Skip to content
The Believer's Library

Biblica® Open Lao Contemporary Version

Luke 7 OLCV

Show OLCV only
Verse × ×
1 After he had finished saying all this to the people, he entered Capernaum. ເມື່ອ​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ໃຫ້​ປະຊາຊົນ​ຟັງ​ຈົນ​ຈົບ​ແລ້ວ, ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ.
2 A centurion's servant who was dear to him was sick and at the point of death. ຢູ່​ທີ່​ນັ້ນ​ມີ​ຄົນຮັບໃຊ້​ຂອງ​ນາຍຮ້ອຍ​ຄົນ​ໜຶ່ງ, ເຊິ່ງ​ນາຍ​ຮັກ​ຫລາຍ, ລາວ​ປ່ວຍ​ໜັກ ແລະ ໃກ້​ຈະ​ຕາຍ.
3 Hearing about Jesus, the centurion sent Jewish elders, asking him to come and heal his servant. ເມື່ອ​ນາຍຮ້ອຍ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະເຢຊູເຈົ້າ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ໃຊ້​ພວກ​ເຖົ້າແກ່​ບາງຄົນ​ຂອງ​ພວກ​ຢິວ​ໄປ​ເຊີນ​ພຣະເຢຊູເຈົ້າ​ໃຫ້​ມາ​ຮັກສາ​ຄົນຮັບໃຊ້​ຂອງ​ເພິ່ນ.
4 Reaching Jesus, they pleaded urgently: he deserves to have you do this for him, ເມື່ອ​ພວກເຂົາ​ມາ​ຮອດ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ກໍ​ຮ້ອງຂໍ​ພຣະເຢຊູເຈົ້າ​ດ້ວຍ​ໃຈ​ຮ້ອນຮົນ​ວ່າ, “ນາຍຮ້ອຍ​ຄົນ​ນີ້​ເປັນ​ຄົນ​ທີ່​ພຣະອົງ​ສົມຄວນ​ຈະ​ໄປ​ຊ່ວຍ​ແທ້,
5 for he loves our nation, and he is the one who built us our synagogue. ເພາະ​ເພິ່ນ​ຮັກ​ຊົນຊາດ​ຂອງ​ພວກເຮົາ ແລະ ໄດ້​ສ້າງ​ທຳມະສາລາ​ໃຫ້​ພວກເຮົາ”.
6 Jesus went with them. He was nearly at the house when the centurion sent friends to say, "Lord, don't trouble yourself—I'm not worthy for you to enter under my roof. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄປ​ກັບ​ພວກເຂົາ. ເມື່ອ​ພຣະອົງ​ມາ​ໃກ້​ຈະ​ຮອດ​ເຮືອນ​ນັ້ນ​ແລ້ວ, ນາຍຮ້ອຍ​ໄດ້​ໃຊ້​ບັນດາ​ໝູ່​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຢ່າ​ໃຫ້​ເປັນ​ການ​ລຳບາກ​ພຣະອົງ​ເລີຍ, ເພາະ​ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ລຸ່ມ​ຫລັງຄາ​ເຮືອນ​ຂອງ​ຂ້ານ້ອຍ.
7 So I did not presume to come to you. But say the word, and let my servant be healed. ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ຄິດ​ວ່າ​ຕົນ​ເອງ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ມາ​ຫາ​ພຣະອົງ. ຂໍ​ພຽງ​ແຕ່​ພຣະອົງ​ກ່າວ​ເທົ່ານັ້ນ ແລະ ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍດີ.
8 For I too am a man under authority, with soldiers under me. I tell one, 'Go,' and he goes; another, 'Come,' and he comes; my servant, 'Do this,' and he does it." ເພາະວ່າ​ຂ້ານ້ອຍ​ເອງ​ມີ​ທັງ​ຜູ້​ບັງຄັບບັນຊາ ແລະ ມີ​ທະຫານ​ທີ່​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ແລ້ວ​ລາວ​ກໍ​ໄປ, ສັ່ງ​ຄົນ​ນັ້ນ​ວ່າ, ‘ມາ’ ແລ້ວ​ລາວ​ກໍ​ມາ, ຂ້ານ້ອຍ​ສັ່ງ​ຄົນຮັບໃຊ້​ວ່າ, ‘ຈົ່ງ​ເຮັດ​ສິ່ງ​ນີ້’ ແລ້ວ​ລາວ​ກໍ​ເຮັດ​ຕາມ”.
9 Hearing this, Jesus was amazed at the centurion, turned to the crowd following him, and said, "I tell you, I have not found such faith even in Israel." ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນັ້ນ ພຣະອົງ​ກໍ​ປະຫລາດໃຈ​ໃນ​ລາວ ແລ້ວ​ຫັນ​ມາ​ກ່າວ​ກັບ​ປະຊາຊົນ​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ບໍ່​ເຄີຍ​ພົບ​ຄວາມເຊື່ອ​ໃຫຍ່​ເທົ່າ​ນີ້​ແມ່ນແຕ່​ໃນ​ອິດສະຣາເອນ”.
10 And when those who had been sent returned to the house, they found the servant well. ແລ້ວ​ຄົນ​ເຫລົ່ານັ້ນ​ທີ່​ຖືກ​ໃຊ້​ມາ​ກໍ​ກັບ​ຄືນ​ໄປ​ເຮືອນ ແລະ ພົບ​ວ່າ​ຄົນຮັບໃຊ້​ຜູ້​ນັ້ນ​ຫາຍດີ​ແລ້ວ.
11 Soon after, he went to a town called Nain, with his disciples and a big crowd. ຫລັງຈາກ​ນັ້ນ​ບໍ່​ດົນ, ພຣະເຢຊູເຈົ້າ​ໄດ້​ໄປ​ໃນ​ເມືອງ​ໜຶ່ງ​ຊື່​ວ່າ​ນາອິນ, ພວກສາວົກ ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ.
12 As he neared the town gate, a dead man was being carried out—an only son to his mother, a widow—and a large crowd from the town was with her. ເມື່ອ​ພຣະອົງ​ມາ​ເກືອບ​ຮອດ​ປະຕູ​ເມືອງ, ກໍ​ມີ​ຄົນ​ຫາມ​ສົບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ລາວ​ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ແມ່ໝ້າຍ. ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ກໍ​ມາ​ຈາກ​ເມືອງ​ພ້ອມ​ກັບ​ຍິງ​ນັ້ນ.
13 When the Lord saw her, he felt compassion for her and said, "Don't cry." ເມື່ອ​ອົງພຣະຜູ້ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ, ພຣະອົງ​ກໍ​ສົງສານ​ນາງ​ຫລາຍ ແລະ ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ”.
14 He stepped up and touched the bier; the carriers stopped, and he said, "Young man, I tell you, get up." ແລ້ວ​ພຣະອົງ​ກໍ​ໄດ້​ເຂົ້າ​ໄປ​ໃກ້ ແລະ ແຕະ​ຫີບສົບ​ທີ່​ພວກເຂົາ​ກຳລັງ​ຫາມ​ຢູ່​ນັ້ນ ບັນດາ​ຄົນ​ທີ່​ຫາມ​ຫີບສົບ​ກໍ​ຢຸດ​ຢືນ​ຢູ່. ພຣະອົງ​ກ່າວ​ວ່າ, “ຊາຍໜຸ່ມ​ເອີຍ, ເຮົາ​ສັ່ງ​ເຈົ້າ​ວ່າ​ຈົ່ງ​ລຸກຂຶ້ນ!”
15 And the dead man sat up and began to speak, and Jesus gave him to his mother. ແລ້ວ​ຄົນ​ທີ່​ຕາຍ​ນັ້ນ​ກໍ​ລຸກຂຶ້ນ​ນັ່ງ ແລະ ເລີ່ມ​ເວົ້າ, ພຣະເຢຊູເຈົ້າ​ຈຶ່ງ​ມອບ​ຊາຍ​ຄົນ​ນັ້ນ​ຄືນ​ໃຫ້​ແມ່​ຂອງ​ລາວ.
16 Fear gripped them all; they praised our Father: "A great prophet has risen among us!" "Our Father has visited his people!" ຄົນ​ທັງຫລາຍ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ຜູ້ທຳນວາຍ​ຍິ່ງໃຫຍ່​ຜູ້​ໜຶ່ງ​ໄດ້​ມາ​ປາກົດ​ໃນ​ທ່າມກາງ​ພວກເຮົາ​ແລ້ວ. ພຣະເຈົ້າ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ”.
17 And this report about him spread through the whole of Judea and all the surrounding country. ຂ່າວ​ກ່ຽວກັບ​ພຣະເຢຊູເຈົ້າ​ນີ້​ກໍ​ໄດ້​ແຜ່ລາມ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ ຂົງເຂດ​ທີ່​ຢູ່​ອ້ອມຮອບ​ນັ້ນ.
18 John's disciples told him all these things. Then John called two of his disciples, ພວກລູກສິດ​ຂອງ​ໂຢຮັນ​ກໍ​ໄດ້​ເລົ່າ​ສິ່ງ​ທັງໝົດ​ເຫລົ່ານີ້​ໃຫ້​ເພິ່ນ​ຟັງ. ໂຢຮັນ​ຈຶ່ງ​ເອີ້ນ​ລູກສິດ​ສອງ​ຄົນ​ມາ
19 sent them to the Lord: "Are you the one who is to come, or should we look for another?" ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະຜູ້ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”
20 When the men reached him, they said, "John the Baptist sent us to you, asking, 'Are you the one who is to come, or should we expect someone else?'" ເມື່ອ​ພວກເຂົາ​ພົບ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ໂຢຮັນ​ບັບຕິສະໂຕ​ໄດ້​ໃຊ້​ພວກຂ້ານ້ອຍ​ມາ​ຖາມ​ທ່ານ​ວ່າ, ‘ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?’ ”
21 In that hour he healed many of diseases, plagues, and evil spirits, and gave sight to many blind. ໃນ​ເວລາ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍ​ຄົນ​ທີ່​ເປັນ​ພະຍາດ​ຕ່າງໆ, ຄົນເຈັບປ່ວຍ ແລະ ຄົນ​ທີ່​ມີ​ວິນຍານຊົ່ວຮ້າຍ​ເຂົ້າ​ສິງ ແລະ ເຮັດ​ໃຫ້​ຄົນຕາບອດ​ຫລາຍ​ຄົນ​ເບິ່ງເຫັນ.
22 He answered them, "Go tell John what you've seen and heard: the blind see, the lame walk, lepers become clean, the deaf hear, the dead rise, and the poor hear good news. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ສອງ​ຄົນ​ນັ້ນ​ວ່າ, “ຈົ່ງ​ກັບ​ໄປ​ລາຍງານ​ຕໍ່​ໂຢຮັນ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຄື: ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ​ກໍ​ໄດ້​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ໄດ້​ປະກາດ​ແກ່​ຄົນຍາກຈົນ.
23 And blessed is the one who is not offended by me." ພຣະພອນ​ມີ​ແກ່​ຄົນ​ທີ່​ບໍ່​ສະດຸດ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ”.
24 When John's messengers left, Jesus spoke to the crowds about John: "What did you go into the wilderness to see? A reed swaying in the wind? ຫລັງຈາກ​ຄົນ​ທີ່​ໂຢຮັນ​ໄດ້​ໃຊ້​ມາ​ນັ້ນ​ກັບ​ໄປ​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ເລີ່ມ​ກ່າວ​ກັບ​ປະຊາຊົນ​ກ່ຽວກັບ​ໂຢຮັນ​ວ່າ: “ພວກເຈົ້າ​ທັງຫລາຍ​ອອກ​ໄປ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໄປ​ມາ​ຕາມ​ລົມ​ພັດ​ບໍ?
25 What then did you go out to see? A man dressed in soft clothes? Look—those dressed in splendor, living in luxury, are in kings' palaces. ຖ້າ​ບໍ່​ແມ່ນ, ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ນຸ່ງເຄື່ອງ​ທີ່​ລະອຽດ​ຈົບງາມ​ບໍ? ບໍ່​ແມ່ນ, ບັນດາ​ຄົນ​ທີ່​ນຸ່ງເຄື່ອງ​ລາຄາ​ແພງ ແລະ ຢູ່​ກິນ​ດ້ວຍ​ຂອງ​ປານີດ​ນັ້ນ​ກໍ​ຢູ່​ໃນ​ວັງ.
26 But what did you go out to see—a prophet? Yes, I tell you: more than a prophet. ແຕ່​ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ໄປ​ເບິ່ງ​ຜູ້ທຳນວາຍ​ບໍ? ແມ່ນ​ແລ້ວ, ເຮົາ​ບອກ​ພວກເຈົ້າ​ວ່າ​ທ່ານ​ຜູ້​ນັ້ນ​ຍິ່ງໃຫຍ່​ກວ່າ​ຜູ້ທຳນວາຍ​ອີກ.
27 This is the one Scripture speaks of: 'Look, I'm sending my messenger ahead of you to prepare your way before you.' ແມ່ນ​ຜູ້​ນີ້​ແຫລະ​ທີ່​ພຣະຄຳພີ​ຂຽນ​ໄວ້​ເຖິງ​ເພິ່ນ​ວ່າ: “ ‘ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ມາ​ກ່ອນ​ທ່ານ ເພື່ອ​ຈັດຕຽມ​ຫົນທາງ​ໄວ້​ສຳລັບ​ທ່ານ​ລ່ວງໜ້າ’.
28 I tell you: no one born of women is greater than John—yet the least in our Father's kingdom is greater than he." ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ບັນດາ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ​ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ໂຢຮັນ; ດັ່ງນັ້ນ ຜູ້ຕໍ່າຕ້ອຍ​ທີ່ສຸດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ເພິ່ນ”.
29 (When all the people, including the tax collectors, heard this, they declared our Father just, having been baptized with John's baptism, (ປະຊາຊົນ​ທັງໝົດ​ແມ່ນ​ແຕ່​ຄົນເກັບພາສີ​ເມື່ອ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຢຊູເຈົ້າ​ກໍ​ຍອມຮັບ​ວ່າ​ທາງ​ຂອງ​ພຣະເຈົ້າ​ຖືກຕ້ອງ ເພາະ​ພວກເຂົາ​ໄດ້​ຮັບ​ບັບຕິສະມາ​ຈາກ​ໂຢຮັນ​ແລ້ວ.
30 but the Pharisees and lawyers rejected our Father's purpose for themselves, not baptized by him.). ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ບໍ່​ຍອມຮັບ​ເຈດຕະນາ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຂົາ, ເພາະ​ພວກເຂົາ​ບໍ່​ໄດ້​ບັບຕິສະມາ​ຈາກ​ໂຢຮັນ.)
31 "To what then should I compare the people of this generation, and what are they like? ພຣະເຢຊູເຈົ້າ​ກ່າວ​ຕໍ່ໄປ​ວ່າ, “ດັ່ງນັ້ນ ເຮົາ​ຈະ​ປຽບທຽບ​ຄົນ​ໃນ​ສະໄໝ​ນີ້​ຄື​ກັບ​ອັນໃດ​ດີ? ພວກເຂົາ​ເປັນ​ເໝືອນ​ຫຍັງ?
32 They are like children sitting in the marketplace, calling to each other: 'We played the flute for you, and you didn't dance; we sang a dirge, and you didn't weep.' ພວກເຂົາ​ກໍ​ປຽບເໝືອນ​ເດັກນ້ອຍ​ທີ່​ກຳລັງ​ນັ່ງ​ຢູ່​ກາງ​ຕະຫລາດ ແລະ ຮ້ອງ​ໃສ່​ກັນ​ວ່າ: “ ‘ພວກເຮົາ​ເປົ່າປີ່​ໃຫ້​ພວກເຈົ້າ, ແລະ ພວກເຈົ້າ​ກໍ​ບໍ່​ຟ້ອນລຳ; ພວກເຮົາ​ຮ້ອງເພງ​ໄວ້ອາໄລ, ພວກເຈົ້າ​ກໍ​ບໍ່​ຮ້ອງໄຫ້’.
33 For John the Baptist came eating no bread, drinking no wine, and you say, 'He has a demon.' ເພາະວ່າ​ໂຢຮັນ​ບັບຕິສະໂຕ​ມາ ເພິ່ນ​ບໍ່​ກິນ​ເຂົ້າຈີ່ ຫລື ບໍ່​ດື່ມ​ເຫລົ້າອະງຸ່ນ, ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ເພິ່ນ​ມີ​ຜີມານຮ້າຍ​ສິງ​ຢູ່’.
34 The Son of Man came eating and drinking, and you say, 'See, a glutton and a drunkard, a friend of tax collectors and sinners!' ສ່ວນ​ບຸດມະນຸດ​ມາ​ທັງ​ກິນ ແລະ ດື່ມ ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ເບິ່ງ​ແມ ລາວ​ເປັນ​ຄົນ​ກິນ​ຫລາຍ ແລະ ຄົນມັກເມົາ, ທັງ​ເປັນ​ເພື່ອນ​ຂອງ​ຄົນເກັບພາສີ ແລະ ຄົນບາບ​ທັງຫລາຍ’.
35 Yet wisdom is justified by all her children." ແຕ່​ສະຕິປັນຍາ​ຂອງ​ພຣະອົງ​ກໍ​ໄດ້​ຮັບ​ການພິສູດ​ແລ້ວ​ວ່າ​ຖືກຕ້ອງ​ໂດຍ​ຄົນ​ທັງຫລາຍ​ທີ່​ປະຕິບັດ​ຕາມ​ປັນຍາ​ນັ້ນ”.
36 A Pharisee invited him to eat with him; he went into the Pharisee's house and reclined at the table. ມີ​ຄົນ​ຟາຣີຊາຍ​ຄົນ​ໜຶ່ງ​ໄດ້​ເຊີນ​ພຣະເຢຊູເຈົ້າ​ໄປ​ຮັບປະທານ​ອາຫານຄໍ່າ​ກັບ​ຕົນ, ພຣະອົງ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຟາຣີຊາຍ​ຄົນ​ນັ້ນ ແລະ ນັ່ງ​ເອນ​ໂຕ​ຢູ່​ທີ່​ໂຕະ.
37 A woman in the city, a sinner, learned he was reclining at table in the Pharisee's house and brought an alabaster bottle of perfume. ມີ​ຍິງ​ຄົນ​ໜຶ່ງ​ໃນ​ເມືອງ​ນັ້ນ​ທີ່​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມບາບ ເມື່ອ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ຮັບປະທານ​ອາຫານ​ຢູ່​ທີ່​ເຮືອນ​ຂອງ​ຟາຣີຊາຍ​ຄົນ​ນັ້ນ, ນາງ​ຈຶ່ງ​ໄດ້​ໄປ​ທີ່​ນັ້ນ​ພ້ອມດ້ວຍ​ເຕົ້າຫີນຂາວ​ທີ່​ບັນຈຸ​ນ້ຳຫອມ.
38 Standing behind him at his feet, weeping, she began wetting his feet with her tears, wiped them with her hair, kissed his feet, and anointed them with the perfume. ໃນ​ຂະນະ​ທີ່​ນາງ​ຢືນ​ຢູ່​ທາງຫລັງ​ໃກ້​ຕີນ​ຂອງ​ພຣະອົງ​ຮ້ອງໄຫ້, ນາງ​ກໍ​ເລີ່ມ​ເຮັດ​ໃຫ້​ຕີນ​ຂອງ​ພຣະອົງ​ປຽກ​ດ້ວຍ​ນໍ້າຕາ​ຂອງ​ນາງ, ແລ້ວ​ນາງ​ກໍ​ເຊັດ​ຕີນ​ຂອງ​ພຣະອົງ​ດ້ວຍ​ຜົມ​ຂອງ​ຕົນ, ທັງ​ຈູບ ແລະ ຖອກ​ນ້ຳຫອມ​ຫົດ​ຕີນ​ຂອງ​ພຣະອົງ.
39 Seeing this, the Pharisee who'd invited him thought, "If he were a prophet, he'd know who's touching him and what kind of woman she is—a sinner." ເມື່ອ​ຄົນ​ຟາຣີຊາຍ​ຜູ້​ທີ່​ເຊີນ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຢ່າງ​ນັ້ນ​ກໍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຜູ້​ນີ້​ເປັນ​ຜູ້ທຳນວາຍ​ແທ້ ເພິ່ນ​ຄົງ​ຮູ້​ວ່າ​ຜູ້​ທີ່​ມາ​ແຕະຕ້ອງ​ເພິ່ນ​ນັ້ນ​ເປັນ​ຜູ້ໃດ ແລະ ເປັນ​ຍິງ​ປະເພດ​ໃດ ນາງ​ເປັນ​ຄົນບາບ”.
40 Jesus replied to him, "Simon, I have something to say to you." He said, "Say it, Teacher." ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊີໂມນ​ເອີຍ, ເຮົາ​ມີ​ສິ່ງ​ໜຶ່ງ​ຈະ​ບອກ​ເຈົ້າ”. ລາວ​ຕອບ​ວ່າ, “ທ່ານ​ອາຈານ​ເອີຍ, ເຊີນ​ກ່າວ​ມາ​ເລີຍ”.
41 "A certain moneylender had two debtors. One owed 500 denarii, and the other fifty. ພຣະອົງ​ກ່າວ​ວ່າ, “ມີ​ຊາຍ​ສອງ​ຄົນ​ທີ່​ເປັນໜີ້​ເງິນ​ຂອງ​ເຈົ້າໜີ້​ຄົນ​ໜຶ່ງ, ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າຮ້ອຍ​ຫລຽນ​ເດນາຣິອົນ ແລະ ອີກ​ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າສິບ​ຫລຽນ.
42 Since neither could pay, he canceled both debts. So which of them will love him more?" ເມື່ອ​ທັງ​ສອງ​ຄົນ​ບໍ່​ມີ​ເງິນ​ຈະ​ໃຊ້​ໜີ້ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ພວກເຂົາ​ທັງ​ສອງ. ໃນ​ສອງ​ຄົນ​ນີ້​ແມ່ນ​ຜູ້ໃດ​ຈະ​ຮັກ​ເຈົ້າໜີ້​ຫລາຍ​ກວ່າ​ກັນ?”
43 Simon answered, "I suppose the one he forgave the larger debt." Jesus said, "You judged rightly." ຊີໂມນ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ​ຄົນ​ທີ່​ເປັນໜີ້​ຫລາຍ​ແລ້ວ​ໄດ້​ຮັບ​ການຍົກໜີ້​ໃຫ້”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຈົ້າ​ຕັດສິນ​ຖືກຕ້ອງ​ແລ້ວ”.
44 Turning to the woman, he told Simon, "Do you see this woman? I entered your house—you gave no water for my feet, but she wet my feet with her tears and wiped them with her hair. ແລ້ວ​ພຣະອົງ​ກໍ​ຫລຽວ​ໄປ​ເບິ່ງ​ຍິງ​ຄົນ​ນັ້ນ ແລະ ກ່າວ​ກັບ​ຊີໂມນ​ວ່າ, “ເຈົ້າ​ເຫັນ​ຍິງ​ຄົນ​ນີ້ ຫລື ບໍ່? ເຮົາ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຈົ້າ. ເຈົ້າ​ບໍ່​ໄດ້​ເອົາ​ນ້ຳ​ມາ​ໃຫ້​ເຮົາ​ລ້າງ​ຕີນ, ສ່ວນ​ນາງ​ໄດ້​ລ້າງ​ຕີນ​ຂອງ​ເຮົາ​ດ້ວຍ​ນໍ້າຕາ ແລະ ເຊັດ​ຕີນ​ຂອງ​ເຮົາ​ດ້ວຍ​ຜົມ​ຂອງ​ນາງ.
45 You gave me no kiss, but she, from when I came in, hasn't stopped kissing my feet. ເຈົ້າ​ບໍ່​ໄດ້​ຈູບ​ເຮົາ ແຕ່​ຍິງ​ຜູ້​ນີ້ ຕັ້ງແຕ່​ເຮົາ​ເຂົ້າ​ມາ​ໃນ​ເຮືອນ ນາງ​ຈູບ​ຕີນ​ຂອງ​ເຮົາ​ບໍ່​ຢຸດ​ເລີຍ.
46 You did not anoint my head with oil, but she has anointed my feet with perfume. ເຈົ້າ​ບໍ່​ໄດ້​ເອົາ​ນ້ຳມັນ​ຫົດ​ຫົວ​ຂອງ​ເຮົາ, ແຕ່​ນາງ​ໄດ້​ເອົາ​ນ້ຳຫອມ​ຫົດ​ຕີນ​ຂອງ​ເຮົາ.
47 So I tell you, her many sins are forgiven, because she loved much. But whoever is forgiven little loves little." ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ເຈົ້າ​ວ່າ, ຄວາມບາບ​ທັງຫລາຍ​ຂອງ​ນາງ​ໄດ້​ຮັບ​ການ​ອະໄພ​ແລ້ວ​ຕາມ​ທີ່​ໄດ້​ເຫັນ​ຈາກ​ຄວາມຮັກ​ອັນ​ຫລວງຫລາຍ​ຂອງ​ນາງ ແຕ່​ຜູ້​ທີ່​ໄດ້​ຮັບ​ການ​ອະໄພ​ໜ້ອຍ​ກໍ​ຮັກ​ໜ້ອຍ”.
48 And he said to her, "Your sins are forgiven." ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ຍິງ​ນັ້ນ​ວ່າ, “ຄວາມບາບ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ”.
49 Then his fellow guests began asking each other, "Who is this, who even forgives sins?" ບັນດາ​ແຂກ​ຮັບ​ເຊີນ​ທັງຫລາຍ​ກໍ​ເລີ່ມ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ແມ່ນ​ຜູ້ໃດ ຈຶ່ງ​ໃຫ້​ອະໄພ​ຄວາມບາບ​ໄດ້?”
50 And he said to the woman, "Your faith has saved you; go in peace." ພຣະເຢຊູເຈົ້າ​ກ່າວ​ກັບ​ຍິງ​ຄົນ​ນັ້ນ​ວ່າ, “ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ພົ້ນ​ແລ້ວ, ຈົ່ງ​ໄປ​ດ້ວຍ​ສັນຕິສຸກ​ເທີ້ນ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]