Side by side with the Father's Heart Bible™ ຄະນະທູດຈາກບາບີໂລນ
1ໃນເວລານັ້ນເມໂລດັກບາລາດານລູກຊາຍຂອງກະສັດບາລາດານແຫ່ງບາບີໂລນໄດ້ຮູ້ຂ່າວວ່າເຮເຊກີຢາປ່ວຍ ແລະ ບັດນີ້ໄດ້ຫາຍດີເປັນປົກກະຕິແລ້ວ ກໍໄດ້ສົ່ງຈົດໝາຍ ແລະ ຂອງຂັວນມາໃຫ້ເຮເຊກີຢາ. 2ເຮເຊກີຢາຕ້ອນຮັບຄະນະທູດດ້ວຍຄວາມຍິນດີ ແລະ ໄດ້ສະແດງສົມບັດທັງໝົດໃນຄັງໃຫ້ພວກເຂົາເບິ່ງ ຄືເງິນ, ຄໍາ, ເຄື່ອງເທດຕ່າງໆ, ນ້ຳມັນຢ່າງດີ ອາວຸດຍຸດທະພັນທັງໝົດ ແລະ ທຸກສິ່ງທຸກຢ່າງທີ່ມີ. ບໍ່ມີຫຍັງໃນວັງ ຫລື ທົ່ວອານາຈັກທີ່ເຮເຊກີຢາບໍ່ໄດ້ສະແດງໃຫ້ພວກເຂົາເບິ່ງ.
3ດັ່ງນັ້ນຜູ້ທຳນວາຍເອຊາຢາຈຶ່ງມາຫາກະສັດເຮເຊກີຢາ ແລະ ຖາມວ່າ, “ຄົນພວກນັ້ນໄດ້ເວົ້າຫຍັງ? ແລະ ພວກເຂົາມາຈາກໃສ?” ເຮເຊກີຢາຕອບວ່າ “ມາຈາກບາບີໂລນດິນແດນທາງໄກ”.
4ຜູ້ທຳນວາຍໄດ້ຖາມວ່າ, “ພວກເຂົາໄດ້ເຫັນຫຍັງແດ່ໃນວັງຂອງເຈົ້າ?” ເຮເຊກີຢາຕອບວ່າ “ພວກເຂົາໄດ້ເຫັນທຸກສິ່ງທຸກຢ່າງໃນວັງຂອງເຮົາ, ບໍ່ມີຫຍັງໃນຄັງຂອງເຮົາທີ່ເຮົາບໍ່ໄດ້ໃຫ້ພວກເຂົາເບິ່ງ”.
5ເອຊາຢາຈຶ່ງເວົ້າຕໍ່ເຮເຊກີຢາວ່າ, “ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ວ່າ: 6ເວລານັ້ນຈະມາເຖິງຢ່າງແນ່ນອນ ເມື່ອທຸກຢ່າງໃນວັງຂອງເຈົ້າ, ແລະ ທຸກສິ່ງທີ່ບັນພະບຸລຸດຂອງເຈົ້າໄດ້ສະສົມໄວ້ຈົນເຖິງມື້ນີ້, ຈະຖືກກວາດໄປຍັງບາບີໂລນ. ຈະບໍ່ມີຫຍັງເຫລືອຢູ່, ພຣະເຈົ້າຢາເວກ່າວດັ່ງນີ້. 7ແລະ ເຊື້ອສາຍຂອງເຈົ້າບາງຄົນ, ຜູ້ທີ່ເປັນເລືອດເນື້ອຂອງເຈົ້າ ຄືຜູ້ທີ່ເກີດຈາກເຈົ້າ, ຈະຖືກກວາດຕ້ອນໄປ, ແລະ ຈະກາຍເປັນຂັນທີຢູ່ໃນວັງຂອງກະສັດບາບີໂລນ”.
8ເຮເຊກີຢາຕອບວ່າ “ຖ້ອຍຄໍາຂອງພຣະເຈົ້າຢາເວຕາມທີ່ທ່ານກ່າວມາກໍດີຢູ່”, ເພາະເຮເຊກີຢາຄິດວ່າ, “ຢ່າງໜ້ອຍກໍຍັງມີຄວາມສະຫງົບສຸກ ແລະ ຄວາມຫມັ້ນຄົງປອດໄພໃນຊົ່ວອາຍຸຂອງເຮົາ”.