Skip to content
The Believer's Library

Biblica® Open Lao Contemporary Version

Exodus 2 OLCV

Show OLCV only
Verse × ×
1 Now a man from the house of Levi went and married a daughter of Levi. ບັດນີ້ ມີ​ຊາຍ​ຈາກ​ເຜົ່າ​ເລວີ​ຄົນ​ໜຶ່ງ​ໄດ້​ແຕ່ງງານ​ກັບ​ແມ່ຍິງ​ຊາວ​ເລວີ,
2 The woman conceived and bore a son; seeing he was healthy, she hid him three months. ແລ້ວ​ນາງ​ກໍ​ໄດ້​ຖືພາ ແລະ ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ. ເມື່ອ​ນາງ​ເຫັນ​ວ່າ​ລູກ​ນັ້ນ​ເປັນ​ເດັກ​ໜ້າຮັກ, ນາງ​ຈຶ່ງ​ໄດ້​ເຊື່ອງ​ລູກຊາຍ​ນັ້ນ​ໄວ້​ເປັນ​ເວລາ​ສາມ​ເດືອນ.
3 Unable to hide him longer, she got a papyrus basket, coated it with tar and pitch, put the child in, and set it among the reeds on the Nile's bank. ແຕ່​ເມື່ອ​ນາງ​ບໍ່​ສາມາດ​ເຊື່ອງ​ລູກຊາຍ​ໄວ້​ຕໍ່ໄປ​ອີກ, ນາງ​ຈຶ່ງ​ໄດ້​ເອົາ​ຕົ້ນອໍ້​ມາ​ສານ​ເປັນ​ກະຕ່າ​ເພື່ອ​ໃສ່​ລາວ ແລະ ໄດ້​ເຄືອບ​ກະຕ່າ​ນັ້ນ​ດ້ວຍ​ຢາງໝາກຕອຍ ແລະ ຂີ້ຊີ. ຫລັງຈາກນັ້ນ ນາງ​ຈຶ່ງ​ໄດ້​ວາງ​ເດັກ​ລົງ​ໃນ​ກະຕ່າ​ນັ້ນ ແລະ ປ່ອຍ​ໃຫ້​ກະຕ່າ​ລອຍ​ຢູ່​ກາງ​ກໍ​ຕົ້ນອໍ້​ທີ່​ແຄມ​ຕາຝັ່ງ​ແມ່ນ້ຳ​ນິນ.
4 His sister stood at a distance to see what would happen to him. ເອື້ອຍ​ຂອງ​ເດັກ​ນັ້ນ​ໄດ້​ຢືນ​ເບິ່ງ​ຢູ່​ຫ່າງໆ ເພື່ອ​ຢາກ​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ລາວ.
5 Pharaoh's daughter went down to bathe at the Nile, her maids walking along the Nile. She saw the basket among the reeds, sent her maid to get it. ຕໍ່ມາ ລູກສາວ​ຂອງ​ຟາໂຣ​ໄດ້​ລົງ​ມາ​ອາບນ້ຳ​ຢູ່​ທີ່​ແມ່ນ້ຳ​ນິນ, ສ່ວນ​ບັນດາ​ສາວໃຊ້​ຂອງ​ນາງ​ກໍ​ໄດ້​ພາກັນ​ຍ່າງ​ເລາະ​ຢູ່​ຕາມ​ແຄມຝັ່ງ. ນາງ​ໄດ້​ເຫັນ​ກະຕ່າ​ຢູ່​ກາງ​ກໍ​ຕົ້ນອໍ້ ແລ້ວ​ນາງ​ຈຶ່ງ​ໄດ້​ໃຊ້​ຂ້າທາດ​ຍິງ​ຂອງ​ຕົນ​ໄປ​ເອົາ​ກະຕ່າ​ນັ້ນ​ມາ.
6 She opened it, saw the child—a baby boy, crying. Her heart went out to him, and she said, "This is one of the Hebrew children." ນາງ​ໄດ້​ເປີດ​ກະຕ່າ​ອອກ​ແລ້ວ​ກໍ​ໄດ້​ເຫັນ​ເດັກນ້ອຍ. ເດັກ​ນັ້ນ​ກຳລັງ​ຮ້ອງໄຫ້​ຢູ່ ແລະ ນາງ​ຈຶ່ງ​ຮູ້ສຶກ​ສົງສານ​ເດັກ​ນັ້ນ. ນາງ​ໄດ້​ເວົ້າ​ວ່າ, “ເດັກນ້ອຍ​ຜູ້​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ຊາວ​ເຮັບເຣີ”.
7 His sister asked Pharaoh's daughter, "Should I call a Hebrew woman to nurse the child for you?" ຫລັງຈາກນັ້ນ ເອື້ອຍ​ຂອງ​ເດັກນ້ອຍ​ຈຶ່ງ​ຖາມ​ລູກສາວ​ຂອງ​ຟາໂຣ​ວ່າ, “ໃຫ້​ຂ້ານ້ອຍ​ໄປ​ຫາ​ຄົນໜຶ່ງ​ໃນ​ແມ່ຍິງ​ຊາວ​ເຮັບເຣີ​ມາ​ລ້ຽງ​ເດັກນ້ອຍ​ນີ້​ໃຫ້​ບໍ?”
8 "Yes, go," Pharaoh's daughter answered. So the girl went and called the child's mother. ນາງ​ໄດ້​ຕອບ​ວ່າ, “ໄດ້, ຈົ່ງ​ໄປ​ຫາ​ມາ,” ດັ່ງນັ້ນ​ເດັກຍິງ​ຈຶ່ງ​ໄປ ແລະ ພາ​ແມ່​ຂອງ​ເດັກນ້ອຍ​ນັ້ນ​ມາ.
9 Pharaoh's daughter told her, "Take this child and nurse him for me; I'll pay your wages." The woman took the child and nursed him. ລູກສາວ​ຂອງ​ຟາໂຣ​ຈຶ່ງ​ໄດ້​ກ່າວ​ກັບ​ນາງ​ວ່າ, “ຈົ່ງ​ເອົາ​ເດັກນ້ອຍ​ຄົນ​ນີ້​ໄປ​ລ້ຽງ​ໄວ້​ໃຫ້​ຂ້ອຍ, ແລ້ວ​ຂ້ອຍ​ຈະ​ຈ່າຍ​ຄ່າຈ້າງ​ໃຫ້​ແກ່​ເຈົ້າ”. ດັ່ງນັ້ນ ຍິງ​ນັ້ນ​ຈຶ່ງ​ໄດ້​ຮັບ​ເອົາ​ເດັກນ້ອຍ​ໄປ​ລ້ຽງ.
10 The boy grew; she brought him to Pharaoh's daughter, who adopted him, naming him Moses: "Because I drew him from the water." ເມື່ອ​ເດັກນ້ອຍ​ໃຫຍ່​ຂຶ້ນ, ນາງ​ກໍ​ນຳເອົາ​ລາວ​ມາ​ໃຫ້​ລູກສາວ​ຂອງ​ຟາໂຣ ແລະ ລາວ​ກໍ​ກາຍ​ເປັນ​ລູກຊາຍ​ຂອງ​ນາງ. ນາງ​ໄດ້​ຕັ້ງຊື່​ໃຫ້​ລາວ​ວ່າ​ໂມເຊ ໂດຍ​ກ່າວ​ວ່າ, “ຂ້ອຍ​ໄດ້​ຍົກ​ລາວ​ອອກ​ມາ​ຈາກ​ນ້ຳ”.
11 In those days Moses grew up, went out to his people, saw their burdens, and saw an Egyptian striking a Hebrew, one of his relatives. ມື້​ໜຶ່ງ ຫລັງຈາກ​ໂມເຊ​ໄດ້​ໃຫຍ່​ຂຶ້ນ​ແລ້ວ, ລາວ​ກໍ​ໄດ້​ອອກ​ໄປ​ໃນ​ບ່ອນ​ທີ່​ຄົນ​ຂອງ​ຕົນ​ເອງ​ຢູ່ ແລະ ໄດ້​ເບິ່ງ​ພວກເຂົາ​ທີ່​ເຮັດ​ວຽກ​ໜັກ​ຢູ່. ລາວ​ໄດ້​ເຫັນ​ຊາວ​ເອຢິບ​ຄົນ​ໜຶ່ງ​ກຳລັງ​ທຸບຕີ​ຊາວ​ເຮັບເຣີ​ທີ່​ເປັນ​ຄົນ​ໜຶ່ງ​ໃນ​ປະຊາຊົນ​ຂອງ​ຕົນ​ເອງ.
12 He glanced around and, seeing no one, killed the Egyptian and hid him in the sand. ໂມເຊ​ຫລຽວ​ເບິ່ງ​ທາງ​ນັ້ນ ແລະ ທາງ​ນີ້ ແລ້ວ​ເຫັນ​ວ່າ​ບໍ່​ມີ​ຜູ້ໃດ, ລາວ​ຈຶ່ງ​ໄດ້​ຂ້າ​ຊາວ​ເອຢິບ​ຄົນ​ນັ້ນ ແລະ ເຊື່ອງ​ສົບ​ລາວ​ໄວ້​ຢູ່​ໃນ​ດິນຊາຍ.
13 Next day he went out, saw two Hebrews fighting, and asked the offender, "Why hit your companion?" ມື້​ຕໍ່ມາ ໂມເຊ​ໄດ້​ອອກ​ໄປ ແລະ ໄດ້​ເຫັນ​ຊາວ​ເຮັບເຣີ​ສອງ​ຄົນ​ກຳລັງ​ຕໍ່ສູ້​ກັນ​ຢູ່. ລາວ​ຈຶ່ງ​ໄດ້​ຖາມ​ຄົນ​ທີ່​ເປັນ​ຝ່າຍ​ຜິດ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ທຸບຕີ​ພີ່ນ້ອງ​ຊາວ​ເຮັບເຣີ​ຂອງ​ເຈົ້າ?”
14 He said, "Who made you ruler and judge over us? Are you thinking of killing me as you killed the Egyptian?" Moses was afraid and thought, "Indeed, the matter is known." ຊາຍ​ຄົນ​ນັ້ນ​ໄດ້​ເວົ້າ​ວ່າ, “ຜູ້ໃດ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ ແລະ ເປັນ​ຜູ້ຕັດສິນ​ພວກຂ້ອຍ? ເຈົ້າ​ກຳລັງ​ຄິດ​ຈະ​ຂ້າ​ຂ້ອຍ​ເໝືອນ​ດັ່ງ​ທີ່​ເຈົ້າ​ໄດ້​ຂ້າ​ຄົນເອຢິບ​ນັ້ນ​ບໍ?” ແລ້ວ​ໂມເຊ​ຈຶ່ງ​ຢ້ານ ແລະ ຄິດ​ວ່າ, “ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ​ຕ້ອງ​ມີ​ຄົນ​ຮູ້​ແລ້ວ”.
15 Pharaoh heard and sought to kill Moses; he fled from Pharaoh, settled in the land of Midian, and sat by a well. ເມື່ອ​ຟາໂຣ​ໄດ້​ຍິນ​ເຖິງ​ເລື່ອງ​ນີ້, ເພິ່ນ​ກໍ​ໄດ້​ພະຍາຍາມ​ທີ່​ຈະ​ຂ້າ​ໂມເຊ, ແຕ່​ໂມເຊ​ໄດ້​ໜີ​ຈາກ​ຟາໂຣ ແລະ ໄດ້​ໄປ​ອາໄສ​ຢູ່​ໃນ​ມີດີອານ, ບ່ອນ​ທີ່​ລາວ​ໄດ້​ນັ່ງ​ລົງ​ຢູ່​ໃກ້​ນ້ຳສ້າງ​ນັ້ນ.
16 Midian's priest had seven daughters; they came to draw water and fill the troughs to water their father's flock. ບັດນີ້ ປະໂລຫິດ​ແຫ່ງ​ມີດີອານ​ມີ​ລູກສາວ​ຢູ່​ເຈັດ​ຄົນ, ແລ້ວ​ພວກເຂົາ​ກໍ​ໄດ້​ພາກັນ​ມາ​ຕັກ​ນ້ຳ ແລະ ຕັກ​ນ້ຳ​ໃສ່​ຮາງ​ໃຫ້​ຝູງສັດ​ຂອງ​ພໍ່​ຂອງ​ພວກຕົນ​ກິນ.
17 When the shepherds came and drove them away, Moses got up, rescued them, and watered their flock. ຜູ້ລ້ຽງແກະ​ບາງຄົນ​ໄດ້​ຜ່ານ​ມາ ແລະ ໄດ້​ໄລ່​ພວກເຂົາ​ໜີ, ແຕ່​ໂມເຊ​ໄດ້​ລຸກຂຶ້ນ​ແລ້ວ​ມາ​ຊ່ວຍ​ພວກເຂົາ ແລະ ຕັກນ້ຳ​ໃຫ້​ຝູງສັດ​ຂອງ​ພວກເຂົາ.
18 When they returned to their father Reuel, he asked, "Why have you come back so early today?" ເມື່ອ​ຍິງ​ສາວ​ເຫລົ່ານັ້ນ​ກັບ​ເມືອ​ຫາ​ເຣອູເອນ​ຜູ້​ເປັນ​ພໍ່​ຂອງ​ຕົນ, ເພິ່ນ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ມື້​ນີ້​ພວກລູກ​ຈຶ່ງ​ພາກັນ​ກັບ​ມາ​ໄວ​ແທ້?”
19 They said, "An Egyptian saved us from the shepherds, even drew us water and watered the flock." ພວກເຂົາ​ໄດ້​ຕອບ​ວ່າ, “ມີ​ຊາຍ​ຊາວ​ເອຢິບ​ຄົນ​ໜຶ່ງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ລ້ຽງແກະ. ລາວ​ຍັງ​ໄດ້​ຕັກນ້ຳ​ໃຫ້​ພວກເຮົາ ແລະ ຕັກນ້ຳ​ໃຫ້​ຝູງສັດ​ຂອງ​ພວກເຮົາ​ດ້ວຍ”.
20 "Where is he?" he asked his daughters. "Why did you leave the man? Call him to eat." ເຣອູເອນ​ໄດ້​ຖາມ​ບັນດາ​ລູກສາວ​ຂອງ​ຕົນ​ວ່າ, “ແລ້ວ​ຊາຍ​ຜູ້​ນັ້ນ​ຢູ່​ໃສ? ເປັນຫຍັງ​ພວກລູກ​ຈຶ່ງ​ປະ​ລາວ​ໄວ້? ໄປ​ເຊີນ​ລາວ​ມາ​ກິນ​ເຂົ້າ​ກັບ​ພວກເຮົາ​ແມ”.
21 Moses agreed to stay with the man, who gave his daughter Zipporah to Moses in marriage. ໂມເຊ​ໄດ້​ຕົກລົງ​ທີ່​ຈະ​ອາໄສ​ຢູ່​ກັບ​ເຣອູເອນ, ຜູ້​ທີ່​ໄດ້​ຍົກ​ນາງ​ສິບໂປຣາ​ລູກສາວ​ຂອງ​ຕົນ​ໃຫ້​ແຕ່ງງານ​ກັບ​ໂມເຊ.
22 She bore a son; Moses named him Gershom, saying, "I have been a foreigner in a foreign land." ນາງ​ສິບໂປຣາ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ໂມເຊ​ໄດ້​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ​ເກໂຊມ ໂດຍ​ກ່າວ​ວ່າ, “ເຮົາ​ໄດ້​ກາຍເປັນ​ຄົນຕ່າງດ້າວ​ໃນ​ຕ່າງ​ແດນ”.
23 Long after, Egypt's king died. Israel's sons groaned from slavery, cried out; their cry rose to our Father from slavery. ໃນ​ຊ່ວງ​ເວລາ​ອັນ​ຍາວ​ນານ​ນັ້ນ, ກະສັດ​ເອຢິບ​ກໍ​ໄດ້​ຕາຍ​ໄປ. ຊາວ​ອິດສະຣາເອນ​ໄດ້​ຄວນຄາງ​ເນື່ອງ​ຈາກ​ການ​ເປັນ​ຂ້າທາດ​ຂອງ​ພວກເຂົາ ແລະ ໄດ້​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ, ແລ້ວ​ການ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ເນື່ອງ​ຈາກ​ການ​ເປັນທາດ​ຂອງ​ພວກເຂົາ​ໄດ້​ຂຶ້ນ​ໄປ​ເຖິງ​ພຣະເຈົ້າ.
24 Our Father heard their groaning, and he remembered his covenant with Abraham, with Isaac, and with Jacob. ພຣະອົງ​ໄດ້​ຍິນ​ສຽງ​ຄວນຄາງ​ຂອງ​ພວກເຂົາ ແລະ ພຣະອົງ​ໄດ້​ຈົດຈຳ​ພັນທະສັນຍາ​ຂອງ​ພຣະອົງ​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ.
25 Our Father looked on the Israelites, and he understood. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ເຝົ້າເບິ່ງ​ຊາວ​ອິດສະຣາເອນ ແລະ ຫ່ວງໃຍ​ພວກເຂົາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]