Skip to content
The Believer's Library

Biblica® Open Lao Contemporary Version

2 John 1 OLCV

Show OLCV only
Verse × ×
1 The elder, to the chosen lady and her children, whom I love in truth—not only I, but all who know the truth, ຈາກ ຜູ້​ອາວຸໂສ. ເຖິງ​ທ່ານ​ສຸພາບສະຕີ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ກັບ​ລູກ​ທັງຫລາຍ​ຂອງ​ນາງ ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ ແລະ ບໍ່​ແມ່ນ​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ລວມ​ທັງ​ຄົນ​ທັງປວງ​ທີ່​ຮູ້ຈັກ​ຄວາມ​ຈິງ​ດ້ວຍ.
2 because of the truth that lives in us and will be with us forever. ເພາະວ່າ​ຄວາມ​ຈິງ​ທີ່​ຢູ່​ໃນ​ພວກເຮົາ ແລະ ຈະ​ຢູ່​ກັບ​ພວກເຮົາ​ຕະຫລອດໄປ.
3 Grace, mercy, and peace will be with us from our Father and from Jesus Christ, our Father's Son, in truth and love. ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາເຈົ້າ ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພຣະບຸດ​ຂອງ​ພຣະບິດາເຈົ້າ ຢູ່​ກັບ​ພວກເຮົາ​ທັງຫລາຍ​ໃນ​ຄວາມຈິງ ແລະ ໃນ​ຄວາມ​ຮັກ.
4 I was overjoyed to find some of your children walking in truth, as our Father commanded us. ເຮົາ​ມີ​ຄວາມຊື່ນຊົມຍິນດີ​ຫລາຍ​ທີ່​ເຫັນ​ວ່າ​ບັນດາ​ລູກ​ຂອງ​ພວກເຈົ້າ​ບາງຄົນ​ດຳເນີນຊີວິດ​ໃນ​ຄວາມຈິງ ເໝືອນ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ພວກເຮົາ.
5 Now I ask you, dear lady: not a new command, but one we've had from the start—love one another. ແລະ ບັດນີ້, ທ່ານ​ສຸພາບ​ສະຕຼີ​ທີ່ຮັກ, ເຮົາ​ບໍ່​ໄດ້​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ກົດບັນຍັດ​ໃໝ່ ແຕ່​ເປັນ​ກົດບັນຍັດ​ທີ່​ພວກເຮົາ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ​ພຸ້ນ. ເຮົາ​ຂໍ​ໃຫ້​ພວກເຮົາ​ຮັກ​ເຊິ່ງກັນແລະກັນ.
6 This is love: that we walk by his commands. This is the command, as you heard from the beginning: that you walk in love. ແລະ ຄວາມ​ຮັກ​ນີ້​ຄື: ການ​ທີ່​ພວກເຮົາ​ດຳເນີນຊີວິດ​ໃນ​ການເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ. ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ແລ້ວ​ຕັ້ງແຕ່​ຕົ້ນ, ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ຄື ໃຫ້​ພວກເຈົ້າ​ດຳເນີນຊີວິດ​ໃນ​ຄວາມ​ຮັກ.
7 For many deceivers have gone out into the world, denying that Jesus Christ came in the flesh. This is the deceiver and the antichrist. ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພາະວ່າ​ມີ​ຜູ້​ຫລອກລວງ​ຫລາຍ​ຄົນ​ອອກ​ໄປ​ໃນ​ໂລກ ພວກເຂົາ​ບໍ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ເກີດ​ເປັນ​ມະນຸດ. ຄົນ​ຢ່າງ​ນີ້​ເປັນ​ຜູ້ຫລອກລວງ ແລະ ເປັນ​ສັດຕູ​ຂອງ​ພຣະຄຣິດເຈົ້າ.
8 Watch yourselves, so that you don't lose what we have worked for, but receive a full reward. ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ສູນເສຍ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໄວ້ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງ​ເຕັມສ່ວນ.
9 Anyone who oversteps, not remaining in Christ's teaching, lacks our Father; whoever remains in the teaching has both our Father and the Son. ຜູ້ໃດ​ທີ່​ແລ່ນ​ອອກໜ້າ​ກ່ອນ ແລະ ບໍ່​ສືບຕໍ່​ເຮັດ​ຕາມ​ຄຳສັ່ງສອນ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ກໍ​ບໍ່​ມີ​ພຣະເຈົ້າ, ສ່ວນ​ຜູ້​ທີ່​ສືບຕໍ່​ເຮັດ​ຕາມ​ຄຳສັ່ງສອນ ຜູ້​ນັ້ນ​ກໍ​ມີ​ທັງ​ພຣະບິດາເຈົ້າ ແລະ ພຣະບຸດ.
10 If someone comes to you without this teaching, don't welcome them into your home or greet them, ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ບໍ່​ໄດ້​ນຳເອົາ​ຄຳສັ່ງສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ພວກເຂົາ​ເຂົ້າ​ໃນ​ເຮືອນ​ຂອງ​ພວກເຈົ້າ ຫລື ຕ້ອນຮັບ​ພວກເຂົາ.
11 for whoever greets him shares in his evil deeds. ຜູ້​ທີ່​ຕ້ອນຮັບ​ພວກເຂົາ ຜູ້​ນັ້ນ​ກໍ​ມີ​ສ່ວນຮ່ວມ​ໃນ​ກິດຈະການ​ຊົ່ວ​ຂອງ​ພວກເຂົາ.
12 I have much to write, but I'd rather not use paper and ink. I hope to come and speak with you face to face, so our joy may be complete. ເຮົາ​ມີ​ຫລາຍ​ເລື່ອງ​ຈະ​ຂຽນ​ເຖິງ​ພວກເຈົ້າ​ແຕ່​ບໍ່​ຢາກ​ໃຊ້​ເຈ້ຍ ແລະ ນ້ຳມຶກ. ແຕ່​ເຮົາ​ຫວັງ​ຈະ​ມາ​ຢ້ຽມຢາມ ແລະ ເວົ້າ​ກັບ​ພວກເຈົ້າ​ແບບ​ໜ້າຕໍ່ໜ້າ​ເພື່ອ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຮົາ​ຈະ​ເຕັມບໍລິບູນ.
13 The children of your chosen sister greet you. ບັນດາ​ລູກ​ຂອງ​ນ້ອງສາວ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]