Side by side with the Father's Heart Bible™ ດາວິດ ແລະ ເມຟີໂບເຊັດ
1ດາວິດຖາມວ່າ, “ມີຄົນໃດແດ່ໃນຄອບຄົວໂຊນທີ່ຍັງມີຊີວິດທີ່ເຮົາຈະໄດ້ສະແດງຄວາມເມດຕາຕໍ່ລາວເພື່ອເຫັນແກ່ໂຢນາທານ?”
2ແລ້ວມີຜູ້ຮັບໃຊ້ຄົນໜຶ່ງໃນຄອບຄົວຂອງໂຊນຊື່ຊີບາ. ພວກເຂົາໄດ້ເອີ້ນລາວມາພົບດາວິດ, ແລະ ກະສັດໄດ້ກ່າວກັບລາວວ່າ, “ເຈົ້າແມ່ນຊີບາບໍ?” ລາວຕອບວ່າ, “ໂດຍແມ່ນແລ້ວ”.
3ກະສັດຖາມວ່າ, “ໃນຄອບຄົວຂອງໂຊນມີຜູ້ໃດທີ່ມີຊີວິດທີ່ເຮົາຈະສະແດງຄວາມເມດຕາຂອງພຣະເຈົ້າຕໍ່ລາວ?” ຊີບາຕອບກະສັດວ່າ, “ລູກຊາຍຂອງໂຢນາທານຍັງມີຊີວິດຢູ່; ຕີນຂອງລາວເປັນເປ້ຍ”.
4ກະສັດກ່າວຖາມວ່າ, “ລາວຢູ່ໃສ?” ຊີບາຕອບວ່າ, “ລາວຢູ່ທີ່ເຮືອນຂອງມາກີລູກຊາຍຂອງອໍາມີເອນໃນເມືອງໂລເດບາ”.
5ສະນັ້ນ ກະສັດດາວິດຈຶ່ງໃຫ້ຄົນໄປນໍາເອົາລາວມາຈາກໂລເດບາ, ຈາກເຮືອນມາກີລູກຊາຍຂອງອໍາມີເອນ.
6ເມື່ອເມຟີໂບເຊັດລູກຊາຍຂອງໂຢນາທານ, ຫລານຊາຍຂອງໂຊນມາພົບດາວິດ, ລາວກໍກົ້ມກາບລົງພື້ນເພື່ອໃຫ້ກຽດເພິ່ນ. ດາວິດໄດ້ເວົ້າວ່າ, “ເມຟີໂບເຊັດເອີຍ!” ລາວໄດ້ຕອບວ່າ, “ໂດຍຂ້ານ້ອຍ”.
7ດາວິດເວົ້າກັບລາວວ່າ, “ຢ່າຢ້ານເລີຍ, ເພາະເຮົາຈະສະແດງຄວາມເມດຕາກະລຸນາຕໍ່ເຈົ້າໂດຍເຫັນແກ່ໂຢນາທານພໍ່ຂອງເຈົ້າຢ່າງແນ່ນອນ. ເຮົາຈະຄືນທີ່ດິນທັງໝົດທີ່ເປັນຂອງໂຊນປູ່ຂອງເຈົ້າໃຫ້ກັບເຈົ້າ, ແລະ ເຈົ້າຈະມານັ່ງຮ່ວມໂຕະອາຫານກັບເຮົາສະເໝີ”.
8ເມຟີໂບເຊັດກົ້ມກາບລົງ ແລະ ເວົ້າວ່າ “ຜູ້ຮັບໃຊ້ຂອງທ່ານເປັນຜູ້ໃດທີ່ທ່ານຄວນຈະໃຫ້ຄຸນຄ່າເທົ່າກັບໝາຕາຍເໝືອນດັ່ງຂ້ານ້ອຍ?”
9ຈາກນັ້ນ ກະສັດຈຶ່ງເອີ້ນຊີບາ, ຜູ້ຮັບໃຊ້ຂອງໂຊນມາ, ແລະ ໄດ້ເວົ້າກັບລາວວ່າ, “ເຮົາໄດ້ມອບທຸກສິ່ງໃຫ້ທີ່ເປັນຂອງໂຊນ ແລະ ຄອບຄົວຂອງເພິ່ນໃຫ້ແກ່ຫລານຊາຍຂອງນາຍເຈົ້າ. 10ເຈົ້າ ແລະ ບັນດາລູກຊາຍ ແລະ ຄົນຮັບໃຊ້ຂອງເຈົ້າຈົ່ງເຮັດໄຮ່ໄຖນາໃຫ້ລາວ ແລະ ນຳຜົນລະປູກມາ, ເພື່ອຫລານຊາຍຂອງເຈົ້ານາຍຂອງເຈົ້າຈະໄດ້ຮັບການລ້ຽງດູ. ແລະ ເມຟີໂບເຊັດຫລານຊາຍຂອງນາຍເຈົ້າຈະຮ່ວມໂຕະອາຫານກັບເຮົາສະເໝີ”. (ບັດນີ້ ຊີບາມີລູກຊາຍສິບຫ້າຄົນ ແລະ ຄົນຮັບໃຊ້ຊາວຄົນ).
11ແລ້ວຊີບາໄດ້ເວົ້າກັບກະສັດວ່າ, “ຜູ້ຮັບໃຊ້ຂອງທ່ານຈະເຮັດທຸກຢ່າງຕາມຄຳສັ່ງຂອງກະສັດເຈົ້ານາຍຂອງຂ້ານ້ອຍ”. ດັ່ງນັ້ນ ເມຟີໂບເຊັດຈຶ່ງໄດ້ຮ່ວມໂຕະອາຫານກັບດາວິດດັ່ງເປັນລູກຊາຍຄົນໜຶ່ງຂອງກະສັດ.
12ເມຟີໂບເຊັດມີລູກຊາຍຄົນໜຶ່ງຊື່ວ່າມີກາ, ແລະ ສະມາຊິກທຸກຄົນໃນຄອບຄົວຂອງຊີບາເປັນຄົນຮັບໃຊ້ຂອງເມຟີໂບເຊັດ. 13ແລະ ເມຟີໂບເຊັດອາໄສຢູ່ໃນເຢຣູຊາເລັມ, ເພາະລາວຕ້ອງກິນອາຫານຮ່ວມໂຕະກັບກະສັດຢູ່ສະເໝີ; ເພາະຕີນທັງສອງຂ້າງຂອງລາວເປັນເປ້ຍ.