Skip to content
The Believer's Library

Biblica® Open Lao Contemporary Version

Jude 1 OLCV

Show OLCV only
Verse × ×
1 Jude, servant of Jesus Christ and brother of James, to those called, loved in our Father and kept for Jesus Christ: ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢູດາ ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ ເຊິ່ງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ພຣະບິດາ ແລະ ຮັກສາ​ໄວ້​ເພື່ອ​ພຣະເຢຊູຄຣິດເຈົ້າ.
2 May mercy, peace, and love be multiplied to you. ຂໍ​ໃຫ້​ຄວາມ​ເມດຕາ, ສັນຕິສຸກ ແລະ ຄວາມ​ຮັກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຢ່າງ​ເຫລືອລົ້ນ.
3 Beloved, though eager to write about our shared salvation, I had to write urging you to fight for the faith once for all given to the holy ones. ເພື່ອນ​ທີ່ຮັກ​ທັງຫລາຍ ເຖິງແມ່ນວ່າ​ເຮົາ​ກະຕືລືລົ້ນ​ຫລາຍ​ທີ່​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມພົ້ນ​ທີ່​ພວກເຮົາ​ມີ​ຮ່ວມກັນ, ເຮົາ​ກໍ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ຂຽນ​ມາ​ໃຫ້​ກຳລັງໃຈ​ພວກເຈົ້າ​ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ເຊິ່ງ​ໄດ້​ມອບໝາຍ​ໃຫ້​ແກ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ເທື່ອ​ດຽວ​ສຳລັບ​ຕະຫລອດ​ໄປ.
4 For some have slipped in unnoticed, long ago marked out for this judgment—godless people who twist our Father's grace into a license for lust, and deny our only Master and Lord, Jesus Christ. ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.
5 Now I want to remind you, though you already know all this, that Jesus, having saved a people out of the land of Egypt, afterward destroyed those who did not believe. ເຖິງແມ່ນວ່າ​ພວກເຈົ້າ​ຮູ້​ຂໍ້ຄວາມ​ເຫລົ່ານີ້​ໝົດ​ແລ້ວ ເຮົາ​ກໍ​ຍັງ​ຢາກ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ວ່າ​ອົງພຣະຜູ້ເປັນເຈົ້າ​ໄດ້​ປົດປ່ອຍ​ຄົນ​ຂອງ​ພຣະອົງ​ອອກຈາກ​ເອຢິບ ແຕ່​ຕໍ່ມາ​ກໍ​ທຳລາຍ​ບັນດາ​ຜູ້​ທີ່​ບໍ່​ເຊື່ອ.
6 The angels who didn't keep their own position but left their proper home, he has kept in eternal chains, under deep darkness, for judgment on the great day. ແລະ ບັນດາ​ເທວະດາ​ຜູ້​ທີ່​ບໍ່​ຮັກສາ​ອຳນາດ​ໜ້າທີ່​ຂອງ​ຕົນ ແຕ່​ໄດ້​ປະຖິ້ມ​ຖິ່ນຖານ​ທີ່​ຢູ່​ຂອງ​ຕົນ​ເອງ ພຣະອົງ​ໄດ້​ກັກຂັງ​ເທວະດາ​ເຫລົ່ານີ້​ໄວ້​ໃນ​ບ່ອນ​ມືດ, ລ່າມ​ດ້ວຍ​ໂສ້​ຕະຫລອດໄປ​ເປັນນິດ​ເພື່ອ​ລໍຖ້າ​ການ​ພິພາກສາ​ໃນ​ວັນ​ອັນ​ຍິ່ງໃຫຍ່​ນັ້ນ.
7 Likewise Sodom, Gomorrah, and the nearby towns, given to sexual sin and pursuit of unnatural flesh, stand as an example, suffering the punishment of eternal fire. ໃນ​ທຳນອງ​ດຽວ​ກັນ, ເມືອງ​ໂຊໂດມ, ເມືອງ​ໂກໂມຣາ ແລະ ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມ​ທີ່​ນັ້ນ​ໄດ້​ປ່ອຍ​ຕົນ​ເອງ​ໃຫ້​ເຮັດ​ຜິດສິນທຳ​ທາງເພດ ແລະ ລາຄະຕັນຫາ. ພວກເຂົາ​ເປັນ​ຕົວຢ່າງ​ຂອງ​ບັນດາ​ຜູ້​ທີ່​ຈະ​ຮັບໂທດ​ໃນ​ໄຟ​ນິລັນດອນ.
8 Yet these dreamers likewise pollute their flesh, reject authority, and insult glorious ones. ໃນ​ທາງ​ດຽວ​ກັນ ໃນ​ຄວາມເພີ້ຝັນ​ຂອງ​ພວກເຂົາ​ຄົນອະທຳ​ເຫລົ່ານີ້​ກໍ​ເປັນ​ແບບ​ດຽວ​ກັນ​ເລີຍ ພວກເຂົາ​ປ່ອຍ​ໃຫ້​ຮ່າງກາຍ​ຂອງ​ຕົນ​ເປື້ອນເປິ, ປະຕິເສດ​ສິດອຳນາດ ແລະ ດ່າ​ເທວະດາ​ເບື້ອງເທິງ.
9 But Michael the archangel, contending with the devil, argued about Moses' body, not daring to bring an insulting judgment against him, but said, "May our Father rebuke you." ແມ່ນ​ແຕ່​ມີຄາເອນ​ຫົວໜ້າ​ເທວະດາ ເມື່ອ​ເພິ່ນ​ໂຕ້ແຍ້ງ​ກັບ​ມານຮ້າຍ​ເລື່ອງ​ສົບ​ຂອງ​ໂມເຊ​ນັ້ນ​ກໍ​ຍັງ​ບໍ່​ກ້າ​ກ່າວ​ໂທດ​ມານຮ້າຍ​ທີ່​ກ່າວ​ໃສ່ຮ້າຍ ແຕ່​ເວົ້າ​ວ່າ, “ໃຫ້​ອົງພຣະຜູ້ເປັນເຈົ້າ​ຈັດການ​ກັບ​ເຈົ້າ!”
10 But these people insult whatever they don't understand; what they do understand by instinct, like unreasoning animals, destroys them. ເຖິງ​ປານ​ນັ້ນ​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ ແລະ ທຸກ​ສິ່ງ​ທີ່​ພວກເຂົາ​ເຂົ້າໃຈ​ໂດຍ​ສັນຊາດຕະຍານ​ເໝືອນ​ສັດ​ເດຍລະສານ​ທີ່​ບໍ່​ຮູ້​ຈັກ​ໃຊ້​ເຫດຜົນ ສິ່ງ​ເຫລົ່ານີ້​ແຫລະ​ຈະ​ທຳລາຍ​ພວກເຂົາ.
11 Woe to them! They took Cain's path, rushed for pay into Balaam's error, and died in Korah's revolt. ວິບັດ​ແກ່​ພວກເຂົາ! ພວກເຂົາ​ໄດ້​ດຳເນີນ​ຕາມ​ແນວທາງ​ຂອງ​ກາອິນ ພວກເຂົາ​ໄດ້​ປ່ອຍ​ໃຫ້​ຕົນ​ເອງ​ເຂົ້າ​ສູ່​ຄວາມຜິດພາດ​ຂອງ​ບາລາອາມ ເພາະ​ເຫັນ​ແກ່​ຜົນປະໂຫຍດ ພວກເຂົາ​ໄດ້​ຖືກ​ທຳລາຍ​ໄປ​ໃນ​ການກະບົດ​ຂອງ​ໂກຣາ.
12 These are hidden reefs at your love feasts, feasting with you without fear, feeding only themselves—dry clouds blown by wind, fruitless autumn trees, twice dead, uprooted. ຄົນ​ເຫລົ່ານີ້​ເປັນ​ຮອຍ​ຕຳໜິ​ໃນ​ງານລ້ຽງ​ແຫ່ງ​ຄວາມ​ຮັກ​ຂອງ​ພວກເຈົ້າ ພວກເຂົາ​ຮ່ວມ​ກິນ​ກັບ​ພວກເຈົ້າ​ໂດຍ​ບໍ່​ຢ້ານກົວ​ເລິີຍ ເປັນ​ເໝືອນ​ຄົນລ້ຽງແກະ​ທີ່​ລ້ຽງ​ແຕ່​ຕົນ​ເອງ. ພວກເຂົາ​ເປັນ​ເມກ​ທີ່​ບໍ່​ມີ​ຝົນ, ຖືກ​ພັດ​ໄປ​ຕາມ​ລົມ, ເປັນ​ຕົ້ນໄມ້​ທີ່​ບໍ່​ເກີດຜົນ​ຕາມ​ລະດູ ແລະ ຖືກ​ຖອນ​ຮາກ​ຖອນ​ເຫງົ້າ​ຕາຍ​ແລ້ວ​ຕາຍ​ອີກ.
13 Wild waves of the sea, foaming up their own shame; wandering stars, for whom deepest darkness is kept forever. ພວກເຂົາ​ເປັນ​ຄື້ນ​ຟອງ​ນໍ້າ​ໃນ​ທະເລ​ທີ່​ຊັດ​ຄວາມອັບອາຍ​ຂອງ​ຕົນ​ຂຶ້ນ​ເປັນ​ຟອງ, ພວກເຂົາ​ເປັນ​ບັນດາ​ດາວ​ທີ່​ຫລຸດ​ອອກ​ຈາກ​ວົງໂຄຈອນ, ຄວາມມືດ​ທີ່ສຸດ​ໄດ້​ຖືກ​ສະຫງວນ​ໄວ້​ໃຫ້​ພວກເຂົາ​ຕະຫລອດໄປ.
14 Enoch, the seventh from Adam, prophesied about these also: "Look, our Lord Jesus came with ten thousands of his holy ones, ເອນົກ ເປັນ​ລຸ້ນ​ທີ​ເຈັດ​ນັບ​ຈາກ​ອາດາມ ໄດ້​ທຳນວາຍ​ກ່ຽວກັບ​ພວກເຂົາ​ວ່າ: “ເບິ່ງ​ແມ, ອົງພຣະຜູ້ເປັນເຈົ້າ​ກຳລັງ​ມາ​ພ້ອມດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະອົງ​ນັບ​ເປັນ​ພັນໆ
15 to execute judgment on all and to convict every person of all the ungodly deeds they have committed in such an ungodly way, and of all the harsh things that ungodly sinners have spoken against him." ເພື່ອ​ພິພາກສາ​ທຸກຄົນ ແລະ ລົງໂທດ​ພວກເຂົາ​ທັງໝົດ​ຈາກ​ການອະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ໄປ​ຕາມ​ທາງ​ອະທຳ​ຂອງ​ພວກເຂົາ ແລະ ທຸກ​ຄຳ​ຕໍ່ຕ້ານ​ທີ່​ຄົນບາບ​ຄົນອະທຳ​ໄດ້​ກ່າວ​ຕໍ່ສູ້​ພຣະອົງ”
16 These grumble and complain, chasing their own desires; their mouths boast, and they flatter people for gain. ຄົນ​ເຫລົ່ານີ້​ມັກ​ຈົ່ມ ແລະ ມັກ​ຈັບຜິດ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ, ພວກເຂົາ​ອວດອ້າງ​ຕົນ​ເອງ ແລະ ຍົກຍ້ອງ​ຄົນ​ອື່ນ​ເພື່ອ​ຫາ​ປະໂຫຍດ​ໃສ່​ຕົນ​ເອງ.
17 But you, beloved, remember what our Lord Jesus Christ's apostles said beforehand. ແຕ່​ເພື່ອນ​ທີ່ຮັກ​ທັງຫລາຍ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ບັນດາ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ໄວ້​ກ່ອນ​ລ່ວງໜ້າ​ແລ້ວ.
18 How they told you: "In the last time there will be mockers, following their own godless desires." ພວກເພິ່ນ​ໄດ້​ກ່າວ​ກັບ​ພວກທ່ານ​ວ່າ, “ໃນ​ຍຸກສຸດທ້າຍ​ຈະ​ມີ​ຄົນ​ມັກ​ເຢາະເຢີ້ຍ ເຊິ່ງ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ​ເອງ”.
19 These are the ones who cause divisions, worldly people, devoid of the Spirit. ຄົນ​ເຫລົ່ານີ້​ເຮັດ​ໃຫ້​ພວກທ່ານ​ແຕກແຍກ​ກັນ, ພວກເຂົາ​ເຮັດ​ຕາມ​ສັນຊາດຕະຍານ​ເທົ່ານັ້ນ ແລະ ບໍ່​ມີ​ພຣະວິນຍານ.
20 But you, beloved, building yourselves up in your most holy faith and praying in the Holy Spirit. ສ່ວນ​ພວກທ່ານ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ເສີມສ້າງ​ກັນ​ຂຶ້ນ​ໃນ​ຄວາມເຊື່ອ​ອັນ​ບໍລິສຸດ​ທີ່​ພວກທ່ານ​ມີ​ຢູ່ ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານບໍລິສຸດເຈົ້າ
21 Keep yourselves in the love of our Father, waiting for the mercy of our Lord Jesus Christ, leading to eternal life. ຈົ່ງ​ຮັກສາ​ຕົນ​ເອງ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພຣະເຈົ້າ​ຂະນະ​ທີ່​ພວກທ່ານ​ລໍຖ້າ​ຄວາມ​ເມດຕາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃຫ້​ນຳ​ພວກທ່ານ​ໄປ​ສູ່​ຊີວິດ​ນິລັນດອນ.
22 And have mercy on those who doubt; ຈົ່ງ​ສະແດງ​ຄວາມເມດຕາ​ແກ່​ຜູ້​ທີ່​ສົງໄສ,
23 save some by seizing them from the fire; show others mercy in fear, hating even the garment stained by their sin. ຈົ່ງ​ຊ່ວຍ​ຄົນ​ອື່ນ​ໃຫ້​ພົ້ນ​ໂດຍ​ການ​ດຶງ​ພວກເຂົາ​ອອກ​ມາ​ຈາກ​ໄຟ, ຈົ່ງ​ສະແດງ​ຄວາມເມດຕາ​ແກ່​ຄົນ​ອື່ນ​ດ້ວຍ​ຄວາມ​ຢຳເກງ ຈົ່ງ​ກຽດຊັງ​ແມ່ນແຕ່​ເສື້ອຜ້າ​ທີ່​ເປື້ອນເປິ​ດ້ວຍ​ລາຄະຕັນຫາ​ຂອງ​ເນື້ອໜັງ.
24 Now to him able to keep you from stumbling and set you blameless before his glory with great joy, ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່
25 to our Father alone, our Savior, through Jesus Christ our Lord, be glory, majesty, dominion, and authority, before all time and now and forever. Amen. ຄື​ແດ່​ພຣະເຈົ້າ​ອົງ​ດຽວ​ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ. ຂໍ​ໃຫ້​ກຽດ, ບາລະມີ, ລິດອຳນາດ ແລະ ສິດອຳນາດ ຈົ່ງ​ມີ​ແກ່​ພຣະອົງ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ທຸກ​ຍຸກ​ທັງ​ໃນ​ອະດີດ, ປັດຈຸບັນ ແລະ ສືບໆ​ໄປ​ເປັນນິດ! ອາແມນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]