Skip to content
The Believer's Library

Biblica® Open Lao Contemporary Version

2 Samuel 3 OLCV

Show OLCV only
Verse × ×
1 The war between Saul's house and the house of David dragged on a long time. David grew steadily stronger, while Saul's house grew weaker and weaker. ການ​ສູ້ຮົບ​ລະຫວ່າງ​ເຊື້ອສາຍ​ຂອງ​ໂຊນ ແລະ ເຊື້ອສາຍ​ຂອງ​ດາວິດ​ໄດ້​ສູ້ກັນ​ເປັນ​ເວລາ​ດົນນານ. ດາວິດ​ເຂັ້ມແຂງ​ຂຶ້ນ​ເລື້ອຍໆ, ໃນ​ຂະນະ​ທີ່​ເຊື້ອສາຍ​ຂອງ​ໂຊນ​ເລີ່ມ​ອ່ອນແອ​ລົງ​ເລື້ອຍໆ.
2 Sons were born to David in Hebron. His firstborn was Amnon, whose mother was Ahinoam of Jezreel; ລູກຊາຍ​ຂອງ​ດາວິດ​ທີ່​ເກີດ​ໃນ​ເມືອງ​ເຮັບໂຣນ​ໄດ້​ແກ່: ອຳໂນນ​ລູກ​ຜູ້​ທໍາອິດ​ຂອງ​ເພິ່ນ​ທີ່​ເກີດ​ມາ​ຈາກ​ນາງ​ອາຮີໂນອາມ​ແຫ່ງ​ຢິດຊະເຣນ;
3 his second, Chileab, by Abigail, Nabal of Carmel's widow; the third, Absalom, son of Maacah, daughter of Talmai king of Geshur; ຜູ້​ທີ​ສອງ​ຄື, ກີເລອາບ​ລູກຊາຍ​ຂອງ​ນາງ​ອາບີກາຍ​ເມຍ​ໝ້າຍ​ຂອງ​ນາບານ​ແຫ່ງ​ກາເມນ; ຜູ້​ທີ​ສາມ​ຄື, ອັບຊາໂລມ​ລູກຊາຍ​ຂອງ​ນາງ​ມາອາກາ​ເປັນ​ລູກສາວ​ຂອງ​ກະສັດ​ຕານໄມ​ແຫ່ງ​ເກຊູ;
4 the fourth, Adonijah son of Haggith; the fifth, Shephatiah son of Abital; ຜູ້​ທີ​ສີ່​ຄື, ອາໂດນີຢາ​ລູກຊາຍ​ຂອງ​ນາງ​ຮັກກິດ; ຜູ້​ທີ​ຫ້າ​ຄື, ເຊຟາຕີຢາ​ລູກຊາຍ​ຂອງ​ນາງ​ອາບີຕານ;
5 and the sixth, Ithream, by David's wife Eglah. These were David's sons born in Hebron. ແລະ ຜູ້​ທີ​ຫົກ​ຄື​ອິດທະເລອາມ​ລູກຊາຍ​ຂອງ​ນາງ​ເອັກລາ. ລູກຊາຍ​ເຫລົ່ານີ້​ຂອງ​ດາວິດ​ໄດ້​ເກີດ​ທີ່​ເມືອງ​ເຮັບໂຣນ.
6 During the war between the house of Saul and the house of David, Abner kept strengthening his position in Saul's house. ໃນ​ຂະນະ​ທີ່​ການ​ສູ້ຮົບ​ລະຫວ່າງ​ເຊື້ອສາຍ​ຂອງ​ໂຊນ​ກັບ​ເຊື້ອສາຍ​ຂອງ​ດາວິດ​ດຳເນີນ​ໄປ, ອັບເນ​ກໍ​ມີ​ອໍານາດ​ເຂັ້ມແຂງ​ຫລາຍ​ຂຶ້ນ​ເລື້ອຍໆ​ໃນ​ເຊື້ອສາຍ​ຂອງ​ໂຊນ.
7 Saul had a concubine named Rizpah, daughter of Aiah. Ish-bosheth said to Abner, "Why did you sleep with my father's concubine?" ໂຊນ​ໄດ້​ມີ​ເມຍນ້ອຍ​ຄົນ​ໜຶ່ງ​ຊື່​ວ່າ​ຣິຊະປາ ລູກສາວ​ຂອງ​ອາອີຢາ ແລະ ອີຊະໂບເຊັດ​ໄດ້​ກ່າວ​ກັບ​ອັບເນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຫລັບ​ນອນ​ກັບ​ເມຍນ້ອຍ​ຂອງ​ພໍ່​ຂ້ອຍ?”
8 Abner, very angry at Ish-bosheth's words, said, "Am I a dog's head loyal to Judah? Today I keep showing loyalty to your father Saul's house, his brothers and friends, and haven't handed you to David. Yet now you charge me over this woman! ຄຳ​ເວົ້າ​ນີ້​ຂອງ​ອີຊະໂບເຊັດ​ເຮັດ​ໃຫ້​ອັບເນ​ໃຈຮ້າຍ​ຫລາຍ. ດັ່ງນັ້ນ ລາວ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ໝາ​ຮັບໃຊ້​ຝ່າຍ​ຢູດາ​ບໍ? ຂ້ານ້ອຍ​ຍັງ​ຄົງ​ຈົ່ງ​ຮັກ​ພັກດີ​ຕໍ່​ໂຊນ​ພໍ່​ຂອງ​ທ່ານ ແລະ ຄອບຄົວ ແລະ ໝູ່ເພື່ອນ​ຂອງ​ທ່ານ​ມາ​ຈົນ​ເຖິງ​ບັດນີ້. ຂ້ານ້ອຍ​ບໍ່​ໄດ້​ມອບ​ທ່ານ​ໃຫ້​ກັບ​ດາວິດ. ແຕ່​ບັດນີ້​ທ່ານ​ໄດ້​ກ່າວຫາ​ຂ້ານ້ອຍ​ດ້ວຍ​ເລື່ອງ​ແມ່ຍິງ​ຄົນ​ນີ້!
9 May our Father do the same to Abner, and more, if I do not do for David what our Father swore to him, ຂໍ​ພຣະເຈົ້າ​ຈັດການ​ກັບ​ອັບເນ​ຢ່າງໜັກ, ຖ້າ​ຂ້ານ້ອຍ​ບໍ່​ໄດ້​ເຮັດ​ກັບ​ດາວິດ​ຕາມ​ຄຳສັນຍາ​ທີ່​ພຣະເຈົ້າ​ຢາເວ​ໄດ້​ປະຕິຍານ​ໄວ້​ກັບ​ລາວ.
10 to transfer the kingdom from Saul's house and set up David's throne over Israel and over Judah, from Dan to Beersheba." ແລະ ຈົ່ງ​ຍ້າຍ​ອານາຈັກ​ຈາກ​ຄອບຄົວ​ຂອງ​ໂຊນ ແລະ ຕັ້ງ​ບັນລັງ​ຂອງ​ດາວິດ​ຂຶ້ນ​ເໜືອ​ອິດສະຣາເອນ ແລະ ຢູດາຍ​ຈາກ​ດານ​ມາ​ທີ່​ເບເອນເຊບາ”.
11 And Ish-bosheth could not say another word to Abner, because he was afraid of him. ອີຊະໂບເຊັດ​ບໍ່​ກ້າ​ໂຕ້ຕອບ​ອັບເນ, ເພາະ​ອີຊະໂບເຊັດ​ຢ້ານ​ລາວ.
12 Abner sent messengers to David on his behalf: "Whose is the land? Make your covenant with me, and my hand will be with you to bring all Israel over to you." ແລ້ວ​ອັບເນ​ກໍ​ສົ່ງ​ຜູ້ນຳຂ່າວ​ເປັນ​ຕົວແທນ​ໄປ​ບອກ​ຕໍ່​ດາວິດ​ວ່າ, “ແຜ່ນດິນ​ນີ້​ເປັນ​ຂອງ​ຜູ້ໃດ? ຈົ່ງ​ເຮັດ​ຂໍ້​ຕົກລົງ​ກັບ​ຂ້ານ້ອຍ ແລະ ຂ້ານ້ອຍ​ກໍ​ຈະ​ຊ່ວຍ​ນຳ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ຫາ​ທ່ານ”.
13 David said, "Good; I'll make a covenant with you. But I require one thing: you won't see my face unless you first bring Michal, Saul's daughter, when you come." ດາວິດ​ໄດ້​ເວົ້າ​ວ່າ, “ດີ​ແລ້ວ, ເຮົາ​ຈະ​ເຮັດ​ຂໍ້ຕົກລົງ​ກັບ​ເຈົ້າ. ແຕ່​ເຮົາ​ຂໍ​ສິ່ງ​ໜຶ່ງ​ຈາກ​ເຈົ້າ​ຄື: ຢ່າ​ມາ​ຫາ​ເຮົາ​ເວັ້ນເສຍ​ແຕ່​ເຈົ້າ​ນໍາ​ເອົາ​ມີການ ລູກສາວ​ຂອງ​ໂຊນ​ມາ​ນໍາ​ເມື່ອ​ເຈົ້າ​ມາ​ພົບ​ເຮົາ”.
14 David sent messengers to Ish-bosheth, Saul's son: "Give me my wife Michal, whom I betrothed to me for one hundred Philistine foreskins." ແລ້ວ​ດາວິດ​ກໍ​ສົ່ງ​ຜູ້ນຳຂ່າວ​ໄປ​ບອກ​ອີຊະໂບເຊັດ​ລູກຊາຍ​ຂອງ​ໂຊນ​ວ່າ, “ຈົ່ງ​ມອບ​ມີການ​ເມຍ​ຂອງ​ເຮົາ​ມາ​ໃຫ້​ເຮົາ, ເຊິ່ງ​ເຮົາ​ໄດ້​ໃຊ້​ໜັງຫຸ້ມ​ປາຍ​ອະໄວຍະວະ​ເພດຊາຍ​ຂອງ​ຊາວ​ຟີລິດສະຕິນ​ຮ້ອຍ​ຄົນ​ສູ່​ຂໍ​ນາງ”.
15 So Ish-bosheth sent and took her from her husband, Paltiel son of Laish. ອີຊະໂບເຊັດ​ຈຶ່ງ​ສັ່ງ ແລະ ໃຫ້​ຄົນ​ນໍາ​ເອົາ​ມີການ​ມາ​ຈາກ​ຜົວ​ຂອງ​ນາງ​ຄື​ປານຕີເອນ​ລູກຊາຍ​ຂອງ​ລາອິດ.
16 Her husband went with her, weeping as he followed her to Bahurim. Then Abner told him, "Go back." So he returned. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜົວ​ຂອງ​ນາງ​ໄດ້​ໄປ​ຕາມ​ຫາ​ນາງ​ໂດຍ​ຮ້ອງໄຫ້​ຕະຫລອດ​ທາງ​ໄປ​ທີ່​ບາຮູຣິມ. ແລ້ວ​ອັບເນ​ໄດ້​ບອກ​ລາວ​ວ່າ, “ຈົ່ງ​ກັບ​ເມືອ​ບ້ານ​ໄປ!” ຫລັງຈາກນັ້ນ ລາວ​ຈຶ່ງ​ກັບ​ໄປ.
17 Abner spoke with Israel's elders: "You've long wanted David as king over you. ອັບເນ​ປຶກສາ​ຫາລື​ກັບ​ບັນດາ​ຜູ້ອາວຸໂສ​ຂອງ​ອິດສະຣາເອນ​ວ່າ, “ພວກທ່ານ​ກໍ​ຢາກ​ໃຫ້​ດາວິດ​ເປັນ​ກະສັດ​ມາ​ແຕ່​ດົນ​ແລ້ວ.
18 Now act, for our Father promised David: 'By my servant David's hand I will save my people Israel from the Philistines and all their enemies.'" ກໍ​ຈົ່ງ​ເຮັດ​ດຽວ​ນີ້! ເພາະ​ພຣະເຈົ້າ​ຢາເວ​ໄດ້​ສັນຍາ​ກັບ​ດາວິດ​ໄວ້​ວ່າ, ‘ໂດຍ​ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ ເຮົາ​ຈະ​ກອບກູ້​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ​ຈາກ​ມື​ຂອງ​ຊາວ​ຟີລິດສະຕິນ ແລະ ຈາກ​ບັນດາ​ສັດຕູ​ຂອງ​ພວກເຂົາ​ທັງໝົດ’ ”.
19 Abner also spoke to Benjamin, then went to Hebron to tell David all that Israel and the whole house of Benjamin had agreed to do. ອັບເນ​ຍັງ​ໄດ້​ເວົ້າ​ກັບ​ຊາວ​ເບັນຢາມິນ​ເປັນ​ສ່ວນຕົວ. ແລ້ວ​ລາວ​ກໍ​ໄດ້​ໄປ​ທີ່​ເມືອງ​ເຮັບໂຣນ​ເພື່ອ​ບອກ​ດາວິດ​ເຖິງ​ທຸກສິ່ງ​ທີ່​ປະຊາຊົນ​ອິດສະຣາເອນ ແລະ ເຜົ່າ​ເບັນຢາມິນ​ທັງໝົດ​ຕ້ອງການ​ຈະ​ເຮັດ​ແກ່​ດາວິດ.
20 When Abner came to David at Hebron with twenty men, David held a feast for Abner and his men. ເມື່ອ​ອັບເນ​ພ້ອມ​ກັບ​ຄົນ​ຊາວ​ຄົນ​ໄດ້​ມາ​ພົບ​ດາວິດ​ທີ່​ເມືອງ​ເຮັບໂຣນ, ດາວິດ​ໄດ້​ຈັດ​ງານ​ລ້ຽງ​ໃຫ້​ລາວ ແລະ ຄົນ​ຂອງ​ລາວ.
21 Abner told David, "Let me go gather all Israel to my lord the king, so they make a covenant with you and you reign over all your heart desires." So David sent Abner off, and he left in peace. ຫລັງຈາກນັ້ນ ອັບເນ​ໄດ້​ບອກ​ດາວິດ​ວ່າ, “ໃຫ້​ຂ້ານ້ອຍ​ໄປ​ຮວບຮວມ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ເພື່ອ​ກະສັດ ເຈົ້ານາຍ​ຂອງ​ຂ້ານ້ອຍ. ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຮັດ​ຄໍາໝັ້ນສັນຍາ​ກັບ​ທ່ານ ແລະ ທ່ານ​ຈະ​ໄດ້​ປົກຄອງ​ທຸກຄົນ​ຕາມ​ໃຈ​ປາຖະໜາ​ຂອງ​ທ່ານ”. ດັ່ງນັ້ນ ດາວິດ​ຈຶ່ງ​ໄດ້​ສົ່ງ​ອັບເນ​ກັບ​ໄປ ແລະ ລາວ​ກໍ​ໄດ້​ກັບ​ໄປ​ໂດຍ​ສັນຕິ.
22 Just then David's servants and Joab returned from a raid with much plunder. But Abner was not with David at Hebron, for David had sent him away, and he had gone in peace. ຂະນະ​ນັ້ນ​ໂຢອາບ ແລະ ຄົນ​ຂອງ​ດາວິດ​ຫາ​ກໍ​ກັບ​ຈາກ​ການ​ປຸ້ນ ແລະ ໄດ້​ນຳ​ເຄື່ອງຂອງ​ຢ່າງ​ຫລວງຫລາຍ​ທີ່​ປຸ້ນ​ໄດ້​ກັບ​ມາ. ແຕ່​ອັບເນ​ບໍ່​ໄດ້​ຢູ່​ກັບ​ດາວິດ​ທີ່​ເມືອງ​ເຮັບໂຣນ​ແລ້ວ, ເພາະ​ດາວິດ​ໄດ້​ສົ່ງ​ລາວ​ກັບ​ໄປ​ຢ່າງ​ສັນຕິ.
23 When Joab and all his army arrived, he was told, "Abner son of Ner came to the king, who sent him off, and he left in peace." ເມື່ອ​ໂຢອາບ ແລະ ທະຫານ​ທັງໝົດ​ທີ່​ຢູ່​ກັບ​ລາວ​ໄດ້​ມາ​ຮອດ, ໂຢອາບ​ກໍ​ຮູ້​ວ່າ​ອັບເນ​ລູກ​ຂອງ​ເນຣະ​ຫາກໍ​ເຂົ້າ​ພົບ​ກະສັດ ແລະ ກະສັດ​ໄດ້​ສົ່ງ​ກັບ​ໄປ ແລະ ລາວ​ກໍ​ກັບ​ຢ່າງ​ສັນຕິ.
24 So Joab went to the king: "What have you done? Abner came to you—why did you send him off, and now he's gone? ດັ່ງນັ້ນ ໂຢອາບ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ ແລະ ເວົ້າ​ວ່າ, “ທ່ານ​ໄດ້​ເຮັດ​ຫຍັງ​ໄປ? ເບິ່ງ​ແມ, ອັບເນ​ໄດ້​ມາ​ຫາ​ທ່ານ. ເປັນຫຍັງ​ທ່ານ​ຈຶ່ງ​ປ່ອຍ​ລາວ​ໄປ? ບັດນີ້ ລາວ​ກໍ​ໄປ​ແລ້ວ!
25 You know Abner son of Ner came to deceive you, to learn your movements and everything you're doing." ທ່ານ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ອັບເນ​ລູກ​ຂອງ​ເນຣະ; ລາວ​ໄດ້​ມາ​ລໍ້ລວງ​ທ່ານ ແລະ ສັງເກດ​ເບິ່ງ​ການ​ເຄື່ອນໄຫວ ແລະ ສືບຫາ​ທຸກສິ່ງ​ທີ່​ທ່ານ​ກໍາລັງ​ເຮັດ​ຢູ່”.
26 When Joab left David, he sent messengers after Abner, who brought him back from the well of Sirah. But David knew nothing. ຫລັງຈາກນັ້ນ ໂຢອາບ​ກໍ​ລາ​ຈາກ​ດາວິດ​ໄປ ແລະ ໄດ້​ສົ່ງ​ຜູ້ສົ່ງຂ່າວ​ຕາມ​ອັບເນ​ໄປ ແລະ ພວກເຂົາ​ໄດ້​ນໍາ​ລາວ​ມາ​ຈາກ​ນໍ້າສ້າງ​ຢູ່​ທີ່​ຊີຣາ. ແຕ່​ດາວິດ​ບໍ່​ຮູ້​ເລື່ອງ​ນີ້.
27 When Abner returned to Hebron, Joab pulled him aside inside the gate as if to speak privately, and there stabbed him in the stomach. He died—for the blood of Joab's brother Asahel. ເມື່ອ​ອັບເນ​ກັບ​ມາ​ຮອດ​ເມືອງ​ເຮັບໂຣນ, ໂຢອາບ​ໄດ້​ເອົາ​ລາວ​ມາ​ຂ້າງ​ປະຕູ​ເມືອງ, ເຮັດ​ຄື​ວ່າ​ມີ​ເລື່ອງ​ຈະ​ເວົ້າ​ກັບ​ລາວ​ເປັນ​ການ​ສ່ວນຕົວ ແລະ ໃນ​ທີ່​ນັ້ນ, ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ອາສາເຮນ​ນ້ອງຊາຍ​ຂອງ​ຕົນ, ໂຢອາບ​ກໍ​ໄດ້​ໃຊ້​ມີດ​ແທງ​ລາວ​ເຂົ້າ​ທີ່​ທ້ອງ ແລະ ລາວ​ກໍ​ໄດ້​ຕາຍ​ໄປ.
28 Later, when David heard, he said, "I and my kingdom are forever innocent before our Father of the blood of Abner son of Ner. ຕໍ່ມາ, ເມື່ອ​ດາວິດ​ຮູ້​ເລື່ອງ​ນີ້, ເພິ່ນ​ໄດ້​ກ່າວ​ວ່າ, “ຕໍ່​ໜ້າ​ພຣະເຈົ້າ​ຢາເວ ເຮົາ ແລະ ອານາຈັກ​ຂອງ​ເຮົາ​ບໍ່​ມີ​ຄວາມຜິດ​ໃດໆ​ກ່ຽວກັບ​ການ​ຕາຍ​ຂອງ​ອັບເນ​ລູກຊາຍ​ຂອງ​ເນຣະ.
29 May it fall on Joab's head and all his father's house! May Joab's house never lack someone with a discharge or skin disease, who leans on a crutch, falls by the sword, or lacks food." ຂໍ​ໃຫ້​ຄວາມຜິດ​ນີ້​ຕົກ​ໃສ່​ຫົວ​ຂອງ​ໂຢອາບ ແລະ ຄອບຄົວ​ຂອງ​ລາວ​ທັງໝົດ! ຂໍ​ໃຫ້​ຄອບຄົວ​ຂອງ​ລາວ​ຢ່າ​ໄດ້​ຢູ່​ໂດຍ​ບໍ່​ມີ​ຄົນ​ເປັນ​ບາດ​ເປື່ອຍ ຫລື ພະຍາດ​ຂີ້ທູດ ຫລື ພິການ ຫລື ຕາຍ​ດ້ວຍ​ຄວາມ​ອຶດຢາກ ຫລື ລົ້ມ​ຕາຍ​ດ້ວຍ​ສົງຄາມ”.
30 So Joab and his brother Abishai killed Abner for killing their brother Asahel in the battle at Gibeon. (ໂຢອາບ ແລະ ອາບີໄຊ​ນ້ອງຊາຍ​ຂອງ​ລາວໄດ້​ຂ້າ​ອັບເນ​ເພາະ​ລາວໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ຂອງ​ພວກເຂົາ​ໃນ​ການ​ຕໍ່ສູ້​ທີ່​ກີເບໂອນ.)
31 David told Joab and all the people with him, "Tear your clothes, put on sackcloth, and mourn before Abner." King David walked behind the bier. ແລ້ວ​ດາວິດ​ໄດ້​ເວົ້າ​ກັບ​ໂຢອາບ ແລະ ທຸກຄົນ​ທີ່​ຢູ່​ນໍາ​ລາວ​ວ່າ, “ຈົ່ງ​ຈີກ​ເຄື່ອງນຸ່ງ​ຂອງ​ພວກເຈົ້າ ແລະ ໃສ່​ຜ້າກະສອບ ແລະ ຍ່າງ​ໄວ້​ທຸກ​ໃຫ້​ອັບເນ”. ກະສັດ​ດາວິດ​ເອງ​ໄດ້​ຍ່າງ​ຕາມ​ຫີບສົບ​ໄປ.
32 They buried Abner in Hebron, and the king wept aloud at his grave, and all the people wept. ພວກເຂົາ​ໄດ້​ຝັງ​ສົບ​ຂອງ​ອັບເນ​ໄວ້​ທີ່​ເມືອງ​ເຮັບໂຣນ, ແລະ ກະສັດ​ໄດ້​ຮ້ອງໄຫ້​ສຽງ​ດັງ​ຢູ່​ທີ່​ບ່ອນ​ຝັງ​ສົບ​ຂອງ​ອັບເນ. ປະຊາຊົນ​ທັງໝົດ​ກໍຮ້ອງ​ໄຫ້​ດ້ວຍ.
33 The king sang this lament for Abner: "Should Abner have died as a fool dies? ກະສັດ​ໄດ້​ຮ້ອງ​ບົດ​ຄ່ຳຄວນ​ນີ້​ສຳລັບ​ອັບເນ​ວ່າ: “ຄວນ​ບໍ​ທີ່​ອັບເນ​ຕ້ອງ​ມາ​ຕາຍ​ດັ່ງ​ຄົນ​ເຖື່ອນ?
34 Your hands were not bound, your feet not set in chains. You fell as one falls before the wicked." And all the people wept over him again. ມື​ຂອງ​ເຈົ້າ​ບໍ່​ໄດ້​ຖືກ​ມັດ ຕີນ​ຂອງ​ເຈົ້າ​ບໍ່​ໄດ້​ຖືກ​ລ່າມ. ເຈົ້າ​ລົ້ມ​ລົງ​ເໝືອນດັ່ງ​ຜູ້​ທີ່​ລົ້ມ​ຕໍ່ໜ້າ​ຄົນຊົ່ວ”. ແລະ ປະຊາຊົນ​ທັງໝົດ​ກໍ​ຮ້ອງໄຫ້​ໃຫ້​ກັບ​ອັບເນ​ອີກ.
35 Then all the people came to urge David to eat something while it was still day, but David swore: "May our Father do so to me, and worse, if I taste bread or anything else before sunset!" ແລ້ວ​ພວກເຂົາ​ທັງໝົດ​ໄດ້​ມາ ແລະ ຂໍ​ໃຫ້​ດາວິດ​ກິນ​ອາຫານ​ຂະນະ​ທີ່​ເປັນ​ກາງເວັນ​ຢູ່; ແຕ່​ດາວິດ​ໄດ້​ກ່າວ​ສາບານ​ໄວ້​ວ່າ, “ຂໍ​ພຣະເຈົ້າ​ຈັດການ​ກັບ​ເຮົາ​ຢ່າງ​ໜັກ, ຖ້າ​ເຮົາ​ກິນ​ເຂົ້າຈີ່ ຫລື ສິ່ງໃດ​ກໍ​ຕາມ​ກ່ອນ​ຕາເວັນ​ຕົກ​ດິນ!”
36 All the people noticed and were pleased; everything the king did pleased all the people. ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ຊື່ນຊົມ ແລະ ພໍໃຈ; ແທ້​ຈິງ​ແລ້ວ, ທຸກສິ່ງ​ທີ່​ກະສັດ​ໄດ້​ເຮັດ​ນັ້ນ​ເປັນ​ທີ່​ພໍໃຈ​ພວກເຂົາ.
37 So that day all the people and all Israel knew the king had not willed the death of Abner son of Ner. ດັ່ງນັ້ນ ໃນ​ວັນ​ນັ້ນ​ປະຊາຊົນ​ທັງໝົດ​ຢູ່​ທີ່​ນັ້ນ ແລະ ອິດສະຣາເອນ​ທັງໝົດ​ຈຶ່ງ​ຮູ້​ວ່າ​ກະສັດ​ບໍ່​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ໃດໆ​ກັບ​ການ​ຕາຍ​ຂອງ​ອັບເນ​ລູກຊາຍ​ຂອງ​ເນຣະ.
38 The king told his servants, "Don't you know a prince and a great man has fallen today in Israel? ແລ້ວ​ກະສັດ​ໄດ້​ກ່າວ​ກັບ​ຄົນ​ຂອງ​ເພິ່ນ​ວ່າ, “ພວກເຈົ້າ​ຮູ້​ບໍ່​ວ່າ​ໃນ​ວັນນີ້​ຄົນ​ສຳຄັນ ແລະ ຜູ້ນຳ​ທີ່​ຍິ່ງໃຫຍ່​ຄົນ​ໜຶ່ງ​ໄດ້​ຕາຍ​ໄປ​ແລ້ວ​ໃນ​ອິດສະຣາເອນ?
39 Today, though the anointed king, I am weak, and these men, Zeruiah's sons, are too hard for me. May our Father repay the one who does evil for his evil." ແລະ ວັນນີ້, ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ເປັນ​ກະສັດ​ທີ່​ພຣະເຈົ້າ​ໄດ້​ເຈີມ​ໄວ້, ເຮົາ​ກໍ​ອ່ອນແອ ແລະ ພວກ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ນີ້​ເຂັ້ມແຂງ​ເກີນ​ໄປ​ສຳລັບ​ເຮົາ. ຂໍ​ພຣະເຈົ້າ​ຢາເວ​ໄດ້​ຕອບແທນ​ຄົນຊົ່ວ​ທີ່​ໄດ້​ເຮັດ​ການ​ຊົ່ວ!”
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]