Skip to content
The Believer's Library

Biblica® Open Lao Contemporary Version

Genesis 40 OLCV

Show OLCV only
Verse × ×
1 After these things, the king of Egypt's cupbearer and baker sinned against their lord, the king of Egypt. ຕໍ່ມາ ພະນັກງານ​ເສີບ​ເຫລົ້າອະງຸ່ນ ແລະ ພະນັກງານ​ເຮັດ​ເຂົ້າຈີ່​ຂອງ​ກະສັດ​ແຫ່ງ​ເອຢິບ​ໄດ້​ເຮັດ​ຜິດ​ຕໍ່​ນາຍ​ຂອງ​ພວກເຂົາ ຄື​ກະສັດ​ແຫ່ງ​ເອຢິບ.
2 Pharaoh was furious with his two officials, the chief cupbearer and the chief baker. ຟາໂຣ​ໄດ້​ໃຈຮ້າຍ​ໃຫ້​ແກ່​ພະນັກງານ​ສອງ​ຄົນ​ນີ້​ຄື: ຫົວໜ້າ​ພະນັກງານ​ເສີບ​ເຫລົ້າອະງຸ່ນ ແລະ ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່.
3 He put them in custody in the guard captain's house, the prison where Joseph was held. ແລະ ໄດ້​ເອົາ​ພວກເຂົາ​ໄປ​ກັກຂັງ​ໄວ້​ຢູ່​ໃນ​ເຮືອນ​ຂອງ​ຫົວໜ້າ​ທະຫານ​ຍາມ, ຄື​ໃນ​ຄຸກ​ດຽວ​ກັນ​ກັບ​ບ່ອນ​ທີ່​ໂຢເຊັບ​ໄດ້​ຖືກ​ກັກຂັງ​ໄວ້.
4 The captain of the guard assigned Joseph to serve them; they remained in custody for some days. ຫົວໜ້າ​ຂອງ​ທະຫານ​ຍາມ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ໂຢເຊັບ ແລະ ລາວ​ກໍ​ໄດ້​ເບິ່ງແຍງ​ພວກເຂົາ. ຫລັງຈາກ​ທີ່​ພວກເຂົາ​ໄດ້​ຖືກ​ຄຸມຕົວ​ຢູ່​ໄລຍະ​ໜຶ່ງ,
5 Then both of them, the cupbearer and baker of Egypt's king, imprisoned in the prison, each dreamed a dream in one night, each dream with its own meaning. ຊາຍ​ແຕ່ລະ​ຄົນ​ຄື: ພະນັກງານ​ເສີບ​ເຫລົ້າອະງຸ່ນ ແລະ ພະນັກງານ​ເຮັດ​ເຂົ້າຈີ່​ຂອງ​ກະສັດ​ແຫ່ງ​ເອຢິບ, ເຊິ່ງ​ໄດ້​ຖືກ​ຂັງ​ໄວ້​ຢູ່​ໃນ​ຄຸກ​ນັ້ນ​ກໍ​ໄດ້​ຝັນ​ໃນ​ຄືນ​ດຽວກັນ ແລະ ຄວາມຝັນ​ຂອງ​ແຕ່​ລະ​ຄົນ​ນັ້ນ​ກໍ​ມີ​ຄວາມໝາຍ​ຕ່າງ​ກັນ.
6 When Joseph came to them in the morning, he saw that they were troubled. ເຊົ້າ​ວັນ​ຕໍ່ມາ ເມື່ອ​ໂຢເຊັບ​ໄດ້​ມາ​ຫາ​ພວກເຂົາ, ລາວ​ກໍ​ເຫັນ​ວ່າ​ພວກເຂົາ​ເສົ້າໃຈ​ຢູ່.
7 He asked Pharaoh's officials with him in custody in his master's house, "Why do you look downcast today?" ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ຖາມ​ຂ້າລາຊະການ​ທັງ​ສອງ​ຂອງ​ຟາໂຣ​ທີ່​ຖືກ​ກັກຂັງ​ຮ່ວມ​ກັບ​ລາວ​ຢູ່​ໃນ​ເຮືອນ​ຂອງ​ນາຍ​ຂອງ​ລາວ​ວ່າ, “ເປັນຫຍັງ​ມື້​ນີ້​ພວກທ່ານ​ເບິ່ງ​ເໝືອນ​ວ່າ​ໂສກເສົ້າ​ແທ້?”
8 They told him, "We each had a dream, with no one to interpret it." Joseph replied, "Don't interpretations belong to our Father? Please tell them to me." ພວກເຂົາ​ໄດ້​ຕອບ​ວ່າ, “ພວກເຮົາ​ທັງ​ສອງ​ຄົນ​ໄດ້​ຝັນ, ແຕ່​ບໍ່​ມີ​ຜູ້ໃດ​ຕີຄວາມໝາຍ​ຂອງ​ຄວາມຝັນ​ເຫລົ່ານັ້ນ​ໄດ້”. ແລ້ວ​ໂຢເຊັບ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ການ​ຕີຄວາມໝາຍ​ເຫລົ່ານີ້​ບໍ່​ໄດ້​ເປັນ​ຂອງ​ພຣະເຈົ້າ​ບໍ? ຈົ່ງ​ເລົ່າ​ຄວາມຝັນ​ຂອງ​ພວກທ່ານ​ໃຫ້​ຂ້ອຍ​ຟັງ”.
9 The chief cupbearer told Joseph his dream: "In my dream a vine stood before me. ດັ່ງນັ້ນ ຫົວໜ້າ​ພະນັກງານ​ເສີບ​ເຫລົ້າອະງຸ່ນ​ຈຶ່ງ​ໄດ້​ເລົ່າ​ຄວາມຝັນ​ຂອງ​ລາວ​ໃຫ້​ໂຢເຊັບ​ຟັງ. ລາວ​ໄດ້​ເວົ້າ​ວ່າ, “ໃນ​ຄວາມຝັນ​ຂອງ​ຂ້ອຍ​ນັ້ນ ຂ້ອຍ​ໄດ້​ເຫັນ​ເຄືອອະງຸ່ນ​ຢູ່​ຕໍ່ໜ້າ​ຂ້ອຍ,
10 The vine had three branches; as it sprouted, its blossoms opened, and the clusters ripened into grapes. ແລະ ຢູ່​ເທິງ​ເຄືອອະງຸ່ນ​ນັ້ນ​ມີ​ສາມ​ກິ່ງ. ທັນທີ​ທີ່​ມັນ​ແຕກ​ກິ່ງ​ອອກ, ແລ້ວ​ມັນ​ກໍ​ອອກ​ດອກ ແລະ ມັນ​ກໍ​ເປັນ​ພວງ​ໝາກອະງຸ່ນ​ສຸກ.
11 Pharaoh's cup was in my hand; I took the grapes, squeezed them into Pharaoh's cup, and put the cup in Pharaoh's hand." ຈອກ​ຂອງ​ກະສັດ​ຟາໂຣ​ກໍ​ຢູ່​ໃນ​ມື​ຂອງ​ຂ້ອຍ, ແລ້ວ​ຂ້ອຍ​ຈຶ່ງ​ເດັດ​ໝາກອະງຸ່ນ​ມາ​ຄັ້ນ​ເອົາ​ນ້ຳ​ໃສ່​ຈອກ​ຂອງ​ຟາໂຣ ແລະ ຍື່ນ​ຈອກ​ນັ້ນ​ໃສ່​ມື​ຂອງ​ເພິ່ນ”.
12 Then Joseph said to him, "This is its interpretation: the three branches are three days. ໂຢເຊັບ​ໄດ້​ເວົ້າ​ຕໍ່​ລາວ​ວ່າ, “ຄວາມຝັນ​ຂອງ​ທ່ານ​ມີ​ຄວາມໝາຍ​ດັ່ງນີ້, ກິ່ງ​ສາມ​ກິ່ງ​ໝາຍ​ເຖິງ​ສາມ​ວັນ.
13 In three days Pharaoh will lift up your head, restore you to your position, and you will put Pharaoh's cup in his hand, as before, when you were his cupbearer. ພາຍ​ໃນ​ສາມ​ວັນ​ນີ້ ຟາໂຣ​ຈະ​ປ່ອຍ​ທ່ານ ແລະ ຄືນ​ຕຳແໜ່ງ​ໃຫ້​ທ່ານ ແລ້ວ​ທ່ານ​ຈະ​ຍື່ນ​ຈອກ​ໃສ່​ມື​ຂອງ​ຟາໂຣ​ເໝືອນດັ່ງ​ທີ່​ທ່ານ​ເຄີຍ​ໄດ້​ເຮັດ​ມາ​ເມື່ອ​ທ່ານ​ເປັນ​ຜູ້​ເສີບ​ເຫລົ້າອະງຸ່ນ​ນັ້ນ.
14 But remember me when it's well with you; please do me kindness—mention me to Pharaoh, so he may bring me out of this house. ເມື່ອ​ທ່ານ​ໄດ້​ດີ​ແລ້ວ ຂໍ​ລະນຶກ​ເຖິງ​ຂ້ານ້ອຍ ແລະ ສະແດງ​ຄວາມ​ເມດຕາ​ຕໍ່​ຂ້ານ້ອຍ​ດ້ວຍ; ຂໍ​ຊ່ວຍ​ບອກ​ຟາໂຣ​ເລື່ອງ​ຂ້ານ້ອຍ ແລະ ຊ່ວຍ​ຂ້ານ້ອຍ​ອອກ​ຈາກ​ຄຸກ​ນີ້​ດ້ວຍ.
15 For I was indeed kidnapped from the land of the Hebrews, and even here I've done nothing to deserve this dungeon." ຂ້ານ້ອຍ​ໄດ້​ຖືກ​ບັງຄັບ​ມາ​ຈາກ​ດິນແດນ​ຂອງ​ຊາວ​ເຮັບເຣີ ແລະ ແມ່ນ​ແຕ່​ຢູ່​ທີ່​ນີ້​ຂ້ານ້ອຍ​ກໍ​ບໍ່​ໄດ້​ເຮັດ​ສິ່ງໃດ​ທີ່​ສົມຄວນ​ຕ້ອງ​ໄດ້​ຖືກ​ຂັງ​ຄຸກ”.
16 Seeing the interpretation was good, the chief baker said to Joseph, "I too had a dream: three baskets of white bread on my head. ເມື່ອ​ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່​ເຫັນ​ວ່າ​ໂຢເຊັບ​ຕີຄວາມໝາຍ​ຂອງ​ຄວາມຝັນ​ໄປ​ໃນ​ທາງ​ທີ່​ດີ, ລາວ​ຈຶ່ງ​ໄດ້​ເວົ້າ​ກັບ​ໂຢເຊັບ​ວ່າ, “ຂ້ອຍ​ກໍ​ໄດ້​ຝັນ​ຄື​ກັນ​ວ່າ: ຢູ່​ເທິງ​ຫົວ​ຂ້ອຍ​ມີ​ກະຕ່າ​ເຂົ້າຈີ່​ສາມ​ໜ່ວຍ.
17 The top basket held all kinds of baked goods for Pharaoh, but birds were eating them from the basket on my head." ຢູ່​ໃນ​ກະຕ່າ​ໜ່ວຍ​ທີ່​ຢູ່​ເທິງ​ສຸດ​ນັ້ນ​ມີ​ເຂົ້າຈີ່​ທຸກ​ຊະນິດ​ສຳລັບ​ຟາໂຣ, ແຕ່​ມີ​ບັນດາ​ນົກ​ກຳລັງ​ຕອດ​ກິນ​ເຂົ້າຈີ່​ໃນ​ກະຕ່າ​ໜ່ວຍ​ນັ້ນ​ທີ່​ຢູ່​ເທິງ​ຫົວ​ຂອງ​ຂ້ອຍ”.
18 Joseph replied, "This is its interpretation: the three baskets are three days. ໂຢເຊັບ​ໄດ້​ເວົ້າ​ວ່າ, “ນີ້​ຄື​ຄວາມໝາຍ​ຂອງ​ຄວາມຝັນ​ຄື, ກະຕ່າ​ສາມ​ໜ່ວຍ​ໝາຍ​ເຖິງ​ສາມ​ວັນ.
19 In three days Pharaoh will lift your head off you and hang you on a tree—birds will eat the flesh off you. ພາຍ​ໃນ​ສາມ​ວັນ​ຟາໂຣ​ຈະ​ຕັດ​ຫົວ​ຂອງ​ທ່ານ ແລະ ສຽບ​ຮ່າງກາຍ​ຂອງ​ທ່ານ​ໄວ້​ເທິງ​ເສົາ. ແລ້ວ​ຝູງນົກ​ຈະ​ຕອດ​ກິນ​ຊີ້ນ​ຂອງ​ທ່ານ”.
20 On the third day, Pharaoh's birthday, he gave a feast for all his officials, and lifted the head of his chief cupbearer and the head of his chief baker among them," ບັດນີ້ ວັນ​ທີ​ສາມ​ກໍ​ເປັນ​ວັນ​ເກີດ​ຂອງ​ຟາໂຣ ແລະ ເພິ່ນ​ໄດ້​ໃຫ້​ງານລ້ຽງ​ສະຫລອງ​ແກ່​ຂ້າລາຊະການ​ທັງໝົດ​ຂອງ​ເພິ່ນ. ເພິ່ນ​ໄດ້​ສັ່ງ​ໃຫ້​ນຳ​ຕົວ​ຫົວໜ້າ​ພະນັກງານ​ເສີບ​ເຫລົ້າອະງຸ່ນ ແລະ ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່​ມາພົບ​ຕໍ່ໜ້າ​ບັນດາ​ຂ້າລາຊະການ​ຂອງ​ເພິ່ນ:
21 restoring the chief cupbearer to his position, so he placed the cup in Pharaoh's hand. ເພິ່ນ​ໄດ້​ຄືນ​ຕຳແໜ່ງ​ໃຫ້​ຫົວໜ້າ​ພະນັກງານ​ເສີບ​ເຫລົ້າອະງຸ່ນ ເພື່ອ​ວ່າ​ລາວ​ຈະ​ໄດ້​ຍື່ນ​ຈອກ​ເຫລົ້າອະງຸ່ນ​ໃສ່​ມື​ຂອງ​ຟາໂຣ​ອີກ.
22 But he hanged the chief baker, just as Joseph had interpreted to them. ແຕ່​ເພິ່ນ​ໄດ້​ສັ່ງ​ໃຫ້​ປະຫານ​ພະນັກງານ​ເຮັດ​ເຂົ້າຈີ່, ເຊິ່ງ​ເປັນ​ໄປ​ຕາມ​ທີ່​ໂຢເຊັບ​ໄດ້​ບອກ​ພວກເຂົາ​ໃນ​ການ​ຕີຄວາມໝາຍ​ຂອງ​ລາວ.
23 Yet the chief cupbearer did not remember Joseph—he forgot him. ເຖິງ​ຢ່າງໃດ​ກໍ​ຕາມ, ຫົວໜ້າ​ພະນັກງານ​ເສີບ​ເຫລົ້າອະງຸ່ນ​ກໍ​ລືມ​ໂຢເຊັບ​ເລີຍ; ລາວ​ບໍ່​ໄດ້​ລະນຶກ​ເຖິງ​ໂຢເຊັບ​ເລີຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]