Skip to content
The Believer's Library

Biblica® Open Lao Contemporary Version

Numbers 20 OLCV

Show OLCV only
Verse × ×
1 In the first month the whole community of Israel entered the Wilderness of Zin; the people stayed at Kadesh. Miriam died there and was buried there. ໃນ​ເດືອນ​ທີ​ໜຶ່ງ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ມາ​ເຖິງ​ຖິ່ນແຫ້ງແລ້ງກັນດານ​ສິນ ແລະ ພວກເຂົາ​ກໍ​ຢຸດພັກ​ຢູ່​ທີ່​ກາເດັດ. ທີ່​ນັ້ນ​ມີຣີອາມ​ໄດ້​ຕາຍ​ໄປ ແລະ ໄດ້​ຖືກ​ຝັງ​ໄວ້​ທີ່​ນັ້ນ.
2 Now there was no water for the community, so they gathered together against Moses and Aaron. ບັດນີ້ ທີ່​ນັ້ນ​ບໍ່​ມີ​ນ້ຳ​ໃຫ້​ຊຸມຊົນ​ດື່ມ, ແລ້ວ​ປະຊາຊົນ​ຈຶ່ງ​ຮວມ​ຕົວ​ກັນ​ຕໍ່ຕ້ານ​ໂມເຊ​ກັບ​ອາໂຣນ​ອີກ.
3 The people argued with Moses: "If only we'd died when our brothers died in our Father's presence! ພວກເຂົາ​ໂຕ້ຖຽງ​ກັບ​ໂມເຊ ແລະ ເວົ້າ​ວ່າ, “ຖ້າ​ພວກເຮົາ​ໜ້າ​ຈະ​ຕາຍ​ພ້ອມ​ກັບ​ພີ່ນ້ອງ​ຂອງ​ພວກເຮົາ​ທີ່​ລົ້ມ​ຕາຍ​ຕໍ່ໜ້າ​ພຣະເຈົ້າ​ຢາເວ!
4 Why bring our Father's assembly into this wilderness to die here, us and our livestock? ເປັນຫຍັງ​ທ່ານ​ຈຶ່ງ​ນຳ​ຊຸມຊົນ​ຂອງ​ພຣະເຈົ້າ​ຢາເວ​ມາຕາຍ​ໃນ​ຖິ່ນແຫ້ງແລ້ງກັນດານ​ລວມ​ທັງ​ສັດລ້ຽງ​ຂອງ​ພວກເຮົາ​ດ້ວຍ.
5 Why did you bring us up from Egypt to this evil place? No grain, figs, vines, or pomegranates—no water to drink." ເປັນຫຍັງ​ທ່ານ​ຈຶ່ງ​ນຳເອົາ​ພວກເຮົາ​ອອກ​ຈາກ​ເອຢິບ​ມາ​ສູ່​ບ່ອນ​ຍາກລຳບາກ​ເຊັ່ນ​ນີ້? ບ່ອນ​ທີ່​ບໍ່​ມີ​ພືດພັນ​ເປັນ​ເມັດ ຫລື ໝາກເດື່ອ, ໝາກອະງຸ່ນ ຫລື ໝາກພິລາ ແລະ ຍິ່ງ​ໄປ​ກວ່າ​ນັ້ນ​ຄື​ບໍ່​ມີ​ນ້ຳ​ໃຫ້​ດື່ມ!”
6 Moses and Aaron went from before the assembly to the entrance of the tent of meeting, fell facedown, and the glory of our Father appeared to them. ໂມເຊ ແລະ ອາໂຣນ​ອອກຈາກ​ຊຸມຊົນ​ໄປ​ຍັງ​ທາງເຂົ້າ​ເຕັນນັດພົບ ແລະ ໝູບໜ້າ​ລົງ, ແລ້ວ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ກໍ​ປາກົດ​ຕໍ່​ພວກເພິ່ນ.
7 Our Father said to Moses, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
8 "Take the staff, gather the community—you and Aaron your brother—and speak to the rock before their eyes; it will give its water. Bring water from the rock for them, and give the community and their livestock drink." “ຈົ່ງ​ເອົາ​ໄມ້ເທົ້າ​ມາ, ແລ້ວ​ເຈົ້າ ແລະ ອາໂຣນ​ອ້າຍ​ຂອງ​ເຈົ້າ​ຈົ່ງ​ເອີ້ນ​ປະຊາຊົນ​ມາ​ລວມກັນ. ຈົ່ງ​ເວົ້າ​ກັບ​ກ້ອນ​ຫີນ​ຕໍ່ໜ້າ​ພວກເຂົາ ແລະ ຫີນ​ນັ້ນ​ຈະ​ຖອກ​ນ້ຳ​ອອກ​ມາ. ເຈົ້າ​ຈະ​ນຳເອົາ​ນ້ຳ​ຈາກ​ຫີນ​ນັ້ນ​ໃຫ້​ຊຸມຊົນ​ເພື່ອ​ວ່າ​ທັງ​ຄົນ ແລະ ສັດລ້ຽງ​ຂອງ​ພວກເຂົາ​ຈະ​ໄດ້​ດື່ມ”.
9 So Moses took the staff from before our Father, as he had commanded him. ດັ່ງນັ້ນ ໂມເຊ​ຈຶ່ງ​ຈັບເອົາ​ໄມ້ຄ້ອນເທົ້າ​ຈາກ​ເບື້ອງ​ໜ້າ​ຂອງ​ພຣະເຈົ້າ​ຢາເວ, ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ເພິ່ນ.
10 Moses and Aaron gathered the assembly in front of the rock. He said, "Listen, you rebels—must we bring water for you out of this rock?" ເພິ່ນ ແລະ ອາໂຣນ​ເອີ້ນ​ເອົາ​ຊຸມຊົນ​ມາ​ລວມ​ກັນ​ຕໍ່ໜ້າ​ກ້ອນ​ຫີນ ແລ້ວ​ໂມເຊ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ຟັງ, ພວກເຈົ້າ​ຜູ້​ກະບົດ, ພວກເຮົາ​ຕ້ອງ​ເອົາ​ນ້ຳ​ອອກ​ຈາກ​ກ້ອນຫີນ​ນີ້​ໃຫ້​ພວກເຈົ້າ​ບໍ?”
11 Moses raised his hand and struck the rock twice with his staff; water gushed out abundantly, and the community and their livestock drank. ແລ້ວ​ໂມເຊ​ກໍ​ຍົກ​ມື​ຂອງ​ເພິ່ນ​ຂຶ້ນ ແລະ ເອົາ​ໄມ້ຄ້ອນເທົ້າ​ຟາດ​ກ້ອນຫີນ​ສອງ​ບາດ. ນ້ຳ​ໄດ້​ພຸ່ງ​ອອກ​ມາ, ແລ້ວ​ຊຸມຊົນ ແລະ ສັດລ້ຽງ​ຂອງ​ພວກເຂົາ​ກໍ​ໄດ້​ດື່ມນ້ຳ.
12 But our Father told Moses and Aaron, "Because you did not trust me enough to honor me as holy before the Israelites, you will not bring this assembly into the land I have given them." ແຕ່​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ກັບ​ອາໂຣນ​ວ່າ, “ເພາະ​ວ່າ​ເຈົ້າ​ບໍ່​ໄດ້​ໄວ້ວາງໃຈ​ໃນ​ເຮົາ​ພຽງພໍ ບໍ່​ໄດ້​ໃຫ້​ກຽດ​ເຮົາ​ໃນ​ຖານະ​ອົງ​ບໍລິສຸດ​ຕໍ່​ໜ້າ​ຄົນ​ອິດສະຣາເອນ, ເຈົ້າ​ຈະ​ບໍ່​ໄດ້​ນຳເອົາ​ຊຸມຊົນ​ນີ້​ເຂົ້າ​ສູ່​ດິນແດນ​ທີ່​ເຮົາ​ມອບ​ໃຫ້​ແກ່​ພວກເຂົາ”.
13 These are the waters of Meribah, where the children of Israel quarreled with our Father, and he showed himself holy among them. ເລື່ອງ​ນີ້​ເກີດ​ຂຶ້ນ​ທີ່​ເມຣີບາ, ເພາະ​ເປັນ​ບ່ອນ​ທີ່​ຄົນ​ອິດສະຣາເອນ​ຖົກຖຽງ​ກັບ​ພຣະເຈົ້າ​ຢາເວ ແລະ ເປັນ​ບ່ອນ​ທີ່​ພຣະອົງ​ພິສູດ​ໃຫ້​ເຫັນ​ວ່າ​ພຣະອົງ​ບໍລິສຸດ​ທ່າມກາງ​ພວກເຂົາ.
14 Moses sent messengers from Kadesh to Edom's king: "Your brother Israel says: You know all the hardship that has found us. ໂມເຊ​ສົ່ງ​ຜູ້ນຳຂ່າວ​ຈາກ​ກາເດັດ​ໄປ​ຍັງ​ກະສັດ​ເອໂດມ, ໂດຍ​ກ່າວ​ວ່າ: “ນີ້​ແມ່ນ​ສິ່ງ​ທີ່​ຄົນ​ອິດສະຣາເອນ​ພີ່ນ້ອງ​ຂອງ​ທ່ານ​ກ່າວ: ທ່ານ​ກໍ​ຮູ້​ເລື່ອງ​ຄວາມຍາກລຳບາກ​ທັງໝົດ​ທີ່​ມາ​ເຖິງ​ພວກເຮົາ​ແລ້ວ.
15 Our ancestors went down to Egypt; we lived in Egypt many years, and the Egyptians mistreated us and our ancestors. ບັນພະບຸລຸດ​ຂອງ​ພວກເຮົາ​ລົງ​ໄປ​ຍັງ​ເອຢິບ, ແລະ ພວກເຮົາ​ກໍ​ອາໄສ​ຢູ່​ທີ່​ນັ້ນ​ຫລາຍ​ປີ. ຊາວເອຢິບ​ຂົ່ມເຫັງ​ພວກເຮົາ ແລະ ບັນພະບຸລຸດ​ຂອງ​ພວກເຮົາ,
16 So we cried out to our Father; he heard our voice, sent a messenger, and brought us out of Egypt. Now we're at Kadesh, a town on your border's edge. ແຕ່​ເມື່ອ​ພວກເຮົາ​ຮ້ອງຂໍ​ຕໍ່​ພຣະເຈົ້າ​ຢາເວ​ແລ້ວ, ພຣະອົງ​ກໍ​ໄດ້​ຍິນ​ສຽງ​ຮ້ອງຂໍ​ຂອງ​ພວກເຮົາ ແລະ ສົ່ງ​ເທວະດາ​ອົງ​ໜຶ່ງ​ນຳ​ພວກເຮົາ​ອອກ​ມາ​ຈາກ​ເອຢິບ. “ບັດນີ້​ພວກເຮົາ​ຢູ່​ທີ່​ນີ້​ທີ່​ກາເດັດ, ເມືອງ​ທີ່​ຢູ່​ຊາຍແດນ​ຂອງ​ທ່ານ.
17 Please let us pass through your land. We won't cross field or vineyard, or drink well water. We'll stay on the King's Highway, not turning right or left, until we've passed through your territory." ຂໍ​ຈົ່ງ​ອະນຸຍາດ​ໃຫ້​ພວກເຮົາ​ຜ່ານ​ເມືອງ​ຂອງ​ພວກເຈົ້າ​ໄປ​ດ້ວຍ. ພວກເຮົາ​ຈະ​ບໍ່​ລ່ວງລ້ຳ​ເຂົ້າ​ໄປ​ໃນ​ທົ່ງນາ ຫລື ສວນອະງຸ່ນ​ຂອງ​ທ່ານ, ຫລື ດື່ມ​ນ້ຳ​ຈາກ​ນ້ຳສ້າງ​ຂອງ​ທ່ານ​ແຕ່​ຢ່າງ​ໃດ​ເລີຍ. ພວກເຮົາ​ຈະ​ໄປ​ຕາມ​ທາງຫລວງ ແລະ ຈະ​ບໍ່​ຫັນ​ໄປ​ທາງ​ຂວາ ຫລື ທາງ​ຊ້າຍ​ຈົນກວ່າ​ຜ່ານພົ້ນ​ເຂດແດນ​ຂອງ​ທ່ານ​ໄປ”.
18 Edom said to him, "You will not pass through me, or I'll come out against you with the sword." ແຕ່​ເອໂດມ​ຕອບ​ວ່າ: “ພວກເຮົາ​ຈະ​ບໍ່​ຍອມ​ໃຫ້​ຜ່ານ​ທີ່​ນີ້​ໄປ; ຖ້າ​ພວກເຈົ້າ​ຝ່າຝືນ, ພວກເຮົາ​ຈະ​ຍົກ​ກຳລັງ​ອອກ​ມາ ແລະ ໂຈມຕີ​ພວກເຈົ້າ​ດ້ວຍ​ດາບ”.
19 Israel's people told him, "We'll take the highway. If we or our herds drink your water, we'll pay for it. Just let us cross on foot, nothing more." ຄົນ​ອິດສະຣາເອນ​ຕອບ​ວ່າ: “ພວກເຮົາ​ຈະ​ໄປ​ຕາມ​ທາງ​ຫລວງ, ແລະ ຖ້າ​ພວກເຮົາ ຫລື ສັດ​ຂອງ​ພວກເຮົາ​ດື່ມ​ນ້ຳ​ໃດໆ​ຂອງ​ທ່ານ, ພວກເຮົາ​ຈະ​ຈ່າຍ​ຄ່າ​ສຳລັບ​ສິ່ງ​ນັ້ນ. ພວກເຮົາ​ພຽງ​ແຕ່​ຕ້ອງການ​ຢາກ​ເດີນທາງ​ຜ່ານ​ໄປ​ເທົ່ານັ້ນ ບໍ່​ມີ​ຢ່າງ​ອື່ນ​ແອບແຝງ”.
20 But he said, "You will not pass through." Edom came against him with great numbers and a strong hand. ແຕ່​ພວກເຂົາ​ຕອບ​ອີກ​ວ່າ: “ພວກເຈົ້າ​ຈະ​ເດີນທາງ​ຜ່ານ​ບໍ່​ໄດ້​ດອກ”. ຈາກ​ນັ້ນ​ເອໂດມ​ກໍ​ຍົກ​ກອງທັບ​ໃຫຍ່ ແລະ ມີ​ກຳລັງ​ຫລາຍ​ອອກ​ມາ​ຕໍ່ສູ້​ກັບ​ພວກເຂົາ.
21 So Edom refused to let Israel pass through his territory, and Israel turned away from him. ເນື່ອງຈາກ​ເອໂດມ​ປະຕິເສດ​ທີ່​ຈະ​ໃຫ້​ພວກເຂົາ​ເດີນທາງ​ຜ່ານ​ເຂດ​ແດນ​ຂອງ​ພວກເຂົາ, ອິດສະຣາເອນ​ຈຶ່ງ​ຫັນ​ໄປ​ຈາກ​ພວກເຂົາ.
22 The whole community of the children of Israel set out from Kadesh and came to Mount Hor. ຊຸມຊົນ​ອິດສະຣາເອນ​ທັງໝົດ​ເດີນທາງ​ອອກ​ຈາກ​ກາເດັດ ແລະ ມາ​ສູ່​ພູ​ໂຮເຣ.
23 At Mount Hor, on Edom's border, our Father said to Moses and Aaron, ທີ່​ພູ​ໂຮເຣ, ໃກ້​ຊາຍແດນ​ຂອງ​ເອໂດມ, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ກັບ​ອາໂຣນ​ວ່າ,
24 "Aaron will be gathered to his people; he will not enter the land I gave the Israelites, because you both rebelled against my command at the waters of Meribah. “ອາໂຣນ​ຈະ​ຕາຍ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ລາວ. ລາວ​ຈະ​ບໍ່​ໄດ້​ເຂົ້າໄປ​ໃນ​ດິນແດນ​ທີ່​ເຮົາ​ມອບ​ໃຫ້​ແກ່​ຄົນ​ອິດສະຣາເອນ, ເພາະ​ພວກເຈົ້າ​ທັງສອງ​ກະບົດ​ຕໍ່​ຄຳສັ່ງ​ຂອງ​ເຮົາ​ທີ່​ນ້ຳ​ເມຣີບາ.
25 Take Aaron and Eleazar his son, and bring them up Mount Hor. ຈົ່ງ​ນຳເອົາ​ອາໂຣນ ແລະ ເອເລອາຊາ​ລູກຊາຍ​ຂອງ​ລາວ​ຂຶ້ນ​ໄປ​ເທິງ​ພູ​ໂຮເຣ.
26 Strip Aaron of his garments, dress Eleazar his son in them; Aaron will be gathered to his people and die there." ຈົ່ງ​ຖອດ​ເຄື່ອງນຸ່ງ​ຂອງ​ອາໂຣນ​ອອກ ແລະ ສວມ​ເຄື່ອງນຸ່ງ​ນັ້ນ​ໃຫ້​ເອເລອາຊາ​ລູກຊາຍ​ຂອງ​ລາວ, ເພາະ​ອາໂຣນ​ຈະ​ຕາຍ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ລາວ; ລາວ​ຈະ​ຕາຍ​ຢູ່​ທີ່​ນັ້ນ”.
27 Moses did as our Father commanded, and they went up Mount Hor as the whole community watched. ໂມເຊ​ກໍ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ: ພວກເພິ່ນ​ຂຶ້ນ​ໄປ​ເທິງ​ພູ​ໂຮເຣ​ຕໍ່​ສາຍຕາ​ຂອງ​ຊຸມຊົນ​ທັງໝົດ.
28 Moses stripped Aaron's garments and dressed his son Eleazar in them. Aaron died there atop the mountain; Moses and Eleazar went down. ໂມເຊ​ໄດ້​ຖອດ​ເຄື່ອງນຸ່ງ​ຂອງ​ອາໂຣນ​ອອກ ແລະ ສວມ​ໃຫ້​ເອເລອາຊາ​ລູກຊາຍ​ຂອງ​ລາວ. ແລ້ວ​ອາໂຣນ​ກໍ​ຕາຍ​ຢູ່​ເທິງ​ຍອດ​ພູ. ແລ້ວ​ໂມເຊ​ກັບ​ເອເລອາຊາ​ຈຶ່ງ​ລົງ​ມາ​ຈາກ​ພູ​ນັ້ນ,
29 The whole community saw Aaron had died, and Israel's whole house mourned him thirty days. ແລະ ເມື່ອ​ຊຸມຊົນ​ທັງໝົດ​ໄດ້​ຮູ້​ວ່າ​ອາໂຣນ​ຕາຍ​ແລ້ວ, ຄົນ​ອິດສະຣາເອນ​ທັງໝົດ​ກໍ​ໄວ້​ອາໄລ​ໃຫ້​ອາໂຣນ​ຢູ່​ສາມສິບ​ວັນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]