Side by side with the Father's Heart Bible™ 1ຈົ່ງລະນຶກເຖິງພຣະຜູ້ສ້າງຂອງເຈົ້າຕະຫລອດວັນເວລາທີ່ເຈົ້າຍັງໜຸ່ມ,ກ່ອນຍາມທຸກລຳບາກຈະມາເຖິງແລະ ປີເດືອນເຫລົ່ານັ້ນໃກ້ເຂົ້າມາ ເມື່ອເຈົ້າຈະເວົ້າວ່າ,“ຂ້ອຍບໍ່ເຫັນຈະມ່ວນຊື່ນອັນໃດໃນຊີວິດ”
2ກ່ອນດວງຕາເວັນ ແລະ ແສງສະຫວ່າງດວງເດືອນ ແລະ ດວງດາວຈະມືດມົວລົງ,ກ່ອນເມກຈະຫວນກັບມາພາຍຫລັງຝົນ;
3ເມື່ອຄົນເຝົ້າເຮືອນໂຕສັ່ນ,ແລະ ຊາຍທີ່ແຂງແຮງກົ້ມລົງ,ເມື່ອຄົນໂມ້ແປ້ງຢຸດໂມ້ເພາະເຫລືອຄົນໜ້ອຍ,ແລະ ບັນດາຜູ້ທີ່ເບິ່ງຜ່ານປ່ອງຢ້ຽມເລີ່ມເບິ່ງເຫັນບໍ່ແຈ້ງ;
4ເມື່ອປະຕູທີ່ເປີດສູ່ຖະໜົນນັ້ນຖືກປິດແລະ ສຽງໂມ້ຄ່ອຍລົງ;ເມື່ອຄົນເຮົາຕື່ນຂຶ້ນຕອນໄດ້ຍິນສຽງນົກຮ້ອງ,ແຕ່ສຽງເພງຂອງພວກມັນກໍຄ່ອຍລົງ;
5ເມື່ອຄົນເຮົາຢ້ານຄວາມສູງແລະ ຢ້ານໄພອັນຕະລາຍໃນຖະໜົນ;ເມື່ອຕົ້ນອັນມອນອອກດອກບານແລະ ຕັກແຕນລາກຂາຍ່າງໄປແລະ ຄວາມປາຖະໜາບໍ່ຖືກກະຕຸ້ນອີກຕໍ່ໄປ.ເມື່ອນັ້ນມະນຸດກໍໄປສູ່ບ້ານນິລັນດອນຂອງຕົນແລະ ຄົນໄວ້ທຸກຍ່າງໄປຕາມຖະໜົນ.
6ຈົ່ງລະນຶກເຖິງພຣະອົງ ກ່ອນທີ່ສາຍເງິນຈະຂາດ,ຫລື ຖ້ວຍຄຳຈະແຕກ;ກ່ອນທີ່ເຢືອກຈະແຕກໝຸ່ນຢູ່ທີ່ນ້ຳພຸ,ຫລື ລໍ້ຫັກເພຢູ່ທີ່ນ້ຳສ້າງ,
7ແລະ ຂີ້ຝຸ່ນດິນຈະກັບຄືນສູ່ດິນທີ່ມັນຈາກມາ,ແລະ ຈິດວິນຍານກັບຄືນສູ່ພຣະເຈົ້າຜູ້ໄດ້ມອບໃຫ້.
8ປັນຍາຈານກ່າວວ່າ, “ອະນິຈັງ! ອະນິຈັງ!ທຸກສິ່ງລ້ວນແຕ່ອະນິຈັງ!”
ບົດສະຫລຸບ
9ປັນຍາຈານນັ້ນບໍ່ພຽງແຕ່ສະຫລາດເທົ່ານັ້ນ ແຕ່ເພິ່ນຍັງໄດ້ຖ່າຍທອດຄວາມຮູ້ໃຫ້ແກ່ປະຊາຊົນນຳອີກ. ເພິ່ນໄດ້ສຶກສາກັບຄົ້ນຄວ້າຮ່ຳຮຽນ ແລະ ຮວບຮວມສຸພາສິດຕ່າງໆໄວ້ໃຫ້ເປັນລະບົບ. 10ເພິ່ນໄດ້ຊອກຫາຖ້ອຍຄຳທີ່ເໝາະສົມ ແລະ ສິ່ງທີ່ເພິ່ນຂຽນນັ້ນທ່ຽງທຳ ແລະ ເປັນຈິງ.
11ຄໍາເວົ້າຂອງຄົນສະຫລາດກໍເໝືອນຫອກທີ່ແຫລມ, ຄຳເວົ້າທີ່ຮວບຮວມໄວ້ຂອງພວກເຂົາກໍເໝືອນຕະປູຕອກແໜ້ນ ເຊິ່ງພຣະຜູ້ລ້ຽງໄດ້ມອບໃຫ້. 12ລູກເອີຍ, ຈົ່ງລະວັງສິ່ງທີ່ຕໍ່ເຕີມເສີມແຕ່ງຫລາຍກວ່ານັ້ນ. ຈະເຮັດໜັງສືຫລາຍ ກໍບໍ່ຈົບສິ້ນ ແລະ ຮຽນຫລາຍ ກໍເມື່ອຍກາຍ.
13ບັດນີ້ ກໍໄດ້ຟັງມາໝົດແລ້ວ;ບົດສະຫລຸບກໍຄື:ຈົ່ງຢຳເກງພຣະເຈົ້າ ແລະ ຖືຮັກສາຄໍາສັ່ງຂອງພຣະອົງ,ເພາະນີ້ເປັນໜ້າທີ່ຂອງມະນຸດທຸກຄົນ.
14ເພາະພຣະເຈົ້າຈະພິພາກສາການກະທຳທຸກຢ່າງ,ລວມເຖິງທຸກສິ່ງທີ່ປົກປິດໄວ້,ບໍ່ວ່າດີ ຫລື ຊົ່ວ.