Skip to content
The Believer's Library

Biblica® Open Lao Contemporary Version

Genesis 39 OLCV

Show OLCV only
Verse × ×
1 Joseph was brought down to Egypt; Potiphar, Pharaoh's Egyptian official and captain of the guard, bought him from the Ishmaelites who had brought him down there. ບັດນີ້ ໂຢເຊັບ​ໄດ້​ຖືກ​ນຳ​ມາ​ເຖິງ​ເອຢິບ​ແລ້ວ. ໂປຕີຟາ ຊາວ​ເອຢິບ​ຄົນ​ໜຶ່ງ ເຊິ່ງ​ເປັນ​ຂ້າລາຊະການ​ຄົນ​ໜຶ່ງ​ຂອງ​ຟາໂຣ, ຜູ້​ທີ່​ເປັນ​ຫົວໜ້າ​ຄົນຍາມ ໄດ້​ຊື້​ເອົາ​ໂຢເຊັບ​ມາ​ຈາກ​ຊາວ​ອິດຊະມາເອນ​ຜູ້​ທີ່​ໄດ້​ພາ​ໂຢເຊັບ​ໄປ​ໃນ​ທີ່​ນັ້ນ.
2 Our Father was with Joseph; he thrived, serving in his Egyptian master's house. ພຣະເຈົ້າ​ຢາເວ​ຢູ່​ກັບ​ໂຢເຊັບ ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແລະ ລາວ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ນາຍ​ຂອງ​ລາວ​ທີ່​ເປັນ​ຊາວເອຢິບ.
3 His master saw our Father was with him, our Father making all he did succeed in his hand. ເມື່ອ​ນາຍ​ຂອງ​ລາວ​ເຫັນ​ວ່າ​ພຣະເຈົ້າ​ຢາເວ​ຢູ່​ກັບ​ລາວ ແລະ ເຫັນ​ວ່າ​ພຣະເຈົ້າ​ຢາເວ​ໄດ້​ໃຫ້​ຄວາມສຳເລັດ​ແກ່​ລາວ​ໃນ​ທຸກສິ່ງ​ທີ່​ລາວ​ໄດ້​ເຮັດ,
4 Joseph found favor with him and served him; his master put Joseph over his house, entrusting him with all he owned. ໂຢເຊັບ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຈາກ​ນາຍ​ຂອງ​ລາວ ແລະ ໄດ້​ເປັນ​ຄົນຮັບໃຊ້​ຂອງ​ເພິ່ນ. ໂປຕີຟາ​ກໍ​ໄດ້​ມອບ​ໃຫ້​ລາວ​ຮັບຜິດຊອບ​ຄົວເຮືອນ​ຂອງ​ເພິ່ນ​ແທນ ແລະ ເພິ່ນ​ໄດ້​ມອບໝາຍ​ໃຫ້​ລາວ​ເບິ່ງແຍງ​ທຸກສິ່ງ​ທີ່​ເປັນ​ຂອງ​ເພິ່ນ.
5 From when he put Joseph over his house and all he owned, our Father blessed the Egyptian's house for Joseph's sake; our Father's blessing was on all he had, house and field. ຈາກ​ເວລາ​ທີ່​ເພິ່ນ​ໄດ້​ມອບໝາຍ​ໃຫ້​ລາວ​ຮັບຜິດຊອບ​ຕໍ່​ຄົວເຮືອນ​ຂອງ​ເພິ່ນ ແລະ ຮັບຜິດຊອບ​ທຸກສິ່ງ​ທີ່​ເປັນ​ຂອງ​ເພິ່ນ​ນັ້ນ, ພຣະເຈົ້າ​ຢາເວ​ກໍ​ໄດ້​ອວຍພອນ​ຄົວເຮືອນ​ຂອງ​ຊາວ​ເອຢິບ​ເພາະ​ເຫັນ​ແກ່​ໂຢເຊັບ. ພອນ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ກັບ​ທຸກສິ່ງ​ທີ່​ໂປຕີຟາ​ມີ, ທັງ​ໃນ​ເຮືອນ ແລະ ໃນ​ທົ່ງນາ.
6 Potiphar left all he owned in Joseph's care, aware of nothing except what he ate. Joseph was well-built and handsome. ດັ່ງນັ້ນ ໂປຕີຟາ​ຈຶ່ງ​ມອບ​ທຸກສິ່ງ​ທີ່​ເພິ່ນ​ມີ​ໃຫ້​ຢູ່​ໃນ​ການ​ເບິ່ງແຍງ​ຂອງ​ໂຢເຊັບ; ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ​ໂຢເຊັບ, ເພິ່ນ​ບໍ່​ໄດ້​ກັງວົນ​ເອງ​ໃນ​ເລື່ອງ​ໃດ​ເລີຍ ຍົກເວັ້ນ​ແຕ່​ອາຫານ​ທີ່​ເພິ່ນ​ຈະ​ຮັບປະທານ. ໂຢເຊັບ​ເປັນ​ຊາຍ​ທີ່​ມີ​ຮູບຮ່າງ​ດີ ແລະ ງາມ,
7 After these things, his master's wife cast her eyes on Joseph and said, "Sleep with me." ແລ້ວ​ຫລັງ​ຈາກ​ນັ້ນ​ມາ​ບໍ່​ດົນ ເມຍ​ຂອງ​ນາຍ​ຂອງ​ລາວ​ກໍ​ສັງເກດ​ເບິ່ງ​ໂຢເຊັບ ແລະ ໄດ້​ເວົ້າ​ວ່າ, “ຈົ່ງ​ມາ​ຮ່ວມ​ຫລັບນອນ​ກັບ​ຂ້ອຍ!”
8 He refused, telling his master's wife, "Look, with me here, my master oversees nothing in the house; all he owns he has put in my hands. ແຕ່​ລາວ​ໄດ້​ປະຕິເສດ. ລາວ​ໄດ້​ບອກ​ນາງ​ວ່າ, “ພາຍ​ໃຕ້​ຄວາມ​ຮັບຜິດຊອບ​ຂອງ​ຂ້ານ້ອຍ, ນາຍ​ຂອງ​ຂ້ານ້ອຍ ເພິ່ນ​ເອງ​ບໍ່​ໄດ້​ກັງວົນ​ເອງ​ໃນ​ເລື່ອງ​ໃດ​ທີ່​ຢູ່​ໃນ​ເຮືອນ; ທຸກສິ່ງ​ທີ່​ເພິ່ນ​ເປັນ​ເຈົ້າຂອງ ເພິ່ນ​ກໍ​ໄດ້​ມອບໝາຍ​ໃຫ້​ຢູ່​ໃນ​ການ​ເບິ່ງແຍງ​ຂອງ​ຂ້ານ້ອຍ.
9 He is no greater in this house than I am; he's held back nothing from me except you, since you are his wife. How could I do this great evil and sin against our Father?" ຢູ່​ໃນ​ເຮືອນ​ນີ້​ບໍ່​ມີ​ຜູ້ໃດ​ໃຫຍ່​ກວ່າ​ຂ້ານ້ອຍ. ນາຍ​ຂອງ​ຂ້ານ້ອຍ​ບໍ່​ໄດ້​ຫວງແຫນ​ສິ່ງໃດ​ກັບ​ຂ້ານ້ອຍ​ນອກຈາກ​ທ່ານ. ເພາະ​ທ່ານ​ເປັນ​ເມຍ​ຂອງ​ເພິ່ນ. ຂ້ານ້ອຍ​ຈະ​ເຮັດ​ສິ່ງ​ຊົ່ວຮ້າຍ​ເຊັ່ນ​ນີ້ ແລະ ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າ​ໄດ້​ຢ່າງໃດ?”
10 Day after day she spoke to Joseph, but he refused to listen to her, to lie beside her, to be with her. ແລະ ເຖິງ​ແມ່ນ​ວ່າ​ນາງ​ໄດ້​ເວົ້າ​ກັບ​ໂຢເຊັບ​ແຕ່​ລະ​ວັນ​ກໍ​ຕາມ, ລາວ​ກໍ​ໄດ້​ປະຕິເສດ​ທີ່​ຈະ​ຮ່ວມ​ຫລັບນອນ​ກັບ​ນາງ ຫລື ແມ່ນ​ແຕ່​ຈະ​ຢູ່​ໃກ້​ນາງ.
11 One day Joseph entered the house to do his work, with no household man inside. ມື້​ໜຶ່ງ​ໂຢເຊັບ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ເພື່ອ​ເຮັດ​ວຽກ​ຕາມ​ໜ້າທີ່​ຂອງ​ລາວ ແລະ ບໍ່​ມີ​ຄົນຮັບໃຊ້​ຄົນ​ໃດ​ຢູ່​ໃນ​ເຮືອນ​ເລີຍ.
12 She caught him by his garment, saying, "Sleep with me!" He left it in her hand and fled outside. ນາງ​ຈຶ່ງ​ຈັບ​ເສື້ອຄຸມ​ຂອງ​ລາວ​ໄວ້ ແລະ ເວົ້າ​ວ່າ, “ຈົ່ງ​ມາ​ຮ່ວມ​ຫລັບນອນ​ກັບ​ຂ້ອຍ!” ແຕ່​ໂຢເຊັບ​ໄດ້​ປະ​ເສື້ອຄຸມ​ຂອງ​ຕົນ​ໄວ້​ໃນ​ມື​ຂອງ​ນາງ​ແລ້ວ​ແລ່ນ​ໜີ​ອອກ​ໄປ​ນອກ​ເຮືອນ.
13 When she saw that he had left his garment in her hand and fled outside, ເມື່ອ​ນາງ​ເຫັນ​ວ່າ​ໂຢເຊັບ​ໄດ້​ປະ​ເສື້ອຄຸມ​ຂອງ​ລາວ​ໄວ້​ຢູ່​ໃນ​ມື​ຂອງ​ນາງ ແລະ ໄດ້​ແລ່ນໜີ​ອອກ​ໄປ​ນອກ​ເຮືອນ​ແລ້ວ,
14 she called the men of her household and said, "Look—he brought us a Hebrew man to mock us. He came in to me to sleep with me, and I screamed loudly. ນາງ​ຈຶ່ງ​ໄດ້​ເອີ້ນ​ຄົນຮັບໃຊ້​ໃນ​ຄົວເຮືອນ​ຂອງ​ນາງ​ມາ. ນາງ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ເບິ່ງ​ແມ, ຊາວ​ເຮັບເຣີ​ຄົນ​ນີ້​ທີ່​ຖືກ​ນຳ​ມາ​ໃຫ້​ພວກເຮົາ​ນັ້ນ​ໄດ້​ມາ​ຢຽບຫຍາມ​ພວກເຮົາ! ມັນ​ເຂົ້າ​ມາ​ໃນ​ນີ້​ເພື່ອ​ຈະ​ຮ່ວມ​ຫລັບນອນ​ກັບ​ຂ້ອຍ, ແຕ່​ຂ້ອຍ​ໄດ້​ຮ້ອງ​ຂຶ້ນ​ກ່ອນ.
15 When he heard me cry out, he left his garment beside me and fled outside. ເມື່ອ​ມັນ​ໄດ້​ຍິນ​ຂ້ອຍ​ຮ້ອງ​ຂໍ​ຄວາມຊ່ວຍເຫລືອ, ມັນ​ຈຶ່ງ​ປະ​ເສື້ອຄຸມ​ໄວ້​ຂ້າງ​ຂ້ອຍ​ແລ້ວ​ແລ່ນໜີ​ອອກ​ໄປ​ນອກ​ເຮືອນ”.
16 She kept his garment beside her until his master came home." ນາງ​ເກັບ​ເສື້ອຄຸມ​ໂຕ​ນັ້ນ​ໄວ້​ຂ້າງ​ນາງ​ຈົນ​ຜົວ​ຂອງ​ນາງ​ກັບ​ມາ​ເຮືອນ.
17 She told him the same story: "The Hebrew servant you brought us came to me to mock me. ແລ້ວ​ນາງ​ຈຶ່ງ​ໄດ້​ເລົ່າ​ເລື່ອງ​ນີ້​ໃຫ້​ຜົວ​ຟັງ​ວ່າ: “ຂ້າທາດ​ເຮັບເຣີ​ຄົນ​ນັ້ນ​ທີ່​ອ້າຍ​ນຳ​ມາ​ໃຫ້​ພວກເຮົາ​ນັ້ນ​ໄດ້​ເຂົ້າ​ມາ​ຢຽບຫຍາມ​ນ້ອງ.
18 But when I cried out, he left his garment beside me and fled outside." ແຕ່​ທັນທີ​ທີ່​ນ້ອງ​ໄດ້​ຮ້ອງຂຶ້ນ​ຂໍ​ຄວາມ​ຊ່ວຍເຫລືອ ມັນ​ຈຶ່ງ​ໄດ້​ປະ​ເສື້ອ​ໄວ້​ຂ້າງ​ນ້ອງ ແລະ ແລ່ນ​ໜີ​ອອກ​ໄປ​ນອກ​ເຮືອນ”.
19 When his master heard his wife's words to him—"Your servant did these things to me"—his anger flared. ເມື່ອ​ນາຍ​ຂອງ​ລາວ​ໄດ້​ຍິນ​ເລື່ອງ​ທີ່​ເມຍ​ຂອງ​ຕົນ​ເລົ່າ​ໃຫ້​ຕົນ​ຟັງ ໂດຍ​ເວົ້າ​ວ່າ, “ນີ້​ເປັນ​ສິ່ງ​ທີ່​ຂ້າທາດ​ຂອງ​ອ້າຍ​ໄດ້​ເຮັດ​ກັບ​ນ້ອງ,” ເພິ່ນ​ຈຶ່ງ​ໃຈຮ້າຍ​ແຮງ.
20 Joseph's master took him and put him in the prison holding the king's prisoners. He stayed there in the prison. ແລ້ວ​ນາຍ​ຂອງ​ໂຢເຊັບ​ຈຶ່ງ​ໄດ້​ຈັບ​ລາວ​ໄປ​ຂັງຄຸກ​ໄວ້, ເຊິ່ງ​ເປັນ​ບ່ອນ​ທີ່​ກັກຂັງ​ບັນດາ​ນັກໂທດ​ຂອງ​ກະສັດ. ແຕ່​ໃນ​ຂະນະ​ທີ່​ໂຢເຊັບ​ຢູ່​ໃນ​ຄຸກ​ນັ້ນ,
21 But our Father was with Joseph, showing him covenant love and favor with the prison warden. ພຣະເຈົ້າ​ຢາເວ​ກໍ​ຢູ່​ກັບ​ໂຢເຊັບ; ພຣະອົງ​ໄດ້​ສະແດງ​ຄວາມ​ກະລຸນາ​ຕໍ່​ລາວ ແລະ ເຮັດ​ໃຫ້​ລາວ​ໄດ້​ຮັບ​ຄວາມ​ກະລຸນາ​ຈາກ​ຜູ້​ຄຸມ​ນັກໂທດ.
22 The prison warden put Joseph in charge of all its prisoners; whatever was done there, he did. ດັ່ງນັ້ນ ຜູ້​ຄຸມ​ນັກໂທດ​ຈຶ່ງ​ໄດ້​ແຕ່ງຕັ້ງ​ໃຫ້​ໂຢເຊັບ​ຮັບຜິດຊອບ​ນັກໂທດ​ທັງໝົດ​ທີ່​ຢູ່​ໃນ​ຄຸກ ແລະ ໃຫ້​ລາວ​ຮັບຜິດຊອບ​ວຽກງານ​ທຸກຢ່າງ​ໃນ​ຄຸກ.
23 The warden checked nothing in Joseph's care, since our Father was with him—whatever he did, our Father made succeed. ຜູ້​ຄຸມ​ນັ້ນ​ບໍ່​ຕ້ອງ​ໄດ້​ໃສ່ໃຈ​ກັບ​ສິ່ງ​ໃດ​ທີ່​ຢູ່​ພາຍໃຕ້​ການ​ເບິ່ງແຍງ​ຂອງ​ໂຢເຊັບ, ເພາະ​ວ່າ​ພຣະເຈົ້າ​ຢາເວ​ຢູ່​ກັບ​ໂຢເຊັບ ແລະ ໄດ້​ໃຫ້​ຄວາມ​ສຳເລັດ​ໃນ​ທຸກສິ່ງ​ທີ່​ລາວ​ໄດ້​ເຮັດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]