Side by side with the Father's Heart Bible™ ແທ່ນບູຊາສຳລັບເຜົາເຄື່ອງຖວາຍ
1“ຈົ່ງເຮັດແທ່ນບູຊາດ້ວຍໄມ້ກະຖິນ, ເປັນຮູບສີ່ຫລ່ຽມສູງ 3 ສອກ, ຍາວ 5 ສອກ ແລະ ກວ້າງ 5 ສອກ. 2ຈົ່ງເຮັດເຂົາໃສ່ແຈທັງສີ່ຂອງແທ່ນ, ເພື່ອໃຫ້ເຂົາ ແລະ ແທ່ນເປັນເນື້ອດຽວກັນ, ແລ້ວຈົ່ງໂອບແທ່ນນັ້ນດ້ວຍທອງສຳລິດ. 3ຈົ່ງເຮັດເຄື່ອງໃຊ້ທຸກຢ່າງຂອງແທ່ນບູຊາດ້ວຍທອງສຳລິດຄື ໝໍ້ສຳລັບຍ້າຍຂີ້ເຖົ່າອອກ, ຊ້ວນ, ຊາມສຳລັບຊິດເລືອດ, ສ້ອມສຳລັບສຽບຊີ້ນ ແລະ ຖາດຮອງໄຟ. 4ຈົ່ງເຮັດຕາໜ່າງສຳລັບແທ່ນບູຊາ, ເຮັດຕາຂ່າຍທອງສຳລິດ ແລະ ເຮັດບ້ວງໂລຫະຕິດໄວ້ແຈທັງສີ່ຂອງຕາຂ່າຍນັ້ນ. 5ຈົ່ງວາງຕາຂ່າຍນີ້ໃຫ້ຢູ່ລຸ່ມຂອບຂອງແທ່ນບູຊາ ເພື່ອວ່າຕາຂ່າຍຈະຢູ່ລະດັບກາງແທ່ນບູຊາ. 6ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນສຳລັບແທ່ນບູຊາ ແລະ ໂອບຄານນັ້ນດ້ວຍທອງສຳລິດ. 7ໃຫ້ສອດຄານຫາມໃສ່ໃນບ້ວງ ເພື່ອຄານຫາມຈະຢູ່ທັງສອງຂ້າງຂອງແທ່ນບູຊາເມື່ອຫາມແທ່ນນັ້ນ. 8ຈົ່ງເຮັດແທ່ນບູຊາດ້ວຍໄມ້ກະດານ ເຮັດໃຫ້ໂຄ່ງທາງໃນ. ແທ່ນບູຊານີ້ແມ່ນເຮັດຕາມແບບທີ່ເຮົາໄດ້ສະແດງແກ່ເຈົ້າຢູ່ເທິງພູເຂົານັ້ນ.
ເດີ່ນຂອງຫໍເຕັນ
9“ຈົ່ງເຮັດເດີ່ນສຳລັບຫໍເຕັນ. ດ້ານໃຕ້ຈະຕ້ອງຍາວ 100 ສອກ ແລະ ໃຫ້ໃສ່ຜ້າກັ້ງທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ, 10ພ້ອມກັບເຮັດເສົາຊາວຕົ້ນ ແລະ ຖານຮອງຮັບທີ່ເຮັດດ້ວຍທອງສຳລິດຊາວຖານ ແລະ ຂໍເກາະເງິນພ້ອມທັງຮາວຜ້າກັ້ງມັດໃສ່ເສົາເຫລົ່ານັ້ນ. 11ທາງດ້ານທິດເໜືອກໍເໝືອນກັນໃຫ້ມີຜ້າກັ້ງຍາວ 100 ສອກ, ພ້ອມກັບມີເສົາຊາວຕົ້ນ ແລະ ຖານຮອງຮັບທີ່ເຮັດດ້ວຍທອງສຳລິດຊາວຖານ ແລະ ໃຫ້ມີຂໍເກາະເງິນພ້ອມທັງຮາວຜ້າກັ້ງມັດໃສ່ເສົາເຫລົ່ານັ້ນ.
12“ທາງດ້ານທິດຕາເວັນຕົກສຸດຂອງເດີ່ນຈະຕ້ອງກວ້າງ 50 ສອກ ແລະ ມີຜ້າກັ້ງ, ພ້ອມກັບເສົາສິບຕົ້ນ ແລະ ມີຖານຮອງຮັບສິບຖານ. 13ທາງດ້ານທິດຕາເວັນອອກສຸດ, ໄປຫາທາງຕາເວັນຂຶ້ນ, ເດີ່ນຈະຕ້ອງກວ້າງ 50 ສອກເໝືອນກັນ. 14ມີຜ້າກັ້ງຍາວ 15 ສອກຢູ່ດ້ານໜຶ່ງຂອງທາງເຂົ້າ ພ້ອມກັບເສົາສາມຕົ້ນ ແລະ ຖານຮອງຮັບສາມຖານ, 15ແລະ ອີກມີຜ້າກັ້ງຍາວ 15 ສອກຢູ່ອີກດ້ານອື່ນ ພ້ອມກັບເສົາສາມຕົ້ນ ແລະ ຖານຮອງຮັບສາມຖານ.
16“ສຳລັບທາງເຂົ້າໄປຫາເດີ່ນຫໍເຕັນນັ້ນ, ຈະຕ້ອງຈັດຫາຜ້າກັ້ງຍາວ 20 ສອກ ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ໄດ້ປັກແສ່ວດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມໂດຍສີມືຂອງນັກປັກແສ່ວ ພ້ອມກັບເສົາສີ່ຕົ້ນ ແລະ ຖານຮອງຮັບສີ່ຖານ. 17ເສົາທຸກຕົ້ນທີ່ອ້ອມເດີ່ນຫໍເຕັນຈະຕ້ອງມີຂໍເກາະ ແລະ ຮາວຜ້າກັ້ງທີ່ເຮັດດ້ວຍເງິນ ແລະ ມີຖານຮອງຮັບທີ່ເຮັດດ້ວຍທອງສຳລິດ. 18ເດີ່ນຈະຕ້ອງມີຄວາມຍາວ 100 ສອກ ແລະ ຄວາມກວ້າງ 50 ສອກ, ພ້ອມກັບຜ້າກັ້ງທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ໄດ້ປັກແສ່ວຢ່າງມີລວດລາຍ ເຊິ່ງມີລວງສູງ 5 ສອກ ແລະ ພ້ອມກັບຖານຮອງຮັບທີ່ເຮັດດ້ວຍທອງສຳລິດ. 19ບັນດາເຄື່ອງໃຊ້ອື່ນໆທັງໝົດທີ່ໃຊ້ໃນການບົວລະບັດຫໍເຕັນນັ້ນ, ບໍ່ວ່າເຄື່ອງໃຊ້ນັ້ນນຳໃຊ້ເຂົ້າໃນໜ້າທີ່ໃດກໍຕາມ, ລວມທັງຫລັກປັກເຕັນທັງໝົດສຳລັບຫໍເຕັນນັ້ນ ແລະ ເຄື່ອງໃຊ້ສຳລັບເດີ່ນກໍຈະຕ້ອງເຮັດດ້ວຍທອງສຳລິດ.
ນ້ຳມັນສຳລັບຫລັກຕະກຽງ
20“ຈົ່ງສັ່ງຊາວອິດສະຣາເອນໃຫ້ນຳເອົານ້ຳມັນໃສທີ່ບີບຈາກໝາກກອກມາໃຫ້ເຈົ້າສຳລັບໃຊ້ໄຕ້ຕະກຽງ ເພື່ອວ່າຕະກຽງຈະໄດ້ລຸກຢູ່ຕະຫລອດເວລາ. 21ໃນເຕັນນັດພົບນັ້ນ, ຢູ່ນອກຜ້າກັ້ງທີ່ບັງຫີບພັນທະສັນຍາ, ອາໂຣນກັບບັນດາລູກຊາຍຂອງເພິ່ນຈະຕ້ອງຮັກສາຕະກຽງໃຫ້ໄຟລຸກຢູ່ຕະຫລອດຕໍ່ໜ້າພຣະເຈົ້າຢາເວ ຕັ້ງແຕ່ຕອນແລງຈົນຮອດຕອນເຊົ້າ. ນີ້ແມ່ນຂໍ້ປະຕິບັດຖາວອນໃນທ່າມກາງຊາວອິດສະຣາເອນສຶບໄປທຸກຊົ່ວອາຍຸ.