Side by side with the Father's Heart Bible™ ຊະນະກະສັດທັງຫລາຍທາງພາກເໜືອ
1ເມື່ອຢາບິນກະສັດແຫ່ງຮາໂຊໄດ້ຍິນເລື່ອງທີ່ເກີດຂຶ້ນ, ເພິ່ນກໍໄດ້ສົ່ງຂ່າວໄປຫາໂຢບັບກະສັດແຫ່ງມາໂດນ, ໄປຫາກະສັດແຫ່ງຊິມໂຣນ ແລະ ໄປຫາກະສັດແຫ່ງອັກຊັບ, 2ແລະ ກະສັດທັງຫລາຍທີ່ຢູ່ແຖບພູເຂົາ, ໃນອາຣາບາທີ່ຢູ່ທາງພາກໃຕ້ຂອງທະເລກິນເນເຣດ, ໃນຕີນພູທາງທິດຕາເວັນຕົກ ແລະ ໃນນາໂຟດໂດເຣ ທາງທິດຕາເວັນຕົກ; 3ໄປຫາຊາວການາອານທາງດ້ານທິດຕາເວັນອອກ ແລະ ດ້ານທິດຕາເວັນຕົກ; ໄປຫາຊາວອາໂມ, ຊາວຮິດຕີ, ຊາວເປຣີຊີ, ຊາວເຢບຸດໃນເຂດເນີນພູ ແລະ ໄປຫາຊາວຮີວີທີ່ຢູ່ລຸ່ມເຮີໂມນໃນດິນແດນມີຊະປາ. 4ພວກເຂົາໄດ້ອອກມາພ້ອມກັບກອງທັບທັງໝົດຂອງພວກເຂົາ ແລະ ມ້າກັບລົດຮົບຈຳນວນຫລວງຫລາຍເປັນກອງທັບຂະໜາດໃຫຍ່, ດັ່ງເມັດຊາຍຢູ່ແຄມທະເລ. 5ກະສັດເຫລົ່ານີ້ທັງໝົດໄດ້ລວມກອງກຳລັງກັນ ແລະ ຕັ້ງຄ້າຍພັກຢູ່ທີ່ຫ້ວຍນ້ຳເມໂຣມ ເພື່ອຈະຕໍ່ສູ້ກັບອິດສະຣາເອນ.
6ພຣະເຈົ້າຢາເວໄດ້ເວົ້າກັບໂຢຊວຍວ່າ, “ຢ່າຢ້ານພວກເຂົາ, ເພາະມື້ອື່ນເວລາດຽວກັນນີ້ ເຮົາຈະມອບພວກເຂົາໃຫ້ອິດສະຣາເອນຂ້າ. ໃຫ້ເຈົ້າຕັດເອັນສົ້ນນ່ອງຂອງມ້າ ແລະ ຈູດລົດມ້າຂອງພວກເຂົາ”.
7ດັ່ງນັ້ນ ໂຢຊວຍ ແລະ ກອງທັບທັງໝົດຂອງຕົນຈຶ່ງໄດ້ຍົກທັບມາເຖິງຫ້ວຍນ້ຳເມໂຣມ ແລະ ບຸກເຂົ້າໂຈມຕີພວກເຂົາທັນທີ, 8ແລ້ວພຣະເຈົ້າຢາເວກໍໄດ້ມອບພວກເຂົາໄວ້ໃນມືຂອງອິດສະຣາເອນ. ອິດສະຣາເອນໄດ້ເອົາຊະນະພວກເຂົາ ແລະ ໄດ້ໄລ່ຕາມພວກເຂົາໄປໄກເຖິງຊີໂດນໃຫຍ່, ໄປເຖິງມິດຊະເລໂຟມາອິມ, ໄປເຖິງຕາເວັນອອກໄປຫາຮ່ອມພູມີຊະປາ ຈົນກວ່າບໍ່ມີສັດຕູເຫລືອລອດຈັກຄົນ. 9ໂຢຊວຍກໍໄດ້ເຮັດຕາມຄຳສັ່ງຂອງພຣະເຈົ້າຢາເວ ຄືເພິ່ນໄດ້ຕັດເອັນນ່ອງຂອງມ້າ ແລະ ຈູດລົດມ້າຂອງພວກເຂົາ.
10ໃນເວລານັ້ນ ໂຢຊວຍໄດ້ກັບຄືນມາ ແລະ ຢຶດເອົາເມືອງຮາໂຊ ແລະ ຂ້າກະສັດຂອງເມືອງນັ້ນດ້ວຍດາບ. (ຮາໂຊເຄີຍເປັນເມືອງເອກຂອງອານາຈັກເຫລົ່ານັ້ນ) 11ທຸກຄົນໃນເມືອງນັ້ນພວກເຂົາໄດ້ຖືກຂ້າຕາຍດ້ວຍດາບ. ອິດສະຣາເອນທຳລາຍພວກເຂົາຈົນໝົດ, ບໍ່ໄດ້ລະເວັ້ນຈັກຊີວິດທີ່ເຫລືອຢູ່ ແລ້ວພວກເຂົາກໍໄດ້ຈູດເມືອງຮາໂຊ.
12ໂຢຊວຍໄດ້ຢຶດເອົານະຄອນຕ່າງໆກັບກະສັດທັງຫລາຍຂອງນະຄອນເຫລົ່ານັ້ນ ແລະ ໄດ້ຂ້າພວກເຂົາດ້ວຍດາບ. ເພິ່ນໄດ້ທຳລາຍພວກເຂົາທັງໝົດ ຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້. 13ເຖິງຢ່າງໃດກໍຕາມ ອິດສະຣາເອນກໍບໍ່ໄດ້ຈູດເມືອງໃດທີ່ໄດ້ສ້າງເທິງໂນນຕ່າງໆ ຍົກເວັ້ນເມືອງຮາໂຊທີ່ໂຢຊວຍໄດ້ຈູດທຳລາຍ. 14ຊາວອິດສະຣາເອນໄດ້ຢຶດເອົາເຄື່ອງຂອງທີ່ປຸ້ນມາໄດ້ ແລະ ຝູງສັດລ້ຽງໃນເມືອງເຫລົ່ານັ້ນໄວ້ເປັນຂອງຕົນ, ແຕ່ຊາວອິດສະຣາເອນໄດ້ຂ້າຊາວເມືອງທັງໝົດ ບໍ່ມີຈັກຊີວິດເຫລືອລອດຢູ່ 15ພຣະເຈົ້າຢາເວໄດ້ສັ່ງໂມເຊຜູ້ຮັບໃຊ້ຂອງພຣະອົງໄວ້ຢ່າງໃດ ໂມເຊກໍໄດ້ສັ່ງໂຢຊວຍ ແລະ ໂຢຊວຍກໍໄດ້ປະຕິບັດຕາມຄົບຖ້ວນທຸກປະການຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ຢ່າງນັ້ນ.
16ດັ່ງນັ້ນ ໂຢຊວຍຈຶ່ງຢຶດຄອງດິນແດນທັງໝົດ ຄືແຖບໂນນພູເນເກັບທັງໝົດ, ດິນແດນໂກເຊັນທັງໝົດ, ຮ່ອມພູດ້ານຕາເວັນຕົກ, ອາຣາບາ, ໂນນພູ ແລະ ຕີນພູຂອງອິດສະຣາເອນ, 17ຈາກພູເຂົາຮາລັກ ເຊິ່ງຂຶ້ນໄປຍັງເສອີ ໄປເຖິງບາອາກາດໃນຮ່ອມພູເລບານອນ ເຊິ່ງຢູ່ຂ້າງລຸ່ມພູເຂົາເຮີໂມນ. ໂຢຊວຍໄດ້ຈັບກຸມ ແລະ ຂ້າກະສັດທັງໝົດຂອງດິນແດນເຫລົ່ານັ້ນ. 18ໂຢຊວຍໄດ້ສູ້ຮົບກັບບັນດາກະສັດເຫລົ່ານີ້ເປັນເວລາດົນນານ. 19ບໍ່ມີເມືອງໃດເຮັດສັນຍາສັນຕິພາບກັບອິດສະຣາເອນ ຍົກເວັ້ນຊາວຮີວີທີ່ອາໄສຢູ່ໃນກີເບໂອນ, ເມືອງອື່ນໆລ້ວນແຕ່ຖືກຢຶດຄອງ ແລະ ພ່າຍແພ້ໃນການສູ້ຮົບ. 20ເພາະພຣະເຈົ້າຢາເວ ພຣະອົງເອງໄດ້ໃຫ້ບັນດາກະສັດເຫລົ່ານັ້ນມີໃຈແຂງກະດ້າງ ຄິດຈະສູ້ຮົບກັບອິດສະຣາເອນ ເພື່ອພຣະອົງຈະໄດ້ທຳລາຍລ້າງພວກເຂົາຈົນໝົດສິ້ນ ໂດຍປາດສະຈາກຄວາມເມດຕາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
21ໃນເວລານັ້ນ ໂຢຊວຍກໍໄດ້ອອກໄປທຳລາຍຊາວອານາກິມ ເຊິ່ງອາໄສຢູ່ໃນດິນແດນໂນນພູ ຄືຈາກເຮັບໂຣນ, ເດບີ ແລະ ອານາບ, ຈາກດິນແດນໂນນພູທັງໝົດຂອງຢູດາ ແລະ ຈາກໂນນພູທັງໝົດຂອງອິດສະຣາເອນ. ໂຢຊວຍໄດ້ທຳລາຍພວກເຂົາ ແລະ ເມືອງຂອງພວກເຂົາຈົນໝົດສິ້ນ. 22ບໍ່ມີຊາວອານາກິມຫລົງເຫລືອຢູ່ໃນແດນອິດສະຣາເອນ; ແຕ່ມີຫລົງເຫລືອຢູ່ແຕ່ພຽງໃນກາຊາ, ກາດ ແລະ ອາຊະໂດດ. 23ດັ່ງນັ້ນ ໂຢຊວຍຢຶດດິນແດນທັງໝົດໄດ້ຕາມທີ່ພຣະເຈົ້າຢາເວສັ່ງໂມເຊໄວ້ ແລະ ເພິ່ນໄດ້ມອບດິນແດນເຫລົ່ານັ້ນໃຫ້ເປັນກຳມະສິດຂອງຊົນຊາດອິດສະຣາເອນຕາມແຕ່ລະກຸ່ມຊົນເຜົ່າ. ແລ້ວແຜ່ນດິນນັ້ນກໍສະຫງົບຈາກສົງຄາມ.