ຄຳອຸປະມາເລື່ອງແມ່ໝ້າຍຜູ້ບໍ່ທໍ້ຖອຍໃຈ
1ແລ້ວພຣະເຢຊູເຈົ້າໄດ້ບອກພວກສາວົກຂອງພຣະອົງເປັນຄຳອຸປະມາເພື່ອສະແດງໃຫ້ພວກເພິ່ນເຫັນວ່າພວກເພິ່ນຄວນອະທິຖານຢູ່ສະເໝີ ແລະ ບໍ່ຢຸດ. 2ພຣະອົງກ່າວວ່າ: “ໃນເມືອງໜຶ່ງມີຜູ້ພິພາກສາຄົນໜຶ່ງທີ່ບໍ່ຢຳເກງພຣະເຈົ້າ ແລະ ບໍ່ສົນໃຈສິ່ງທີ່ມະນຸດຄິດ. 3ແລະ ໃນເມືອງນັ້ນມີແມ່ໝ້າຍຄົນໜຶ່ງທີ່ໝັ່ນມາຫາລາວ ແລະ ອ້ອນວອນວ່າ, ‘ຂໍໃຫ້ຄວາມຍຸຕິທຳຕໍ່ຄະດີຂອງຂ້ອຍດ້ວຍ’.
4“ເປັນເວລາດົນນານແລ້ວທີ່ຜູ້ພິພາກສາຄົນນີ້ໄດ້ປະຕິເສດ. ແຕ່ໃນທີ່ສຸດ ເພິ່ນກໍຄິດໃນໃຈວ່າ, ‘ເຖິງແມ່ນວ່າເຮົາບໍ່ຢຳເກງພຣະເຈົ້າ ຫລື ບໍ່ສົນໃຈສິ່ງທີ່ມະນຸດຄິດ, 5ແຕ່ເພາະແມ່ໝ້າຍຄົນນີ້ມາກວນໃຈເຮົາຢູ່ຕະຫລອດ ເຮົາຈະໃຫ້ຄວາມຍຸຕິທຳແກ່ລາວ ເພື່ອລາວຈະບໍ່ໄດ້ມາລົບກວນເຮົາອີກ!’ ”
6ແລ້ວອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຈົ່ງຟັງສິ່ງທີ່ຜູ້ພິພາກສາບໍ່ຍຸຕິທຳຄົນນີ້ກ່າວ. 7ແລ້ວພຣະເຈົ້າຈະບໍ່ໃຫ້ຄວາມຍຸຕິທຳແກ່ຜູ້ທີ່ພຣະອົງເລືອກໄວ້ ຜູ້ທີ່ຮ້ອງຂໍພຣະອົງທັງກາງເວັນ ແລະ ກາງຄືນບໍ? ພຣະອົງຈະສືບຕໍ່ຊັກຊ້າໃນການໃຫ້ຄວາມຍຸຕິທຳແກ່ພວກເຂົາຢູ່ບໍ? 8ເຮົາບອກພວກເຈົ້າທັງຫລາຍວ່າ, ພຣະອົງຈະໃຫ້ພວກເຂົາໄດ້ຮັບຄວາມຍຸຕິທຳໂດຍໄວ. ເຖິງຢ່າງໃດກໍຕາມ, ເມື່ອບຸດມະນຸດມາ ພຣະອົງຈະພົບຄວາມເຊື່ອໃນໂລກຢູ່ບໍ?”
ຄຳອຸປະມາເລື່ອງຄົນຟາຣີຊາຍ ແລະ ຄົນເກັບພາສີ
9ສຳລັບບາງຄົນທີ່ໝັ້ນໃຈໃນຄວາມຊອບທຳຂອງຕົນເອງ ແລະ ດູຖູກຄົນອື່ນນັ້ນ, ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມານີ້ວ່າ, 10“ມີຊາຍສອງຄົນຂຶ້ນໄປທີ່ວິຫານເພື່ອອະທິຖານ, ຄົນໜຶ່ງເປັນຄົນຟາຣີຊາຍ ແລະ ອີກຄົນໜຶ່ງເປັນຄົນເກັບພາສີ. 11ຄົນຟາຣີຊາຍນັ້ນຢືນຢູ່ຄົນດຽວ ແລະ ອະທິຖານວ່າ: ‘ຂ້າແດ່ພຣະເຈົ້າ, ຂອບພຣະຄຸນພຣະອົງທີ່ຂ້ານ້ອຍບໍ່ເປັນເໝືອນຄົນອື່ນຄື: ເປັນຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່ເປັນເໝືອນຄົນເກັບພາສີຜູ້ນີ້. 12ຂ້ານ້ອຍຖືສິນອົດອາຫານອາທິດລະສອງເທື່ອ ແລະ ຖວາຍໜຶ່ງສ່ວນສິບຈາກທຸກສິ່ງທີ່ໄດ້ມາ’.
13“ແຕ່ຄົນເກັບພາສີນັ້ນຢືນຢູ່ແຕ່ໄກ. ລາວບໍ່ກ້າແມ່ນແຕ່ຈະເງີຍໜ້າຂຶ້ນສູ່ຟ້າ, ແຕ່ທຸບຕີເອິກຂອງຕົນ ແລະ ເວົ້າວ່າ, ‘ຂ້າແດ່ພຣະເຈົ້າ, ຂໍພຣະອົງເມດຕາຂ້ານ້ອຍຜູ້ເປັນຄົນບາບດ້ວຍ’.
14“ເຮົາບອກພວກເຈົ້າວ່າຄົນນີ້ແຫລະ ເມື່ອກັບໄປທີ່ເຮືອນຂອງຕົນກໍຖືວ່າເປັນຄົນຊອບທຳຕໍ່ໜ້າພຣະເຈົ້າຫລາຍກວ່າຄົນອື່ນ. ເພາະວ່າທຸກຄົນທີ່ຍົກຕົນເອງຂຶ້ນຈະຖືກກົດລົງ ແລະ ຜູ້ໃດທີ່ຖ່ອມຕົວລົງຈະຖືກຍົກຂຶ້ນ”.
ເດັກນ້ອຍ ແລະ ພຣະເຢຊູເຈົ້າ
15ປະຊາຊົນໄດ້ນຳລູກນ້ອຍມາຫາພຣະເຢຊູເຈົ້າເພື່ອໃຫ້ພຣະອົງວາງມືໃສ່ພວກເຂົາ. ເມື່ອພວກສາວົກເຫັນຈຶ່ງໄດ້ຫ້າມພວກເຂົາໄວ້. 16ແຕ່ພຣະເຢຊູເຈົ້າເອີ້ນເອົາເດັກນ້ອຍມາຫາພຣະອົງ ແລ້ວກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍເຫລົ່ານັ້ນມາຫາເຮົາ ແລະ ຢ່າຂັດຂວາງພວກເຂົາ, ເພາະອານາຈັກຂອງພຣະເຈົ້າເປັນຂອງຄົນທີ່ເປັນເໝືອນເດັກນ້ອຍເຫລົ່ານີ້ແຫລະ. 17ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດບໍ່ຮັບອານາຈັກຂອງພຣະເຈົ້າເໝືອນດັ່ງເດັກນ້ອຍ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້ຈັກເທື່ອ”.
ຄວາມຮັ່ງມີ ແລະ ອານາຈັກຂອງພຣະເຈົ້າ
18ມີຜູ້ປົກຄອງຄົນໜຶ່ງຖາມພຣະອົງວ່າ, “ອາຈານຜູ້ປະເສີດ, ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຊີວິດນິລັນດອນເປັນມໍລະດົກ?”
19ພຣະເຢຊູເຈົ້າໄດ້ຕອບວ່າ, “ເປັນຫຍັງເຈົ້າຈຶ່ງເອີ້ນເຮົາວ່າຜູ້ປະເສີດ? ບໍ່ມີຜູ້ໃດທີ່ປະເສີດນອກຈາກພຣະເຈົ້າອົງດຽວເທົ່ານັ້ນ. 20ເຈົ້າກໍຮູ້ຈັກພຣະບັນຍັດແລ້ວວ່າ: ‘ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກ, ຢ່າເປັນພະຍານບໍ່ຈິງ, ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງຕົນ’”.
21ລາວຕອບວ່າ, “ທັງໝົດນີ້ຂ້ານ້ອຍໄດ້ຖືຮັກສາມາຕັ້ງແຕ່ນ້ອຍແລ້ວ”.
22ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນີ້ພຣະອົງຈຶ່ງກ່າວກັບລາວວ່າ, “ເຈົ້າຍັງຂາດຢູ່ສິ່ງໜຶ່ງ. ຄືຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ແຈກຢາຍໃຫ້ຄົນຍາກຈົນ ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ. ຫລັງຈາກນັ້ນ ຈົ່ງຕາມເຮົາມາ”.
23ເມື່ອລາວໄດ້ຍິນດັ່ງນັ້ນລາວກໍທຸກໃຈຫລາຍ ເພາະລາວເປັນຄົນຮັ່ງມີຫລາຍ. 24ພຣະເຢຊູເຈົ້າແນມເບິ່ງລາວ ແລະ ກ່າວວ່າ, “ຄົນຮັ່ງມີຈະເຂົ້າໄປໃນອານາຈັກຂອງພຣະເຈົ້າກໍຍາກແທ້! 25ແທ້ຈິງແລ້ວ ອູດໂຕໜຶ່ງຈະລອດຮູເຂັມກໍຍັງງ່າຍກວ່າຄົນຮັ່ງມີຜູ້ໜຶ່ງຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ”.
26ບັນດາຜູ້ທີ່ໄດ້ຍິນຢ່າງນີ້ກໍຖາມວ່າ, “ຖ້າຢ່າງນັ້ນ ຜູ້ໃດສາມາດພົ້ນໄດ້?”
27ພຣະເຢຊູເຈົ້າຕອບວ່າ, “ສິ່ງທີ່ເປັນໄປບໍ່ໄດ້ສຳລັບມະນຸດແມ່ນເປັນໄປໄດ້ສຳລັບພຣະເຈົ້າ”.
28ເປໂຕເວົ້າກັບພຣະອົງວ່າ, “ພວກຂ້ານ້ອຍໄດ້ປະຖິ້ມທຸກສິ່ງທີ່ມີເພື່ອຕິດຕາມພຣະອົງ!”
29ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດໄດ້ປະຖິ້ມເຮືອນ ຫລື ເມຍ ຫລື ອ້າຍເອື້ອຍນ້ອງ ຫລື ພໍ່ແມ່ ຫລື ລູກ ເພື່ອເຫັນແກ່ອານາຈັກຂອງພຣະເຈົ້າ 30ຈະໄດ້ຮັບສິ່ງຕອບແທນຫລາຍເທົ່າໃນຍຸກນີ້ ແລະ ຈະໄດ້ຊີວິດນິລັນດອນໃນຍຸກໜ້າ”.
ພຣະເຢຊູເຈົ້າທຳນວາຍເຖິງການຕາຍຂອງພຣະອົງຄັ້ງທີສາມ
31ພຣະເຢຊູເຈົ້າໄດ້ພາພວກສາວົກທັງສິບສອງຄົນແຍກອອກໄປຕ່າງຫາກ ແລະ ກ່າວກັບພວກເພິ່ນວ່າ, “ພວກເຮົາກຳລັງຂຶ້ນໄປເຢຣູຊາເລັມ ແລະ ທຸກສິ່ງທີ່ບັນດາຜູ້ທຳນວາຍໄດ້ຂຽນໄວ້ກ່ຽວກັບບຸດມະນຸດນັ້ນຈະສຳເລັດ. 32ພຣະອົງຈະຖືກມອບໄວ້ກັບຄົນຕ່າງຊາດ. ພວກເຂົາຈະເຢາະເຢີ້ຍພຣະອົງ, ຈະດູຖູກພຣະອົງ ແລະ ຈະຖົ່ມນ້ຳລາຍໃສ່ພຣະອົງ, 33ພວກເຂົາຈະຂ້ຽນຕີ ແລະ ຈະຂ້າພຣະອົງ ແລ້ວໃນວັນທີສາມພຣະອົງຈະເປັນຄືນມາອີກ”.
34ແຕ່ພວກສາວົກບໍ່ເຂົ້າໃຈໃນສິ່ງເຫລົ່ານີ້ເລີຍ. ເພາະຄວາມໝາຍຂອງສິ່ງເຫລົ່ານີ້ໄດ້ຖືກປິດບັງໄວ້ຈາກພວກເພິ່ນ ແລະ ພວກເພິ່ນບໍ່ຮູ້ວ່າພຣະອົງກຳລັງເວົ້າເຖິງເລື່ອງຫຍັງ.
ຄົນຂໍທານຕາບອດເຫັນຮຸ່ງ
35ຂະນະທີ່ພຣະເຢຊູເຈົ້າມາໃກ້ເມືອງເຢຣິໂກ, ກໍມີຊາຍຕາບອດຄົນໜຶ່ງກຳລັງນັ່ງຂໍທານຢູ່ແຄມທາງ. 36ເມື່ອລາວໄດ້ຍິນສຽງປະຊາຊົນກຳລັງຍ່າງຜ່ານໄປ, ລາວຈຶ່ງຖາມວ່າກຳລັງເກີດຫຍັງຂຶ້ນ. 37ພວກເຂົາຈຶ່ງບອກລາວວ່າ, “ພຣະເຢຊູເຈົ້າຊາວນາຊາເຣັດກຳລັງຍ່າງຜ່ານມາ”.
38ຊາຍຕາບອດຄົນນັ້ນຈຶ່ງຮ້ອງຂຶ້ນວ່າ, “ພຣະເຢຊູເຈົ້າບຸດດາວິດ, ຂໍເມດຕາຂ້ານ້ອຍດ້ວຍ!”
39ບັນດາຜູ້ທີ່ຍ່າງນຳໜ້າຈຶ່ງຫ້າມລາວໄວ້ ແລະ ບອກລາວໃຫ້ມິດຢູ່ ແຕ່ລາວຍິ່ງຮ້ອງດັງຂຶ້ນກວ່າເກົ່າວ່າ, “ບຸດດາວິດເອີຍ, ຂໍເມດຕາຂ້ານ້ອຍດ້ວຍ!”
40ພຣະເຢຊູເຈົ້າຈຶ່ງຢຸດ ແລະ ສັ່ງໃຫ້ຄົນພາລາວມາຫາພຣະອົງ. ເມື່ອລາວເຂົ້າມາໃກ້ແລ້ວ ພຣະເຢຊູເຈົ້າຈຶ່ງຖາມລາວວ່າ, 41“ເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?” ລາວຈຶ່ງຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຢາກເບິ່ງເຫັນ”.
42ພຣະເຢຊູເຈົ້າກ່າວກັບລາວວ່າ, “ຈົ່ງເຫັນຮຸ່ງສາ ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າຫາຍດີແລ້ວ”. 43ໃນທັນໃດນັ້ນ ລາວກໍເຫັນຮຸ່ງ ແລະ ຕິດຕາມພຣະເຢຊູເຈົ້າໄປ ພ້ອມກັບສັນລະເສີນພຣະເຈົ້າ. ເມື່ອທຸກຄົນໄດ້ເຫັນເຫດການນັ້ນແລ້ວ ພວກເຂົາກໍສັນລະເສີນພຣະເຈົ້າເໝືອນກັນ.