Skip to content
The Believer's Library

Biblica® Open Lao Contemporary Version

Ephesians 6 OLCV

Side by side with the Father's Heart Bible™

ລູກ​ກັບ​ພໍ່ແມ່

1ຝ່າຍ​ລູກ​ທັງຫລາຍ ຈົ່ງ​ເຊື່ອຟັງ​ພໍ່ແມ່​ຂອງ​ຕົນ​ໃນ​ອົງພຣະຜູ້ເປັນເຈົ້າ ເພາະ​ນີ້​ເປັນ​ສິ່ງ​ທີ່​ຖືກຕ້ອງ. 2“ຈົ່ງ​ໃຫ້ກຽດ​ພໍ່ ແລະ ແມ່​ຂອງ​ພວກເຈົ້າ” ເຊິ່ງ​ເປັນ​ພຣະບັນຍັດ​ຂໍ້​ທຳອິດ​ທີ່​ມີ​ມາ​ພ້ອມ​ກັບ​ຄຳ​ສັນຍາ 3“ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນເປັນສຸກ ແລະ ມີຊີວິດ​ຍືນຍາວ​ຢູ່​ເທິງ​ແຜ່ນດິນໂລກ”.

4ຝ່າຍ​ພໍ່​ທັງຫລາຍ, ຢ່າ​ເຮັດ​ໃຫ້​ລູກ​ຂອງ​ຕົນ​ຂັດເຄືອງໃຈ; ແຕ່​ຈົ່ງ​ນຳ​ພວກເຂົາ​ເຂົ້າ​ມາ​ສູ່​ການອົບຮົມ ແລະ ການສັ່ງສອນ​ຂອງ​ອົງພຣະຜູ້ເປັນເຈົ້າ.

5ຜູ້​ທີ່​ເປັນ​ຂ້າທາດ, ຈົ່ງ​ນັບຖື​ນາຍ​ຂອງ​ພວກເຈົ້າ​ທີ່​ຢູ່​ໂລກ​ນີ້​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ​ດ້ວຍ​ຄວາມຈິງ​ໃຈ ເໝືອນດັ່ງ​ພວກເຈົ້າ​ເຊື່ອຟັງ​ພຣະຄຣິດເຈົ້າ. 6ບໍ່​ພຽງແຕ່​ເຊື່ອຟັງ​ນາຍ​ເມື່ອ​ຢູ່​ຕໍ່ໜ້າ​ເພື່ອ​ໃຫ້​ພວກເພິ່ນ​ພໍໃຈ​ເທົ່ານັ້ນ, ແຕ່​ໃຫ້​ເປັນ​ເໝືອນ​ຂ້າທາດ​ຂອງ​ພຣະຄຣິດເຈົ້າ ຄື​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຈາກ​ໃຈ​ຂອງ​ພວກເຈົ້າ. 7ຈົ່ງ​ຮັບໃຊ້​ດ້ວຍ​ຄວາມເຕັມໃຈ​ເໝືອນ​ກັບ​ກຳລັງ​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ ບໍ່​ແມ່ນ​ຮັບໃຊ້​ມະນຸດ, 8ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ​ໃນ​ທຸກສິ່ງ​ທີ່​ພວກເຂົາ​ເຮັດ​ດີ, ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ຂ້າທາດ ຫລື ເປັນ​ອິດສະຫລະ.

9ແລະ ຜູ້​ທີ່​ເປັນ​ນາຍ ກໍ​ຈົ່ງ​ປະຕິບັດ​ຕໍ່​ຂ້າທາດ​ຂອງ​ຕົນ​ໃນ​ທຳນອງ​ດຽວ​ກັນ​ນີ້. ຢ່າ​ຂົ່ມຂູ່​ພວກເຂົາ, ດ້ວຍ​ວ່າ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ຜູ້​ເປັນ​ທັງ​ເຈົ້ານາຍ​ຂອງ​ພວກເຂົາ ແລະ ເຈົ້ານາຍ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃນ​ສະຫວັນ ແລະ ພຣະອົງ​ບໍ່​ໄດ້​ມີ​ຄວາມລຳອຽງ.

ຍຸດທະພັນ​ຂອງ​ພຣະເຈົ້າ

10ສຸດທ້າຍ​ນີ້ ຈົ່ງ​ເຂັ້ມແຂງ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ໃນ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. 11ຈົ່ງ​ສວມ​ຍຸດທະພັນ​ຄົບຊຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຕົວ​ຕໍ່ສູ້​ກັບ​ກົນອຸບາຍ​ຂອງ​ມານຮ້າຍ​ໄດ້. 12ເພາະ​ພວກເຮົາ​ບໍ່​ໄດ້​ຕໍ່ສູ້​ກັບ​ເນື້ອໜັງ ແລະ ເລືອດ, ແຕ່​ຕໍ່ສູ້​ກັບ​ບັນດາ​ຜູ້ປົກຄອງ, ຕໍ່ສູ້​ກັບ​ຜູ້​ມີ​ສິດອຳນາດ, ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ຄວາມມືດ​ຂອງ​ໂລກ​ນີ້ ແລະ ຕໍ່ສູ້​ກັບ​ບັນດາ​ວິນຍານ​ຝ່າຍ​ຄວາມ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ. 13ເຫດສະນັ້ນ ຈົ່ງ​ສວມ​ຍຸດທະພັນ​ຄົບ​ຊຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ເມື່ອ​ວັນ​ຊົ່ວຮ້າຍ​ມາ​ເຖິງ ພວກເຈົ້າ​ຈະ​ສາມາດ​ຢືນ​ຕົວ​ໄດ້ ແລະ ຫລັງຈາກ​ພວກເຈົ້າ​ໄດ້​ເຮັດ​ທຸກ​ສິ່ງ​ແລ້ວ​ກໍ​ຢືນ​ຕົວ​ຢູ່​ໄດ້. 14ດັ່ງນັ້ນ ພວກເຈົ້າ​ທັງຫລາຍ​ຈົ່ງ​ຢືດໝັ້ນ​ໂດຍ​ເອົາ​ສາຍແອວ​ແຫ່ງ​ຄວາມຈິງ​ຮັດ​ແອວ​ຂອງ​ພວກເຈົ້າ​ໄວ້, ສວມ​ເສື້ອເກາະປ້ອງກັນເອິກ​ແຫ່ງ​ຄວາມຊອບທຳ 15ແລະ ເອົາ​ຄວາມພ້ອມ​ທີ່​ມາ​ຈາກ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ມາ​ສຸບ​ໃສ່​ຕີນ​ຂອງ​ພວກເຈົ້າ. 16ນອກຈາກ​ທີ່​ກ່າວ​ມາ​ທັງໝົດ​ນີ້​ແລ້ວ ຈົ່ງ​ຢຶດ​ເອົາ​ກຳບັງ​ແຫ່ງ​ຄວາມເຊື່ອ ດ້ວຍ​ກຳບັງ​ນັ້ນ​ພວກເຈົ້າ​ຈຶ່ງ​ສາມາດ​ດັບ​ລູກສອນໄຟ​ທັງໝົດ​ຂອງ​ມານຮ້າຍ​ໄດ້. 17ຈົ່ງ​ສວມ​ໝວກເກາະ​ແຫ່ງ​ຄວາມພົ້ນ ແລະ ຖື​ດາບ​ແຫ່ງ​ພຣະວິນຍານ ເຊິ່ງ​ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ.

18ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານ​ໃນ​ທຸກ​ໂອກາດ​ດ້ວຍ​ການອະທິຖານ ແລະ ການ​ຮ້ອງຂໍ​ທຸກ​ຮູບແບບ. ໂດຍ​ຄຳນຶງ​ເຖິງ​ສິ່ງ​ນີ້, ຈົ່ງ​ເຝົ້າລະວັງ​ໃນ​ການອະທິຖານ​ເພື່ອ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ສະເໝີ. 19ແລະ ຂໍ​ໃຫ້​ອະທິຖານ​ເພື່ອ​ເຮົາ​ດ້ວຍ, ເພື່ອ​ວ່າ​ເມື່ອ​ໃດ​ທີ່​ເຮົາ​ກ່າວ ພຣະອົງ​ຈະ​ໃຫ້​ຖ້ອຍຄຳ​ແກ່​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ກ້າຫານ​ໃນ​ການ​ເຮັດ​ໃຫ້​ຄວາມເລິກລັບ​ຂອງ​ຂ່າວປະເສີດ​ເປັນ​ທີ່​ຮູ້ຈັກ, 20ເພາະ​ຍ້ອນ​ຂ່າວປະເສີດ​ນີ້​ແຫລະ ເຮົາ​ຈຶ່ງ​ເປັນ​ທູດ​ທີ່​ຖືກ​ລ່າມ​ໂສ້​ຢູ່. ຈົ່ງ​ອະທິຖານ​ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ​ຢ່າງ​ກ້າຫານ​ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ.

ຄຳທັກທາຍ​ສຸດທ້າຍ

21ຕີຂີໂກ ນ້ອງຊາຍ​ທີ່ຮັກ ແລະ ເປັນ​ຜູ້ຮັບໃຊ້​ທີ່​ສັດຊື່​ໃນ​ອົງພຣະຜູ້ເປັນເຈົ້າ ຈະ​ເລົ່າ​ທຸກ​ສິ່ງ​ໃຫ້​ພວກເຈົ້າ​ຟັງ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຢູ່​ຢ່າງໃດ ແລະ ກຳລັງ​ເຮັດ​ຫຍັງ. 22ເຮົາ​ກຳລັງ​ສົ່ງ​ລາວ​ມາ​ຫາ​ພວກເຈົ້າ​ກໍ​ເພາະ​ຈຸດປະສົງ​ນີ້​ແທ້, ເພື່ອ​ໃຫ້​ພວກເຈົ້າ​ຮູ້​ວ່າ​ພວກເຮົາ​ຢູ່​ຢ່າງໃດ ແລະ ເພື່ອ​ລາວ​ຈະ​ໄດ້​ໜູນໃຈ​ພວກເຈົ້າ.

23ຂໍ​ໃຫ້​ສັນຕິສຸກ ແລະ ຄວາມ​ຮັກ​ພ້ອມດ້ວຍ​ຄວາມເຊື່ອ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພີ່ນ້ອງ​ທັງຫລາຍ.

24ຂໍ​ໃຫ້​ພຣະຄຸນ​ຈົ່ງ​ຢູ່​ກັບ​ບັນດາ​ຄົນ​ທັງປວງ​ທີ່​ຮັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຮັກ​ທີ່​ບໍ່​ຮູ້​ເສື່ອມສູນ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]