contemporary Version

Numbers 18 OLCV

Show OLCV only
Verse × ×
1 Our Father said to Aaron, "You, your sons, and your father's house will bear the guilt of the sanctuary; you and your sons will bear the guilt of your priesthood. ພຣະເຈົ້າ​ຢາເວ​ກ່າວ​ແກ່​ອາໂຣນ​ວ່າ, “ເຈົ້າ, ກັບ​ລູກຊາຍ​ຂອງ​ເຈົ້າ ແລະ ຄອບຄົວ​ຂອງ​ເຈົ້າ​ຈະ​ຕ້ອງ​ມີສ່ວນ​ຮັບຜິດຊອບ​ເມື່ອ​ມີ​ການ​ລະເມີດ​ຕໍ່​ກັບ​ສະຖານ​ນະມັດສະການ, ແລະ ເຈົ້າ​ກັບ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ​ທີ່​ຕ້ອງ​ຮັບຜິດຊອບ​ເພາະ​ມີ​ການ​ລະເມີດ​ຕໍ່​ກັບ​ການ​ເປັນ​ປະໂລຫິດ.
2 Bring your brothers too—the tribe of Levi, your father's tribe—to join and serve you, you and your sons, before the tent of the testimony. ຈົ່ງ​ນຳ​ເອົາ​ຄົນ​ເລວີ​ພີ່ນ້ອງ​ຮ່ວມ​ເຜົ່າ​ທີ່​ເປັນ​ບັນພະບຸລຸດ​ຂອງ​ເຈົ້າ​ມາ​ຮ່ວມ ແລະ ຊ່ວຍ​ວຽກງານ ໃນ​ເວລາ​ພວກເຈົ້າ​ຮັບໃຊ້​ຕໍ່ໜ້າ​ເຕັນ​ຂອງ​ກົດບັນຍັດ​ແຫ່ງ​ພັນທະສັນຍາ.
3 They must keep your duties and all the tent's duties, but not approach the sanctuary's sacred objects or the altar, or both they and you will die. ພວກເຂົາ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ເຈົ້າ ແລະ ປະຕິບັດ​ໜ້າທີ່​ທັງໝົດ​ຂອງ​ເຕັນ, ແຕ່​ຢ່າ​ໃຫ້​ພວກເຂົາ​ໄປ​ໃກ້​ເຄື່ອງໃຊ້​ຂອງ​ສະຖານ​ນະມັດສະການ ຫລື ແທ່ນບູຊາ. ຖ້າ​ບໍ່ດັ່ງນັ້ນ​ທັງ​ພວກເຂົາ ແລະ ເຈົ້າ​ຈະ​ຕ້ອງ​ຕາຍ.
4 They will join you and keep the charge of the tent of meeting, all its service—no outsider may come near you. ໃຫ້​ພວກເຂົາ​ສົມທົບ​ກັບ​ເຈົ້າ ແລະ ຮັບຜິດຊອບ​ເບິ່ງແຍງ​ເຕັນນັດພົບ ລວມ​ວຽກງານ​ທັງໝົດ​ທີ່​ເຕັນ​ນັ້ນ ແລະ ຢ່າ​ໃຫ້​ຄົນນອກ​ເຂົ້າມາ​ໃກ້​ບ່ອນ​ທີ່​ເຈົ້າ​ຢູ່.
5 Guard the sanctuary and altar, so wrath never again falls on Israel's people. “ເຈົ້າ​ຈະ​ຕ້ອງ​ຮັບຜິດຊອບ​ເບິ່ງແຍງ​ສະຖານ​ນະມັດສະການ ແລະ ແທ່ນບູຊາ, ເພື່ອ​ວ່າ​ຄວາມໂກດຮ້າຍ​ຂອງ​ເຮົາ​ຈະ​ບໍ່​ຕົກ​ໃສ່​ຄົນ​ອິດສະຣາເອນ​ອີກ.
6 I have taken your fellow Levites from Israel's sons—a gift to you, given to me, to serve at the tent of meeting. ເຮົາ​ເອງ​ໄດ້​ເລືອກ​ຄົນ​ເລວີ​ພີ່ນ້ອງ​ຂອງ​ເຈົ້າ​ຈາກ​ທ່າມກາງ​ຄົນ​ອິດສະຣາເອນ​ເພື່ອ​ເປັນ​ຂອງຂັວນ​ແກ່​ເຈົ້າ, ແລະ ຍົກໃຫ້​ເຈົ້າ​ເພື່ອ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ໃຫ້​ປະຕິບັດວຽກງານ​ທີ່​ເຕັນນັດພົບ.
7 You and your sons must guard your priesthood in all matters of the altar and behind the inner curtain; serve there. I give your priesthood as a gift; any outsider who approaches must be put to death." ແຕ່​ເຈົ້າ​ກັບ​ບັນດາ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ​ຈະ​ເຮັດໜ້າທີ່​ໃນ​ຖານະ​ປະໂລຫິດ ລວມ​ທັງ​ວຽກ​ກ່ຽວກັບ​ແທ່ນບູຊາ ແລະ ທຸກສິ່ງ​ທີ່​ຢູ່​ດ້ານໃນ​ຂອງ​ຜ້າກັ້ງ. ເຮົາ​ມອບ​ວຽກ​ຮັບໃຊ້​ໃນ​ຖານະ​ປະໂລຫິດ​ໃຫ້​ເປັນ​ຂອງຂັວນ​ແກ່​ເຈົ້າ. ຄົນນອກ​ທີ່​ມາ​ໃກ້​ສະຖານ​ນະມັດສະການ​ຈະ​ຕ້ອງ​ຮັບໂທດ​ເຖີງ​ຕາຍ”.
8 Our Father said to Aaron, "I have given you charge of my contributions, all the holy gifts of Israel's people. I have given them to you as a portion, and to your sons as a permanent share. ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ອາໂຣນ​ວ່າ, “ເຮົາ​ເອງ​ໄດ້​ມອບ​ໃຫ້​ເຈົ້າ​ຮັບຜິດຊອບ​ເຄື່ອງຖວາຍ​ທີ່​ຖວາຍ​ແກ່​ເຮົາ; ລວມ​ທັງ​ເຄື່ອງຖວາຍ​ບໍລິສຸດ​ທັງໝົດ​ທີ່​ຄົນ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ເຮົາ​ນັ້ນ ເຮົາ​ມອບ​ໃຫ້​ເຈົ້າ​ກັບ​ບັນດາ​ລູກຊາຍ​ຂອງ​ເຈົ້າ​ເປັນ​ສ່ວນແບ່ງ​ທີ່​ໄດ້​ຮັບ​ຕະຫລອດໄປ.
9 This is yours from the most holy things kept from the fire: all their offerings—every grain offering, every sin offering, and every guilt offering they bring me—are most holy, for you and your sons. ເຈົ້າ​ຈະ​ໄດ້​ຮັບ​ເຄື່ອງຖວາຍ​ບໍລິສຸດ​ທີ່ສຸດ​ໃນ​ສ່ວນ​ທີ່​ບໍ່​ໄດ້​ເຜົາ​ຖວາຍ. ຈາກ​ເຄື່ອງຖວາຍ​ທັງໝົດ​ທີ່​ພວກເຂົາ​ນຳ​ມາ​ມອບ​ໃຫ້​ແກ່​ເຮົາ​ເປັນ​ເຄື່ອງຖວາຍ​ບໍລິສຸດ​ທີ່ສຸດ, ບໍ່​ວ່າ​ເປັນ​ເຄື່ອງຖວາຍ​ພືດພັນ​ເປັນເມັດ ຫລື ເຄື່ອງຖວາຍ​ໄຖ່​ບາບ ຫລື ເຄື່ອງຖວາຍ​ເພື່ອ​ລຶບລ້າງ​ຄວາມຜິດ, ສ່ວນ​ຂອງ​ເຄື່ອງຖວາຍ​ເຫລົ່ານັ້ນ​ເປັນ​ຂອງ​ເຈົ້າ​ກັບ​ບັນດາ​ລູກຊາຍ​ຂອງ​ເຈົ້າ.
10 Eat it in the most holy place; every male may eat it—it is holy to you. ຈົ່ງ​ກິນ​ໂດຍ​ຖື​ເປັນ​ຂອງ​ບໍລິສຸດ​ທີ່ສຸດ, ຜູ້ຊາຍ​ທຸກຄົນ​ຈະ​ກິນ​ເຄື່ອງຖວາຍ​ນີ້. ເຈົ້າ​ຕ້ອງ​ຖື​ວ່າ​ສິ່ງ​ນີ້​ບໍລິສຸດ.
11 This too is yours: the contribution from their gifts, all Israel's wave offerings. I've given them to you, your sons, your daughters with you—a permanent law. Anyone clean in your house may eat it. “ນີ້​ກໍ​ເປັນ​ຂອງ​ເຈົ້າ​ເໝືອນກັນ​ຄື: ສິ່ງໃດ​ກໍຕາມ​ທີ່​ຈັດ​ໄວ້​ຈາກ​ເຄື່ອງຖວາຍ​ແກວ່ງ​ໄປ​ແກວ່ງ​ມາ​ທັງໝົດ​ຂອງ​ຄົນ​ອິດສະຣາເອນ​ນັ້ນ. ເຮົາ​ມອບ​ສິ່ງ​ນີ້​ໃຫ້​ແກ່​ເຈົ້າ ແລະ ບັນດາ​ລູກຊາຍ​ລູກສາວ​ໃຫ້​ເປັນ​ສ່ວນແບ່ງ​ຕະຫລອດໄປ​ຂອງ​ເຈົ້າ. ທຸກຄົນ​ໃນ​ຄົວເຮືອນ​ຂອງ​ເຈົ້າ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ພິທີ​ກໍ​ຈະ​ກິນ​ເຄື່ອງຖວາຍ​ນັ້ນ​ໄດ້.
12 The best of the oil, new wine, and grain—the firstfruits they give me—I give you. “ເຮົາ​ມອບ​ໃຫ້​ເຈົ້າ​ສ່ວນ​ດີ​ທີ່ສຸດ​ຂອງ​ນ້ຳມັນ​ໝາກກອກ ແລະ ເຫລົ້າ​ອະງຸ່ນ​ໃໝ່​ຊັ້ນ​ດີ ແລະ ເມັດພືດ​ທັງໝົດ​ທີ່​ເປັນ​ຜົນ​ທຳອິດ​ທີ່​ພວກເຂົາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
13 The first produce of their land, brought to me, is yours. Anyone clean in your house may eat it. ຜົນລະປູກ​ທຳອິດ​ທັງໝົດ​ຈາກ​ດິນແດນ​ທີ່​ພວກເຂົາ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຈະ​ເປັນ​ຂອງ​ເຈົ້າ. ທຸກຄົນ​ໃນ​ຄົວເຮືອນ​ຂອງ​ເຈົ້າ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ພິທີ​ຈະ​ກິນ​ເຄື່ອງຖວາຍ​ເຫລົ່ານັ້ນ.
14 Every devoted thing in Israel is to be yours. “ເຄື່ອງຖວາຍ​ທຸກ​ໆ​ຢ່າງ​ໃນ​ອິດສະຣາເອນ​ທີ່​ອຸທິດຖວາຍ​ແກ່​ພຣະເຈົ້າ​ຢາເວ​ກໍ​ເປັນ​ຂອງ​ເຈົ້າ.
15 Every firstborn of human or animal offered to me is yours—but redeem the firstborn of humans, and redeem the firstborn of unclean animals. ລູກ​ກົກ​ທັງໝົດ​ທີ່​ເກີດມາ, ທັງ​ມະນຸດ ແລະ ສັດ, ເຊິ່ງ​ໄດ້​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ກໍ​ເປັນ​ຂອງ​ເຈົ້າ. ແຕ່​ເຈົ້າ​ຕ້ອງ​ໄຖ່​ຄືນ​ລູກຊາຍ​ກົກ​ທຸກຄົນ ແລະ ສັດ​ຜູ້​ຫົວປີ​ທຸກ​ໂຕ​ທີ່​ເປັນ​ມົນທິນ.
16 Redeem them at one month old for about two ounces of silver, by the sanctuary standard. ເມື່ອ​ລູກຊາຍ​ກົກ​ມີ​ອາຍຸ​ຄົບ​ໜຶ່ງ​ເດືອນ​ແລ້ວ, ເຈົ້າ​ຕ້ອງ​ໄຖ່ຄືນ​ລູກຊາຍ​ກົກ​ໃນ​ຄ່າ​ໄຖ່​ທີ່​ຕັ້ງ​ໄວ້​ເປັນ​ເງິນ​ໜັກ 5 ເຊເຂວ, ຕາມ​ເຊເຂວ​ຂອງ​ສະຖານນະມັດສະການ, ເຊິ່ງ​ໜັກ 20 ເກຣາ.
17 But the firstborn cow, sheep, or goat you must not buy back—they are holy. Splash their blood on the altar, burn their fat as a food offering, a pleasing aroma to me. “ແຕ່​ລູກ​ຫົວປີ​ຂອງ​ງົວ, ແກະ, ຫລື ແບ້​ໄຖ່ຄືນ​ບໍ່​ໄດ້ ເພາະ​ສັດ​ເຫລົ່ານີ້​ບໍລິສຸດ. ຈົ່ງ​ຖອກເລືອດ​ຂອງ​ພວກມັນ​ໃສ່​ແທ່ນບູຊາ ແລະ ເຜົາ​ໄຂມັນ​ເປັນ​ເຄື່ອງຖວາຍບູຊາ​ອາຫານ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
18 But their flesh is yours, as the wave-offering breast and right thigh are yours. ຊີ້ນ​ຂອງ​ສັດ​ເຫລົ່ານີ້​ເປັນ​ຂອງ​ເຈົ້າ, ເຊັ່ນ​ດຽວ​ກັບ​ຊີ້ນ​ເອິກ​ຂອງ​ເຄື່ອງບູຊາ​ແກວ່ງ​ໄປ​ມາ​ຖວາຍ ແລະ ຊີ້ນ​ກົກ​ຂາ​ຂວາ​ເປັນ​ຂອງ​ເຈົ້າ.
19 All the holy offerings Israel brings me I give you, your sons and daughters with you, as a lasting share. It is a salt covenant forever before me, for you and your offspring with you." ສິ່ງໃດ​ກໍຕາມ​ທີ່​ແຍກໄວ້​ຈາກ​ເຄື່ອງຖວາຍ​ບໍລິສຸດ​ທີ່​ຄົນ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ນັ້ນ ແລ້ວ​ເຮົາ​ກໍ​ມອບ​ໃຫ້​ເຈົ້າ ແລະ ລູກຊາຍ​ກັບ​ລູກສາວ​ຂອງ​ເຈົ້າ​ດັ່ງ​ເປັນ​ສ່ວນແບ່ງ​ຕະຫລອດໄປ​ຂອງ​ເຈົ້າ. ນີ້​ເປັນ​ພັນທະສັນຍາ​ນິລັນດອນ​ແຫ່ງ​ເກືອ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ທັງ​ສຳລັບ​ເຈົ້າ ແລະ ເຊື້ອສາຍ​ຂອງ​ເຈົ້າ”.
20 Our Father said to Aaron, "You will have no inheritance in their land, no portion among them. I am your portion and inheritance among Israel's sons." ພຣະເຈົ້າ​ຢາເວ​ກ່າວ​ແກ່​ອາໂຣນ​ວ່າ, “ເຈົ້າ​ຈະ​ບໍ່​ໄດ້​ຮັບ​ມໍລະດົກ​ໃນ​ດິນແດນ​ຂອງ​ພວກເຂົາ, ແລະ ບໍ່​ໄດ້​ຮັບ​ສ່ວນແບ່ງ​ໃດໆ​ໃນ​ທ່າມກາງ​ພວກເຂົາ; ເຮົາ​ເປັນ​ສ່ວນແບ່ງ​ຂອງ​ເຈົ້າ ແລະ ເປັນ​ມໍລະດົກ​ຂອງ​ເຈົ້າ​ທ່າມກາງ​ຄົນ​ອິດສະຣາເອນ.
21 "I have given the Levites all the tenth in Israel as inheritance in exchange for the service they perform, the service of the tent of meeting. “ເຮົາ​ມອບ​ໜຶ່ງສ່ວນສິບ​ທັງໝົດ​ຂອງ​ຄົນ​ອິດສະຣາເອນ​ທີ​ຖວາຍ​ໃຫ້​ເປັນ​ຄ່າ​ຕອບແທນ​ແຮງງານ​ແກ່​ຄົນ​ເລວີ​ທີ່​ພວກເຂົາ​ເຮັດ​ໃນ​ຂະນະ​ທີ່​ພວກເຂົາ​ຮັບໃຊ້​ທີ່​ເຕັນນັດພົບ.
22 The Israelites must no longer approach the tent of meeting, or they will bear guilt and die. ນັບ​ແຕ່​ນີ້​ໄປ​ຄົນ​ອິດສະຣາເອນ​ຢ່າ​ເຂົ້າ​ໄປ​ໃກ້​ເຕັນນັດພົບ, ຫລື ບໍ່​ດັ່ງນັ້ນ​ພວກເຂົາ​ຈະ​ຮັບ​ຜົນ​ຂອງ​ບາບ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ຕາຍ.
23 But the Levites will serve at the tent of meeting and bear their own guilt. This is a permanent law for your generations: they get no inheritance among Israel's people. ແມ່ນ​ຄົນ​ເລວີ​ຈະ​ເປັນ​ຜູ້​ປະຕິບັດວຽກງານ​ທີ່​ເຕັນນັດພົບ ແລະ ຮັບຜິດຊອບ​ທຸກໆ​ການກະທຳຜິດ​ທີ່​ພວກເຂົາ​ເຮັດ​ຕໍ່​ເຕັນ​ນັ້ນ. ນີ້​ເປັນ​ຂໍ້​ປະຕິບັດ​ຖາວອນ​ສືບໄປ​ສຳລັບ​ຊົ່ວອາຍຸ​ທີ່​ຈະ​ມາ​ເຖິງ. ພວກເຂົາ​ຈະ​ບໍ່​ໄດ້​ຮັບ​ຄ່າຕອບແທນ​ໃດໆ​ໃນ​ທ່າມກາງ​ຄົນ​ອິດສະຣາເອນ.
24 For the tenth Israel's people present to me as a contribution, I have given the Levites as their inheritance. So I have told them: they will have no inheritance among Israel's people." ແຕ່​ເຮົາ​ມອບ​ໜຶ່ງສ່ວນສິບ​ທີ່​ຄົນ​ອິດສະຣາເອນ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ໃຫ້​ເປັນ​ຄ່າຕອບແທນ​ແກ່​ຄົນ​ເລວີ. ດ້ວຍເຫດ​ນີ້​ເຮົາ​ຈຶ່ງ​ກ່າວ​ກ່ຽວກັບ​ພວກເຂົາ​ວ່າ: ‘ພວກເຂົາ​ຈະ​ບໍ່​ໄດ້​ຮັບ​ຄ່າຕອບແທນ​ໃດໆ​ໃນ​ທ່າມກາງ​ຄົນ​ອິດສະຣາເອນ’ ”.
25 Our Father spoke to Moses, saying, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
26 "Speak to the Levites and tell them: When you take the tenth I have given you from Israel's people as your inheritance, bring a contribution from it to me—a tenth of the tenth. “ຈົ່ງ​ບອກ​ຄົນ​ເລວີ ແລະ ເວົ້າ​ກັບ​ພວກເຂົາ​ວ່າ: ‘ເມື່ອ​ພວກເຈົ້າ​ໄດ້​ຮັບ​ໜຶ່ງສ່ວນສິບ​ຈາກ​ຄົນ​ອິດສະຣາເອນ​ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ​ເປັນ​ຄ່າຕອບແທນ​ນັ້ນ, ພວກເຈົ້າ​ຕ້ອງ​ຖວາຍ​ໜຶ່ງສ່ວນສິບ​ຈາກ​ໜຶ່ງສ່ວນສິບ​ນັ້ນ​ເປັນ​ເຄື່ອງຖວາຍບູຊາ​ແກ່​ພຣະເຈົ້າ​ຢາເວ.
27 Your contribution will count for you as grain from the threshing floor, as full produce from the winepress. ການຖວາຍ​ຂອງ​ພວກເຈົ້າ​ຈະ​ຖື​ເປັນ​ພືດພັນ​ຈາກ​ລານຟາດເຂົ້າ ຫລື ເຫລົ້າອະງຸ່ນ​ຈາກ​ອ່າງບີບນ້ຳອະງຸ່ນ​ຂອງ​ພວກເຈົ້າ.
28 You too must present a contribution to me from all your tenth taken from Israel's people, giving from it my contribution to Aaron the priest. ດ້ວຍ​ວິທີ​ນີ້​ພວກເຈົ້າ​ກໍ​ຈະ​ໄດ້​ຖວາຍ​ເຄື່ອງຖວາຍບູຊາ​ແກ່​ພຣະເຈົ້າ​ຢາເວ​ຈາກ​ໜຶ່ງສ່ວນສິບ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ຄົນ​ອິດສະຣາເອນ. ຈາກ​ໜຶ່ງສ່ວນສິບ​ເຫລົ່ານີ້​ຈົ່ງ​ມອບ​ສ່ວນ​ຂອງ​ພຣະເຈົ້າ​ຢາເວ​ໃຫ້​ແກ່​ປະໂລຫິດ​ອາໂຣນ.
29 From all your gifts, present every offering to me—from each, the best and holiest part. ເຈົ້າ​ຕ້ອງ​ຖວາຍ​ສ່ວນ​ທີ່​ດີ​ທີ່ສຸດ ແລະ ບໍລິສຸດ​ທີ່ສຸດ​ຂອງ​ທຸກສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ໃຫ້​ເປັນ​ສ່ວນ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ’.
30 "So tell them: when you offer its best part, it counts for the Levites as produce of the threshing floor and winepress. “ຈົ່ງ​ກ່າວ​ກັບ​ຄົນ​ເລວີ​ວ່າ: ‘ເມື່ອ​ພວກເຈົ້າ​ຖວາຍ​ສ່ວນ​ທີ່​ດີ​ທີ່ສຸດ​ນັ້ນ, ສິ່ງ​ນັ້ນ​ຈະ​ຖື​ວ່າ​ເປັນ​ຜົນຜະລິດ​ຈາກ​ລານຟາດເຂົ້າ ຫລື ຈາກ​ອ່າງບີບນ້ຳອະງຸ່ນ​ຂອງ​ພວກເຈົ້າ.
31 Eat it anywhere, you and your households—it is your wage for your service in the tent of meeting. ເຈົ້າ​ກັບ​ຄົວເຮືອນ​ຂອງ​ພວກເຈົ້າ​ຈະ​ກິນ​ສ່ວນ​ທີ່​ເຫລືອ​ຂອງ​ສິ່ງ​ນັ້ນ​ຢູ່​ທີ່ໃດ​ກໍໄດ້, ເພາະ​ສິ່ງ​ນັ້ນ​ເປັນ​ຄ່າແຮງງານ​ສຳລັບ​ວຽກງານ​ຂອງ​ພວກເຈົ້າ​ທີ່​ເຕັນນັດພົບ.
32 You incur no guilt from it once you have offered its best part. But you must not desecrate the holy things of Israel's sons, or you will die." ເມື່ອ​ພວກເຈົ້າ​ໄດ້​ຖວາຍ​ສ່ວນ​ທີ່​ດີ​ທີ່ສຸດ​ນີ້​ແລ້ວ ພວກເຈົ້າ​ກໍ​ຈະ​ບໍ່​ມີ​ຄວາມຜິດ​ໃນ​ເລື່ອງ​ນີ້; ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່ເປັນມົນທິນ​ທີ່​ຄົນ​ອິດສະຣາເອນ​ຖວາຍ​ເຄື່ອງຖວາຍບູຊາ​ບໍລິສຸດ, ແລະ ພວກເຈົ້າ​ຈະ​ບໍ່​ຕາຍ’ ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]