Skip to content
The Believer's Library

Biblica® Open Lao Contemporary Version

3 John 1 OLCV

Show OLCV only
Verse × ×
1 The elder, to the beloved Gaius, whom I love in truth. ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ຜູ້ປົກຄອງ. ເຖິງ​ໄຄໂຢ ເພື່ອນ​ທີ່ຮັກ, ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ.
2 Beloved, I pray you prosper in every way and stay healthy, as your soul prospers. ເພື່ອນ​ທີ່ຮັກ​ເອີຍ, ຂ້າພະເຈົ້າ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ສຸຂະພາບ​ທີ່​ດີ ແລະ ຂໍ​ໃຫ້​ທຸກ​ຢ່າງ​ຜ່ານ​ໄປ​ດ້ວຍ​ດີ​ກັບ​ພວກເຈົ້າ ເໝືອນ​ດັ່ງ​ຈິດໃຈ​ຂອງ​ພວກເຈົ້າ​ກຳລັງ​ດຳເນີນ​ໄປ​ດ້ວຍ​ດີ​ຢູ່​ນັ້ນ.
3 I rejoiced greatly when brothers arrived and testified about your faithfulness to the truth—for you truly are walking in it. ສິ່ງ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມຊື່ນຊົມຍິນດີ​ຫລາຍ​ເມື່ອ​ພີ່ນ້ອງ​ຜູ້ທີ່ເຊື່ອ​ບາງຄົນ​ໄດ້​ມາ ແລະ ໄດ້​ເປັນ​ພະຍານ​ເຖິງ​ຄວາມສັດຊື່​ຂອງ​ພວກເຈົ້າ​ຕໍ່​ຄວາມຈິງ ແລະ ເລົ່າ​ເຖິງ​ການ​ທີ່​ພວກທ່ານ​ເດີນ​ໃນ​ຄວາມຈິງ​ຕໍ່ໄປ.
4 I have no greater joy than this: to hear that my children are walking in the truth. ບໍ່​ມີ​ສິ່ງໃດ​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ​ຫລາຍ​ກວ່າ​ການ​ທີ່​ໄດ້​ຍິນ​ວ່າ​ບັນດາ​ລູກ​ຂອງ​ເຮົາ​ກຳລັງ​ເດີນ​ຢູ່​ໃນ​ຄວາມຈິງ.
5 Beloved, you act faithfully in all you do for the brothers, even strangers. ເພື່ອນ​ທີ່ຮັກ​ເອີຍ, ພວກເຈົ້າ​ສັດຊື່​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ປະຕິບັດ​ຕໍ່​ບັນດາ​ພີ່ນ້ອງ, ເຖິງແມ່ນວ່າ​ພວກເຂົາ​ເປັນ​ຄົນ​ແປກໜ້າ​ສຳລັບ​ພວກເຈົ້າ.
6 They testified to your love before the church. Send them on in a way worthy of our Father. ພວກເຂົາ​ໄດ້​ບອກ​ຄຣິສຕະຈັກ​ເລື່ອງ​ຄວາມ​ຮັກ​ຂອງ​ພວກເຈົ້າ. ຂໍ​ຄວາມກະລຸນາ​ສົ່ງ​ພວກເຂົາ​ໄປ​ໃນ​ທາງ​ທີ່​ຖວາຍກຽດ​ແກ່​ພຣະເຈົ້າ.
7 For they went out for the sake of the Name, accepting nothing from the Gentiles. ພວກເຂົາ​ອອກ​ໄປ​ເພື່ອ​ເຫັນ​ແກ່​ນາມ​ນັ້ນ ໂດຍ​ບໍ່​ໄດ້​ຮັບ​ຄວາມຊ່ວຍເຫລືອ​ຈາກ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ເລີຍ.
8 Therefore we ought to support such people, so that we may be fellow workers for the truth. ເຫດສະນັ້ນ ພວກເຮົາ​ຄວນ​ສະແດງ​ການຕ້ອນຮັບ​ຕໍ່​ຄົນ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຮັດວຽກ​ຮ່ວມ​ກັນ​ເພື່ອ​ຄວາມຈິງ.
9 I wrote something to the church, but Diotrephes, who loves being first among them, does not receive us. ເຮົາ​ໄດ້​ຂຽນ​ເຖິງ​ຄຣິສຕະຈັກ ແຕ່​ດີໂອເທເຟ ຜູ້​ມັກ​ເຮັດ​ໂຕ​ເປັນ​ໃຫຍ່ ຈະ​ບໍ່​ຍອມ​ຕ້ອນຮັບ​ພວກເຮົາ.
10 So if I come, I'll expose what he's doing—slandering us with malicious words. Not satisfied with that, he refuses to welcome the brothers, stops those who want to, and throws them out of the church. ດັ່ງນັ້ນ ເມື່ອ​ເຮົາ​ມາ, ເຮົາ​ຈະ​ຊີ້​ໃຫ້​ເຫັນ​ເຖິງ​ສິ່ງ​ທີ່​ລາວ​ໄດ້​ເຮັດ, ຄື​ນິນທາ​ໃສ່ຮ້າຍ​ພວກເຮົາ. ຍັງ​ບໍ່​ພໍ​ເທົ່ານັ້ນ, ລາວ​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ຕ້ອນຮັບ​ພວກ​ພີ່ນ້ອງ​ຜູ້ທີ່ເຊື່ອ​ຄົນ​ອື່ນໆ​ອີກ. ລາວ​ຍັງ​ຫ້າມ​ບັນດາ​ຄົນ​ທີ່​ຢາກ​ຕ້ອນຮັບ ແລະ ໄລ່​ພວກເຂົາ​ອອກຈາກ​ຄຣິສຕະຈັກ​ດ້ວຍ.
11 Beloved, don't imitate evil, but good. Whoever does good is from our Father; whoever does evil hasn't seen our Father. ເພື່ອນ​ທີ່​ຮັກ​ເອີຍ, ຢ່າ​ເອົາ​ແບບຢ່າງ​ສິ່ງ​ທີ່​ຊົ່ວ​ແຕ່​ຈົ່ງ​ເອົາ​ແບບຢ່າງ​ສິ່ງ​ທີ່​ດີ. ຜູ້ໃດ​ທີ່​ເຮັດ​ດີ​ກໍ​ມາ​ຈາກ​ພຣະເຈົ້າ. ຜູ້​ທີ່​ເຮັດ​ຊົ່ວ​ກໍ​ບໍ່​ເຄີຍ​ເຫັນ​ພຣະເຈົ້າ.
12 All speak well of Demetrius, and so does the truth. We testify too, and you know our testimony is true. ທຸກ​ຄົນ​ລ້ວນແຕ່​ກ່າວ​ຊົມເຊີຍ​ເດເມທີໂອ ແລະ ແມ່ນແຕ່​ຄວາມຈິງ​ເອງ​ກໍ​ບອກ​ຢ່າງ​ນັ້ນ. ພວກເຮົາ​ເອງ​ກໍ​ກ່າວ​ຊົມເຊີຍ​ເພິ່ນ​ເໝືອນກັນ ແລະ ພວກເຈົ້າ​ກໍ​ຮູ້​ວ່າ​ຄຳພະຍານ​ຂອງ​ພວກເຮົາ​ນັ້ນ​ກໍ​ເປັນ​ຄວາມ​ຈິງ.
13 I had much to write to you, but I would rather not write with pen and ink. ເຮົາ​ມີ​ຫລາຍ​ເລື່ອງ​ຈະ​ຂຽນ​ເຖິງ​ພວກເຈົ້າ, ແຕ່​ເຮົາ​ບໍ່​ຢາກ​ຂຽນ​ດ້ວຍ​ບິກ ແລະ ນ້ຳມຶກ.
14 I hope to see you soon, and we will talk face to face. ເຮົາ​ຫວັງ​ວ່າ​ຈະ​ເຫັນ​ພວກເຈົ້າ​ໃນ​ໄວໆ​ນີ້ ແລະ ພວກເຮົາ​ຈະ​ໄດ້​ໂອ້ລົມ​ກັນ​ໜ້າຕໍ່ໜ້າ.
15 Peace to you. The friends send their greetings. Greet each of the friends by name. ຂໍ​ໃຫ້​ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ. ເພື່ອນ​ທັງຫລາຍ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ. ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເພື່ອນ​ທັງຫລາຍ​ທີ່​ຢູ່​ທີ່​ນັ້ນ​ດ້ວຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]