Skip to content
The Believer's Library

Biblica® Open Lao Contemporary Version

2 Samuel 2 OLCV

Show OLCV only
Verse × ×
1 Later, David inquired of our Father, "Should I go up to one of the cities of Judah?" Our Father said, "Go up." David said, "Where?" "Hebron," he said. ຫລັງຈາກນັ້ນ, ດາວິດ​ໄດ້​ຖາມ​ພຣະເຈົ້າ​ຢາເວ​ວ່າ, “ຂ້ານ້ອຍ​ຄວນ​ໄປ​ເມືອງ​ໃດ​ເມືອງ​ໜຶ່ງ​ໃນ​ຢູດາ​ຫລື​ບໍ່?” ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ຈົ່ງ​ໄປ”. ດາວິດ​ໄດ້​ຖາມ​ວ່າ, “ຂ້ານ້ອຍ​ຄວນ​ໄປ​ເມືອງ​ໃດ?” ພຣະອົງ​ຕອບ​ວ່າ, “ເມືອງ​ເຮັບໂຣນ”.
2 David went up there with his two wives, Ahinoam of Jezreel and Abigail, Nabal the Carmelite's widow. ດາວິດ​ຈຶ່ງ​ໄປ​ທີ່​ນັ້ນ​ພ້ອມ​ກັບ​ເມຍ​ທັງ​ສອງ​ຄົນ​ຂອງ​ຕົນ, ຄື​ອາຮີໂນອາມ​ແຫ່ງ​ຢິດຊະເຣນ ແລະ ອາບີກາຍ​ເມຍ​ໝ້າຍ​ຂອງ​ນາບານ​ແຫ່ງ​ກາເມນ.
3 David brought up his men who were with him, each with his household, and they settled in Hebron's towns. ດາວິດ​ໄດ້​ນຳ​ພວກ​ຜູ້ຊາຍ​ທີ່​ຢູ່​ກັບ​ຕົນ, ຄອບຄົວ​ຂອງ​ພວກເຂົາ​ແຕ່ລະຄົນ​ມາ​ນໍາ, ພວກເຂົາ​ຕັ້ງຖິ່ນຖານ​ທີ່​ເມືອງ​ເຮັບໂຣນ, ແລະ ທີ່​ຫົວ​ເມືອງ​ຕ່າງໆ​ດ້ວຍ.
4 Then Judah's men came and anointed David king over Judah's house there. They told David that Jabesh-gilead's men had buried Saul. ຊາວ​ຢູດາ​ມາ​ທີ່​ເຮັບໂຣນ ແລະ ພວກເຂົາ​ແຕ່ງຕັ້ງ​ດາວິດ​ເປັນ​ກະສັດ​ແຫ່ງ​ຢູດາຍ​ຢູ່​ທີ່​ນັ້ນ. ເມື່ອ​ດາວິດ​ໄດ້​ຮູ້ວ່າ​ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້​ຈັດການ​ຝັງສົບ​ໂຊນ,
5 He sent messengers to the men of Jabesh-gilead: "May our Father bless you for this kindness to your lord Saul, burying him. ດາວິດ​ຈຶ່ງ​ໄດ້​ສົ່ງ​ພວກ​ຜູ້ນຳຂ່າວ​ໄປ​ບອກ​ຊາວ​ຢາເບັດ​ວ່າ, “ຂໍ​ພຣະເຈົ້າ​ຢາເວ​ອວຍພອນ​ພວກທ່ານ​ທີ່​ໄດ້​ສະແດງ​ຄວາມ​ກະລຸນາ​ຕໍ່​ໂຊນ ເຈົ້ານາຍ​ຂອງ​ພວກທ່ານ​ໂດຍ​ຈັດການ​ຝັງ​ສົບ​ຂອງ​ເພິ່ນ.
6 Now may our Father show you kindness and faithfulness; I too will treat you well for doing this. ບັດນີ້ ຂໍ​ພຣະເຈົ້າ​ຢາເວ​ໄດ້​ສະແດງ​ຄວາມ​ກະລຸນາ ແລະ ຄວາມ​ສັດຊື່​ຕໍ່​ພວກທ່ານ ແລະ ຂ້າພະເຈົ້າ​ເໝືອນ​ກັນ​ກໍ​ຈະ​ສະແດງ​ຄວາມ​ເມດຕາ​ຕໍ່​ພວກທ່ານ​ເພາະ​ການ​ກະທຳ​ຄັ້ງ​ນີ້​ຂອງ​ພວກທ່ານ.
7 Be strong and take courage, for your master Saul is dead, and Judah's house has also anointed me king over them." ບັດນີ້ ຈົ່ງ​ກ້າຫານ ແລະ ເຂັ້ມແຂງ​ເພາະ​ໂຊນ​ເຈົ້ານາຍ​ຂອງ​ພວກທ່ານ​ຕາຍ​ໄປ​ແລ້ວ ແລະ ຊາວ​ຢູດາ​ໄດ້​ແຕ່ງຕັ້ງ​ຂ້າພະເຈົ້າ​ຂຶ້ນ​ເປັນ​ກະສັດ​ຂອງ​ພວກເຂົາ”.
8 But Abner son of Ner, Saul's army commander, took Ish-bosheth son of Saul and brought him across to Mahanaim. ຝ່າຍ​ອັບເນ​ລູກຊາຍ​ຂອງ​ເນຣະ​ຜູ້ບັນຊາການ​ກອງທັບ​ຂອງ​ໂຊນ​ໄດ້​ພາ​ອີຊະໂບເຊັດ​ລູກຊາຍ​ຂອງ​ໂຊນ​ໄປ​ທີ່​ເມືອງ​ມະຫານາອິມ.
9 He made him king over Gilead, over the Ashurites, over Jezreel, over Ephraim, over Benjamin—over all Israel. ລາວ​ແຕ່ງຕັ້ງ​ອີຊະໂບເຊັດ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ກີເລອາດ, ອາຊູຣິ ແລະ ຢິດຊະເຣນ ແລະ ເອຟຣາອິມ, ເບັນຢາມິນ ແລະ ທົ່ວ​ອິດສະຣາເອນ​ທັງໝົດ.
10 Ish-bosheth son of Saul was forty when he became king over Israel; he reigned two years. But Judah's house followed David. ອີຊະໂບເຊັດ​ລູກ​ຂອງ​ໂຊນ​ມີ​ອາຍຸ​ໄດ້​ສີ່​ສິບ​ປີ ເມື່ອ​ລາວ​ຂຶ້ນ​ເປັນ​ກະສັດ​ຂອງ​ອິດສະຣາເອນ, ແລະ ລາວ​ໄດ້​ປົກຄອງ​ຢູ່​ສອງ​ປີ. ແຕ່​ເຜົ່າ​ຢູດາ​ຍັງ​ສືບຕໍ່​ສັດຊື່​ຕໍ່​ດາວິດ.
11 David was king in Hebron over the house of Judah for seven years and six months. ໄລຍະ​ເວລາ​ທີ່​ດາວິດ​ເປັນ​ກະສັດ​ຢູ່​ປົກຄອງ​ຢູດາຍ​ໃນ​ເມືອງ​ເຮັບໂຣນ​ເປັນ​ເວລາ​ເຈັດ​ປີ​ກັບ​ຫົກ​ເດືອນ.
12 Abner son of Ner, with Ish-bosheth son of Saul's servants, left Mahanaim for Gibeon. ອັບເນ​ລູກຊາຍ​ເນຣະ​ກັບ​ຄົນ​ຂອງ​ອີຊະໂບເຊັດ​ລູກຊາຍ​ຂອງ​ໂຊນ​ອອກ​ຈາກ​ມະຫານາອິມ ແລະ ໄປ​ທີ່​ກີເບໂອນ.
13 Joab son of Zeruiah and David's servants also went out and met them together at Gibeon's pool—one side sitting on one bank, the other on the opposite bank. ຝ່າຍ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ແລະ ຄົນ​ຂອງ​ດາວິດ​ອອກ​ມາ​ປະເຊີນ​ໜ້າ​ກັບ​ພວກເຂົາ​ທີ່​ສະນໍ້າ​ກີເບໂອນ. ຝ່າຍ​ໜຶ່ງ​ຕັ້ງ​ທ່າ​ຢູ່​ສະນໍ້າ​ຟາກ​ໜຶ່ງ ແລະ ອີກ​ຝ່າຍ​ໜຶ່ງ​ກໍ​ຢູ່​ອີກ​ຟາກ​ໜຶ່ງ.
14 Abner said to Joab, "Let the young men get up and compete before us." Joab said, "Let them get up." ຫລັງຈາກນັ້ນ ອັບເນ​ໄດ້​ບອກ​ໂຢອາບ​ວ່າ, “ໃຫ້​ຊາຍ​ໜຸ່ມ​ບາງຄົນ​ມາ​ລອງ​ຝີ​ມື​ກັນ​ຕໍ່ໜ້າ​ເຮົາ​ດີ​ກວ່າ”. ໂຢອາບ​ໄດ້​ຕອບ​ວ່າ, “ຕົກ​ລົງ, ໃຫ້​ພວກເຂົາ​ສູ້​ກັນ”.
15 So they got up and crossed over by count, twelve for Benjamin and Ish-bosheth son of Saul, twelve from David's servants. ດັ່ງນັ້ນ ຝ່າຍ​ເບັນຢາມິນ ແລະ ອີຊະໂບເຊັດ​ລູກຊາຍ​ຂອງ​ໂຊນ​ຈຶ່ງ​ເລືອກ​ທະຫານ​ມາ​ສິບ​ສອງ​ຄົນ ແລະ ຝ່າຍ​ດາວິດ​ກໍ​ເລືອກ​ສິບ​ສອງ​ຄົນ​ເຊັ່ນ​ກັນ.
16 Each man gripped his opponent's head and drove his sword into his side, and they fell together. So the place in Gibeon was named Helkath-hazzurim. ແຕ່​ລະ​ຄົນ​ຕ່າງ​ກໍ​ຈັບ​ຫົວ​ຂອງ​ຄູ່​ຕໍ່ສູ້ ແລະ ເອົາ​ດາບ​ສັ້ນ​ແທງ​ທີ່​ຂ້າງ​ຂອງ​ອີກ​ຝ່າຍ ແລະ ພວກເຂົາ​ຕ່າງ​ກໍ​ລົ້ມ​ຕາຍ​ພ້ອມ​ກັນ. ຫລັງຈາກນັ້ນ ສະຖານ​ທີ່​ແຫ່ງ​ນັ້ນ​ໃນ​ກີເບໂອນ​ຈຶ່ງ​ຖືກ​ເອີ້ນ​ວ່າ ເຮນກາດ​ຮັດຊູຣິມ.
17 The fighting that day was very fierce; Abner and Israel's men fell before David's servants. ການ​ສູ້ຮົບ​ກັນ​ຢ່າງ​ດຸເດືອດ​ໃນ​ວັນ​ນັ້ນ, ແລະ ອັບເນ ແລະ ຊາວ​ອິດສະຣາເອນ​ໄດ້​ພ່າຍແພ້​ຄົນ​ຂອງ​ດາວິດ.
18 Zeruiah's three sons were there: Joab, Abishai, and Asahel—Asahel as fast-footed as a wild gazelle. ລູກຊາຍ​ທັງ​ສາມ​ຂອງ​ນາງ​ເຊຣູອີຢາ​ຄື: ໂຢອາບ, ອາບີໄຊ ແລະ ອາສາເຮນ​ຢູ່​ທີ່​ນັ້ນ. ບັດນີ້ ອາສາເຮນ​ນັ້ນ​ຕີນ​ໄວ​ເໝືອນ​ກວາງນ້ອຍ.
19 He chased Abner, turning neither to the right nor to the left as he pursued him. ອາສາເຮນ​ແລ່ນ​ໄລ່ລ້າ​ອັບເນ​ໂດຍ​ບໍ່​ຫັນ​ຊ້າຍ​ຫັນ​ຂວາ.
20 Abner looked back and said, "Is that you, Asahel?" "It is," he answered. ອັບເນ​ຫລຽວຫລັງ​ມາ ແລະ ຖາມ​ວ່າ, “ອາສາເຮນ, ນັ້ນ​ແມ່ນ​ເຈົ້າ​ບໍ?” ອາຊາເຮນ​ຕອບ​ວ່າ, “ແມ່ນ​ແລ້ວ”.
21 Abner told him, "Turn right or left, seize one of the young men, take his gear." But Asahel refused to stop chasing him. ອັບເນ​ໄດ້​ເວົ້າ​ກັບລາວ​ວ່າ, “ຫັນ​ໄປ​ທາງ​ຊ້າຍ ຫລື ຂວາ​ກໍ​ໄດ້; ຈົ່ງ​ໄລ່​ຕາມ​ຄົນ​ອື່ນ​ແລ້ວ​ປົດ​ອາວຸດ​ພວກເຂົາ​ດີກວ່າ”. ແຕ່​ອາສາເຮນ​ບໍ່​ຍອມ​ຢຸດ​ແລ່ນ​ໄລ່​ຕາມ​ລາວ.
22 Abner told Asahel again, "Turn back. Why force me to strike you down? How could I face your brother Joab?" ອັບເນ​ໄດ້​ເຕືອນ​ອາສາເຮນ​ອີກ​ວ່າ, “ຈົ່ງ​ເຊົາ​ໄລ່​ຕາມ​ຂ້ອຍ​ສາ! ເປັນຫຍັງ​ຂ້ອຍ​ຈະຕ້ອງ​ຂ້າ​ເຈົ້າ? ເຮົາ​ຈະ​ໄປ​ສູ້​ໜ້າ​ໂຢອາບ​ອ້າຍ​ຂອງ​ເຈົ້າ​ໄດ້​ຢ່າງໃດ?”
23 He refused to turn aside, so Abner struck him in the stomach with the butt of his spear; it came out through his back. He fell there and died on the spot. Everyone who came to where Asahel had fallen and died stood still. ແຕ່​ອາສາເຮນ​ຍັງ​ບໍ່​ຍອມ​ເຊົາ​ແລ່ນ​ໄລ່​ຕາມ; ສະນັ້ນ ອັບເນ​ຈຶ່ງ​ໃຊ້​ຫອກ​ແທງ​ເຂົ້າ​ທີ່​ທ້ອງ​ຂອງ​ອາສາເຮນ, ແລະ ຫອກ​ລຸ​ຫລັງ​ຂອງ​ລາວ. ລາວ​ລົ້ມ​ລົງ​ຕາຍ​ຄາ​ບ່ອນນັ້ນ. ແລະ ທຸກຄົນ​ທີ່​ມາ​ຮອດບ່ອນທີ່​ອາຊາເຮນ​ນອນ​ຕາຍ​ຢູ່​ກໍ​ຢຸດ​ຢູ່​ທີ່​ນັ້ນ.
24 Joab and Abishai pursued Abner; at sunset they reached the hill of Ammah, near Giah on the way to the wilderness of Gibeon. ແຕ່​ໂຢອາບ​ກັບ​ອາບີໄຊ​ໄລ່​ຕາມ​ອັບເນ​ຕໍ່ໄປ, ແລະ ຂະນະທີ່​ດວງຕາເວັນ​ຫາ​ກໍ​ຕົກ​ດິນ, ເມື່ອ​ລາວ​ມາ​ຮອດ​ເນີນພູ​ອຳມາ​ໃກ້​ກີອາ​ຕາມ​ເສັ້ນ​ທາງ​ໄປ​ສູ່​ຖິ່ນແຫ້ງແລ້ງກັນດານ​ກີເບໂອນ.
25 Benjamin's men gathered behind Abner, formed one band, and stood atop a hill. ຈາກນັ້ນ ຊາວ​ເບັນຢາມິນ​ຈຶ່ງ​ເຕົ້າໂຮມ​ກັນ​ຕາມ​ອັບເນ​ໄປ. ພວກເຂົາ​ລວມ​ຕົວ​ກັນ​ເປັນ​ກຸ່ມ ແລະ ຢືນ​ເປັນ​ແຖວ​ຢູ່​ເທິງ​ເນີນພູ.
26 Abner called to Joab: "Must the sword devour forever? Don't you know this will end bitterly? How long until you tell the people to turn back from chasing their brothers?" ອັບເນ​ຮ້ອງ​ໃສ່​ໂຢອາບ​ວ່າ, “ພວກເຮົາ​ຈະ​ຕ້ອງ​ຂ້າ​ກັນ​ຕະຫລອດໄປ​ບໍ? ເຈົ້າ​ບໍ່​ຮູ້​ບໍ​ວ່າ​ເລື່ອງ​ນີ້​ຈະ​ຈົບ​ລົງ​ຢ່າງ​ຂົມຂື່ນ? ອີກ​ດົນ​ປານໃດ​ເຈົ້າ​ຈຶ່ງ​ຈະ​ສັ່ງ​ຄົນ​ຂອງ​ເຈົ້າ​ໃຫ້​ເຊົາ​ຕາມ​ຂ້າ​ພີ່ນ້ອງ​ຊາວ​ອິດສະຣາເອນ?”
27 Joab said, "As surely as our Father lives, if you had not spoken, the people would have kept pursuing their brothers until morning." ໂຢອາບ​ຕອບ​ໄປ​ວ່າ, “ພຣະເຈົ້າ​ມີ​ຊີວິດ​ຢູ່​ສັນໃດ, ຖ້າ​ເຈົ້າ​ບໍ່​ໄດ້​ເວົ້າ​ຂຶ້ນ​ມາ, ພວກເຮົາ​ຈະ​ໄລ່ຕາມ​ພວກເຂົາ​ຈົນ​ເຖິງ​ມື້ອື່ນ​ເຊົ້າ​ສັນນັ້ນ”.
28 Joab blew the trumpet; all the troops stopped, no longer pursuing Israel or fighting. ສະນັ້ນ ໂຢອາບ​ກໍ​ເປົ່າ​ແກ​ຂຶ້ນ, ແລະ ທະຫານ​ທັງໝົດ​ຈຶ່ງ​ຢຸດ; ພວກເຂົາ​ຢຸດ​ໄລ່​ຕາມ​ຝ່າຍ​ອິດສະຣາເອນ, ຫລື ພວກເຂົາ​ຢຸດ​ສູ້ຮົບ​ກັນ.
29 Abner and his men marched through the Arabah all that night, crossed the Jordan, went through all Bithron, and reached Mahanaim. ຕະຫລອດ​ທັງຄືນ​ນັ້ນ​ອັບເນ ແລະ ຄົນ​ຂອງ​ເພິ່ນ​ເດີນທາງ​ຜ່ານ​ອາຣາບາ. ພວກເຂົາ​ຂ້າມ​ແມ່ນ້ຳ​ຈໍແດນ, ແລ້ວ​ສືບຕໍ່​ຍ່າງ​ຈົນ​ຮອດ​ເຊົ້າ ແລະ ມາ​ຮອດ​ເມືອງ​ມະຫານາອິມ.
30 Joab turned back from chasing Abner, gathered all the troops, and found nineteen of David's men missing, besides Asahel. ໂຢອາບ​ກໍ​ເຊົາ​ໄລ່​ຕາມ​ອັບເນ ແລະ ຮວບຮວມ​ກອງ​ກໍາລັງ​ທັງໝົດ. ນອກ​ຈາກ​ອາສາເຮນ​ແລ້ວ​ມີ​ຄົນ​ຂອງ​ດາວິດ​ສິບ​ເກົ້າ​ຄົນ​ທີ່​ຂາດ​ຫາຍ​ໄປ.
31 But David's servants struck down 360 of the men of Benjamin who were with Abner. ແຕ່​ຄົນ​ຂອງ​ດາວິດ​ຂ້າ​ຊາວ​ເບັນຢາມິນ​ທີ່​ຢູ່​ກັບ​ອັບເນ​ສາມຮ້ອຍ​ຫົກສິບ​ຄົນ.
32 They carried Asahel, buried him in his father's tomb in Bethlehem; Joab and his men walked all night, reaching Hebron by dawn. ພວກເຂົາ​ນຳ​ຊາກສົບ​ຂອງ​ອາສາເຮນ​ໄປ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ພໍ່​ລາວ​ທີ່​ເບັດເລເຮັມ. ແລ້ວ​ໂຢອາບ​ກັບ​ຄົນ​ຂອງ​ລາວ​ກໍ​ເດີນທາງ​ຕະຫລອດ​ທັງ​ຄືນ ແລະ ມາ​ຮອດ​ເມືອງ​ເຮັບໂຣນ​ໃນ​ຕອນເຊົ້າ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]