Skip to content
The Believer's Library

Biblica® Open Lao Contemporary Version

2 Samuel 1 OLCV

Show OLCV only
Verse × ×
1 After the death of Saul, David returned from defeating the Amalekites and stayed in Ziklag two days. ຫລັງ​ຈາກ​ໂຊນ​ຕາຍ​ໄປ​ແລ້ວ, ດາວິດ​ໄດ້​ກັບ​ຄືນ​ມາ​ຈາກ​ການ​ຮົບ​ຊະນະ​ຊາວ​ອາມາເຫລັກ ແລະ ໄດ້​ຢູ່​ທີ່​ເມືອງ​ຊິກລັກ​ເປັນ​ເວລາ​ສອງ​ມື້.
2 On the third day a man came from Saul's camp, clothes torn, dirt on his head. Reaching David, he fell to the ground and bowed. ໃນ​ມື້​ທີ​ສາມ ມີ​ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ຄ້າຍ​ຂອງ​ໂຊນ ລາວ​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ ແລະ ເອົາ​ຂີ້ຝຸ່ນ​ໃສ່​ຫົວ​ຂອງ​ລາວ. ເມື່ອ​ລາວ​ມາ​ພົບ​ດາວິດ, ລາວ​ກົ້ມກາບ​ລົງ​ພື້ນ​ເພື່ອ​ໃຫ້​ກຽດ​ເພິ່ນ.
3 David asked him, "Where have you come from?" "I escaped from the camp of Israel," he replied. ດາວິດ​ຖາມ​ວ່າ, “ເຈົ້າ​ມາ​ຈາກ​ໃສ?” ລາວ​ຕອບ​ວ່າ, “ຂ້ານ້ອຍ​ໜີ​ມາ​ຈາກ​ຄ້າຍ​ຂອງ​ອິດສະຣາເອນ”.
4 "What happened?" David asked. "Tell me." He said, "The people fled the battle. Many fell and died. Saul and his son Jonathan are dead too." ດາວິດ​ຖາມ​ວ່າ, “ເກີດ​ຫຍັງ​ຂຶ້ນ? ຈົ່ງ​ບອກ​ເຮົາ​ດຸ”. ລາວ​ໄດ້​ຕອບ​ວ່າ, “ທະຫານ​ຂອງ​ເຮົາ​ແຕກ​ໜີ​ຈາກ​ການ​ສູ້ຮົບ, ມີ​ຫລາຍ​ຄົນ​ຖືກ​ຂ້າ​ຕາຍ. ແລະ ກະສັດ​ໂຊນ ແລະ ໂຢນາທານ​ລູກຊາຍ​ຂອງ​ເພິ່ນ​ກໍ​ຕາຍ​ແລ້ວ”.
5 David asked the young man who brought the news, "How do you know Saul and his son Jonathan are dead?" ຈາກນັ້ນ ດາວິດ​ຈຶ່ງ​ຖາມ​ຊາຍ​ໜຸ່ມ​ທີ່​ມາ​ສົ່ງ​ຂ່າວ​ວ່າ, “ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ກະສັດ​ໂຊນ ແລະ ໂຢນາທານ​ໄດ້​ຕາຍ​ແລ້ວ?”
6 The young man said, "I happened onto Mount Gilboa, and there was Saul, leaning on his spear, the chariots and horsemen bearing down on him. ຊາຍ​ໜຸ່ມ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ເທິງ​ພູເຂົາ​ກິນໂບອາ ແລະ ເຫັນ​ໂຊນ​ກໍາລັງ​ອີງ​ຫອກ​ຂອງ​ເພິ່ນ​ຢູ່​ໂດຍ​ມີ​ລົດມ້າ​ຂອງ​ສັດຕູ​ບຸກ​ເຂົ້າ​ມາ.
7 He turned around, saw me, and called to me. I said, 'Here I am.' ເມື່ອ​ໂຊນ​ເຫັນ​ຂ້ານ້ອຍ, ເພິ່ນ​ກໍ​ເອີ້ນ​ໃສ່​ຂ້ານ້ອຍ, ແລະ ຂ້ານ້ອຍ​ໄດ້​ຖາມ​ວ່າ, ‘ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຫຍັງ?’
8 He asked me, 'Who are you?' I told him, 'I am an Amalekite.' “ໂຊນ​ຖາມ​ວ່າ, ‘ເຈົ້າ​ແມ່ນ​ຜູ້ໃດ?’ “ຂ້ານ້ອຍ​ຕອບ​ວ່າ, ‘ຂ້ານ້ອຍ​ແມ່ນ​ຊາວອາມາເຫລັກ’.
9 He said to me, 'Stand over me and kill me; anguish has seized me, but I'm still alive.' “ແລ້ວ​ເພິ່ນ​ໄດ້​ເວົ້າ​ກັບ​ຂ້ານ້ອຍ​ວ່າ, ‘ມາ​ຢືນ​ຢູ່​ໃກ້​ເຮົາ ແລະ ຈົ່ງ​ຂ້າ​ເຮົາ​ເສຍ! ເຮົາ​ໃກ້​ຈະ​ຕາຍ​ແລ້ວ, ແຕ່​ເຮົາ​ກໍ​ຍັງ​ບໍ່​ຕາຍ​ຈັກເທື່ອ’.
10 So I stood over him and killed him, since I knew he wouldn't survive his fall. Then I took the crown from his head and the band on his arm, and brought them here to my lord." “ສະນັ້ນ ຂ້ານ້ອຍ​ຈຶ່ງ​ຢືນ​ຢູ່​ທາງ​ຂ້າງ​ເພິ່ນ ແລະ ຂ້າ​ເພິ່ນ, ເພາະ​ຂ້ານ້ອຍ​ຮູ້​ວ່າ​ຖ້າ​ເພິ່ນ​ລົ້ມ​ລົງ​ເພິ່ນ​ຈະ​ບໍ່​ສາມາດ​ມີ​ຊີວິດ​ຢູ່​ໄດ້. ແລ້ວ​ຂ້ານ້ອຍ​ກໍ​ເອົາ​ມົງກຸດ​ອອກ​ຈາກ​ຫົວ​ຂອງ​ເພິ່ນ ແລະ ສາຍແຂນ​ຈາກ​ແຂນ​ຂອງ​ເພິ່ນ ແລະ ນໍາ​ມາ​ໃຫ້​ທ່ານ​ຜູ້​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ”.
11 Then David grabbed his own clothes and tore them, and so did all the men with him. ຈາກນັ້ນ ດາວິດ ແລະ ຄົນ​ຂອງ​ເພິ່ນ​ທັງໝົດ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ.
12 They mourned, wept, and fasted until evening for Saul, his son Jonathan, our Father's people, and the house of Israel, because they had fallen by the sword. ພວກເຂົາ​ພາ​ກັນ​ໄວ້​ທຸກ ແລະ ຮ້ອງໄຫ້ ແລະ ຖື​ສິນ​ອົດ​ອາຫານ​ຈົນ​ເຖິງ​ຕອນແລງ ເພື່ອ​ໄວ້​ທຸກ​ໃຫ້​ແກ່​ໂຊນ ແລະ ໂຢນາທານ​ລູກຊາຍ​ຂອງ​ເພິ່ນ, ແລະ ເພື່ອ​ກອງທັບ​ຂອງ​ພຣະເຈົ້າ​ຢາເວ ແລະ ຊາດ​ອິດສະຣາເອນ, ເພາະ​ພວກເຂົາ​ຖືກ​ຂ້າ​ດ້ວຍ​ດາບ.
13 David asked the young man who brought the news, "Where are you from?" He said, "I'm the son of a foreigner, an Amalekite." ດາວິດ​ໄດ້​ເວົ້າ​ກັບ​ຊາຍ​ໜຸ່ມ​ທີ່​ນຳ​ຂ່າວ​ມາ​ວ່າ, “ເຈົ້າ​ມາ​ຈາກໃສ?” ລາວ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ລູກຊາຍ​ຂອງ​ຄົນຕ່າງດ້າວ​ຊາວອາມາເຫລັກ”.
14 David said, "How were you not afraid to raise your hand to kill our Father's anointed?" ດາວິດ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກ້າ​ທຳລາຍ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ແຕ່ງຕັ້ງ​ໄວ້?”
15 David called one of his young men and said, "Go, strike him down." He struck him, and he died. ແລ້ວ​ດາວິດ​ເອີ້ນ​ຄົນ​ຂອງ​ຕົນ​ຜູ້ໜຶ່ງ​ມາ ແລະ ສັ່ງ​ວ່າ, “ຈົ່ງ​ໄປ, ຂ້າ​ລາວ​ຖິ້ມ​ເສຍ!” ສະນັ້ນ ຄົນ​ຂອງ​ດາວິດ​ກໍ​ຂ້າ​ລາວ ແລະ ກໍ​ໄດ້​ຕາຍໄປ.
16 David had said to him, "Your blood is on your own head, for your own mouth testified against you when you said, 'I killed our Father's anointed.'" ເພາະ​ດາວິດ​ໄດ້​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ສົມຄວນ​ຕາຍ. ເພາະ​ເຈົ້າ​ເອງ​ໄດ້​ສາລະພາບ​ວ່າ, ‘ຂ້ານ້ອຍ​ໄດ້​ຂ້າ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ແຕ່ງຕັ້ງ​ໄວ້’ ”.
17 Then David sang this lament over Saul and his son Jonathan, ແລ້ວ​ດາວິດ​ຮ້ອງ​ບົດ​ຄ່ຳຄວນ​ນີ້​ແກ່​ກະສັດ​ໂຊນ ແລະ ໂຢນາທານ​ລູກຊາຍ​ຂອງ​ເພິ່ນ,
18 and ordered the people of Judah taught this lament, called The Bow; it is written in the Book of Jashar: ແລະ ເພິ່ນ​ສັ່ງ​ໃຫ້​ສອນ​ບົດເພງ​ຄ່ຳຄວນ​ນີ້​ແກ່​ປະຊາຊົນ​ຢູດາ (ເພງ​ນີ້​ຖືກ​ບັນທຶກ​ໄວ້​ໃນ​ໜັງສື​ຂອງ​ຢາຊາ) ມີ​ເນື້ອໃນ​ວ່າ:
19 "Your glory, Israel, lies slain on your heights. How the mighty have fallen! “ໂອ້ ອິດສະຣາເອນ​ເອີຍ, ສັກສີ​ຂອງ​ເຈົ້າ​ນອນ​ສິ້ນໃຈ​ຢູ່​ເທິງ​ທີ່​ສູງ​ຂອງ​ເຈົ້າ. ວິລະຊົນ​ເກັ່ງກ້າ​ໄດ້​ລົ້ມ​ລົງ​ເສຍ​ແລ້ວ!
20 Don't tell it in Gath, don't proclaim it in the streets of Ashkelon, or the daughters of the Philistines will rejoice, the daughters of the uncircumcised will exult. “ຢ່າ​ແຈ້ງ​ຂ່າວ​ນີ້​ໃນ​ເມືອງ​ກາດ, ຢ່າ​ປະກາດ​ຂ່າວ​ນີ້​ຕາມ​ຖະໜົນ​ຫົນ​ທາງ​ໃນ​ອາຊະເກໂລນ, ເພື່ອ​ບໍ່​ໃຫ້​ພວກ​ລູກສາວ​ແຫ່ງ​ຟີລິດສະຕິນ​ປິຕິຍິນດີ, ເພື່ອ​ບໍ່​ໃຫ້​ພວກ​ລູກສາວ​ຂອງ​ຜູ້​ທີ່​ບໍ່​ໄດ້​ຮັບ​ພິທີຕັດ​ຍິນດີ.
21 Mountains of Gilboa, may you have no dew or rain, no fields yielding offerings. For there the shield of the mighty was defiled, the shield of Saul, no longer rubbed with oil. “ໂອ້ ພູເຂົາ​ກິນໂບອາ, ຂໍ​ຢ່າ​ໃຫ້​ເຈົ້າ​ໄດ້​ຮັບ​ຝົນ ຫລື ນ້ຳໝອກ, ຂໍ​ຢ່າ​ໃຫ້​ມີ​ຫ່າຝົນ​ຕົກ​ໃສ່​ທົ່ງນາ​ຂອງ​ເຈົ້າ, ເພາະ​ທີ່ນັ້ນ​ໂລ່​ຂອງ​ຜູ້​ຍິ່ງໃຫຍ່​ຖືກ​ດູຖູກ​ຢຽດຢາມ, ໂລ່​ຂອງ​ໂຊນ​ບໍ່​ໄດ້​ຫົດສົງ​ດ້ວຍ​ນ້ຳ​ມັນ​ອີກ​ແລ້ວ.
22 From the blood of the slain, from the flesh of the mighty, the bow of Jonathan did not turn back, the sword of Saul did not return unsatisfied. “ທະນູ​ຂອງ​ໂຢນາທານ​ບໍ່​ກັບ​ຄືນ​ມາ ຈາກ​ການ​ດື່ມ​ເລືອດ​ຂອງ​ຄົນ​ຕາຍ, ຈາກ​ການ​ກິນ​ຊີ້ນ​ຂອງ​ຜູ້​ມີ​ກຳລັງ, ດາບ​ຂອງ​ໂຊນ​ບໍ່​ກັບ​ຄືນ​ມາ​ຢ່າງ​ບໍ່​ພໍໃຈ.
23 Saul and Jonathan, beloved and cherished in life, in death they were not parted. They were swifter than eagles, stronger than lions. ໂຊນ ແລະ ໂຢນາທານ ເມື່ອ​ມີ​ຊີວິດ​ຢູ່​ພວກເພິ່ນ​ເປັນ​ທີ່​ຮັກ ແລະ ໜ້າ​ຊື່ນຊົມ ແລະ ໃນ​ຄວາມຕາຍ​ພວກເຂົາ​ບໍ່​ໄດ້​ພັດພາກ​ຈາກ​ກັນ. ພວກເພິ່ນ​ວ່ອງ​ໄວ​ກວ່າ​ນົກອິນຊີ. ພວກເພິ່ນ​ແຂງ​ແຮງ​ກວ່າ​ໂຕສິງ.
24 Daughters of Israel, weep for Saul, who clothed you in scarlet and finery, who adorned your garments with ornaments of gold. “ໂອ້ ພວກ​ລູກສາວ​ແຫ່ງ​ອິດສະຣາເອນ, ຈົ່ງ​ຮ້ອງໄຫ້​ໃຫ້​ກັບ​ໂຊນ, ຜູ້​ທີ່​ໃຫ້​ພວກເຈົ້າ​ໄດ້​ນຸ່ງເຄື່ອງ​ດ້ວຍ​ສີແດງ​ເຂັ້ມ ແລະ ເຄື່ອງປະດັບ​ອັນ​ງົດງາມ, ຜູ້​ທີ່​ຕົບ​ແຕ່ງ​ເສື້ອລ່າມ​ຂອງ​ພວກເຈົ້າ​ດ້ວຍ​ເຄື່ອງ​ປະດັບ​ຄຳ.
25 How the mighty have fallen in the thick of battle! Jonathan lies slain on your heights. “ວິລະຊົນ​ເກັ່ງ​ກ້າ​ໄດ້​ລົ້ມ​ລົງ​ໃນ​ສະໜາມຮົບ! ໂຢນາທານ​ນອນ​ຕາຍ​ຢ່າງ​ຢູ່​ເທິງ​ບ່ອນ​ສູງ​ຂອງ​ເຈົ້າ.
26 I grieve for you, my brother Jonathan; you were very dear to me. Your love for me was wonderful, surpassing the love of women. ໂອ້ ໂຢນາທານ ອ້າຍ​ຂອງ​ຂ້ອຍ​ເອີຍ, ຂ້ອຍ​ໂສກເສົ້າ​ຄິດຮອດ​ເຈົ້າ. ເຈົ້າ​ເປັນ​ທີ່​ຮັກ​ຂອງ​ຂ້ອຍ​ຫລາຍ. ຄວາມ​ຮັກ​ຂອງ​ເຈົ້າ​ທີ່​ມີ​ຕໍ່​ຂ້ອຍ​ນັ້ນ​ລ້ຳເລີດ. ລ້ຳເລີດ​ຍິ່ງ​ກວ່າ​ຄວາມ​ຮັກ​ຂອງ​ຜູ້ຍິງ.
27 How the mighty have fallen! The weapons of war have perished." “ວິລະຊົນ​ເກັ່ງກ້າ​ໄດ້​ລົ້ມ​ລົງ​ເສຍ​ແລ້ວ! ອາວຸດ​ສົງຄາມ​ກໍ​ພິນາດຈິບຫາຍ​ໄປ!”
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]