1After two full years had passed, Pharaoh had a dream: he was standing beside the Nile.OLCVເວລາຜ່ານໄປສອງປີເຕັມ, ຟາໂຣໄດ້ຝັນວ່າ: ເພິ່ນກຳລັງຢືນຢູ່ທີ່ແຄມຝັ່ງແມ່ນ້ຳນິນ,
2Seven cows, sleek and fat, came up from the Nile and grazed among the reeds.OLCVໃນຂະນະນັ້ນ ມີງົວເຈັດໂຕຂຶ້ນມາຈາກແມ່ນ້ຳນິນ, ແຂງແຮງ ແລະ ຕຸ້ຍພີ ແລະ ພວກມັນກໍໄດ້ກິນຫຍ້າຢູ່ຕາມຕົ້ນອໍ້.
3Seven other cows, ugly and bony, came up after them from the Nile and stood beside them on the Nile's bank.OLCVນອກຈາກງົວເຫລົ່ານັ້ນແລ້ວ, ຍັງມີງົວອີກເຈັດໂຕ, ໜ້າກຽດ ແລະ ຈ່ອຍແຫ້ງ ຂຶ້ນມາຈາກແມ່ນ້ຳນິນ ແລະ ຢືນຢູ່ຂ້າງງົວທີ່ຕຸ້ຍພີເຫລົ່ານັ້ນຢູ່ເທິງແຄມຝັ່ງແມ່ນ້ຳ.
4Ugly, thin cows ate the seven fine, fat cows, and Pharaoh woke up.OLCVແລະ ງົວທີ່ໜ້າກຽດ ແລະ ຈ່ອຍແຫ້ງເຫລົ່ານັ້ນກໍກິນງົວທີ່ແຂງແຮງ ແລະ ຕຸ້ຍພີໝົດທັງເຈັດໂຕ. ແລ້ວຟາໂຣກໍໄດ້ຕື່ນຂຶ້ນ.
5He fell asleep again and had a second dream: seven heads of grain, plump and good, grew on one stalk.OLCVເພິ່ນນອນຫລັບໄປອີກ ແລະ ຝັນເທື່ອທີສອງວ່າ: ມີຮວງເຂົ້າເຈັດຮວງແຂງແຮງມີເມັດຕື່ງ ແລະ ງາມດີ ເຊິ່ງເກີດຢູ່ໃນຕົ້ນດຽວກັນ.
6Then after them, seven heads of grain sprouted up—thin and scorched by the east wind.OLCVຫລັງຈາກນັ້ນ ກໍມີຮວງເຂົ້າເຈັດຮວງໄດ້ປົ່ງອອກມາອີກ ແຕ່ມີເມັດຫ່ຽວ ແລະ ແຫ້ງເພາະລົມຕາເວັນອອກພັດ.
7The thin heads swallowed the seven plump, full heads. Then Pharaoh woke up—it had been a dream.OLCVຮວງເຂົ້າທີ່ຫ່ຽວ ແລະ ແຫ້ງໄດ້ກືນກິນຮວງເຂົ້າທີ່ແຂງແຮງເຈັດຮວງນັ້ນຈົນໝົດ. ແລ້ວຟາໂຣກໍໄດ້ຕື່ນຂຶ້ນ; ແລ້ວຈຶ່ງຮູ້ວ່ານັ້ນແມ່ນຄວາມຝັນ.
8In the morning his spirit was troubled; he sent and called all Egypt's magicians and all its wise men. Pharaoh told them his dreams, but none could interpret them for him.OLCVໃນຕອນເຊົ້ານັ້ນຈິດໃຈຂອງເພິ່ນກໍວຸ້ນວາຍຫລາຍ, ດັ່ງນັ້ນ ເພິ່ນຈຶ່ງສັ່ງໃຫ້ພວກຫລິ້ນຄາຖາອາຄົມ ແລະ ບັນດານັກປາດຂອງເອຢິບທັງໝົດເຂົ້າມາພົບ. ຟາໂຣໄດ້ເລົ່າຄວາມຝັນຂອງເພິ່ນໃຫ້ພວກເຂົາຟັງ, ແຕ່ບໍ່ມີຜູ້ໃດສາມາດແປຄວາມຝັນເຫລົ່ານັ້ນໃຫ້ເພິ່ນໄດ້.
9Then the chief cupbearer said to Pharaoh, "Today I am reminded of my offenses.OLCVແລ້ວຫົວໜ້າພະນັກງານເສີບເຫລົ້າອະງຸ່ນຈຶ່ງເວົ້າຕໍ່ກະສັດຟາໂຣວ່າ, “ມື້ນີ້ຂ້ານ້ອຍລະນຶກເຖິງຂໍ້ບົກຜ່ອງຂອງຂ້ານ້ອຍໄດ້ແລ້ວ.
10Pharaoh was angry with his servants and put me in custody in the guard captain's house, with the chief baker.OLCVຄັ້ງໜຶ່ງຟາໂຣໄດ້ໃຈຮ້າຍໃຫ້ຜູ້ຮັບໃຊ້ຂອງເພິ່ນ ແລະ ເພິ່ນໄດ້ສັ່ງໃຫ້ຂັງຂ້ານ້ອຍ ແລະ ຫົວໜ້າພະນັກງານເຮັດເຂົ້າຈີ່ໄວ້ໃນບ້ານຂອງຫົວໜ້າທະຫານຍາມ.
11I and he each dreamed the same night, each dream with its own meaning.OLCVພວກຂ້ານ້ອຍແຕ່ລະຄົນໄດ້ຝັນໃນຄືນດຽວກັນ ແລະ ແຕ່ລະຄວາມຝັນນັ້ນກໍມີຄວາມໝາຍຕ່າງກັນ.
12A young Hebrew, servant of the guard captain, was with us. We told him our dreams, and he interpreted each according to its own meaning.OLCVບັດນີ້ ຊາຍໜຸ່ມຊາວເຮັບເຣີຄົນໜຶ່ງກໍຢູ່ທີ່ນັ້ນກັບພວກຂ້ານ້ອຍ, ເຊິ່ງເປັນຂ້າທາດຮັບໃຊ້ຂອງຫົວໜ້າທະຫານຍາມ. ພວກຂ້ານ້ອຍຈຶ່ງໄດ້ເລົ່າຄວາມຝັນໃຫ້ລາວຟັງ, ແລ້ວລາວກໍໄດ້ຕີຄວາມໝາຍຂອງຄວາມຝັນໃຫ້ແກ່ພວກຂ້ານ້ອຍ, ໂດຍບອກຄວາມໝາຍຂອງແຕ່ລະຄວາມຝັນຂອງແຕ່ລະຄົນ.
13Just as he interpreted for us, it happened: I was restored to my position, the other was hanged."OLCVທຸກສິ່ງກໍເປັນໄປຕາມທີ່ລາວໄດ້ຕີຄວາມໝາຍຂອງຄວາມຝັນນັ້ນໃຫ້ແກ່ພວກຂ້ານ້ອຍແທ້ຄື: ຂ້ານ້ອຍໄດ້ກັບເຂົ້າມາປະຈຳໜ້າທີ່ເໝືອນເດີມ, ສ່ວນອີກຄົນໜຶ່ງກໍຖືກສຽບປະຫານ”.
14Pharaoh sent for Joseph, and they rushed him from the dungeon. He shaved, changed his clothes, and came before Pharaoh.OLCVດັ່ງນັ້ນ ຟາໂຣຈຶ່ງສັ່ງໃຫ້ນຳໂຢເຊັບເຂົ້າມາພົບ, ແລ້ວລາວຈຶ່ງຖືກນຳຕົວອອກຈາກຄຸກໃນທັນທີ. ເມື່ອລາວໄດ້ແຖໜວດ ແລະ ໄດ້ປ່ຽນເຄື່ອງນຸ່ງແລ້ວ, ລາວກໍເຂົ້າມາຢູ່ຕໍ່ໜ້າຟາໂຣ.
15Pharaoh said to Joseph, "I've had a dream no one can interpret. I've heard about you that when you hear a dream, you can interpret it."OLCVຟາໂຣໄດ້ກ່າວຕໍ່ໂຢເຊັບວ່າ, “ເຮົາໄດ້ຝັນ ແລະ ບໍ່ມີຜູ້ໃດສາມາດແປຄວາມຝັນນັ້ນໄດ້. ແຕ່ເຮົາໄດ້ຍິນມາວ່າເມື່ອເຈົ້າໄດ້ຍິນຄວາມຝັນແລ້ວເຈົ້າກໍສາມາດແປຄວາມຝັນນັ້ນໄດ້”.
16"I can't do that on my own," Joseph replied. "Our Father will give Pharaoh a favorable answer."OLCVໂຢເຊັບໄດ້ຕອບຟາໂຣວ່າ, “ຂ້ານ້ອຍເຮັດບໍ່ໄດ້, ແຕ່ພຣະເຈົ້າຈະໃຫ້ຄຳຕອບແກ່ຟາໂຣຕາມທີ່ຟາໂຣຕ້ອງການ”.
17Then Pharaoh said to Joseph, "In my dream I was standing on the bank of the Nile.OLCVແລ້ວຟາໂຣຈຶ່ງໄດ້ກ່າວແກ່ໂຢເຊັບວ່າ, “ໃນຄວາມຝັນຂອງເຮົານັ້ນ ເຮົາກຳລັງຢືນຢູ່ແຄມຝັ່ງຂອງແມ່ນ້ຳນິນ,
18Seven fat, sleek cows came up from the Nile and grazed among the reeds.OLCVໃນຂະນະນັ້ນມີງົວເຈັດໂຕຂຶ້ນມາຈາກແມ່ນ້ຳນັ້ນ ງົວເຫລົ່ານັ້ນກໍຕຸ້ຍພີ ແລະ ແຂງແຮງ ແລ້ວພວກມັນກໍໄດ້ກິນຫຍ້າຢູ່ຕາມຕົ້ນອໍ້.
19Then seven other cows came up after them—scrawny, very ugly, thin-fleshed—the like I had never seen in all the land of Egypt.OLCVນອກຈາກງົວເຫລົ່ານັ້ນແລ້ວ, ກໍຍັງມີງົວອື່ນອີກເຈັດໂຕທີ່ໄດ້ຂຶ້ນມາຈາກແມ່ນ້ຳ ເຊິ່ງຈ່ອຍ ແລະ ໜ້າກຽດ ແລະ ຫ່ຽວແຫ້ງຫລາຍ. ເຮົາບໍ່ເຄີຍເຫັນງົວໜ້າກຽດເຫລົ່ານີ້ຈັກເທື່ອໃນທົ່ວດິນແດນເອຢິບ.
20The gaunt, ugly cows ate the first seven fat cows.OLCVງົວຈ່ອຍແຫ້ງໜ້າກຽດໄດ້ກິນງົວຕຸ້ຍພີທັງເຈັດໂຕທີ່ຂຶ້ນມາກ່ອນຈົນໝົດ.
21Even after eating them, no one could tell, for they still looked as bad as before. Then I woke up.OLCVແຕ່ເຖິງແມ່ນວ່າພວກມັນກິນງົວເຫລົ່ານັ້ນໄປໝົດແລ້ວ ກໍບໍ່ມີຜູ້ໃດຮູ້ໄດ້ວ່າພວກມັນໄດ້ເຮັດເຊັ່ນນັ້ນ; ພວກມັນກໍຍັງຈ່ອຍແຫ້ງໜ້າກຽດຢູ່ເໝືອນເດີມ. ແລ້ວເຮົາກໍໄດ້ຕື່ນຂຶ້ນ.
22In my dream I saw seven heads of grain grow on one stalk, full and good.OLCV“ໃນຄວາມຝັນຂອງເຮົາ ເຮົາຍັງເຫັນຮວງເຂົ້າເຈັດຮວງ, ເຊິ່ງມີເມັດຕື່ງ ແລະ ງາມດີ ເກີດຢູ່ເທິງຕົ້ນດຽວກັນ.
23And after them sprouted seven heads of grain—withered, thin, and scorched by the east wind.OLCVນອກຈາກຮວງເຂົ້າເຫລົ່ານີ້ແລ້ວ, ຍັງມີຮວງເຂົ້າອີກເຈັດຮວງທີ່ປົ່ງຂຶ້ນມາ ເຊິ່ງມີເມັດຫ່ຽວແຫ້ງເພາະລົມຕາເວັນອອກພັດ.
24The thin heads swallowed the seven good heads. I told the magicians, but none could explain it to me."OLCVຮວງເຂົ້າທີ່ຫ່ຽວແຫ້ງໄດ້ກືນກິນຮວງເຂົ້າທີ່ມີເມັດຕື່ງ ແລະ ງາມດີເຈັດຮວງຈົນໝົດ. ເຮົາໄດ້ເລົ່າເລື່ອງນີ້ໃຫ້ພວກຫລິ້ນຄາຖາອາຄົມຟັງ, ແຕ່ບໍ່ມີຜູ້ໃດສາມາດອະທິບາຍຄວາມຝັນເຫລົ່ານີ້ໃຫ້ເຮົາໄດ້”.
25Joseph said to Pharaoh, "Pharaoh's dreams are one: our Father has revealed to Pharaoh what he's about to do.OLCVຫລັງຈາກນັ້ນ ໂຢເຊັບກໍໄດ້ເວົ້າຕໍ່ຟາໂຣວ່າ, “ຄວາມຝັນທັງສອງເລື່ອງຂອງຟາໂຣແມ່ນໝາຍເຖິງສິ່ງດຽວກັນ ແລະ ອັນດຽວກັນ. ພຣະເຈົ້າໄດ້ເປີດເຜີຍແກ່ຟາໂຣເຖິງສິ່ງທີ່ພຣະອົງຈະເຮັດ.
26The seven good cows are seven years, and the seven good heads of grain are seven years—it is one dream.OLCVງົວຕຸ້ຍພີເຈັດໂຕໝາຍເຖິງເຈັດປີ ແລະ ຮວງເຂົ້າມີເມັດຕື່ງ ແລະ ງາມດີເຈັດຮວງກໍໝາຍເຖິງເຈັດປີ; ຄວາມຝັນທັງສອງນີ້ໝາຍເຖິງສິ່ງດຽວກັນ ແລະ ອັນດຽວກັນ.
27The seven thin, ugly cows that came up after them are seven years, and the seven empty heads scorched by the east wind are seven years of famine.OLCVສ່ວນງົວຫ່ຽວແຫ້ງໜ້າກຽດເຈັດໂຕທີ່ຂຶ້ນມາຈາກແມ່ນ້ຳຕາມຫລັງນັ້ນກໍໝາຍເຖິງເຈັດປີ ແລະ ຮວງເຂົ້າໄຮ້ຄ່າເຈັດຮວງທີ່ຫ່ຽວແຫ້ງໄປເພາະລົມຕາເວັນອອກພັດນັ້ນກໍເໝືອນກັນຄື: ໝາຍເຖິງເຈັດປີແຫ່ງການອຶດຢາກອາຫານ.
28This is what I told Pharaoh: our Father has shown Pharaoh what he is about to do.OLCV“ດັ່ງທີ່ຂ້ານ້ອຍໄດ້ຕອບຟາໂຣໄວ້ແລ້ວວ່າ: ພຣະເຈົ້າໄດ້ສະແດງແກ່ກະສັດຟາໂຣເຖິງສິ່ງທີ່ພຣະອົງຈະເຮັດ.
29Seven years of great abundance are coming throughout all the land of Egypt.OLCVເຈັດປີແຫ່ງຄວາມອຸດົມສົມບູນທີ່ສຸດກຳລັງມາທົ່ວດິນແດນເອຢິບ,
30Then seven years of famine will follow. All the plenty in Egypt will be forgotten, and famine will devour the land.OLCVແຕ່ເຈັດປີແຫ່ງການອຶດຢາກອາຫານຈະຕາມມາ. ແລ້ວຄວາມອຸດົມສົມບູນທັງໝົດໃນປະເທດເອຢິບຈະຖືກລືມໄປ ແລະ ການອຶດຢາກອາຫານຈະທຳລາຍດິນແດນນີ້.
31The abundance will be forgotten in the land, since the famine afterward will be so severe.OLCVຄວາມອຸດົມສົມບູນຂອງດິນແດນຈະບໍ່ຖືກຈົດຈຳໄວ້ເລີຍ ເພາະການອຶດຢາກອາຫານຈະຮຸນແຮງຫລາຍຂຶ້ນ.
32Pharaoh's dream repeated twice means our Father has firmly fixed this matter, and our Father will soon carry it out.OLCVເຫດຜົນທີ່ພຣະເຈົ້າໄດ້ໃຫ້ຄວາມຝັນເຖິງສອງຢ່າງແກ່ຟາໂຣ ກໍເພາະວ່າພຣະເຈົ້າໄດ້ຕັດສິນໃຈຢ່າງແນ່ນອນແລ້ວ ແລະ ພຣະອົງຈະກະທຳສິ່ງນີ້ໃນອີກບໍ່ດົນ.
33So let Pharaoh find a discerning, wise man and put him over Egypt's land.OLCV“ແລະ ບັດນີ້ ຂໍໃຫ້ຟາໂຣໄດ້ຄັດເລືອກຄົນທີ່ສະຫລາດຫລັກແຫລມ ແລະ ມີສະຕິປັນຍາ ແລ້ວແຕ່ງຕັ້ງໃຫ້ຜູ້ນັ້ນຮັບຜິດຊອບແຜ່ນດິນເອຢິບ.
34Let Pharaoh take action and appoint overseers over the land, and take a fifth of Egypt's produce during the seven years of abundance.OLCVຂໍໃຫ້ຟາໂຣໄດ້ແຕ່ງຕັ້ງຜູ້ກວດກາທົ່ວແຜ່ນໄວ້ເພື່ອເຮັດໜ້າທີ່ເກັບກຳພືດຜົນໜຶ່ງສ່ວນຫ້າຂອງຜົນລະປູກໃນຕະຫລອດເຈັດປີແຫ່ງຄວາມອຸດົມສົມບູນນັ້ນ.
35Let them gather all the food of these good coming years, and store grain under Pharaoh's hand as food in the cities, and guard it.OLCVພວກເຂົາຄວນຮວບຮວມອາຫານທັງໝົດໃນປີແຫ່ງຄວາມອຸດົມສົມບູນທີ່ກຳລັງຈະມາເຖິງ ແລະ ສະສົມເຂົ້າໄວ້ພາຍໃຕ້ສິດອຳນາດຂອງຟາໂຣ, ເພື່ອເກັບໄວ້ໃນເມືອງຕ່າງໆເພື່ອເປັນອາຫານ.
36That food will be a reserve for the land during the seven years of famine coming on the land of Egypt, so the land won't be cut off by famine."OLCVອາຫານເຫລົ່ານີ້ຄວນເກັບໄວ້ເປັນສະບຽງສຳຮອງໃຫ້ກັບປະເທດ ເພື່ອນຳໃຊ້ໃນຊ່ວງເຈັດປີແຫ່ງການອຶດຢາກອາຫານທີ່ຈະເກີດຂຶ້ນກັບເອຢິບ, ເພື່ອວ່າປະເທດຊາດຈະບໍ່ຈິບຫາຍໄປຍ້ອນການອຶດຢາກອາຫານ”.
37The plan seemed good to Pharaoh and to all his servants.OLCVແຜນການນີ້ເຫັນວ່າດີຕໍ່ຟາໂຣ ແລະ ຂ້າລາຊະການທັງໝົດຂອງເພິ່ນ.
38Pharaoh said to his servants, "Can we find anyone like this, a man with God's Spirit in him?"OLCVດັ່ງນັ້ນ ຟາໂຣຈຶ່ງໄດ້ຖາມພວກເຂົາວ່າ, “ພວກເຮົາສາມາດຫາຜູ້ໃດທີ່ມີພຣະວິນຍານຂອງພຣະເຈົ້າຢູ່ພາຍໃນເໝືອນຊາຍຄົນນີ້ໄດ້ບໍ?”
39Pharaoh said to Joseph, "Since God has shown you all this, none is as discerning and wise as you.OLCVແລ້ວຟາໂຣຈຶ່ງໄດ້ກ່າວແກ່ໂຢເຊັບວ່າ, “ເນື່ອງຈາກພຣະເຈົ້າໄດ້ເປີດເຜີຍຄວາມໝາຍຂອງຄວາມຝັນທັງໝົດໃຫ້ເຈົ້າຮູ້, ຈຶ່ງບໍ່ມີຜູ້ໃດທີ່ສະຫລາດຫລັກແຫລມ ແລະ ມີສະຕິປັນຍາເໝືອນເຈົ້າ.
40You will be over my house; all my people will obey your command. Only in the throne will I be greater than you."OLCVເຈົ້າຈະຕ້ອງຮັບຜິດຊອບວັງຂອງເຮົາ ແລະ ປະຊາຊົນທັງໝົດຂອງເຮົາຈະເຮັດຕາມຄຳສັ່ງຂອງເຈົ້າ. ມີພຽງບັນລັງຂອງເຮົາເທົ່ານັ້ນທີ່ເຮົາຈະຍິ່ງໃຫຍ່ກວ່າເຈົ້າ”.
41And Pharaoh said to Joseph, "See, I have set you over all the land of Egypt."OLCVດັ່ງນັ້ນ ຟາໂຣຈຶ່ງໄດ້ກ່າວແກ່ໂຢເຊັບວ່າ, “ບັດນີ້ ເຮົາຂໍແຕ່ງຕັ້ງເຈົ້າໃຫ້ຮັບຜິດຊອບທົ່ວແຜ່ນດິນເອຢິບ”.
42Pharaoh took the signet ring from his hand and put it on Joseph's hand, dressed him in fine linen, and put a gold chain on his neck.OLCVແລ້ວຟາໂຣຈຶ່ງຖອດແຫວນຕາປະທັບຈາກນິ້ວມືຂອງເພິ່ນ ແລະ ເອົາມາສວມໃສ່ນິ້ວມືຂອງໂຢເຊັບ. ເພິ່ນໃຫ້ລາວສວມໃສ່ເສື້ອຄຸມທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດ ແລະ ເອົາສາຍຄໍຄຳຄ້ອງໃສ່ຄໍໃຫ້ລາວ.
43Pharaoh had Joseph ride in his own second chariot, had men call out before Joseph, "Kneel!" and set him over all Egypt's land.OLCVເພິ່ນໄດ້ໃຫ້ໂຢເຊັບນັ່ງລົດປະຈຳຕຳແໜ່ງໃນຖານະຜູ້ມີອຳນາດທີສອງຮອງຈາກເພິ່ນ, ແລະ ປະຊາຊົນຮ້ອງອອກໜ້າລາວວ່າ, “ຈົ່ງເປີດທາງ!” ດັ່ງນັ້ນ ຟາໂຣຈຶ່ງໄດ້ມອບຄວາມຮັບຜິດຊອບໃຫ້ໂຢເຊັບທົ່ວແຜ່ນດິນເອຢິບ.
44Pharaoh said to Joseph, "I am Pharaoh; without you, no one moves hand or foot in all the land of Egypt."OLCVຫລັງຈາກນັ້ນ ຟາໂຣກໍໄດ້ກ່າວແກ່ໂຢເຊັບວ່າ, “ເຮົາເປັນຟາໂຣ, ແຕ່ຖ້າບໍ່ມີຄຳສັ່ງຂອງເຈົ້າກໍຈະບໍ່ມີຜູ້ໃດຍົກມື ຫລື ຍົກຕີນໄດ້ໃນທົ່ວເອຢິບ”.
45Pharaoh named Joseph Zaphenath-paneah and gave him Asenath, daughter of Potiphera, priest of On, as wife. Then Joseph went out over the land of Egypt.OLCVຟາໂຣໄດ້ຕັ້ງຊື່ໃຫ້ແກ່ໂຢເຊັບວ່າ, ຊາເຟນາດປາເນອາ ແລະ ມອບອາເສນາດລູກສາວຂອງໂປຕີເອຟາ ຜູ້ເປັນປະໂລຫິດແຫ່ງເມືອງໂອນໃຫ້ເປັນເມຍຂອງໂຢເຊັບ. ແລ້ວໂຢເຊັບກໍໄດ້ອອກກວດກາທົ່ວແຜ່ນດິນເອຢິບ.
46Joseph was thirty when he stood before Pharaoh king of Egypt. He left Pharaoh's presence and traveled through all the land of Egypt.OLCVໂຢເຊັບມີອາຍຸໄດ້ 30 ປີ ເມື່ອລາວໄດ້ເຂົ້າຮັບໃຊ້ກັບຟາໂຣກະສັດແຫ່ງເອຢິບ. ແລະ ໂຢເຊັບໄດ້ອອກຈາກທີ່ພັກຂອງຟາໂຣ ແລະ ເດີນທາງໄປທົ່ວເອຢິບ.
47During the seven years of abundance, the land produced bountifully.OLCVໃນຊ່ວງເວລາເຈັດປີແຫ່ງຄວາມອຸດົມສົມບູນນັ້ນ ດິນແດນກໍໃຫ້ຜົນຜະລິດຢ່າງຫລວງຫລາຍ.
48He collected all the food of the seven years in Egypt and stored it in the cities, in each city the food of the fields around it.OLCVໂຢເຊັບໄດ້ຮວບຮວມເອົາອາຫານທີ່ຜະລິດໄດ້ໃນເຈັດປີແຫ່ງຄວາມອຸດົມສົມບູນໃນເອຢິບ ແລະ ເກັບອາຫານໄວ້ຕາມເມືອງຕ່າງໆ. ຜົນຜະລິດທີ່ເກັບໄດ້ຈາກທົ່ງນາໃນເມືອງໃດ ລາວກໍໃຫ້ເກັບໄວ້ໃນເມືອງນັ້ນ.
49Joseph stored grain like the sand of the sea—so much he stopped counting; it was uncountable.OLCVໂຢເຊັບໄດ້ເກັບສະສົມເມັດເຂົ້າໄດ້ຈຳນວນມະຫາສານ ເໝືອນເມັດດິນຊາຍໃນທະເລ; ເຂົ້ານັ້ນມີຫລາຍຈົນເພິ່ນຕ້ອງຍົກເລີກການບັນທຶກບັນຊີ ເພາະມີຈຳນວນຫລາຍເກີນກວ່າຈະນັບໄດ້.
50Before the famine years, Joseph fathered two sons with Asenath, daughter of Potiphera, priest of On.OLCVກ່ອນປີແຫ່ງການອຶດຢາກອາຫານຈະມາເຖິງນັ້ນ, ນາງອາເສນາດລູກສາວຂອງປະໂລຫິດໂປຕີເຟຣາແຫ່ງເມືອງໂອນໄດ້ເກີດລູກຊາຍສອງຄົນໃຫ້ແກ່ໂຢເຊັບ.
51Joseph named the firstborn Manasseh: "Because our Father made me forget all my hardship and all my father's house."OLCVໂຢເຊັບໄດ້ຕັ້ງຊື່ໃຫ້ລູກຊາຍກົກຂອງລາວວ່າມານາເຊ ແລະ ໄດ້ເວົ້າວ່າ, “ກໍເພາະພຣະເຈົ້າທີ່ໄດ້ເຮັດໃຫ້ຂ້ານ້ອຍລືມຄວາມເດືອດຮ້ອນທັງໝົດຂອງຂ້ານ້ອຍ ແລະ ຄົວເຮືອນທັງໝົດຂອງພໍ່ຂອງຂ້ານ້ອຍ”.
52He named the second Ephraim: "For our Father has made me fruitful in the land of my suffering."OLCVລາວໄດ້ຕັ້ງຊື່ໃຫ້ລູກຊາຍຄົນທີສອງວ່າເອຟຣາອິມ ແລະ ໄດ້ກ່າວວ່າ, “ກໍເພາະພຣະເຈົ້າທີ່ໄດ້ເຮັດໃຫ້ຂ້ານ້ອຍມີລູກມີຫລານຫລວງຫລາຍໃນດິນແດນທີ່ຂ້ານ້ອຍທົນທຸກລຳບາກ”.
53The seven years of abundance in the land of Egypt came to an end.OLCVເຈັດປີແຫ່ງຄວາມອຸດົມສົມບູນໃນເອຢິບກໍໄດ້ມາສິ້ນສຸດລົງ,
54The seven years of famine began, just as Joseph had said. Famine struck every land, but in all the land of Egypt there was bread.OLCVແລະ ເຈັດປີຂອງການອຶດຢາກອາຫານກໍໄດ້ເລີ່ມຕົ້ນຂຶ້ນ, ເຊິ່ງເປັນໄປຕາມທີ່ໂຢເຊັບໄດ້ເວົ້າໄວ້ແທ້. ທີ່ນັ້ນໄດ້ເກີດການອຶດຢາກອາຫານຂຶ້ນໃນດິນແດນອື່ນໆທັງໝົດ, ແຕ່ທົ່ວແຜ່ນດິນຂອງເອຢິບນັ້ນມີອາຫານ.
55When famine struck all Egypt, the people cried to Pharaoh for bread. Pharaoh told all the Egyptians, "Go to Joseph; do whatever he tells you."OLCVເມື່ອຊາວເອຢິບເລີ່ມໄດ້ຮັບຜົນກະທົບຈາກການອຶດຢາກອາຫານ, ປະຊາຊົນຕ່າງກໍມາຮ້ອງຂໍອາຫານຈາກຟາໂຣ. ແລ້ວຟາໂຣຈຶ່ງສັ່ງຊາວເອຢິບທຸກຄົນວ່າ, “ຈົ່ງໄປຫາໂຢເຊັບ ແລະ ເຮັດຕາມສິ່ງທີ່ລາວບອກພວກເຈົ້າ”.
56As the famine spread across the land, Joseph opened all the storehouses and sold grain to the Egyptians, since the famine was severe in Egypt.OLCVເມື່ອການອຶດຢາກອາຫານໄດ້ຂະຫຍາຍໄປທົ່ວທັງປະເທດແລ້ວ, ໂຢເຊັບກໍໄດ້ເປີດສາງ ແລະ ຂາຍເຂົ້າໃຫ້ແກ່ຊາວເອຢິບ, ເພາະເກີດການອຶດຢາກອາຫານຢ່າງຮຸນແຮງທົ່ວເອຢິບ.
57All the earth came to Egypt to buy grain from Joseph, for the famine gripped all the earth.OLCVແລະ ທຸກປະເທດທົ່ວໂລກພາກັນມາທີ່ເອຢິບເພື່ອຊື້ເຂົ້າຈາກໂຢເຊັບ. ເພາະການອຶດຢາກອາຫານຢ່າງຮຸນແຮງທົ່ວທຸກບ່ອນ.