ດາວິດຮູ້ຂ່າວວ່າໂຊນຕາຍ
1ຫລັງຈາກໂຊນຕາຍໄປແລ້ວ, ດາວິດໄດ້ກັບຄືນມາຈາກການຮົບຊະນະຊາວອາມາເຫລັກ ແລະ ໄດ້ຢູ່ທີ່ເມືອງຊິກລັກເປັນເວລາສອງມື້. 2ໃນມື້ທີສາມ ມີຊາຍຄົນໜຶ່ງມາຈາກຄ້າຍຂອງໂຊນ ລາວຈີກເຄື່ອງນຸ່ງຂອງຕົນ ແລະ ເອົາຂີ້ຝຸ່ນໃສ່ຫົວຂອງລາວ. ເມື່ອລາວມາພົບດາວິດ, ລາວກົ້ມກາບລົງພື້ນເພື່ອໃຫ້ກຽດເພິ່ນ.
3ດາວິດຖາມວ່າ, “ເຈົ້າມາຈາກໃສ?” ລາວຕອບວ່າ, “ຂ້ານ້ອຍໜີມາຈາກຄ້າຍຂອງອິດສະຣາເອນ”.
4ດາວິດຖາມວ່າ, “ເກີດຫຍັງຂຶ້ນ? ຈົ່ງບອກເຮົາດຸ”. ລາວໄດ້ຕອບວ່າ, “ທະຫານຂອງເຮົາແຕກໜີຈາກການສູ້ຮົບ, ມີຫລາຍຄົນຖືກຂ້າຕາຍ. ແລະ ກະສັດໂຊນ ແລະ ໂຢນາທານລູກຊາຍຂອງເພິ່ນກໍຕາຍແລ້ວ”.
5ຈາກນັ້ນ ດາວິດຈຶ່ງຖາມຊາຍໜຸ່ມທີ່ມາສົ່ງຂ່າວວ່າ, “ເຈົ້າຮູ້ໄດ້ຢ່າງໃດວ່າກະສັດໂຊນ ແລະ ໂຢນາທານໄດ້ຕາຍແລ້ວ?”
6ຊາຍໜຸ່ມໄດ້ຕອບວ່າ, “ຂ້ານ້ອຍຢູ່ເທິງພູເຂົາກິນໂບອາ ແລະ ເຫັນໂຊນກໍາລັງອີງຫອກຂອງເພິ່ນຢູ່ໂດຍມີລົດມ້າຂອງສັດຕູບຸກເຂົ້າມາ. 7ເມື່ອໂຊນເຫັນຂ້ານ້ອຍ, ເພິ່ນກໍເອີ້ນໃສ່ຂ້ານ້ອຍ, ແລະ ຂ້ານ້ອຍໄດ້ຖາມວ່າ, ‘ຈະໃຫ້ຂ້ານ້ອຍເຮັດຫຍັງ?’
8“ໂຊນຖາມວ່າ, ‘ເຈົ້າແມ່ນຜູ້ໃດ?’ “ຂ້ານ້ອຍຕອບວ່າ, ‘ຂ້ານ້ອຍແມ່ນຊາວອາມາເຫລັກ’.
9“ແລ້ວເພິ່ນໄດ້ເວົ້າກັບຂ້ານ້ອຍວ່າ, ‘ມາຢືນຢູ່ໃກ້ເຮົາ ແລະ ຈົ່ງຂ້າເຮົາເສຍ! ເຮົາໃກ້ຈະຕາຍແລ້ວ, ແຕ່ເຮົາກໍຍັງບໍ່ຕາຍຈັກເທື່ອ’.
10“ສະນັ້ນ ຂ້ານ້ອຍຈຶ່ງຢືນຢູ່ທາງຂ້າງເພິ່ນ ແລະ ຂ້າເພິ່ນ, ເພາະຂ້ານ້ອຍຮູ້ວ່າຖ້າເພິ່ນລົ້ມລົງເພິ່ນຈະບໍ່ສາມາດມີຊີວິດຢູ່ໄດ້. ແລ້ວຂ້ານ້ອຍກໍເອົາມົງກຸດອອກຈາກຫົວຂອງເພິ່ນ ແລະ ສາຍແຂນຈາກແຂນຂອງເພິ່ນ ແລະ ນໍາມາໃຫ້ທ່ານຜູ້ເປັນເຈົ້ານາຍຂອງຂ້ານ້ອຍ”.
11ຈາກນັ້ນ ດາວິດ ແລະ ຄົນຂອງເພິ່ນທັງໝົດຈຶ່ງຈີກເຄື່ອງນຸ່ງຂອງຕົນ. 12ພວກເຂົາພາກັນໄວ້ທຸກ ແລະ ຮ້ອງໄຫ້ ແລະ ຖືສິນອົດອາຫານຈົນເຖິງຕອນແລງ ເພື່ອໄວ້ທຸກໃຫ້ແກ່ໂຊນ ແລະ ໂຢນາທານລູກຊາຍຂອງເພິ່ນ, ແລະ ເພື່ອກອງທັບຂອງພຣະເຈົ້າຢາເວ ແລະ ຊາດອິດສະຣາເອນ, ເພາະພວກເຂົາຖືກຂ້າດ້ວຍດາບ.
13ດາວິດໄດ້ເວົ້າກັບຊາຍໜຸ່ມທີ່ນຳຂ່າວມາວ່າ, “ເຈົ້າມາຈາກໃສ?” ລາວຕອບວ່າ, “ຂ້ານ້ອຍເປັນລູກຊາຍຂອງຄົນຕ່າງດ້າວຊາວອາມາເຫລັກ”.
14ດາວິດຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງກ້າທຳລາຍຜູ້ທີ່ພຣະເຈົ້າຢາເວໄດ້ແຕ່ງຕັ້ງໄວ້?”
15ແລ້ວດາວິດເອີ້ນຄົນຂອງຕົນຜູ້ໜຶ່ງມາ ແລະ ສັ່ງວ່າ, “ຈົ່ງໄປ, ຂ້າລາວຖິ້ມເສຍ!” ສະນັ້ນ ຄົນຂອງດາວິດກໍຂ້າລາວ ແລະ ກໍໄດ້ຕາຍໄປ. 16ເພາະດາວິດໄດ້ກ່າວກັບລາວວ່າ, “ເຈົ້າສົມຄວນຕາຍ. ເພາະເຈົ້າເອງໄດ້ສາລະພາບວ່າ, ‘ຂ້ານ້ອຍໄດ້ຂ້າຜູ້ທີ່ພຣະເຈົ້າຢາເວໄດ້ແຕ່ງຕັ້ງໄວ້’ ”.
ດາວິດໄວ້ທຸກໃຫ້ໂຊນ ແລະ ໂຢນາທານ
17ແລ້ວດາວິດຮ້ອງບົດຄ່ຳຄວນນີ້ແກ່ກະສັດໂຊນ ແລະ ໂຢນາທານລູກຊາຍຂອງເພິ່ນ, 18ແລະ ເພິ່ນສັ່ງໃຫ້ສອນບົດເພງຄ່ຳຄວນນີ້ແກ່ປະຊາຊົນຢູດາ (ເພງນີ້ຖືກບັນທຶກໄວ້ໃນໜັງສືຂອງຢາຊາ) ມີເນື້ອໃນວ່າ:
19“ໂອ້ ອິດສະຣາເອນເອີຍ, ສັກສີຂອງເຈົ້ານອນສິ້ນໃຈຢູ່ເທິງທີ່ສູງຂອງເຈົ້າ.ວິລະຊົນເກັ່ງກ້າໄດ້ລົ້ມລົງເສຍແລ້ວ!
20“ຢ່າແຈ້ງຂ່າວນີ້ໃນເມືອງກາດ,ຢ່າປະກາດຂ່າວນີ້ຕາມຖະໜົນຫົນທາງໃນອາຊະເກໂລນ,ເພື່ອບໍ່ໃຫ້ພວກລູກສາວແຫ່ງຟີລິດສະຕິນປິຕິຍິນດີ,ເພື່ອບໍ່ໃຫ້ພວກລູກສາວຂອງຜູ້ທີ່ບໍ່ໄດ້ຮັບພິທີຕັດຍິນດີ.
21“ໂອ້ ພູເຂົາກິນໂບອາ,ຂໍຢ່າໃຫ້ເຈົ້າໄດ້ຮັບຝົນ ຫລື ນ້ຳໝອກ,ຂໍຢ່າໃຫ້ມີຫ່າຝົນຕົກໃສ່ທົ່ງນາຂອງເຈົ້າ,ເພາະທີ່ນັ້ນໂລ່ຂອງຜູ້ຍິ່ງໃຫຍ່ຖືກດູຖູກຢຽດຢາມ,ໂລ່ຂອງໂຊນບໍ່ໄດ້ຫົດສົງດ້ວຍນ້ຳມັນອີກແລ້ວ.
22“ທະນູຂອງໂຢນາທານບໍ່ກັບຄືນມາຈາກການດື່ມເລືອດຂອງຄົນຕາຍ,ຈາກການກິນຊີ້ນຂອງຜູ້ມີກຳລັງ,ດາບຂອງໂຊນບໍ່ກັບຄືນມາຢ່າງບໍ່ພໍໃຈ.
23ໂຊນ ແລະ ໂຢນາທານເມື່ອມີຊີວິດຢູ່ພວກເພິ່ນເປັນທີ່ຮັກ ແລະ ໜ້າຊື່ນຊົມແລະ ໃນຄວາມຕາຍພວກເຂົາບໍ່ໄດ້ພັດພາກຈາກກັນ.ພວກເພິ່ນວ່ອງໄວກວ່ານົກອິນຊີ.ພວກເພິ່ນແຂງແຮງກວ່າໂຕສິງ.
24“ໂອ້ ພວກລູກສາວແຫ່ງອິດສະຣາເອນ,ຈົ່ງຮ້ອງໄຫ້ໃຫ້ກັບໂຊນ,ຜູ້ທີ່ໃຫ້ພວກເຈົ້າໄດ້ນຸ່ງເຄື່ອງດ້ວຍສີແດງເຂັ້ມ ແລະ ເຄື່ອງປະດັບອັນງົດງາມ,ຜູ້ທີ່ຕົບແຕ່ງເສື້ອລ່າມຂອງພວກເຈົ້າດ້ວຍເຄື່ອງປະດັບຄຳ.
25“ວິລະຊົນເກັ່ງກ້າໄດ້ລົ້ມລົງໃນສະໜາມຮົບ!ໂຢນາທານນອນຕາຍຢ່າງຢູ່ເທິງບ່ອນສູງຂອງເຈົ້າ.
26ໂອ້ ໂຢນາທານ ອ້າຍຂອງຂ້ອຍເອີຍ, ຂ້ອຍໂສກເສົ້າຄິດຮອດເຈົ້າ.ເຈົ້າເປັນທີ່ຮັກຂອງຂ້ອຍຫລາຍ.ຄວາມຮັກຂອງເຈົ້າທີ່ມີຕໍ່ຂ້ອຍນັ້ນລ້ຳເລີດ.ລ້ຳເລີດຍິ່ງກວ່າຄວາມຮັກຂອງຜູ້ຍິງ.
27“ວິລະຊົນເກັ່ງກ້າໄດ້ລົ້ມລົງເສຍແລ້ວ!ອາວຸດສົງຄາມກໍພິນາດຈິບຫາຍໄປ!”