Side by side with the Father's Heart Bible™ ເມືອງລີ້ໄພ
1ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂຢຊວຍວ່າ: 2“ຈົ່ງສັ່ງຊາວອິດສະຣາເອນໃຫ້ກຳນົດເມືອງລີ້ໄພ ຕາມທີ່ເຮົາໄດ້ສັ່ງໂມເຊໄວ້, 3ເພື່ອວ່າຜູ້ໃດທີ່ຂ້າຄົນຕາຍໂດຍບໍ່ເຈດຕະນາ ແລະ ເປັນອຸບັດຕິເຫດ ສາມາດໜີມາຍັງເມືອງເຫລົ່ານີ້ ແລະ ໄດ້ຮັບການຄຸ້ມຄອງໃຫ້ພົ້ນຈາກຜູ້ແກ້ແຄ້ນ. 4ເມື່ອຜູ້ຖືກກ່າວຫາໜີມາຍັງເມືອງລີ້ໄພແຫ່ງໃດແຫ່ງໜຶ່ງ, ພວກເຂົາຕ້ອງຢືນຢູ່ຕໍ່ໜ້າທາງເຂົ້າປະຕູເມືອງ ແລະ ຊີ້ແຈງຄະດີຂອງຕົນຕໍ່ໜ້າບັນດາຜູ້ອາວຸໂສຂອງເມືອງນັ້ນ. ຜູ້ອາວຸໂສຈະຕ້ອງຍອມໃຫ້ຜູ້ນັ້ນເຂົ້າມາເມືອງຂອງຕົນ ແລະ ໃຫ້ທີ່ພັກອາໄສແກ່ພວກເຂົາ. 5ຖ້າຜູ້ແກ້ແຄ້ນໄລ່ຕາມມາ, ຜູ້ອາວຸໂສຈະຕ້ອງບໍ່ມອບໂຕຂອງຜູ້ຖືກກ່າວຫາໃຫ້ແກ່ຜູ້ແກ້ແຄ້ນ ເພາະວ່າຜູ້ຖືກແກ້ແຄ້ນໄດ້ຂ້າເພື່ອນບ້ານຂອງຕົນໂດຍບໍ່ໄດ້ຕັ້ງໃຈ ແລະ ບໍ່ໄດ້ຄິດມຸ່ງຮ້າຍໄວ້ກ່ອນ. 6ພວກເຂົາຈະຕ້ອງອາໄສຢູ່ໃນເມືອງນັ້ນຈົນກວ່າພວກເຂົາຈະໄດ້ໄດ້ຮັບການພິຈາລະນາຄະດີຕໍ່ໜ້າມະຫາຊົນ ແລະ ຈົນກວ່າມະຫາປະໂລຫິດທີ່ດຳລົງຕຳແໜ່ງໃນເວລາທີ່ເກີດເຫດນັ້ນເສຍຊີວິດ. ແລ້ວພວກເຂົາຈຶ່ງກັບຄືນເຮືອນຂອງຕົນທີ່ຢູ່ຖິ່ນຖານເດີມທີ່ພວກເຂົາໄດ້ໜີມາ”.
7ດັ່ງນັ້ນ ພວກເຂົາຈຶ່ງໄດ້ແຍກເມືອງເກເດັດໃນຄາລີເລ ເຊິ່ງຢູ່ໃນແຖບພູເຂົາແຫ່ງເນັບທາລີ, ຊີເຄມໃນແຖບພູເຂົາແຫ່ງເອຟຣາອິມ ແລະ ກີຣິອາດອາຣາບາ (ຄືເຮັບໂຣນ), ໃນແຖບພູເຂົາແຫ່ງຢູດາ. 8ທາງທິດຕາເວັນອອກຂອງຈໍແດນ (ອີກຟາກໜຶ່ງຂອງເມືອງເຢຣິໂກ) ພວກເຂົາໄດ້ກຳນົດເອົາເມືອງເບເຊ ເຊິ່ງຢູ່ໃນຖິ່ນແຫ້ງແລ້ງກັນດານເທິງທົ່ງພຽງສູງໃນເຂດເຜົ່າຣູເບັນ, ເມືອງຣາໂມດໃນກີເລອາດໃນເຂດຂອງເຜົ່າກາດ ແລະ ເມືອງໂກລານໃນບາຊານໃນເຂດຂອງເຜົ່າມານາເຊ. 9ຊາວອິດສະຣາເອນຄົນໃດ ແລະ ຄົນຕ່າງດ້າວຄົນໃດທີ່ອາໄສຢູ່ທ່າມກາງພວກເຂົາ ຜູ້ທີ່ຂ້າຄົນໂດຍບໍ່ເຈດຕະນາ ສາມາດໜີໄປເມືອງເຫລົ່ານີ້ທີ່ກຳນົດໄວ້ໄດ້ ແລະ ຈະບໍ່ຖືກຂ້າໂດຍຜູ້ແກ້ແຄ້ນກ່ອນການພິຈາລະນາຄະດີຕໍ່ໜ້າມະຫາຊົນ.
Read Joshua 20 in the Father's Heart Bible™ Divine Voice™ Color. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.
Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™
ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc.
Biblica® Open Lao Contemporary Version™
Copyright © 2023, 2025 by Biblica, Inc.
“Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ.
“Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]
Read offline
Save OLCV on this device and read it with no connection. Downloads stay in this browser or app only.