ເດັກຄົນໜຶ່ງເກີດມາເພື່ອເຮົາ
1ຢ່າງໃດກໍຕາມ, ຜູ້ທຸກລຳບາກຈະບໍ່ເສົ້າໝອງອີກຕໍ່ໄປ. ໃນອະດີດພຣະເຈົ້າໄດ້ເຮັດໃຫ້ດິນແດນເຊບູໂລນ ແລະ ເນັບທາລີຕ່ຳລົງ, ແຕ່ໃນອະນາຄົດພຣະອົງຈະໃຫ້ກຽດຄາລີເລທີ່ຊາວຕ່າງຊາດອາໄສຢູ່, ທີ່ລວມທັງເມືອງແຄມທະເລລຽບແມ່ນ້ຳຈໍແດນ
2ປະຊາຊົນຜູ້ທີ່ເດີນຢູ່ໃນຄວາມມືດໄດ້ເຫັນແສງສະຫວ່າງອັນຍິ່ງໃຫຍ່;ບັນດາຜູ້ອາໄສໃນດິນແດນແຫ່ງເງົາເລິກຂອງຄວາມຕາຍແສງສະຫວ່າງໄດ້ສ່ອງໃສ່ພວກເຂົາແລ້ວ.
3ພຣະເຈົ້າໄດ້ຂະຫຍາຍຊົນຊາດນັ້ນແລະ ເພີ່ມຄວາມຊື່ນຊົມຍິນດີຂອງພວກເຂົາ;ພວກເຂົາຊື່ນຊົມຍິນດີຕໍ່ໜ້າພຣະອົງເໝືອນດັ່ງຄົນຊື່ນບານຍາມເກັບກ່ຽວ,ຫລື ຍາມແບ່ງຊັບສິນທີ່ປຸ້ນໄດ້ຈາກຊະເລີຍ.
4ເພາະໃນມື້ທີ່ມີໄຊຊະນະເໜືອມີດີອານ,ພຣະອົງໄດ້ທໍາລາຍແອກທີ່ເປັນພາລະຂອງພວກເຂົາ,ຄານທີ່ພວກເຂົາຕ້ອງແບກຫາມເທິງບ່າຂອງພວກເຂົາ,ແລະ ໄມ້ແສ້ຂອງຜູ້ທີ່ກົດຂີ່ຂົ່ມເຫັງພວກເຂົາ.
5ເກີບທຸກຄູ່ຂອງນັກຮົບທີ່ໃຊ້ໃນສົງຄາມແລະ ເຄື່ອງນຸ່ງທັງໝົດຂອງພວກເຂົາທີ່ຖືກເລືອດຈະຖືກນໍາໄປເຜົາໄຟ.ແລະ ໃຊ້ເປັນເຊື້ອໄຟ.
6ດ້ວຍວ່າມີເດັກຄົນໜຶ່ງເກີດມາເພື່ອພວກເຮົາ,ມີລູກຊາຍຄົນໜຶ່ງທີ່ຖືກມອບໃຫ້ແກ່ພວກເຮົາ,ແລະ ການປົກຄອງຈະຢູ່ເທິງບ່າຂອງພຣະອົງ.ແລະ ພຣະອົງຈະຖືກເອີ້ນວ່າ“ທີ່ປຶກສາມະຫັດສະຈັນ, ພຣະເຈົ້າອົງຜູ້ມີລິດອໍານາດຍິ່ງໃຫຍ່,ພຣະບິດານິລັນ, ອົງສັນຕິລາດ”.
7ການປົກຄອງ ແລະ ສັນຕິສຸກອັນຍິ່ງໃຫຍ່ຂອງພຣະອົງຈະບໍ່ມີທີ່ສິ້ນສຸດ.ພຣະອົງຈະປົກຄອງເໜືອບັນລັງແລະ ອານາຈັກຂອງດາວິດ,ທີ່ໄດ້ສະຖາປະນາ ແລະ ຮັກສາອານາຈັກນັ້ນໄວ້ດ້ວຍຄວາມຍຸຕິທຳ ແລະ ຄວາມຊອບທຳຕັ້ງແຕ່ເວລານັ້ນ ແລະ ຕະຫລອດໄປເປັນນິດ.ຄວາມກະຕືລືລົ້ນຂອງພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະເຮັດສິ່ງນີ້ໃຫ້ສຳເລັດ.
ຄວາມໃຈຮ້າຍຂອງພຣະເຈົ້າຢາເວຕໍ່ສູ້ອິດສະຣາເອນ
8ອົງພຣະຜູ້ເປັນເຈົ້າໄດ້ສົ່ງຖ້ອຍຄໍາມາຕໍ່ສູ້ຢາໂຄບ;ມັນຈະຕົກຖືກອິດສະຣາເອນ.
9ປະຊາຊົນທັງໝົດຈະຮູ້ວ່າເອຟຣາອິມ ແລະ ຊາວຊາມາເຣຍທັງຫລາຍທີ່ເວົ້າດ້ວຍຄວາມຈອງຫອງແລະ ດ້ວຍໃຈອວດຕົວວ່າ,
10“ດິນຈີ່ພັງທະລາຍລົງແລ້ວ,ແຕ່ເຮົາຈະສ້າງຂຶ້ນໃໝ່ດ້ວຍຫີນສະກັດ;ຕົ້ນໝາກເດື່ອທັງຫລາຍຖືກຕັດລົງແລ້ວ,ແຕ່ເຮົາຈະແທນທີ່ພວກມັນດ້ວຍຕົ້ນໄມ້ສີດາ”.
11ແຕ່ພຣະເຈົ້າຢາເວຈະເສີມກຳລັງສັດຕູຂອງເຣຊິນຂຶ້ນມາສູ້ກັບພວກເຂົາແລະ ໄດ້ກະຕຸ້ນສັດຕູຂອງພວກເຂົາຕໍ່ໄປ.
12ຊາວອາຣາມຈາກທິດຕາເວັນອອກ ແລະ ຊາວຟີລິດສະຕິນຈາກທິດຕາເວັນຕົກອ້າປາກກວ້າງເພື່ອກືນອິດສະຣາເອນ.ເຖິງປານນັ້ນ, ຄວາມໃຈຮ້າຍຂອງພຣະເຈົ້າກໍຍັງບໍ່ຢຸດ.ມືຂອງພຣະອົງກໍຍັງຄົງຍົກຄ້າງຢູ່.
13ແຕ່ພວກປະຊາຊົນກໍຍັງບໍ່ຍອມຫັນກັບມາຫາພຣະອົງຜູ້ລົງໂທດພວກເຂົາ,ທັງບໍ່ຍອມສະແຫວງຫາພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່.
14ສະນັ້ນພຣະເຈົ້າຢາເວຈະຕັດທັງຫົວ ແລະ ຫາງອອກຈາກອິດສະຣາເອນ,ທັງກິ່ງຕົ້ນປ່າມ ແລະ ຕົ້ນອໍ້ພາຍໃນມື້ດຽວ;
15ຫົວຄືຜູ້ອາວຸໂສ ແລະ ບຸກຄົນສໍາຄັນ,ຫາງຄືຜູ້ທຳນວາຍທີ່ສອນເລື່ອງບໍ່ຈິງ.
16ບັນດາຜູ້ນຳກໍນຳພວກເຂົາໄປຜິດທາງ,ແລະ ບັນດາຜູ້ຕາມກໍຖືກນຳໃຫ້ຫລົງໄປ.
17ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າຈະບໍ່ພໍໃຈຄົນໜຸ່ມ,ທັງຈະບໍ່ສົງສານລູກກຳພ້າພໍ່ ແລະ ແມ່ໝ້າຍ,ເພາະທຸກຄົນລ້ວນແຕ່ຊົ່ວຊ້າອະທຳທຸກປາກຕ່າງກໍເວົ້າຢ່າງໂງ່ຈ້າ.ເຖິງປານນີ້ແລ້ວ, ຄວາມໃຈຮ້າຍຂອງພຣະເຈົ້າກໍຍັງບໍ່ຢຸດ,ມືຂອງພຣະອົງກໍຍັງຄົງຍົກຄ້າງຢູ່.
18ແນ່ນອນຄວາມຊົ່ວລຸກໄໝ້ດັ່ງແປວໄຟ;ມັນຜານຕົ້ນໜາມນ້ອຍ ແລະ ໃຫຍ່ທັງຫລາຍ,ມັນເຮັດໃຫ້ທັງປ່າລຸກໄໝ້,ດັ່ງນັ້ນ ມັນຈຶ່ງມ້ວນຂຶ້ນໄປເປັນຄວັນ.
19ເພາະຄວາມໂກດຮ້າຍຂອງພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ດິນແດນຈະຖືກເຜົາຜານແລະ ປະຊາຊົນຈະເປັນເຊື້ອໄຟ;ພວກເຂົາຈະບໍ່ໄວ້ຊີວິດກັນເລີຍ.
20ພວກເຂົາຈະກືນກິນທາງຂວາ,ແຕ່ກໍຍັງຫິວຢູ່;ກືນກິນໄປທາງຊ້າຍ,ແຕ່ກໍຍັງບໍ່ອິ່ມ.ແຕ່ລະຄົນກໍຈະລ້ຽງຊີວິດດ້ວຍຊີ້ນຂອງລູກຫລານຂອງຕົນເອງ:
21ມານາເຊຈະກິນເອຟຣາອິມ, ເອຟຣາອິມຈະກິນມານາເຊ;ພວກເຂົາຈະຮ່ວມກັນຫັນມາຕໍ່ສູ້ຢູດາຍ.ເຖິງປານນີ້ແລ້ວ, ຄວາມໃຈຮ້າຍຂອງພຣະເຈົ້າກໍຍັງບໍ່ຢຸດ,ມືຂອງພຣະອົງກໍຍັງຄົງຍົກຄ້າງຢູ່.