Skip to content
The Believer's Library

Biblica® Open Lao Contemporary Version

Exodus 1 OLCV

Show OLCV only
Verse × ×
1 These are the names of Israel's sons who came to Egypt with Jacob, each with his household: ຕໍ່ໄປ​ນີ້​ແມ່ນ​ຊື່​ຂອງ​ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ ເຊິ່ງ​ໄດ້​ໄປ​ທີ່​ເອຢິບ​ພ້ອມ​ກັບ​ຢາໂຄບ, ພ້ອມ​ດ້ວຍ​ຄອບຄົວ​ຂອງ​ຕົນ​ຄື:
2 Reuben, Simeon, Levi, and Judah, ຣູເບັນ, ຊີເມໂອນ, ເລວີ ແລະ ຢູດາ;
3 Issachar, Zebulun, and Benjamin, ອິດຊາຄາ, ເຊບູໂລນ, ເບັນຢາມິນ;
4 Dan and Naphtali, Gad and Asher. ດານ ແລະ ເນັບທາລີ; ກາດ ແລະ ອາເຊ.
5 All who descended from Jacob were seventy people; Joseph was already in Egypt. ເຊື້ອສາຍ​ຂອງ​ຢາໂຄບ​ທັງໝົດ​ນັບ​ໄດ້​ທັງໝົດ 70 ຄົນ; ສ່ວນ​ໂຢເຊັບ​ແມ່ນ​ຢູ່​ທີ່​ເອຢິບ​ແລ້ວ.
6 Then Joseph died, and all his brothers, and all that generation. ຕໍ່ມາ​ໂຢເຊັບ ແລະ ບັນດາ​ອ້າຍນ້ອງ​ຂອງ​ເພິ່ນ​ທັງໝົດ ແລະ ທຸກຄົນ​ໃນ​ລຸ້ນ​ນັ້ນ​ໄດ້​ຕາຍ​ໄປ,
7 But Israel's people were fruitful, swarmed, multiplied, and grew immensely strong, till the land was filled with them. ແຕ່​ຊາວ​ອິດສະຣາເອນ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ; ພວກເຂົາ​ທະວີຄູນ​ຂຶ້ນ​ຢ່າງ​ຫລວງຫລາຍ; ມີ​ຈໍານວນ​ເພີ່ມ​ຂຶ້ນ ແລະ ຫລາຍ​ຂຶ້ນ​ຈົນ​ທົ່ວ​ດິນແດນ​ນັ້ນ​ເຕັມ​ໄປ​ດ້ວຍ​ພວກເຂົາ.
8 Now a new king came to power in Egypt, who did not know Joseph. ເມື່ອ​ກະສັດ​ຄົນ​ໃໝ່ ເຊິ່ງ​ບໍ່​ຮູ້ຈັກ​ໂຢເຊັບ ໄດ້​ຂຶ້ນ​ປົກຄອງ​ໃນ​ເອຢິບ.
9 He said to his people, "Look, the Israelites are more numerous and powerful than we are. ເພິ່ນ​ໄດ້​ກ່າວ​ກັບ​ປະຊາຊົນ​ຂອງ​ເພິ່ນ​ວ່າ, “ເບິ່ງ​ແມ, ຊາວ​ອິດສະຣາເອນ​ມີ​ຈຳນວນ​ຫລາຍ​ເກີນ​ໄປ​ສຳລັບ​ພວກເຮົາ​ແລ້ວ.
10 Come, let's deal shrewdly with them, or they'll multiply, and if war comes, they'll join our enemies, fight us, and leave the land." ມາ, ພວກເຮົາ​ຕ້ອງ​ຈັດການ​ກັບ​ພວກເຂົາ​ຢ່າງ​ສະຫລາດ ບໍ່​ດັ່ງນັ້ນ​ພວກເຂົາ​ກໍ​ຈະ​ມີ​ຈຳນວນ​ຫລາຍ​ຂຶ້ນ ແລະ ຖ້າ​ເກີດ​ສົງຄາມ, ພວກເຂົາ​ຈະ​ສົມທົບ​ກັບ​ບັນດາ​ສັດຕູ​ຂອງ​ພວກເຮົາ ແລະ ຫັນ​ມາ​ຕໍ່ສູ້​ກັບ​ພວກເຮົາ​ແລ້ວ​ໜີ​ຈາກ​ປະເທດ​ໄປ”.
11 So they set taskmasters over them to crush them with forced labor, building Pharaoh's supply cities: Pithom and Rameses. ດັ່ງນັ້ນ ຊາວ​ເອຢິບ​ຈຶ່ງ​ແຕ່ງຕັ້ງ​ນາຍ​ທາດ​ໃຫ້​ຢູ່​ເໜືອ​ພວກເຂົາ ເພື່ອ​ກົດຂີ່​ພວກເຂົາ​ດ້ວຍ​ການ​ບັງຄັບ​ໃຊ້​ແຮງງານ ແລະ ໃຫ້​ພວກເຂົາ​ສ້າງ​ເມືອງ​ປີທົມ ແລະ ເມືອງ​ຣາມາເຊັດ​ຂຶ້ນ​ເພື່ອ​ເປັນ​ເມືອງ​ສາງ​ສຳລັບ​ຟາໂຣ.
12 But the more the Egyptians oppressed them, the more the Israelites multiplied and spread out, until the Egyptians dreaded Israel's people. ແຕ່​ຍິ່ງ​ຊົນຊາດ​ອິດສະຣາເອນ​ຖືກ​ກົດຂີ່​ຫລາຍ​ເທົ່າໃດ ພວກເຂົາ​ກໍ​ຍິ່ງ​ເພີ່ມ​ຈຳນວນ​ຂຶ້ນ ແລະ ແຜ່ຂະຫຍາຍ​ຫລາຍ​ຂຶ້ນ​ເທົ່ານັ້ນ; ດັ່ງນັ້ນ ຊາວ​ເອຢິບ​ຈຶ່ງ​ຢ້ານກົວ​ຊາວ​ອິດສະຣາເອນ
13 So the Egyptians ruthlessly made the people of Israel work as slaves. ແລະ ກະທຳ​ຕໍ່​ພວກເຂົາ​ຢ່າງ​ທາລຸນ.
14 They made their lives bitter with hard labor in mortar and brick and all kinds of field work. In all their harsh labor the Egyptians worked them ruthlessly. ຊາວ​ເອຢິບ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຂົາ​ຂົມຂື່ນ​ດ້ວຍ​ການ​ເຮັດ​ວຽກ​ໜັກ ຄື​ໃນ​ການ​ເຮັດ​ດິນຈີ່, ເຮັດ​ປູນ ແລະ ເຮັດວຽກ​ທຸກ​ຊະນິດ​ຢູ່​ຕາມ​ທົ່ງນາ; ຊາວ​ເອຢິບ​ໃຫ້​ພວກເຂົາ​ເຮັດວຽກ​ໜັກ​ທຸກ​ຊະນິດ​ຢ່າງ​ທາລຸນ.
15 Then the king of Egypt said to the Hebrew midwives, one named Shiphrah and the other Puah, ກະສັດ​ເອຢິບ​ໄດ້​ກ່າວ​ກັບ​ໝໍຕຳແຍ​ຊາວ​ເຮັບເຣີ​ທີ່​ມີ​ຊື່​ວ່າ​ຊີຟາຣາ ແລະ ປູອາ​ວ່າ,
16 "When you assist the Hebrew women in childbirth, watch at the birthstool: if it's a son, kill him; but if a daughter, let her live." “ເມື່ອ​ພວກເຈົ້າ​ໄປ​ຊ່ວຍ​ຍິງ​ຊາວ​ເຮັບເຣີ​ໃນ​ຊ່ວງ​ເວລາ​ທີ່​ເກີດລູກ ຂະນະ​ທີ່​ຊ່ວຍ​ເອົາ​ເດັກ​ອອກມາ​ນັ້ນ, ຖ້າ​ພວກເຈົ້າ​ເຫັນ​ວ່າ​ເດັກນ້ອຍ​ນັ້ນ​ເປັນ​ຜູ້ຊາຍ, ຈົ່ງ​ຂ້າ​ເດັກ​ຖິ້ມ; ແຕ່​ຖ້າ​ເດັກ​ນັ້ນ​ເປັນ​ແມ່ຍິງ, ຈົ່ງ​ປ່ອຍ​ໃຫ້​ເດັກ​ມີຊີວິດ​ຢູ່”.
17 But the midwives feared our Heavenly Father and did not do as Egypt's king commanded them; they let the boys live. ເຖິງ​ຢ່າງ​ໃດ​ກໍ​ຕາມ​ໝໍຕຳແຍ​ທັງ​ສອງ​ຄົນ​ນັ້ນ​ຢຳເກງ​ພຣະເຈົ້າ ແລະ ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ກະສັດ​ເອຢິບ​ບອກ​ໃຫ້​ພວກນາງ​ເຮັດ; ພວກນາງ​ໄດ້​ປ່ອຍ​ໃຫ້​ບັນດາ​ເດັກນ້ອຍ​ຜູ້ຊາຍ​ມີຊີວິດ​ຢູ່.
18 So the king of Egypt called the midwives and said to them, "Why have you done this, letting the boys live?" ຫລັງຈາກນັ້ນ ກະສັດ​ເອຢິບ​ຈຶ່ງ​ໄດ້​ເອີ້ນ​ໝໍຕຳແຍ​ທັງ​ສອງ​ຄົນ​ນັ້ນ​ມາ ແລະ ຖາມ​ພວກນາງ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ຢ່າງ​ນີ້? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ຜູ້ຊາຍ​ເຫລົ່ານີ້​ມີຊີວິດ​ຢູ່?”
19 The midwives told Pharaoh, "Hebrew women aren't like Egyptian women—they're vigorous, giving birth before the midwife arrives." ພວກ​ໝໍຕຳແຍ​ຈຶ່ງ​ໄດ້​ຕອບ​ຟາໂຣ​ວ່າ, “ແມ່ຍິງ​ຊາວ​ເຮັບເຣີ​ບໍ່​ເໝືອນ​ກັບ​ແມ່ຍິງ​ຊາວ​ເອຢິບ; ພວກເຂົາ​ແຂງແຮງ ແລະ ເກີດລູກ​ກ່ອນ​ພວກ​ໝໍຕຳແຍ​ໄປ​ເຖິງ”.
20 So our Father was good to the midwives, and the people multiplied and grew very strong. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ເມດຕາ​ໝໍຕຳແຍ​ທັງ​ສອງ​ຄົນ​ນີ້ ແລະ ປະຊາຊົນ​ຈຶ່ງ​ເພີ່ມ​ຈຳນວນ ແລະ ຈົນ​ເພີ່ມ​ທະວີ​ຫລາຍ​ຂຶ້ນ.
21 And because the midwives feared our Father, he gave them households of their own. ແລະ ເພາະ​ນາງ​ໝໍຕຳແຍ​ທັງ​ສອງ​ຄົນ​ຢຳເກງ​ພຣະເຈົ້າ, ພຣະອົງ​ຈຶ່ງ​ໄດ້​ໃຫ້​ນາງ​ທັງ​ສອງ​ມີ​ຄອບຄົວ​ຂອງ​ຕົນ​ເອງ.
22 Then Pharaoh commanded all his people, "Throw every son born to the Hebrews into the Nile, but let every daughter live." ແລ້ວ​ຟາໂຣ​ຈຶ່ງ​ໄດ້​ອອກ​ຄຳສັ່ງ​ນີ້​ແກ່​ປະຊາຊົນ​ທັງໝົດ​ຂອງ​ຕົນ​ວ່າ: “ພວກເຈົ້າ​ຈົ່ງ​ຖິ້ມ​ເດັກນ້ອຍ​ຜູ້ຊາຍ​ເຮັບເຣີ​ທີ່​ເກີດ​ໃໝ່​ທຸກຄົນ​ລົງ​ໃນ​ແມ່ນ້ຳ​ນິນ, ແຕ່​ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ແມ່ຍິງ​ທຸກຄົນ​ມີຊີວິດ​ຢູ່”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]