Skip to content
The Believer's Library

Biblica® Open Lao Contemporary Version

Ezra 2 OLCV

Side by side with the Father's Heart Bible™

ລາຍຊື່​ຊະເລີຍ​ທີ່​ກັບ​ມາ

1ຕໍ່ໄປ​ນີ້​ແມ່ນ​ລາຍຊື່​ຂອງ​ຄົນ​ທີ່​ກັບ​ມາ ຫລັງ​ຈາກ​ທີ່​ຖືກ​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ກວາດ​ຕ້ອນ​ໄປ​ຍັງ​ບາບີໂລນ (ພວກເຂົາ​ກັບ​ມາ​ບ້ານເກີດ​ຂອງ​ຕົນ​ໃນ​ເຢຣູຊາເລັມ ແລະ ຢູດາຍ, 2ໂດຍ​ການ​ນໍາ​ພາ​ຂອງ​ເຊຣຸບບາເບນ, ໂຢຊວຍ, ເນເຫມີຢາ, ເສຣາອີຢາ, ເຣເອລາອິຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຮຸມ ແລະ ບາອານາ) ເຊິ່ງ​ມີ​ດັ່ງນີ້: ຈໍານວນ​ປະຊາຊົນ​ອິດສະຣາເອນ​ໄດ້​ມີ​ດັ່ງນີ້:

3ເຊື້ອສາຍ​ຂອງ ປາຣົດ 2.172 ຄົນ

4ເຊຟາຕີຢາ 372 ຄົນ

5ອາຣາ 775 ຄົນ

6ປາຮາດ ໂມອາບ (ຜ່ານ​ທາງ​ເຊື້ອສາຍ​ຂອງ​ໂຢຊວຍ ແລະ ໂຢອາບ) 2.812 ຄົນ

7ເອລາມ 1.254 ຄົນ

8ຊັດຕຸ 945 ຄົນ

9ຊັກກາຍ 760 ຄົນ

10ບານີ 642 ຄົນ

11ເບບາຍ 623 ຄົນ

12ອາຊະກາດ 1.222 ຄົນ

13ອາໂດນີກຳ 666 ຄົນ

14ບິກໄຫວ 2.056 ຄົນ

15ອາດິນ 454 ຄົນ

16ອາເຕ (ຜ່ານທາງ​ເຮເຊກີຢາ) 98 ຄົນ

17ເບໄຊ 323 ຄົນ

18ໂຢຣາ 112 ຄົນ

19ຮາຊຸມ 223 ຄົນ

20ກິບບາ 95 ຄົນ

21ຊາຍ​ຊາວ ເບັດເລເຮັມ 123 ຄົນ

22ເນໂຕຟາ 56 ຄົນ

23ອານາທົດ 128 ຄົນ

24ອາຊະມາເວດ 42 ຄົນ

25ກີຣີອາດເຢອາຣີມ, ເກຟີຣາ ແລະ ເບເອໂຣດ 743 ຄົນ

26ຣາມາ ແລະ ເກບາ 621 ຄົນ

27ມິກມາດ 122 ຄົນ

28ເບັດເອນ ແລະ ອາອີ 223 ຄົນ

29ເນໂບ 52 ຄົນ

30ມັກບິດ 156 ຄົນ

31ເອລາມ​ອີກ​ແຫ່ງ​ອື່ນ 1.254 ຄົນ

32ຮາຣິມ 320 ຄົນ

33ໂລດ, ຮາດິດ ແລະ ໂອໂນ 725 ຄົນ

34ເຢຣິໂກ 345 ຄົນ

35ເຊນາຢາ 3.630 ຄົນ

36ປະໂລຫິດ​ມີ​ດັ່ງນີ້: ເຊື້ອສາຍ​ຂອງ ເຢດາອີຢາ (ຜ່ານ​ທາງ​ຄອບຄົວ​ຂອງ​ເຢຊູອາ) 973 ຄົນ

37ອິມເມ 1.052 ຄົນ

38ປັດຊູ 1.247 ຄົນ

39ຮາຣິມ 1.017 ຄົນ

40ຄົນ​ເລວີ​ມີ​ດັ່ງນີ້: ເຊື້ອສາຍ​ຂອງ ເຢຊູອາ ແລະ ກາດມີເອນ (ເຊື້ອສາຍ​ຂອງ​ໂຮດາວີຢາ) 74 ຄົນ

41ນັກ​ດົນຕີ​ມີ​ດັ່ງນີ້: ເຊື້ອສາຍ​ຂອງ ອາສັບ 128 ຄົນ

42ຄົນ​ເຝົ້າ​ຍາມ​ປະຕູ​ວິຫານ​ມີ​ດັ່ງນີ້: ເຊື້ອສາຍ​ຂອງ ຊໍລູມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ ແລະ ໂຊບາຍ 139 ຄົນ

43ຜູ້ຮັບໃຊ້​ໃນ​ວິຫານ​ມີ​ດັ່ງນີ້: ເຊື້ອສາຍ​ຂອງ ຊີຮາ, ຮາຊູຟາ, ຕັບບາອົດ,

44ເກໂຣ, ຊີອາຮາ, ປາໂດນ,

45ເລບານາ, ຮາກາບາ, ອັກກຸບ

46ຮາກາບ, ຊານໄມ, ຮານານ,

47ກິດເດນ, ກາຮາ, ເຣອາອີຢາ,

48ເຣຊິນ, ເນໂກດາ, ກັດຊຳ,

49ອຸດຊາ, ປາເສອາ, ເບສາຍ

50ອາຊະນາ, ເມອູນິມ, ເນຟີສິມ,

51ບັກບຸກ, ຮາກູຟາ, ຮາກຮູ,

52ບາຊະລຸດ, ເມຮີດາ, ຮັກຊາ,

53ບາກໂກ, ສີເສຣາ, ເຕມາ,

54ເນຊີຢາ ແລະ ຮາຕີຟາ.

55ເຊື້ອສາຍ​ຂອງ​ຜູ້ຮັບໃຊ້​ຂອງ​ໂຊໂລໂມນ ມີ​ດັ່ງ​ນີ້: ເຊື້ອສາຍ​ຂອງ ໂສໄຕ, ຮາໂສເຟເຣດ, ເປຣູດາ,

56ຢາອາລາ, ດາກໂກນ, ກິດເດນ,

57ເຊຟາຕີຢາ, ຮັດຕິນ, ໂປເກເຣດ​ຮັດເຊບາອິມ ແລະ ອາມີ

58ບັນດາ​ຜູ້ຮັບໃຊ້​ໃນ​ວິຫານ ແລະ ເຊື້ອສາຍ​ຂອງ​ຜູ້ຮັບໃຊ້​ຂອງ​ໂຊໂລໂມນ​ມີ 392 ຄົນ

59ຕໍ່​ໄປ​ນີ້​ແມ່ນ​ກຸ່ມ​ທີ່​ເດີນ​ທາງ​ມາ​ຈາກ​ເມືອງ​ເຕັນເມລາ, ເຕນຮາກຊາ, ເຄຣຸບ, ອັດໂດນ ແລະ ອິມເມ ແຕ່​ພວກເຂົາ​ບໍ່​ມີ​ຫລັກຖານ​ວ່າ​ຄອບຄົວ​ຂອງ​ພວກເຂົາ​ແມ່ນ​ສືບ​ເຊື້ອສາຍ​ມາ​ຈາກ​ອິດສະຣາເອນ​ມີ​ດັ່ງ​ນີ້:

60ເຊື້ອສາຍ​ຂອງ ເດລາອີຢາ, ໂຕບີຢາ ແລະ ເນໂກດາ 652 ຄົນ

61ແລະ ຈາກ​ບັນດາ​ປະໂລຫິດ​ມີ​ດັ່ງນີ້: ເຊື້ອສາຍ​ຂອງ ໂຮບາອີອາ, ຮັກກົດ ແລະ ບາກຊິນໄລ (ເຊິ່ງ​ແຕ່ງງານ​ກັບ​ລູກສາວ​ຄົນ​ໜຶ່ງ​ຂອງ​ບາກຊິນໄລ ເປັນ​ຊາວ​ກີເລອາດ ແລະ ໄດ້​ຊື່​ຕາມ​ຊື່​ນັ້ນ).

62ຄົນ​ເຫລົ່ານີ້​ໄດ້​ຄົ້ນ​ຫາ​ບັນທຶກ​ຄອບຄົວ​ຂອງ​ຕົນ ແຕ່​ພວກເຂົາ​ບໍ່​ສາມາດ​ຄົ້ນ​ພົບ ແລະ ຈຶ່ງ​ບໍ່​ຖືກ​ລວມ​ຢູ່​ໃນ​ກຸ່ມ​ປະໂລຫິດ​ເພາະ​ຖື​ວ່າ​ເປັນ​ມົນທິນ. 63ຜູ້​ປົກຄອງ​ໄດ້​ສັ່ງ​ຫ້າມ​ພວກເຂົາ​ບໍ່​ໃຫ້​ກິນ​ອາຫານ​ບໍລິສຸດ​ທີ່ສຸດ ຈົນ​ກວ່າ​ຈະ​ມີ​ປະໂລຫິດ​ຖາມ​ເລື່ອງ​ນີ້​ຜ່ານ​ທາງ​ອູຣິມ ແລະ ທູມມິມ.

64ຄົນ​ກຸ່ມ​ນີ້​ມີ​ທັງໝົດ 42.360 ຄົນ, 65ບໍ່​ລວມ​ກັບ​ຄົນ​ຮັບໃຊ້​ຊາຍ​ຍິງ 7.337 ຄົນ; ພວກເຂົາ​ຍັງ​ມີ​ຄະນະ​ນັກຮ້ອງ​ຊາຍ​ຍິງ 200 ຄົນ. 66ພວກເຂົາ​ມີ​ມ້າ 736 ໂຕ, ມ້າລໍ 245 ໂຕ, 67ອູດ 435 ໂຕ ແລະ ລາ 6.720 ໂຕ.

68ເມື່ອ​ພວກເຂົາ​ມາ​ຮອດ​ວິຫານ​ຂອງ​ພຣະເຈົ້າຢາເວ ໃນ​ເຢຣູຊາເລັມ, ຫົວໜ້າ​ຄອບຄົວ​ບາງຄົນ​ໄດ້​ຖວາຍ​ເຄື່ອງບູຊາ​ຕາມ​ຄວາມ​ສະໝັກ​ໃຈ ເພື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ໃນ​ບ່ອນ​ເດີມ. 69ແຕ່ລະ​ຄົນ​ໄດ້​ຖວາຍ​ເຂົ້າ​ໃນ​ຄັງ​ເພື່ອ​ວຽກງານ​ນີ້​ຕາມ​ກຳລັງ​ຄວາມ​ສາມາດ ລວມ​ແລ້ວ​ໄດ້​ຄຳ​ໜັກ​ປະມານ 500 ກິໂລກຣາມ ກັບ​ເງິນ​ໜັກ​ປະມານ 2,9 ໂຕນ ແລະ ເຄື່ອງ​ແຕ່ງ​ກາຍ​ຂອງ​ປະໂລຫິດ 100 ຊຸດ.

70ປະໂລຫິດ, ຄົນ​ເລວີ, ນັກດົນຕີ, ຄົນ​ເຝົ້າ​ຍາມ​ປະຕູ​ວິຫານ ແລະ ຜູ້ຮັບໃຊ້​ໃນ​ວິຫານ ໄດ້​ເຂົ້າ​ອາໄສ​ຢູ່​ໃນ​ເມືອງ​ຂອງ​ຕົນ​ພ້ອມ​ກັບ​ປະຊາຊົນ​ອີກ​ຈຳນວນ​ໜຶ່ງ ແລະ ຊາວ​ອິດສະຣາເອນ​ທີ່​ເຫລືອ​ນັ້ນ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ຂອງ​ຕົນ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]